ຈີນ​ຕັ້ງ​ສູນໃຫ້ການ​ປຶກສາ​ແລະ​ກວດ​ກາ​ເຊື້ອເອດ​ເກືອບ 6000 ​ແຫ່ງ

(GMT+08:00) 2008-12-01 19:20:29 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ທັນວາ​ນີ້, ​ກະຊວງ​ສາທາລະນະ​ສຸກ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ນັບ​ມາ​ຮອດ​ທ້າ​ຍ​ເດືອນ​ກັນຍາ​ປີນີ້, ຈີນ​ໄດ້​ຕັ້ງ​ສູນໃຫ້ການ​ປຶກສາ​ແລະ​ກວດ​ກາ​ເຊື້ອເອດດ້ວຍ​ຄວາມ​ສະໝັກ​ໃຈ​ໂດຍ​ບໍ່​ເສຍ​ຄ່າ​ເກືອບ 6000 ​ແຫ່ງ.

​ການ​ໃຫ້ຄຳປຶ​ກສາ​ແລະ​ກວດ​ເຊື້ອ​ເອດ​ໂດຍ​ທີ່​ບໍ່​ເສຍ​ຄ່າ​ແມ່ນ​ມາດ​ຕະການ​ສຳຄັນ​ໜຶ່ງ​ທີ່​ຈີນ​ຄົ້ນ​ຄວ້າ ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ. ຕາມ​ຂ່າວ​ແຈ້ງວ່າ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາ​ປີ​ນີ້, ມີ 4 ​ແສນ 2 ໝື່ນ​ກວ່າ​ຄົນ​​ເຂົ້າ​ມາ​ປຶກສາ​ແລະ​ກວດ​ພະຍາດ​ເອດ, ​ໃນ​ນັ້ນ​ມີ 4600 ກວ່າ​ຄົນ​ໄດ້ກວດ​ພົບ​ເຊື້ອHIV.

​ໃນ​ເວລາ​ເພີ່ມ​ການ​ກວດຫາ​ເຊື້ອ, ຈີນ​ຍັງ​ໄດ້​ສະໜອງ​ການ​ປິ່ນປົວ​ຕ້ານ​ເຊື້ອ​ພະຍາດ​ໃຫ້​ແກ່​ຜູ້​ເປັນ​ພະຍາດ​ເອດ. ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນຍາ​ນີ້, ວຽກ​ງານ​ ​ປິ່ນປົວ​ຕ້ານ​ເຊື້ອ​ພະຍາດ​ເອດ​ຂອງ​ຈີນ​ໄດ້​ປົກຄຸມ 31 ​ເຂດ​​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>