ຈີ​ນ​ໄດ້ອະນຸມັດ​ສ້າງສູນ​ຊ່ວຍ​ເຫຼືອ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ44​ແຫ່ງ

(GMT+08:00) 2008-11-20 11:04:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ຈີນ​ໄດ້​ມີສູນ​ຊ່ວຍ​ເຫຼືອ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ44​ແຫ່ງ​ໄດ້​ຮັບ​ການອະນຸມັດ​ສ້າງ​ຕັ້ງ​ຈາກກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ,​ໃນ​ນັ້ນ​ມີ10​ແຫ່ງ​​ໄດ້​​ເລິ່ມເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຈ່ຽງຊີນ ຮອງ​ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​​​ແຈ້ງ​ໃຫ້​ຊາບ​ໃນ​ງານ​ສຳ​ມະ​ນາວ​ຽກງານຊ່ວຍ​ເຫຼືອ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຈຸ​ງກິ​ງ​ ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ19 ພະຈິກ​ນີ້.

ໜ້າ​ທີ່​ຕົ້ນຕໍ​ຂອງສູນຊ່ວຍ​ເຫຼືອ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ໃຫ້ການ​ບໍລິການທີ່​ມີ​ຈຸດ​ໝາຍ​ແກ່​​ເຈົ້າ​ຂອງ​ລິ​ຂະ​ສິດ, ນອກຈາກ​ການ​ຊ່ວຍ​​ເຫຼືອ​ດ້ານເສດຖະກິດ, ຍັງລວມທັງ​ໃຫ້ການປຶກສາ​ດ້ານກົດໝາຍ, ແລະ​ເຕົ້າໂຮມຂໍ້​ມູນ​ຂ່າວສານ,​ເພື່​ອ​ແກ້​ໄຂ​ຄະດີອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>