ອົງການ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ​ຂອງ​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ

(GMT+08:00) 2008-12-03 18:59:53 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ສີ​​ຢ້ຽນ ຫົວໜ້າ​ສູນ​ຄົ້ນຄວ້າ​ນະ​ໂຍບາຍ​ຂອງ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ, ນັບ​ມາ​ຮອດ​ປີ 2007, ຈີນ​ມີ​ອົງການ​ທີ່​ບໍ່​​ແມ່ນ​ລັດຖະບານ​ປະ​ເພດ​ຕ່າງໆ​ເກືອບ 4 ​ແສນ​ແຫ່ງ, ​ອົງການ​ເຫຼົ່ານີ້ໄດ້​ເສີມ​ຂະ​ຫຍາ​ຍບົດບາດ​ອັນຕັ້ງໜ້າ​ໃນ​ວຽກ​ງານ​ປົກ​ປ້ອງ​ສິດທິ​ມະນຸດ.

ມື້​ດຽວ​ກັນ, ໃນ​ກອງ​ປະຊຸມ​ສໍາ​ມະ​ນາກ່ຽວ​ກັບ"ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ກັບ​ການ​ພັດທະນາ​ສິດທິ​ມະນຸດ​ຂອງ​ຈີນ 30 ປີ", ທ່ານ​ວາງ​ສີ​ຢ້ຽນກ່າວ​ວ່າ, ອົງການ​ທີ່​ບໍ່​​ແມ່ນ​ລັດຖະບານ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດອັນ​ຕັ້ງໜ້າ​ໃນ​ວຽກ​ງານ​ປົກ​ປ້ອງ​ສິດທິ​ມະນຸດ​ທີ່​ຖືກ​ສິດ​ຢູ່​ລອດ​ພື້ນຖານ​​ແລະ​ສິດ​ພັດທະນາ​ຂອງພົນລະ​ເມືອງ​ເປັນ​ໃຈກາງ. ອົງການ​ເຫຼົ່ານີ້​ຕັ້ງໜ້າ​ສະໜັບ​ສະໜູນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄດ້​ຊຸກ​ຍູ້​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ອັນ​ພື້ນຖານ​ຂອງ​ຜູ້​ທຸກ​ຍາກ; ​ເຂົ້າຮ່ວມ​ວຽກ​ງານ​​ກຸສົນຢ່າງກວ້າງຂວາງ, ຊຸກ​ຍູ້​ການ​ປົກ​ປ້ອງ​ສິດ​ພັດທະນາ​ຂອງ​ພົນລະ​ເມືອງ; ສ່ອງ​ແສງ​ຄຳ​ຮ້ອງ​ທຸກ​ຂອງປະຊາ​ຊົນຢ່າງທັນ​ການ, ພະຍາຍາມ​ບຳລຸງສ້າງ​ສະຕິ​ພົນລະ​ເມືອງ​ຂອງ​ປະຊາຊົນ, ​ໄດ້​ຊຸກ​ຍູ້​ການ​ເພີ່ມສັບພະ​ຄຸນປົກຄອງ​ຕົນ​ເອງ​ຂອງ​ສັງຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>