ປະ​ລິ​ມານ​ຜະ​ລິດ​ລະ​ຄອນ​ໂທ​ລະ​ພາບ​ຂອງ​ຈີນ​ຂຶ້ນ​ເປັນ​ອັນ​ດັບ​ທີ​1​ໃນ​ໂລກ

(GMT+08:00) 2008-11-18 11:59:56 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ໜັງສື​ພິມ​​ປະຊາ​ຊົນລາຍ​ວັນ:ວັນ​ທີ17​ພະຈິກ​ນີ້ ນັກ​ຂ່າວ​​ໄດ້​ຊາບ​ຈາກ​ກົມ​ໃຫຍ່ວິ​ທະຍຸ​ຮູບ​ເງົາ​​ໂທລະ​ພາບ​ແຫ່ງ​ຊາດ​ຈີນ​ແຈ້​ງ​ໃຫ້​ຊາບ​ວ່າ,ຜ່າ​ນການ​ພັດທະ​ນາ​ຂອງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍນອກ​30ປີ​ມາ​ນີ້,ຈີນ​ໄດ້​ກາຍ​ເປັນປະ​ເທດ​ໃຫຍ່​ໃນ​ການ​ຜະລິດ​ລະ​ຄອນ​​ໂທລະ​ພາບ​​.ທົ່ວ​ປະ​ເທດ​ຈີນຜະລິດ​ລະ​ຄອນໂທ​ລະພາບ​ສະ​ເລ່ຍປະ​ມານ40​ຕອນ​​ຕໍ່​ມື້,​ເປັນອັນ​ດັບ​ທີ1​ໃນ​ໂລກ.

ປີນີ້​ແມ່ນ​ປີ​ທີ່ຄົບ​ຮອບ​ການ​ເລີ່​ມຜະລິດ​ລະຄອນ​ໂທລະ​ພາບ50​ປີ.ນັບ​ແຕ່​ໄລ​ຍະ18ປີ​ທີ່​ເລີ່​ມອອກ​ອາກາດ​ລະ​ຄອນ​​ໂທລະ​ພາບ​​ເລື່ອງ​ທີ​ໜຶ່ງ​​​ໃນປີ​1958ຫາ​ປີ1976,​ທົ່ວ​ປະ​ເທດ​ອອກ​ອາກາດ​​ລະ​ຄອນ​​ໂທລະ​ພາບພຽງ​ແຕ່180​ກວ່າ​ເລື່ອງ.​ໃນ​ໄລຍະ​10ປີ​ແຕ່1978​ຫາ1987,​ຍອດປະ​ລິ​ມານ​ຜະລິດ​ລະຄອນ​ໂທລະ​ພາບ​​ໄດ້​ເພີ່ມ​ຂຶ້ນ​​ເກືອບ​ເປັນ5600​ຕອນ,​ແມ່ນ3​ເທົ່າ​ຂອງ20ປີ​ກ່ອນ.ປີ2007 ປະລິ​ມານ​ການ​ຜະລິດ​ລະຄອນ​​ໂທລະ​ພາບ​ຂອງ​ປີ2007​ບັນລຸ​529​ເລື່ອງ ​ເກືອບ1500​ຕອນ,​ເປັນອັນ​ດັບ​ທີ1​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>