50ປີ​ມາ​ນີ້ ​ເສດ​ຖະ​ກິດ​ຂອງ​ກວາງ​ຊີ​ພັດ​ທະ​ນາ​ຢ່າງ​ສືບ​​ເນື່ອງ​ແລະ​ວ່ອງ​ໄວ

(GMT+08:00) 2008-12-02 18:41:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ11ທັນວາ​ປີ​ນີ້​ແມ່ນວັນລະ​ລຶກການ​ສ້າງຕັ້ງ​ເຂດ​ປົກຄອງຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​​ຄົບຮອບ50ປີ.ວັນ​ທີ2ທັນວາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ໝ້າ​ປ່ຽວ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ກ່າວ​ວ່າ,ນັບ​​ແຕ່​ປີ1958ມາ​ນີ້,​ເສດຖະກິດ​ແຫ່ງ​ຊາດ​ຂອງ​ກວາງຊີ​ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະວ່ອງ​ໄວ,ຍອດ​ມູນ​ຄ່າ​​ຜະລິດຕະພັນ​ຂອງ​ທົ່ວ​ເຂດ​ກວາງຊີ​ໃນ​ປີ 2007 ບັນລຸ 595 ຕື້​ຢວນ,​ແມ່ນ 42 ​ເທົ່າ​ຂອງ​ປີ1958.

ທ່ານ​ໝ້າ​ປ່ຽວ​ກ່າວ​ວ່າ,ນັບ​ແຕ່ດຳ​ເນີນ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ​ປີ1978ມາ​ນີ້,ລາຍ​​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ກວາງຊີ​ໄດ້​ເພີ່ມ​ຂຶ້ນ12%ຕໍ່​ປີ,​​ການ​ຜະລິດ​ແລະ​ການ​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​​ແດນ​ແລະ​ເຂດ​ທຸກ​ຍາກ​ກໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

​ເຂດ​ປົກຄອງຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ແມ່ນ​ໜຶ່ງ​ໃນ5​ເຂດ​ປົກຄອງ​ຕົນ​ເອງເຜົ່າ​ສ່ວນ​ໜ້ອຍຂອງ​ຈີນ,ກໍ​ແມ່ນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ​ໝູ່​ຂອງ​ຈີນ,ມີ12​ເຜົ່າດຳລົງ​ຊີວິດຢູ່​ເຂດ​ກວາງຊີ​ທຸກ​ເຊັ່ນ​ຄົນ ​ເຊັ່ນ:​ເຜົ່າ​ຈ້ວງ ​ເຜົ່າ​ຮັ້ນ ​ເຜົ່າ​ຢາ​ວ ​ເຜົ່າ​ມົ້ງ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>