ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,ວິ​ກິດ​ການ​ການ​ເງິນ​ແຜ່ລາມ ປະຊາ​ຄົມ​ໂລກຍິ່ງ​ຄວນ​ເພິ່ມທະວີ​ການ​ຮ່ວມ​ມື​ເພື່ອຮັບ​ມື​ກັບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງຢ່າງ​ໜັກ​ແໜ້ນ

(GMT+08:00) 2008-11-19 11:12:55 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ19 ພະຈິກ​ນີ້, "ໜັງສືພິມ​ປະຊາຊົນ​ລາຍ​ວັນ"​ໄດ້ພິມ​ຄຳປາ​ໄສ​ຂອງ​ທ່ານ​​​ເວີນ​ເຈຍ​ປາວ ນາຍົກັດ​ຖະມົນຕີ​ຈີນ​ທີ່​ກ່າວ​ໃນງານ​ສຳ​ມະ​ນາ​ລະດັບສູງກ່ຽວ​ກັບ​ການ​ພັດທະນາ​ ​ແລະ ​ໂອນ​ເຕັກນິກ​ຮັບ​ມື​ກັບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ​ໃນ​ວັນ​ທີ7 ພະຈິກ​ນີ້. ທ່ານ​ເວີນ​​ເຈຍ​ປາວ​ກ່າວ​ວ່າ, ​ໃນ​ປະຈຸ​ບັນນີ້, ວິ​ກິດ​ການ​ການ​ເງິນ​ສາກົນ​ແຜ່​ລາມຢ່າງດຸ​ເດືອດ, ປະຊາ​ຄົມ​ໂລກຍິ່ງ​ຄວນ​ເພິ່ມທະວີ​ການ​ຮ່ວມ​ມື, ​ເພື່ອຮັບ​ມື​ກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​​ຢ່າງ​ໜັກ​ແໜ້ນ

ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,ປັດຈຸບັນ, ຈີນ​ພວມ​ຢູ່​ໃນ​ໄລຍະ​ອຸດສາຫະກຳ​ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ລະບາຍ​ອາຍ​ພິດເຮືອນ​ແກ້ວສະ​ເລ່ຍຕໍ່​ຫົວ​ຄົນ​ບໍ່​ຮອດ1/3ຂອງ​ປະ​ເທດທີ່​ພັດທະນາ​ແລ້ວ,ພ້ອມ​ທັງ​ໃນ​ດ້ານ​ຍອດປະລິ​ມານ​ການ​ລະບາຍມົນ​ລະ​ພິດ,ມີ​ສ່ວນ​ໜຶ່ງ​ແມ່ນ​ການ​ລະບາຍ​ເພື່ອ​ຮັບປະກັນ​ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ລະບາຍ​ຍ້ອນການ​ຍ້າຍອຸດສາຫະກຳ​ຜະລິດຂອງ​ສາກົນ. ຈີນ​ປະ​ເຊີນ​ໜ້າ​ກັບ​ແຮງ​ກົດ​ດັນ​ຫຼາຍ​ດ້ານ ​ເຊັ່ນ,ພັດທະນາ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ,​ແລະຫຼຸດ​ການ​ລະບາຍ​ອາຍ​ພິດເຮືອນ​ແກ້ວ​ເປັນ​ຕົ້ນ. ລັດຖະບານ​ຈີນ​ຈະ​ປະຕິບັດຮູບ​ການ​ຜະລິດ,ຮູບ​ການດຳລົງ​ຊີວິດ​ ​ແລະ ຮູບ​ແບບ​ບໍລິ​ໂພ​ກທີ່​ມີ​ຜົນ​ດີ​ຕໍ່​ການປະ​ຢັດ​ພະລັງງານ ​ແລະ ອະນຸລັກ​ສິ່ງ​ແວດ​ລ້ອມຢ່າງ​ໜັກ​ແໜ້ນ, ​ແລະ​ຊຸກ​ຍູ້​ທົ່ວ​ສັງຄົມ​​ເດີມ​ຕາມ​ເສັ້ນທາງພັດທະນາ​ແບບ​ຍືນ​ຍົງ​ທີ່​ການ​ຜະລິດ​ພັດທະນາ,ຊີວິດ​ການ​ເປັນ​ຢູ່​ຮັ່ງມີ ​ແລະ ສິ່ງ​ແວດ​ລ້ອມດີງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>