ທ່ານ​ອູ​ເຢິນ​ປາວ​ ອະ​ດີດ​ເລ​ຂາ​ຄະ​ນະ​ພັກ​ຂອງ​ບ້ານ​ຮວາ​ຊີ່

(GMT+08:00) 2008-11-26 15:56:05 cri
-----------------------------------------------------------------------------------------------------------------
ບ້ານ​ຮວາ​ຊີ່​ຕັ້ງຢູ່​ເມືອງ​ຈ່ຽງອິ່ນ​ຂອງ​ແຂວງ​ຈ່ຽງຊູ່,​ແຕ່​ເດີມ​ແມ່ນ​ບ້ານ​ນ້ອຍໆ​​ທີ່​ມີ​ເນື້ອ​ທີ່​ບໍ່​ຮອດ​1​ກິ​ໂລ​ຕາ​ແມັດຊ້ຳ​ແລະ​ມີ​ປະ​ຊາ​ກອນ​ບໍ່​ຮອດ​ພັນ​ຄົນ.​ແຕ່​ດຽວ​ນີ້,​ບ້ານ​ຮວາ​ຊີ່​ໄດ້​ຈາກ​ບ້ານ​ນ້ອຍ໋ໆ​ທີ່​ບໍ່​ມີ​ຊື່​ສຽງ​ກາຍ​ເປັນ​ບ້ານ​ທີ່​ຮັ່ງ​ມີ​ກວ່າ​ໝູ່​ຂອງ​ຈີນ,​ທັງ​ໝົດ​ເຫຼົ່າ​ນີ້​ຕັດ​ຂາດ​ຈາກ​ຜົນ​ງານ​ຂອງ​ທ່ານ​ອູ​ເຢິນ​ປາວ ອະ​ດີດ​ເລ​ຂາ​ໜ່ວຍ​ພັກ​ຂອງ​ບ້ານ​ຮວາ​ຊີ່​ບໍ່​ໄດ້.

ປີ1961,​ທ່ານ​ອູ​ເຢິນປາວຂຶ້ນຮັບ​ຕຳ​ແໜ່​ງ​ເປັນ​ເລຂາ​ໜ່ວຍ​ພັກ​ຂອງ​ບ້ານຮວາ​ຊີ່ໃນ​ໄວ33ປີ,​ໃນ​ຄາວ​ນັ້ນ,​ຊາວບ້ານຮວາ​ຊີ່​ທຸກຍາກ​ເຖິງ​ຂັ້ນທີ່​ເຂົ້າຂາດ​ແລງ ​ແກງ​ຂາດ​ໝໍ້.​ທ່ານ​ອູ​ເຢິນ ປາວ​ຊອກ​ຫາ​ທຸກ​ວິທີ​ເພື່ອ​ໃຫ້​ຊາວບ້ານມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ,​ສະ​ນັ້ນ,​ໃນ​ທ້າຍ​ຊຸມ​ປີ 1960,​ທ່ານ​ເລີ່ມ​ພາ​ຊາວ​ບ້ານ​ຮວາ​ຊີ່​ສ້າງ​ໂຮງ​ງານ​ຜະ​ລິດ​ເຄື່ອງ​ໂລ​ຫະ​ນ້ອຍ​ແຫ່ງ​ໜຶ່ງ​ຢ່າງ​ງຽບໆ ​ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ກ້າ​ຫານ,​ເພາະ​ວ່າ​ໃນ​ຄາວ​ນັ້ນ​ມີ​ແຕ່​ອະ​ນຸ​ຍາດ​ໃຫ້ຊາວ​ກະ​ສິ​ກອນ​ເຮັດ​ໄຮ່​​ໄຖ່​ນາ​ເທົ່າ​ນັ້ນ.

ທ່ານ​ອູ​ເຢິນປາວ​ກ່າວ​ວ່າ:"ສ້າງ​ໂຮງງານ​ນີ້​ຂຶ້ນບໍ່​ແມ່ນ​ງ່າຍ,ຖ້າວ່າ​ຜູ້ນຳ​ຂັ້ນສູງ​ມາ​ເຫັນ,​ຂ້ອຍ​ກໍ່​ຕ້ອງ​ອັດ​ປະ​ຕູ​ໂຮງ​ງານ,​ໃຫ້​ກຳ​ມະ​ກອນ​ອອກ​ໄປ​ເສຍ​ຫຍ້າ​ຢູ່​ຕາມ​ໄຮ່​ນາ ຫຼື​ໄປ​ລວງນ້ຳ, ​ເພື່ອ​ໃຫ້​ຜູ້​ນຳ​​ເບິ່ງ​ແລ້ວ​ຮູ້​ສຶກ​ເພີ່ງ​ພໍ​ໃຈ."

ທ້າຍ​ຊຸມ​ປີ1970,ຈີນ​ເລີ່​ມປະຕິບັດ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ແລະ​ຜັນ​ຂະ​ຫຍາຍ​ນະ​ຄອນ​ຄອບ​ຄົວ​ຮັບ​ເໝົາ​ການ​ຜະ​ລິດ​ຢູ່​ຊົນ​ນະ​ບົດ,​ມອບ​ທີ່​ດິນ​ໃຫ້​ຊາວ​ກະ​ສິ​ກອນ​ຮັບ​ເໝົາ​ປູກ​ຝັງ.​ແຕ່​ວ່າ,​ທ່ານ​ອູ​ເຢິນ​ປາວ​ເຫັນ​ວ່າ,ຢູ່​ບ້ານ​ຮວາ​ຊີ່​ຄົນ​ຫຼາຍ​ດິນ​ໜ້ອຍ,​ແຕ່​ອຸດ​ສາ​ຫະ​ກຳ​ມີ​ພື້ນ​ຖານ,​ໂຮງ​ງານ​ຜະ​ລິດ​ເຄື່ອງ​ໂລ​ຫະ​ຂະ​ໜາດ​ນ້ອຍ​ໄດ້​ສ້າງ​ຜົນ​ກຳ​ໄລ​ລ້ານ​ກວ່າ​ຢວນ​​​ໃຫ້​ຊາວ​ບ້ານ​ມາ​ແລ້ວ,​ການ​ແບ່ງ​ປັນ​ທີ່​ດິນ​ໃຫ້​ຄອບ​ຄົວ​ຮັບ​ເໝົາ​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ບ້ານ​ຮວາ​ຊີ່.​ທ່ານ​ອູ​ເຢິນ​ປາວ​ຄິດ​ໄປ​ຄິດ​ມາ​​ ຫຼາຍ​ມື້​ກໍ່​ນອນ​ບໍ່​ຫຼັບ,​ໃນ​ທີ່​ສຸດ​ລາວ​ໄດ້​ທຳ​ການ​ຕົກ​ລົງ,​​ຕັດ​ສິນ​ອະ​ນາ​ຄົດ​ຂອງ​ບ້ານ​ຮວາ​ຊີ່,​ນັ້ນ​ກໍ​ຄື ບ້ານ​ຮວາ​ຊີ່​ຍັງ​ຈະເດີນ​ຕາມ​ເສັ້ນ​ທາງ​ທີ່​ສ້າງ​ຄວາມ​ຮັ່ງ​ມື​​ແບບ​ລວມ​ໝູ່,​ບໍ່​ແບ່ງ​ປັນ​ທີ່​ດິນ​ໃຫ້​ຄອບ​ຄົວ.​ໄຮ່​ນາ​40​ກວ່າ​ເຮັກ​ຕາ​ທີ່​​ດິນ​ດີມອບ​ໃຫ້​ຜູ້​ເຮັດນາ​ເກັ່ງ30​ກວ່າ​ຄົນ​​ໃນ​ບ້ານ​ຮັບ​ເໝົາ​ການ​ປູກ​ຝັງ,​ສ່ວນ​ແຮງ​ງານ​ອື່ນໆ​ຂອງ​ບ້ານ​ລ້ວນ​ແຕ່​ລົງ​ສູ່​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂອງ​ບ້ານ.​ແຕ່​ນັ້ນ ມາ,ບ້ານ​ຮວາ​ຊີ່​ໄດ້​ສ້າງvຕັ້ງ​ວິ​ສາ​ຫະ​ກິດ​ຂຶ້ນ​ອີກ​ຫຼາຍ​ແຫ່ງ,​​ບໍ່​ດົນ,​ມູນ​ຄ່າ​ການ​ຜະລິດຂອງ​ບ້ານ​ຮວາ​ຊີ່​ໄດ້​ບັນລຸ100​ລ້ານ​ຢວນ​.

ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໄດ້​ສ້າງ​ເວທີ​ສະ​ແດງ​ຄວາມ​ສາມາດ​ໃນານຄົ້ນຄິດ ໃຫ້​ອູ​ເຢິນປາວ​ໃນ​ຖາ​ນະ​ເປັນ​ນັກ​ວິ​ສາ​ຫະ​ກິດ.​ຕົ້ນ​ເດືອນ​ມີ​ນາ​1992,​ເມື່ອ​ໄດ້​ເຫັນ​ບົດແຈ້ງ​ຂ່າວ​ກ່ຽວ​ກັບ​"ຄຳ​ປາ​ໄສ​ຂອງ​ທ່ານ​ເຕີ້ງ​ສຽວ​ພີ​ງທີ່​ກ່າວ​ໃນ​ເວ​ລາ​ເພິ່ນ​ໄປ​ກວດ​ການ​ຢູ່​ພາກ​ໃຕ້​ຈີນ",​ທ່ານ​ອູ​ເຢິນປາວ​ຮູ້​ສຶກ​ວ່າ ທົ່ວ​ປະ​ເທດ​ຈີນ​ຈະ​ພັດ​ທະ​ນາ​ເສດຖະ​ກິດ​ຢ່າງ​ຂະ​ໜາດ ໃຫຍ່,​ທ່ານ​ຈຶ່ງ​ປະ​ຊຸມ​ຊາວ​ບ້ານ​ໃນ​ຄືນ​ນັ້ນ​ເລີຍ,​ລະ​ດົມ​ຂົນ​ຂວາຍ​ທຶນ​ຮອນ​ທັງ​ໝົດ,​ຊື້​ວັດ​ຖຸ​ດິບ​ຈຳ​ນວນ​ຫຼວງ​ຫຼາຍ.​ຫຼັງ​ຈາກ​ນັ້ນ​ບໍ່​ດົນ,​ຈີນ​ກໍ່​ເກີດ​ກະ​ແສ​ຟອງ​ການ​ສ້າງ​ສາ​ທີ່​ຈິງ​ຈັງ​ຄື​ກັບ​ການ​ຄາດ​ຄິດ​ຂອງ​ທ່ານ​ອູ​ເຢິນ​ປາວ,​ລາ​ຄາ​ວັດ​ຖຸ​ດິບ​ຖີບ​​ຕົວ​ສູງ​ຂຶ້ນ​ຢ່າງ​​ໄ​ວວາ,​ແຕ່​ບ້ານ​ຮວາ​ຊີ່​ໄດ້​ຊື້​ວັດ​ຖຸ​ດິບ​​ໄວ້​ຢ່າງ​ພຽງ​ພໍ​ດ້ວຍ​ລາ​ຄາ​ຖືກ.​ເລື່ອງ​ນີ້​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ຄົນ​ທັງ​ຫຼາຍ​ມັກ​ເວົ້າ​ທີ່​ສຸດ​ຕໍ່​ການ​ເບິ່ງ​ກວ້າງ​ມອງ​ໄກ​ຂອງ​ທ່ານ​ອູ​ເຢິນ​ປາວ.

ທ່ານ​ອູ​ເຢິນປາວ​ແມ່ນ​ຄົນ​ທີ່​ກ້າ​ຄິດ​ກ້າ​ເຮັດ.ທ່ານ​ກ່າວ​ວ່າ:"ຂ້ອຍ​ມີ​ຄວາມ​ຄິດ​ຕ່າງ​ກັບຄົນ​ອື່ນ,​ຄົນ​ອື່ນ​ຄິດ​ແນວ​ນີ້,ຂ້ອຍ​ກໍ່​ຈະ​ຄິດ​ແນວ​ໃໝ່;ຄົນ​ອື່ນ​ຍັງ​ບໍ່​ທັນ​ໄດ້​ຄິດ,ຂ້ອຍ​ກໍ່​ຄິດ​​ໄວ້ ກ່ອນ;ຄົນ​ອື່ນ​ບໍ່​ທັນ​​ເຮັດ,ຂ້ອຍ​ກໍ່​ຊອກ​ຫາ​ທຸກ​ວິທີ​ໄປ​ເຮັດ;ຄົນ​ອື່ນ​ບໍ່​ກ້າ​ເຮັດ,ຂ້ອຍ​ກໍ່​ພະ​ຍາ​ຍາມ​ໄປ​ເຮັດ."

ຊູ່​ມື້​ນີ້,​"ບ້ານ​ຮວາ​ຊີ່"​ບໍ່​ພຽງ​ແຕ່​​ແມ່ນຊື່​​ບ້ານຊື່ໆ​ແລ້ວ,ມັນ​ຍັງ​ແມ່ນ​ຊື່​ກຸ່ມ​ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່,​ມີ​58​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ບໍ​ລິ​ສັດ,​ຂົງ​ເຂດ​ທຸ​ລະ​ກິດ​ພົວ​ພັນ​ເຖິງ​ຫຼາຍ​ຂະ​ແໜງ​ການ ຄື ​ເຫຼັກ​ກ້າ ຕົ້ມ​ເຫຼົ້າ ​ຕ່ຳແ​ຜ່ນ​ ການ​ທ່ອງ​ທ່ຽວ​ແລະ​ການ​ບໍລິການ​ເປັນ​ຕົ້ນ;​"ບ້ານ​ຮວາ​ຊີ່"ຍັງ​ແມ່ນ​ຍີ່​ຫໍ້​ສິນ​ຄ້າ,​ຜະ​ລິດ​ຕະ​ພັນ​1​ໝື່ນ​ກວ່າ​ຊະນິດ​ທີ່​ຜະລິດ​ໂດຍ​ກຸ່ມ​ບໍ​ລິ​ສັດ​ນີ້​ລ້ວນ​ແຕ່​ຕິດ​ຍີ່​ຫໍ້"ບ້ານ​ຮວາ​ຊີ່",​ແລະ​ສົ່ງ​ຂາຍ​ໃຫ້​45​ປະ​ເທດ​ແລະ​ເຂດ​ແຄ້ວ​ນ.​ຊາວ​ບ້ານ​ຮວາ​ຊີ່​ສ່ວນ​ໃຫຍ່​ໄດ້​ມີ​ເຮືອນ​ວິນ​ລາ,​ທຸກໆ​ຄອບ​ຄົວ​ຢ່າງ​ໜ້ອຍ​ມີ​ລົດ​ເກັ໋ງ​ຄັນ​ໜຶ່ງ,​ເງິນ​ຝາກ​ທະ​ນາ​ຄານ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ມີ​ຫຼາຍ​ກວ່າ​1​ລ້ານ​ຢວນ.​ບ້ານ​ຮວາ​ຊີ່​ຍັງ​ຮ່ວມ​ມື​ກັບ​ບ້ານ​ຢູ່​ອ້ອມ​ຂ້າງ​ປະ​ກອບ​ເປັນ​ບ້ານ​ຮວາ​ຊີ່​ໃຫຍ່,​ເນື້ອ​ທີ່​ກວ້າງ​ອອກ​ຮອດ​30​ກິ​ໂລ​ຕາ​ແມັດ,​ມີ​ປະ​ຊາ​ກອນ​3​ໝື່ນ​ກວ່າ​ຄົນ,​ຖືກ​ເອີ້ນ​​ເປັນ"ບ້ານ​ທີ​ໜຶ່ງ​ຂອງ​ຈີນ".

ທ່ານ​ອູ​​​ເຢິນ​ປາວ​ມີ​ຊື່​ສຽງ​ພ້ອມ​ກັນ​ກັບ​​ບ້ານ​ຮວາ​ຊີ,​ແຕ່​​ເພິ່ນ​ປ່ຽນ​ສຳ​ນຽງ ທ້ອງ​ຖິ່ນ​ຂອງ​ຕົນ​ບໍ່​ໄດ້,​​​ແລະ​ກໍ​​ເວົ້າ​ພາ​ສາ​ຈີນ​ກາງ​ບໍ່​ເປັນ,​ຄົນ​ທັງ​ຫຼາຍ​ຟັງ​ບໍ່​ເຂົ້າ​ໃຈ​ພາ​ສາ​ທ້ອງ​ຖິ່ນ​ຂອງ​​ເພິ່ນ​ຄື​ພາ​ສາ​ຊູ​ນານ.​ສະ​ນັ້ນ,​​ເວ​ລາ​ທ່ານ​ອູ​​ເຢິນ​ປາວ​​ໄປ3​ກອງ​ປະ​ຊຸມ​ຫຼື​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສຳ​ຄັນ​ເມືອງ​ອື່ນ,​ກໍ​ຕ້ອງ ມີ​ຜູ້​ແປ​ພາ​ສາ​​ໃຫ້​ເພິ່ນ,​ຂະ​ໜາດ​ຜູ້​ນຳ​ຂອງ​ຈີນ​ກໍ່​ເຄີຍ​​ໄດ້​ແປ​ພາ​ສາ​ໃຫ້​ເພິ່ນ​ເຊັ່ນ​ກັນ.

"ມີ​ເທື່ອ​ໜຶ່ງ,ຂ້ອຍ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ທີ່​ທ່ານ​ຫຼີ້​ເຜິ​​ງ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ທີ່​ມີ30​ກວ່າ​ຄົນ​ເຂົ້າ​ຮ່ວມ.ພວ​ກ​ເພິ່ນ​ໃຫ້​ຂ້ອຍ​ກ່າວ​ຄຳ​ຄິດ​ຄຳ​ເຫັນ​ກ່ອນ​ໝູ່​,​ແຕ່​​ຫຼາຍ​ຄົນບໍ່​ເຂົ້າ​​ໃຈ​ພາ​ສາ​ທ້ອງ​ຖິ່ນ​ຂອງ​ຂ້ອຍ.​ມີ​​ແຕ່​ທ່ານ​ຫຼີ້​ເຜິ​ງ​ວ່າ​ຟັງ​ເຂົ້າ​ໃຈ​ຢູ່,​ແລະ​​ຊ່ວຍ​ແປ​​ໃຫ້​ຂ້ອຍ,​ຂ້ອຍ​ເວົ້າ​ຄຳ​ໜຶ່ງ,​ທ່ານ​ກໍ​ແປ​ຄຳ​ໜຶ່ງ.​ເມື່ອ​ກອງ​ປະ​ຊຸມ​ສິ້ນ​ຊຸດ​ລົງ​ແລ້ວ,ຄົນ​ທັງ​ຫຼາຍ​ກໍ​ເວົ້າ​ວ່າ:​ທ່ານ​ອູ​ເຢິນ​ປາວ,​ເຈົ້າ​ເກັ່ງ​ອີ່​ຫຼີ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ເປັນ​ຜູ້​ແປ​ພາສາ​ໃຫ້​ເຈົ້າ!"

4ປີ​ກ່ອນ​ນີ້,ທ່ານ​ອູ​ເຢິນປາວ​ບໍ່​​ໄດ້​ເປັນ​ຫົວ​ໜ້າ​ໜ່ວຍ​ພັກຂອງ​ບ້ານ​ຮວາ​ຊີ​​ອີກ​ແລ້ວ,​ແຕ່​ເປັນ​ຜູ້​ຊ່ວຍ​ຂອງ​ລູກ​ຊາຍ​ທີ່​ໄດ້​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ໜ່ວຍ​ພັກ​ຂອງ​ບ້ານ.​ນາງ​ຕ້ວນ​ລີ້​ຈ່ວນ​ທີ່​ເປັນ​ຊາວ​ບ້ານ​ເວົ້າ​ວ່າ,​ທ່ານ​ບໍ່​ໄດ້​​ເປັນ​ຫົວ​ໜ້າ​ແລ້ວ​ແຕ່​ຍັງ​ມີ​ວຽກ​ຫຼາຍ​ຄື​​ເກົ່າ:

"ເພິ່ນ​ສະ​ໜິດ​ສະ​ໜົມ​ກັບ​ພວກ​ເຮົາ​ຫຼາຍ,ຄື​ພີ່​ນ້ອງ​ໃນຄອບຄົວ​ດຽວ​ກັນ​.ຕອນ​ເຊົ້າ​ແຕ່​ລະ​ມື້,​ເພິ່ນ​ຕື່ນ​ແຕ່​5​​ໂມງ,​​ບາງ​ທີ່​ກໍ່​ໄປ​ເຮືອນ​ຂອງ​ຊາວ​ບ້ານ​ຜູ້​ໃດ​ຜູ້​ໜຶ່ງ,​ລົມ​ກັບ​ເຂົາ​ເຈົ້າ​ເພື່ອ​ເຂົ້າ​ໃຈ​ສະ​ພາບ​ຂອງ​​ເຂົາ​ເຈົ້າ,​ຫຼື​ໄປ​ລົມ​​ກັບ​ກຳ​ມະ​ກອນ​ໃນ​ໂຮງ​ງານ​."

ເຖິງ​ວ່າ​ບໍ່​ໄດ້​ເປັນ​ຜູ້ນຳ​ຂອງ​ບ້ານ​ຮວາ​ຊີ,​ແຕ່​ທ່ານ​ອູ​ເຢິນ​ປາວ​ຍັງ​ຄິ​​ດກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ບ້າ​ນ​ຮວາ​ຊີຕໍ່​ໄປ.

"ຄົນ​ຜູ້​ໜຶ່ງ​ຖ້າ​ມີ​ເປົ້າ​ໜາຍ​ກວງ​ໄກ,​ຄວາມ​ຄິດ​ກໍ​ຈະ​ກວງ​ໄກ,ນີ້​ກໍ່​ແມ່ນ​ກຳລັງ​ແມ່​ແຮງ​​ທາງ​ຈິດ​ໃຈ."

ທ່ານອູ​ເຢິນ​ປາວ​ເຫັນ​ວ່າ,ຍ້ອນ​​ພວກ​ເຮົາ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເທື່ອ​ລະ​ກ້າວ,ບ້ານ​ຮວາ​ຊີ່​ຈິ່ງ​ມີ​ຜົນ​ງານ​ໃນ​ປະ​ຈຸ​ບັນ​ໄປ,​​ບໍ່​ວ່​​າໃຜ​ຈະ​ເປັນ​ນາຍ ບ້ານ​ຮວາ​ຊີ,​ບ້ານ​ຮວາ​ຊີ​ກໍ​ຍັງ​ຕ້ອງ​ພະ​ຍາ​ຍາມ​ກ້າວ​ໄປ​ໜ້າ,​ສ່ວນ​ຈະ​ໄດ້​ຮັບ​ຜົນ​​ແນວ​ໃດ​ໃນ​ອະ​ນາ​ຄົດ ນັ້ນ,​ແມ່ນ​ຕ້ອງ​​ໃຫ້​ປະ​ຫວັດ​ສາດ​ມາ​ພິ​ສູດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>