ຍົນ​ເໝົາ​ລຳ​ຂົນ​ສົ່ງ​ສິນ​ຄ້າ​​ໂດຍ​ກົງ​ລະ​ຫວ່າງ​ສອງ​ຝັ່ງ​ເລີ່ມ​ບິນ​ໃນ​ວັນ​ທີ 15 ທັນ​ວາ​ນີ້

(GMT+08:00) 2008-12-11 14:08:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 15 ທັນວາ​ນີ້, ບໍລິສັດ​ການ​ບິນ​ພາກ​ໃຕ້​ຈີນ​ຈະ​ເລີ່​ມຖ້ຽວ​ບິນ​ເໝົາລຳ​ເພື່ອ​ຂົນ​ສົ່ງ​ສິນຄ້າ​ໂດຍ​ກົງ​ຈາກ​ແຜ່ນດິນ​ໃຫຍ່​ບິນ​ໄປ​ໄຕ້​ຫວັນ​ຖ້ຽວ​ທຳ​ອິດ, ຈາກ​ກວາງ​ໂຈ​ວບິນ​ໄປ​ໄຕ້​ເປ. ສິນຄ້າ​ທີ່​ຂົນ​ສົ່ງ​​ໃນ​ຍົນຖ້ຽວ​ທຳ​ອິດ​ສ່ວນຫຼາຍ​ແມ່ນ​ຈົດໝາຍ​ແລະສິນຄ້າ​ດ່ວນ, ​ເຄື່ອງ​​ເຫຼົ່ານີ້​ສ່ວນຫຼາຍ​​ເປັນ​ຂອງ​ນັກທຸລະກິດ​ໄຕ້​ຫວັນ​ທີ່​ຕັ້ງ​ໂຮງງານ​ຢູ່​ປາກ​ແມ່​ນ້ຳ​ຈູ​ຈ່ຽງ.

ການມີ​ຖ້ຽວ​ບິນ​​ເໝົາລຳ​ເພື່ອຂົນ​ສົ່ງ​ສິນຄ້າ​​ລະຫວ່າງ​ສອງ​ຝັ່ງ​ໂດຍ​ກົງ​ໄດ້​​ເຮັດ​ໃຫ້ການ​ຂົນ​ສົ່ງທາງ​ອາກາດ​ທີ່​ມີ​ປະສິດ​ທິຜົນ​ສູງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຈໍລະ​ຈອນ​ສິນຄ້າ​ລະຫວ່າງ​ສອງ​ຝັ່ງ, ​ໄດ້ຫຍໍ້​ເວລາຂົນ​ສົ່ງ​ສິນຄ້າ​ຢ່າງຫຼວງຫຼາຍ. ​ແຕ່ກ່ອນ​, ຍົນຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ສອງ​ຝັ່ງ​ແມ່ນຕ້ອງ​ໄດ້​ຜ່ານ​ສະໜາມ​ບິນຮົງ​ກົງ​ຫຼືມາ​ກາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>