ທະ​ນາ​ຄານ​ຈີນ​ຄວນ​ບໍ​ລິ​ການ​ດ້ານ​ການ​ເງິນ​ຕໍ່​ວຽກ​ງານ​ກະ​ສິ​ກຳ​ແລະ​ວິ​ສາ​ຫະ​ກິດ​ນ້ອຍ​ໃຫ້​ດີ

(GMT+08:00) 2008-12-11 10:22:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 10 ທັນວາ​ນີ້, ທ່ານ​ລິວ​ມິ​ງຄ່າງ ປະທານ​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ທະນາຄານ​ຈີນ​ກ່າວ​ວ່າ, ປະຈຸ​ບັນ, ຂະ​ແໜງ​ການ​ທະນາຄານ​ຄວນ​ບໍລິການ​ການ​ເງິນ​ໃຫ້​ແກ່​ການສະໜັບສະ​ໜູນ​ວຽກ​ງານກະສິກຳ​ແລະ​ວິ​ສາ​ຫະກິດ​ນ້ອຍ​ໃຫ້​ດີ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ການ​ບໍລິການ​ການ​ເງິນ​ຂອງ​ຊົນນະບົດ​ແລະ​ວິ​ສາ​ຫະກິດ​ນ້ອຍ.

ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ທີ່​ອັດ​ລົງ​ໃນ​ຫວ່າງ​ມໍ່ໆ​ນີ້ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ, ການ​ເງິນ​ທຸກຂັ້ນຕ້ອງ​ເພີ່ມ​ການ​ລົງທຶນ​ຕໍ່ວຽກ​ງານ​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ, ຊຸກ​ຍູ້​ການ​ສະໜອງຜະລິດ​ຕະພັນ​ກະສິກຳ​ຢ່າງ​ບັງ​ເກີດ​ຜົນ​ແລະ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຕໍ່​ໄປ.

ທ່ານ​ລິວ​ມີ​ງຄ່າງ​ຍັງ​ກ່າວ​ວ່າ, ຂະ​ແໜງ​ການ​ທະນາຄານ​ຕ້ອງ​​ເດັດດ່ຽວຈຳກັດການ​ກູ້​ເງິນ​ຂອງ​ຂະ​ແໜງ​ການທີ່​ສິ້ນ​ເປືອ​ງພະລັງງານ​ສູງ​ແລະ​ລະບາຍມົນ​ລະ​ພິດ​ສູງ, ຂະ​ແໜງ​ການ​ທີ່​ຄວາມ​ສາມາດ​ການ​ຜະລິດຫຼາຍກວ່າ​ຄວາມ​ຕ້ອງການ, ​ແລະ​ວິ​ສາ​ຫະກິດ​ດ້ອຍ​ຄຸນ​ນະພາ​ບ, ປ້ອງ​ກັນ​ການ​ສ້າງ​ໂຄງການ​ຊໍ້າ​ຊ້ອນ​ທີ່ບໍ່​ມີ​ປະສິດທິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>