ຈີນ​ຈະ​ຈັດ​ງານວາງສະ​ແດງ​ວິ​ທະຍາ​ສາດ​ເຕັກ​ນິກ​ປະ​ຢັດ​ພະລັງງານ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ ​​ແລະ ພະລັງງານ​ໃໝ່​​ເປັນ​ເທື່ອ​ທຳ​ອິດ

(GMT+08:00) 2008-11-18 15:19:37 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ງານວາງສະ​ແດງ​ວິ​ທະຍາ​ສາດ​ເຕັກ​ນິກ​ປະ​ຢັດ​ພະລັງງານ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ ​​ແລະ ພະລັງງານ​ໃໝ່​​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ປັກ​ກິ່ງ​ໃນ​ເດືອນ​ມີນາ 2009, ​​ຫົວ​ຂໍ້​ຫຼັກ​ແມ່ນ"ວິທະຍາ​ສາດ​ເຕັກ​ນິກຊຸກ​ຍູ້ການ​ປະຢັດ​ພະລັງງານ ​ແລະ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ, ວິທະຍາສາດ​ເຕັກ​ນິກສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ".

ງານ​​ເທື່ອ​ນີ້ມີ​ຈຸດປະສົງ​ສະ​ແດງໝາກຜົນ ​ແລະ ຜະລິດ​ຕະພັນ​ວິທະຍາສາດ​ເຕັກນິກ​​ໃໝ່ສຸດ​ໃນ​ຂົງ​ເຂດ​ປະ​ຢັດ​ພະລັງງານ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ ​​ແລະ ພະລັງງານ​ໃໝ່ຂອງ​ຈີນ ​ແລະ ຕ່າງປະ​ເທດ, ຊຸກ​ຍູ້​ການ​ຊື້​ຂາຍ ​ແລະ ຍົກ​ສູງໝາກຜົນເຕັກນິກ​ທີ່​ກ່ຽວຂ້ອງ.

ນອກ​ນີ້,ຍັງ​ຈະ​ຈັດ​ກິດຈະກຳ​ຕ່າງໆ ​ເຊັ່ນ,ເວ​ທີ​ປຶກສາ​ຫາລື​ປະ​ຢັດ​ພະລັງງານ ​ແລະ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ, ​ແລະ​ງານ​ວາງສະ​ແດງ​ວິທະຍາສາດ​ປະ​ຢັດ​ພະລັງງານ ​ແລະ ຫຼຸດ​ການ​ສ້າງ​ມົນ​ລະ​ພິດ​ເປັນ​ຕົ້ນ,​ເພື່ອ​ຍົກສະຕິ​ປະຢັດ​ພະລັງງານ​ຂອງ​ທົ່ວ​ສັງຄົມ​ໃຫ້​ສູງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>