ການ​ປະຕິ​ຮູບ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ​ເຮັດ​ໃຫ້​ສື່​ມວນ​ຊົນຂອງ​ຈີນ​ມີ​ຄວາ​ມໝັ້ນ​ໃຈ​ຫຼາຍ​ຂຶ້ນ

(GMT+08:00) 2008-11-24 16:44:19 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້, ງານ​ສຳ​ມະ​ນາ​ການ​ພັດທະນາ ​ແລະ ການ​ປະ​ຕິ​ຮູບ​ສື່​ມວນ​ຊົນ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ຈີ​ນານ​ນະຄອນ​ກວາງ​ໂຈ່​ວ, ຜູ່​ຊ່ຽວຊານ​ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ, ຈີນ​ດຳ​ເນີນການ​ປະຕິ​ຮູບ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ​​ເປັນ​ເວລາ30ປີ ​ໄດ້ເຮັດ​ໃຫ້​ສື່​ມວນ​ຊົນຂອງ​ຈີນ​ມີ​ຄວາ​ມໝັ້ນ​ໃຈ​ຫຼາຍ​ກວ່າ​ເກົ່າ.

ໃນ​ງານ​ສຳ​ມະ​ນາ, ຜູ່​ຊ່ຽວຊານ​ຫຼາຍ​ທ່ານ​ເຫັນ​ວ່າ, "ຂໍ້​ກຳນົດ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ລັດຖະບານ​ຂອງ​ສາທາ​ລະ​ນາ​ລັດ​ປະຊາຊົນ​ຈີນ"ທີ່​ເລິ່ມປະຕິບັດ​ໃນ​ເດືອນ​ພຶດສະພາ​ປີ​ນີ້​ແມ່ນຫຼັກ​ໝາຍ​ທາງ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ສື່​ມວນ​ຊົນ​ຈີນ​. ພວກ​​ທ່ານ​ເຫັນ​ວ່າ, ລັດຖະບານ​ເປີດ​​ເຜີຍ​ຂໍ້​ມູນ​ຂ່າວສານ ​ແລະ ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ ​ໄຂ​ປະຕູ​ຕໍ່​ນັກ​ຂ່າວ​ຕ່າງ​ປະ​ເທດ, ທັງ​ໝົດ​ເຫຼົ່າ​ນີ້ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>