ຈີນ​ຖື​ການຮັກສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ວຽກ​ງານ​ເສດ​ຖະ​ກິດ​ປີ​ໜ້າ

(GMT+08:00) 2008-11-29 17:05:13 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ວັນ​ທີ 28 ພະຈິກ​ນີ້, ກອງ​ປະຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ສະ​ເໜີ​​ໃຫ້​ຖື​ການຮັກສາ​ເສດຖະກິດ​ພັດທະນາ​ຢ່າງໝັ້ນທ່ຽງ​ແລະ​ອ່າວ​ໄວ​​ເປັນໜ້າ​ທີ່​ອັນ​ດັບໜຶ່ງ​ຂອງ​ວຽກ​ງານ​ເສດຖະກິດ​ປີໜ້າ.

ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ກອງ​ປະຊຸມ​ສະ​ເໜີ​ວ່າ, ຕ້ອງ​ຖື​ການຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງໝັ້ນທ່ຽງ​ແລະ​ອ່າວ​ໄວ​ເປັນໜ້າ​ທີ່​ອັນ​ດັບໜຶ່ງ​ຂອງ​ວຽກ​ງານ​ເສດຖະກິດ​ປີໜ້າ, ​​ແລະ​ເຮັດ​ໃຫ້ການ​ຮັກສາ​ຄວາມ​ເຕີບ​ໂຕ​ກັບ​ການ​ເປີດ​ກວ້າງ​ຄວາມ​ຕ້ອງການຂອງ​ພາຍ​ໃນ​, ​ປັບປຸງ​ອົງ​ປະກອບ​ເສດຖະກິດ​ໃຫ້​​ເຊື່ອມ​ໂຍງ​ເຂົ້າກັນ​ດີກ​ວ່າ​ເກົ່າ, ​ແລະອອກ​ແຮງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ຕ້ອງ​ຍຶດໝັ້ນນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ທີ່​ຄ່ອງ​ແຄ້ວ​ແລະ​​ຮອບ​ຄອບ, ສືບ​ຕໍ່ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​​ຜ່ອນຍານ​ຢ່າງ​ເໝາະ​ສົມ; ຕ້ອງ​ຕັ້ງໜ້າ​ເປີດ​ກວ້າງ​ການ​ບໍລິ​ໂພ​ກ​ໂດຍ​ສະ​ເພາະ​ແມ່ນ​ການ​ບໍລິ​ໂພກຢູ່​ຊົນນະບົດ, ​ເພີ່ມ​ທະວີ​ການ​ຜະລິດ​ກະສິກຳ, ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຜົນ​ດີ​ຕໍ່​ຊາວ​ກະສິກອນ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ​ເລັ່ງລັດ​​ເຜີຍ​ແຜ່​ວິທະຍາສາດ​ເຕັກນິກກະສິກຳ; ຕ້ອງ​ເລັ່ງລັດ​ພັດທະນາ​ອຸດສາຫະກຳ​ເຕັກນິກ​ສູງ​ແລະ​ປຸງ​ແຕ່ງ​​ເຄື່ອງປະກອບ, ສະໜັບສະໜູນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ບົ່ມ​ເພາະ​ແລະ​ສ້າງ​ຂະ​ແໜງ​ການ​ບໍລິການ​ໃຫ້​ເຕີບ​​ໃຫຍ່​ຂຶ້ນ; ຕ້ອງ​ເປີດ​ກວ້າງ​ການ​ປະກອບ​ອາຊີບຢ່າງ​ຕັ້ງໜ້າ, ສ້າງເຮືອນ​ຢູ່​​ທີ່​ຄໍ້າປະກັນ​​ໃນູ​ຕົວ​ເມືອງ​ແລະ​ຊົນນະບົດ, ສະໜັບສະໜູນ​ການ​ພັດທະນາ​ການ​ສຶກສາ​ຢູ່​ຊົນນະບົດ, ​ເພີ່ມ​ທະວີ​ການ​ບໍລິການ​ການ​ປິ່ນປົວ​ແລະ​ສາທາລະນະ​ສຸກ​, ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>