ວິ​ສາ​ຫະກິດ​ທຶນ​ອາ​ເມ​ລິ​ກາ​ທີ່​ຕັ້ງ​ຢູ່​ຈີນ​ສ່ວນ​ຫຼາຍ​ທີ່​ສຸດ​ໄດ້​ທຸລະ​ກິດ​ເປັນ​ຢ່າງ​ດີ

(GMT+08:00) 2008-12-07 18:43:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວຢູ່​​ປັກ​ກິ່ງວ່າ, ປະຈຸ​ບັນ, ວິ​ສາ​ຫະກິດ​ທຶນ​ອາ​ເມ​ລິ​ກາ 1 ໝື່ນ 7 ພັນ​ແຫ່ງ​ທີ່ຕັ້ງ​ຢູ່​ຈີນ​ໄດ້​ທຸລະ​ກິດ​ເປັນ​ຢ່າງ​ດີ, ​ແລະໄດ້​ນຳ​ເອົາ​ພະລັງ​ຊີວິດ​ແລະ​ໂອກາດ​ການ​ຄ້າ​ໃຫ້​ແກ່​​ສາຂາວິ​ສາ​ຫະກິດ​ຂອງ​ເຂົາ​ທີ່​ຕັ້ງຢູ່​ປະ​ເທດ​ຕ່າງໆ.

ໃນ​ງານ​ລ້ຽງອາຫາ​ຄ່ຳ​ເພື່ອ​ຂອບ​ໃຈປະຈຳ​ປີ​ຂອງ​ສະມາ​ຄົມ​ການ​ຄ້າຈີນ​ອາ​ເມ​ລິ​ກາ, ທ່ານ​ເສີນ​ເຕີ​ມີ​ງກ່າວ​ວ່າ, ຈີນ​ຈະ​ສືບ​​ຕໍ່​​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ, ​ເດັດດ່ຽວ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ຕ້ານ​ການ​ກະທຳ​ທີ່​ລະ​ເມີດ​ກົດ​ລະບຽບ​​​ໃນ​ຕະຫຼາດ, ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ດີ​ໃຫ້​ແກ່​ຜູ້​ລົງທຶນ​ຂອງປະ​ເທດ​ຕ່າງໆ​ເຊິ່ງລວມທັງ​ອາ​ເມ​ລິ​ກາ.

ທ່ານ​ເສີນ​​ເຕີ​ມີ​ງ​ແນະນຳ​ວ່າ, ປະຈຸ​ບັນ, ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ລົງທຶນ​ຢູ່​ຈີນ​ນັບ​ລວມ​ແລ້ວ​ມີເກືອບ 60 ຕື້​ໂດ​ລາ​ສະຫະລັດ, ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ທີ່​ທຸລະ​ກິດ​ຢູ່​ຈີນ​ມີ 1 ໝື່ນ 7 ພັນ​ແຫ່ງ, ລາຍ​​ຮັບ​ຈາກ​ການຈຳ​ໜ່າຍ​ຫຼາຍກວ່າ 100 ຕື້​ໂດ​ລາຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>