ຈີນ​ເດັດ​ຂາດ​ບໍ່​ເດີນ​ຕາມ​ທາງ​ເກົ່າ​ທີ່​ເອົາ​ການ​ສູນ​ເສຍ​ສິ່ງ​ແວດ​ລ້ອມ​ເປັນ​ຄ່າ​ຕອບ​ແທນ​ສຳ​ລັບ​ການ​ພັດ​ທະ​ນາ

(GMT+08:00) 2008-12-03 17:29:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 2 ທັນ​ວາ​ນີ້, ຢູ່​ເກາະ​ເຊ​ຈູ​ໂດ​ຂອງ​ສ.​ເກົາຫລີ, ທ່ານ​​ໂຈ​ວ​ເສີ່​ງສຽນ ລັດຖະມົນຕີ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ, ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ແລະ​​ເສດຖະກິດ​ເຕີບ​ໂຕ​ຊ້າ​ລົງ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ຖືເອົາ​ວຽກ​ງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​​​ເປັນ​ຍຸດ​ທະ​ສາດ​ທີ່​ສຳຄັນ​ກວ່າ​ເກົ່າ, ​ເດັດຂາດຈະ​ບໍ່​ເດີນ​ຕາມ​ທາງ​ເກົ່າ​ທີ່​ເອົາ​ການ​ສູນ​ເສຍສິ່ງ​ແວດ​ລ້ອມ​ເປັນ​ຄ່າ​ຕອບແທນ​ສຳລັບການ​ພັດທະນາ.

ທ່ານ​​ໂຈ​ວ​ເສີ່​ງສຽນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງນັກ​ຂ່າວ​ໃນ​ກອງ​ປະຊຸ​ມຂ່າວ​ຮ່ວມຈັດ​ຂຶ້ນຫຼັງກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວດ​ລ້ອມ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ຄັ້ງທີ 10. ທ່ານ​ກ່າວ​ວ່າ, ພວກ​ເຮົາ​ຈະ​ຈັບໂອກາດ, ​ເພີ່ມ​ທະວີ​ວຽກ​ງານ​ພື້ນຖານ​ຂອງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ເຮັດ​ໃຫ້ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ສິ່ງ​ແວ​ດລ້ອມ​ເປັນ 1 ​ໃນ 4 ຈຸດ​ໜັກ​ຂອງ​ການກະ​ຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ​ຂອງ​ຈີນ​ໃນ​ປັດຈຸບັນ, ຊຸກ​ຍູ້​ການ​ປັບປຸງ​​ໂຄງປະກອບ​ເສດຖະກິດ​ແລະ​ການ​ຫັນປ່ຽນ​ວິທີ​ການ​ເຕີບ​ໂຕ​ຂອງເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>