ຈີນ​ຈະ​ເພິ່ມທະວີ​ການຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ພະລັງງານ​ສີຂຽວ​ຕື່ມ​ອີກ

(GMT+08:00) 2008-11-17 16:07:15 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ17 ພະຈິກ​ນີ້, ​ເວທີ​ປຶກສາ​ຫາລື​ພະລັງງານ​ສີຂຽວ​ຈີນ-​ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປຶກສາ​ຫາລື, ທ່ານ​ຮານ​ສີ​ເຕີ ຮອງ​ປະທານ ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນກ່າ​ວວ່າ,​ໃນ​ດ້ານຊຸກ​ຍູ້​ພະລັງງານ​ສີຂຽວ​ໃຫ້​ພັດທະນາ,ຈີນ​ໄດ້​ຮັບ​ຜົນງານອັນ​ເດັ່ນ​ຊັດ, ​ແລະ​ຈະ​ເພິ່ມທະວີ​ການ​ຮ່ວມ​ມື​ສາກົນ​​ໃນ​ຂົງ​ເຂດນີ້​ຕື່ມ​ອີກ.

ທ່ານ​ຮານ​ສີ​ເຕີ​ກ່າວ​ວ່າ, ຈີນ​ໄດ້​ປະກາດ​ແຜນການ​ແຫ່ງລັດ​ທີ່​ຮັບ​ມື​ກັບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ​ໃນ​ເດືອນ​ມິຖຸນາ​ 2007, ກົດໝາຍ​ວ່າ​ດ້ວຍ​ປະ​ຢັດ​ພະລັງງານ​ທີ່ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປັບປຸງ​​​ໃໝ່ນັ້ນ​ກໍ່​ໄດ້​ເລິ່ມປະຕິບັດ​ໃນ​ວັນ​ທີ1 ​ເມ​ສາປີ​ນີ້. ​ໃນ​ສະ​ເພາະ​ໜ້າ​ນີ້,ຈີນ​ໄດ້​ຖື​ນະ​ໂຍບາຍ ​ແລະ ມາດ​ຕະການ​ທີ່​ປະຢັດ​ພະລັງງານ ​ແລະ ປັບປຸງ​ອົງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ນະ​ໂຍບາຍ​ຮັບ​ມື​ກັບ​ດິນ​ຟ້າ​ອາກາດ​ປ່ຽນ​​ແປງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>