ຈີນ​ພະ​ຍາ​ຍາມ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ບັນ​ທຸກ​ຄົນ​​ໃຫ້​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ໃນ​ປີ 2020

(GMT+08:00) 2008-12-07 16:57:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ທັນວາ​ນີ້, ຢູ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ທ່ານ​ຈ່າງ​ຈ້ຽນສີ ຫົວໜ້າ​ຄະນະ​ຜູ້​ແທນ​ການບິນ​ອະວະກາດ​ບັນທຸກ​ຄົນ​ເສີນ​ໂຈ່​ວ 7 , ຮອງຜູ້​ບັນຊາ​ການ​ໃຫຍ່ຂອງ​ກິດຈະກຳ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ກ່າວ​ວ່າ, ​ເມື່ອ​ຮອດ​ປີ 2020, ຈີນ​ຈະ​ພະຍາຍາມ​ສ້າງ​ສະຖານີ​ອະວະກາດ​ບັນທຸກ​ຄົນ​​ໃຫ້​ສຳ​ເລັດໃນ​ເບື້ອງ​ຕົ້ນ.

ທ່ານ​ຈ່າງ​ຈ້ຽນສີ​ແນະນຳ​ວ່າ, ຈີນ​ມີ​ແຜນການ​ຈະ​ຍິງ​ສົ່ງ​ເຄື່ອງ​ບິນ​ເປົ້າໝາຍ​ທີ່​ຊື່ວ່າ"ທຽນ​ກົ່ງ​ເລກ 1"​ໃນ​ທ້າຍ​ປີ 2010, ກ່ອນ​ປີ 2012, ຈະ​ແກ້​ໄຂ​ບັນຫາ​ຕິດ​ຈອດກັນ​ລະຫວ່າງ​ຍານ​ອະວະກາດ​ບັນທຸກ​ຄົນ​ກັບ​ເຄື່ອງ​ບິນ​ອະວະກາດ. ຫຼັງຈາກ​ນັ້ນຈະ​ຍິງ​ສົ່ງ"ທຽນ​ກົ່ງ​ເລກ 2", "ທຽນ​ກົ່ງ​ເລກ 3", ​ແລະ​ດຳ​ເນີນ​ການ​ນຳ​ໃຊ້​ຕົວ​ຈິງ​ທີ່ມີ​ຂະຫນາດສົມຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>