ການ​ປະ​ກັນ​ສັງ​ຄົມ​ໃນ​ຊົນ​ນະ​ບົດ​ຈີນ​ປະ​ເຊີນ​ການ​ທ້າ​ທາຍ​ຫຼາຍ​ຢ່າງ

(GMT+08:00) 2008-12-07 16:47:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ​ວັນ​ທີ 7 ທັນວາ​ນີ້, ​​ໃນ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ​ທ່ານ​ລີ​ເຜີຍ​ລິນ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ສັງຄົມ​ວິທະຍາ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ການ​ປະກັນ​ສັງຄົມ​​ໃນ​ຊົນນະບົດ​ຈີນ​ໄດ້​ປະ​ເຊີນ​ການ​ທ້າ​ທາຍ​ຫຼາຍຢ່າງ.

ທ່ານ​ລີ​ເຜີຍ​ລິນ​ກ່າວ​ວ່າ, ​ເຮັດ​​ແນວ​ໃດ​ເຮັດ​ໃຫ້​ຊາວ​ກະສິກອນ​ຮັ່ງ​ມີ​ຂຶ້ນ ​ໄດ້​ກາຍ​ເປັນ​ບັນຫາ​ຫຍຸ້ງຍາກ​ກວ່າ​ໝູ່​ຂອງ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນ, ປະຊາກອນ​ຜູ້​ທຸກ​ຍາ​ກ​ໃນ​ຊົນນະບົດ​ມີຈຳນວນຫຼວງຫຼາຍ​ໄດ້​ເປັນ​ການ​ທ້າ​ທາຍ​ຢ່າງ​ໜັກໜ່ວງຕໍ່​ການ​ປະກັນ​ສັງຄົມ​​ໃນ​ຊົນນະບົດ​.

ທ່ານ​ລີ​ເຜີຍ​ລິນ​​ເຫັນ​ວ່າ, ​ເຖິງ​ວ່າການຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ມະຫາສານ, ​ແຕ່​ບັນຫາ​ທຸກ​ຍາກ​ທີ່​ສຸດ​​ໃນ​ຊົນນະບົດ​ຍັງ​ໜັກ​ໜ່ວງຫຼາຍ, ຕົ້ນຕໍ​ສະ​ແດງ​​ໃນ​ດ້ານ​ຕ່າງໆ​ເຊັ່ນ​ຄວາມ​​ໂຕນ​ກັນ​ລະຫວ່າງ​​ຕົວ​ເມືອງ​ກັບ​ຊົນນະບົດ​ຂະຫຍາຍ​ກວ້າງ​ອອກ, ປະຊາກອນ​ຜູ້​ສູງ​ອາຍຸ​ເພີ່ມ​ຫຼາຍຂຶ້ນ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>