ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ເຕີ​ບ​ໂຕ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ

(GMT+08:00) 2008-11-18 17:07:58 cri
-----------------------------------------------------------------------------------------------------------------

ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ທີ່​​ແຜ່ລາມ​ໃນ​ທົ່ວ​ໂລກ​ໄດ້​​ເຮັດ​ໃຫ້​ເສດຖະກິດ​ຂອງອາ​ເມ​ລິ​ກາ ສະຫະພາບ​​ເອີ​ລົບ​​​ເຕີບ​ໂຕ​ຊ້າ​ລົງ,​ເສດຖະກິດ​ຂອງ​ເຂດ​ແຄວ້ນ​ດັ່ງ​ກ່າວ​ອາດ​ຈະ​ຕົກ​ຢູ່​ໃນ​ສະພາບ​​ຊຸດ​​ໂຊມຕື່ມ​ອີກ.ສະນັ້ນ,​ໃນ​ຖານະ​ທີ່​ເສດຖະກິດ​ຈີນ​ເປັນ "ຫົວ​ຈັກ​ຂອງ​ເສດຖະກິດ​ໂລກ"ໜຶ່ງ​ໃນ​ທົ່ວ​ໂລກ,ຈະ​ດຳ​ເນີນ​ງານ​ແລະຢຸດຕິ​ວິ​ກິດ​ການ​ຮອບ​ນີ້​ໄດ້​ຫຼື​ບໍ່?ນັກວິ​ເຄາະ​ເຫັນວ່າ,​ໂດຍ​ປະ​ເຊີນກັບ​ວິ​ກິດ​ການ​ທາງ​ດ້ານ​ການ​​ເງິນ​​ໃນ​​ທົ່ວ​ໂລກ,ຈີນ​ມີ​ຄວາມ​ໝັ້ນ​ໃຈ ​ແລະກໍ່​ມີ​ຄວາມ​ສາມາດ​ສື​ບຕໍ່​ຮັກສາ​ຄວາມ​ເຕີບ​ໂຕ​ທາງ​ເສດຖະກິດ​ທີ່​ໝັ້ນທ່ຽງ​ແລະ​ອ່າວ​ໄວ,ພ້ອມ​ທັງ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​​ໂລກ.

ຂະ​ແໜງ​ການທະ​ນາຄານ​ແມ່ນ​ຂະ​ແໜງທຳ​ອິດຂອງ​ຈີນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ທົ່ວ​ໂລກ​ຄັ້ງນີ້,​ແຕ່​ວ່າ ສະພາບ​ການ​ຂອງ​ຂະ​ແໜງການ​ທະນາຄານ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ໄດ້ຮັບ​ຜົນ​ກະທົບ​ໜັກ​ໜ່ວງຫຼາຍ.​ນີ້​ກໍ່ຍ້ອນ​ວ່າ ​ເງິນຕາ​ຕ່າງປະ​ເທດສຳ​ຮອງ​ຂອງ​ຈີນ​ສ່ວນ​ຫຼາຍ​ແມ່ນ​ໄດ້​ຊື້​ພັນ​ທະ​ບັດ​ແຫ່ງລັດ​​ຂອງອາ​ເມ​ລິ​ກາທີ່​ມີ​ຄວາມປອດ​ໄພ​ຫຼາຍ,ຫຼັງ​ຈາກ​ບໍລິສັດ​​ແຟນນີ​ເມ​ແລະ​ບໍລິສັດ​ເຟຣດີດ ມັກ​ຖືກ​ລັດຖະ​ບານ​ອາ​ເມ​ລິ​ກາ​ຮັບຊື້ເປັນ​ຂອງ​​ລັດ​ແລ້ວ​,ພັນທະ​ບັດຂອງ​ສອງ​ບໍ​ລິ​ສັດ​ດັ່ງກ່າວ​ທີ່​ສະ​ຖາ​ບັນ​ການ​ເງິນ​ຈີນຊື້​ນັ້ນ ຈະ​ມີ​ການ​ຮັບປະກັນ​ໃນ​ການກູ້​ເອົາຕົ້ນ​ທຶນ​ແລະດອກ​ເບ້ຍ​ກັບ​ຄືນ​ມາ​ໃນ​​ເວລາ​ຮອດ​ກຳນົດ.

ທ່ານ​ຢີ້ກາງ ຮອງຜູ້​ວ່າການ​ທະນາ​ຄານ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ,ປະຈຸ​ບັນ ການ​ຈໍລະ​ຈອນ​ຂອງ​ລະບົບ​ທະນາ​ຄານ​ຈີນ​​ພຽງພໍ,ທຶນ​ໄຫຼ​ເຂົ້າກັບ​ໄຫຼອອກ​ມີ​ຄວາມ​ດຸ່ນດ່ຽງ​ໂດຍ​ພື້ນຖານ.ຄຽງ​ຄູ່​ກັບ​ນະ​​ໂຍບາຍ​​​ເງິນຕາ​ທີ່​ຜ່ອນ​ຍານ​ຢ່າງ​ພໍ​ດ້າມພໍດີ,ຈະ​ໄດ້​ຮັບ​ການ​ປະຕິ​ບັດ ​ເງິນ​ກູ້​ກໍ່​ຈະ​ໄດ້​ປ່ອຍ​ຫຼາຍ​ຂຶ້ນ​ຕື່ມ,ນີ້​ຈະຫຼຸດ​ຜ່ອນ​ຄວາມ​ຫຍຸ້ງຍາກ​ດ້ານທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈຳ​ນວນ​ຫຼວງ​ຫຼາຍຢ່າງ​ຈະ​ແຈ້ງ.

ທ່ານ​ລີ​ຢາງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ເງິນ​ສະພາ​ບັນດິດ​ວິທະຍາ​ສາດ​ສັງຄົມຈີນ​ເຫັນ​ວ່າ,​ເຖິງ​ວ່າ​ລະບົບ​ທະນາ​ຄານ​ຂອງ​ຈີນ​ຖືກ​ຜົນ​ກະທົບ​ໂດຍ​ກົງບໍ່​ຫຼາຍປານ​ໃດ,​ແຕ່​ວ່າ​ຕ້ອງ​ຖອດ​ຖອນ​ບົດຮຽນ​ຈາກທາງ​ລົບ,ຍຶດໝັ້ນ​ຫຼັກການ​ທີ່ທະ​ນາຄານ​ຮັບ​ໃຊ້ເສດຖະກິດ​ອົງ​ກອນ​ຮູ​ບປະ​ທຳ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ,ຫຼີກ​ເວັ້ນບໍ່​ໃຫ້ຂະ​ແໜງ​ການທະ​ນຄານພັດ​ທະນາ​ຢ່າງ​ໃຫຍ່​ຫຼວງ​ເກີນ​ໄປ.

ນັບແຕ່​​ເດືອນ​ກັນຍາ​ມານີ້,ຍ້ອນ​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ,​ການ​ເຕີບ​ໂຕ​ຂອງເສດ​ຖະກິດ​ຈີນ​ເລີ່​ມຊັກຊ້າ​ລົງ.ສະ​ນັ້ນ,ລັດ​ຖະບານ​ຈີນ​ໄດ້​ປັບປຸງ​ນະ​​ໂຍບາຍ​ເສດຖະ​ກິດ​ມະຫາ​ພາກ​ຢ່າງ​ໃຫຍ່​ຫຼວງ,​ເລີ່​ມປະຕິບັດ​ນະ​ໂຍບາຍ​ການ​ເງິນ​ອັນຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນ​ຍານ​ຢ່າງ​ພໍ​ດ້າມ​ພໍດີ,ພ້ອມ​ທັງ​ໄດ້​ວາງ​10ມາດ​ຕະການ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ,ຕົກລົງ​ແຜນການ​ກະ​ຕຸ້ນ​ເສດຖະ​ກິດ​ທີ່​ໃຊ້​ງົບປະມານ​ເຖິງ4000​ຕື້​ຢວນ.ມາດ​ຕະການ​ເຫຼົ່ານີ້,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຈີນ​ມີ​ຄວາມ​ຕັດສິນ​ໃຈແລະ​ຄວາມໝັ້ນ​ໃຈ​ຢ່າງ​ເຕັມທີ່​ໃນ​ການ​ຮັກສາ​ເສດຖະກິດ​ໃຫ້​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ.ຕາມ​ການ​ຄາດ​ຄະ​ເນ,​ແຜນການ​ກະ​ຕຸ້ນ​ເສດຖະ​ກິດ​ຂອງ​ຈີນ​ຈະ​ສາມາດ​ຊຸກຍູ້​ໃຫ້​ເສດຖະ​ກິດ​​ໃນ​ປີໜ້າ​ເພີ່ມ​ຂຶ້ນ​1,8%​.

ທີ່​ຈິງ​ແລ້ວ, ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ເທື່ອ​ນີ້​ກໍ​ໄດ້​ສະ​ໜອງ​ໂອກາດ​ກາ​ນປ່ຽນ​ແປງ​ຂອງ​ເສດຖະກິດ​ຈີນ. ຖ້າວ່າ​ຊຳລະ​ຢ່າງ​​ເໝາະ​ສົມ, ຈີນ​ສາມາດ​ປ່ຽນ​ແປງ​ລະດັບ​ອາ​ໄສ​ການ​ຄ້າ​ກັບ​ຕ່າງປະ​ເທດ​ອ່າວ​ສູງ​ຂອງ​ຕົນ, ​ໂດຍ​ຜ່ານ​ການ​ກະຕຸກ​ຄວາມ​ຕ້ອງການ​ພາຍ​ໃນ​​ເພື່ອ​ບັນລຸ​ຄວາມ​ດຸນດຽງ​ຂອງ​ອົງ​ປະກອບ​ເສດຖະກິດ. ມາດ​ຕະການ​​ໃໝ່ 10 ຂໍ້​ທີ່​ລັດຖະບານ​ຈີນ​ວາງ​ອອກ​ເພື່ອ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ, ຈຸດ​ໜັກ​ແມ່ນ​ໂຄງການ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ​ແລະ​ເອົາ​ໃຈ​ໃສ່​ນຳ​ຄວາມ​ດຸ​ນດຽງທີ່​ກອບ​ກູ້​ຕະຫຼາດ​ແລະ​ພັດທະນາ​ແບບ​ຍຶນຍົງ. ​ໂດຍ​ສະ​ເພາະ​​ແມ່ນ​ງ່ຽງ​ໄປ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຊົນ ນະ ບົດ. ທ່ານ​ຫວາງ​ຈຸ່ນ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ​ແຜນ ການ​ກະຕຸກ​ຄວາມ​ຕ້ອງການ​ພາຍ​ໃນ​ຂອງ​ຈີນ​ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ເສດຖະກິດໂລກ.

ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດG20, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ, ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ສາກົນ​ເຮັດ​ໃຫ້​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ກໍ​ໄດ້​ຮັບ​ຜົນ​ສະທ້ອນ. ຈີນ​ໄດ້​ປັບປຸງ​ນະ​ໂຍບາຍ​ໃນ​ທັນທີ​ຕາມ​ການ​ປ່ຽນ​ແປງຂອງ​ສະຖານະ​ການ, ​ເພີ່ມ​ທະວີ​ການ​ດັດສົມ​ມະຫາ​ພາກ, ​ແລະ​ໄດ້​ຮັບ​ກາ​ທ່ວງທ່າ​ທີ່​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ, ທ່ວງທ່າ​ພື້ນ​ຖານ​ຂອງ​ການ​ພັດທະນາ​ເສດຖະກິດ​ຈີນ​ບໍ່​ໄດ້​ປ່ຽນ​ແປງ. ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ​ກໍ​ແມ່ນ​ສ່ວນ​ປະກອບ​ສຳຄັນ​ຕໍ່​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ການ​ເງິນ​ສາກົນ​ແລະ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>