30%​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ຂຶ້ນ​ເວ​ບ​ໄຊ​ດ້ວຍ​ມື​ຖື

(GMT+08:00) 2008-11-24 17:53:33 cri
-----------------------------------------------------------------------------------------------------------------
ຕາມຂ່າວ​ໜັງສືພິມ​ປະຊາຊົນ​ລາຍວັນ:ວັນ​ທີ24​ພະຈິກ​ນີ້ "ບົດ​ລາຍ​ງານ​ຜະ​ລິດ​ຕະກຳ​ພິມ​ຈຳໜ່າຍ​ດີ​ຈິ​ຕອນ​ຈີນ​ປະຈຳ​ປີ2007​-2008"ທີ່​ເຜີຍ​ແຜ່​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ທ້າ​ຍເດືອນ​ມິຖຸ​ນາຂອງ​ປີນີ້,​ໃນຈຳນວນ​ຜູ້​​ໃຊ້​ອິນ​ເຕີເນັດ​253ລ້ານ​ຄົນ​ຂອງ​ຈີນ,ຜູ້​​ທີ່​ຂຶ້ນ​ເວບ​​ໄຊ​ດ້ວຍ​ມື​ຖື​ມີ​ເຖິງ73​ລ້ານ5​ໝື່ນ​ຄົນ​ເທົ່າ​ນັ້ນ,​​ເກືອ​ບ30%.

ບົດ​ລາຍ​ງານ​ປະຈຳ​ປີ​ສະບັບນີ້​ແຈ້ງວ່າ,​ໃນ​ຖານະ​ທີ່ເປັນ​ສື່ຊະ​ນິດໃໝ່,ມື​ຖື​ມີ​ຄວາມ​ສາມາດ​ພັດທະນາ​ຕໍ່​ໄປ​ຢ່າງກວ້າງ​ຂວາງ.ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ຜູ້​​ທີ່ໃຊ້​ມື​ຖື​ຂອງ​ຈີນ​​ໄດ້​ບັນລຸ​550ລ້ານ​ຄົນ,ອັດ​ຕາ​ເຜີ​ຍ​ແຜ່​ມື​ຖືໃຫ້​ທົ່ວ​​ເຖິງນັບ​ມື້ນັບ​ສູງ​ຂຶ້ນ.

ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,ໃນ​ວຽກ​ງານ​ພິມ​ຈຳໜ່າຍ​ທີ່​ຜູ້​ໃຊ້​ອິນ​ເຕີເນັດ​​ໃຊ້ຫຼາຍ​ກວ່າໝູ່​ຢູ່​ຈີນ​ໃນ​ປະຈຸບັນ,ການ​ດາວ​ໂຫຼ​ດສຽງ​ແລະ​ຮູບ​ພາບ​ເຂົ້າ​ໃນ​ມື​ຖືກ​ວມ​ເຖິງ63%,​ການ​ຊອກຫາ​ຂໍ້​ມູນ​ຈາກ​ເວ​ບ​ໄຊ​​ແບບວິ​ທະຍຸ​ກວມ48%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>