ລັດຖະບານ​ຈີນ​ເພີ່ມ​ງົບປະມາ​ນ​ເຂົ້າ​ໃນການ​ສ້າງ​ສູນວັດທະນະທຳ​ຢູ່​ຊົນນະບົດ​ໃຫ້​ຫຼາຍ​ຂຶ້ນ

(GMT+08:00) 2008-11-14 18:03:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ14​ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​​ໂຈ່​ວ​ເຮີ​ພິງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ,​ໄລຍະ​ມໍ່ໆ​ນີ້,ລັດຖະບານ​ໄດ້​ເບີກ​ງົບປະມານ800​ລ້ານ​ຢວນ​ລົງ​ໄປ​ໃຫ້​ແຂວງ​ຕ່າງໆ​ເພື່ອ​ໃຊ້​ໃນ​ການ​ສ້າງ​ສູນ​ວັດ​ທະ​ນະ​ທຳ​5000​ແຫ່ງ​ຢູ່​ຊົນ​ນະ​ບົດ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ,ສູນວັດທະນະທຳ​ແຕ່ລະ​ແຫ່ງ​ຢ່າງ​ໜ້ອງ​ຕ້ອງ​ມີ​ເນື້ອ​ທີ່​ເຖິງ300​ຕາ​ແມັດ.ທ່ານ​ໂຈ່​ວ​ເຮີ​ພິງ​ເຫັນ​ວ່າ,ນີ້​ຈະ​ປັບ​ປຸງ​ສະພາບ​ຂາດ​ເຂີນ​ຊີວິດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ກະສິກອນ​ຢູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ອີງ​ຕາມ​ແຜນ​ການທີ່ລັດຖະບານ​ຈີນວາງ​ອອກ​ກ່ອນ​ໜ້າ​ນີ້,​ເມື່ອ​ຮອດ​ທ້າຍ​ປີ2010,ລັດຖະບານ​ຈະ​ໃຊ້​ງົບ​ປະມານ​ເກືອບ4​ຕື້​ຢວນ,ສ້າງ​ສູນ​ວັດ​ທະ​ນະ​ທຳ​ໃນ​ຊົນນະ​ບົດ​ໃຫ້​ໄດ້ເຖິງ2​ໝື່ນ​ກວ່າ​ແຫ່ງ​ເພື່ອບັນລຸ​ເປົ້າ​ໝາຍ​ທີ່​ໃຫ້​ທຸກໆ​ບ້ານມີ​ສູນວັດທະນະທຳ​ໂດຍ​ພື້ນຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>