ຈີນ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບົບ​​ແຜນ​ການ​ຮັບ​ມື​ສຸກ​ເສີນ​ຕໍ່​ການ​ກູ້​ໄພ​ທຳ​ມະ​ຊາດ

(GMT+08:00) 2008-12-17 19:00:37 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 17 ທັນ​ວາ​ນີ້, ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ແຈ້ງວ່າ, ອົງການ​ດັ່ງ​ກ່າວ​ໄດ້​ເຜີຍ​ແຜ່​ຄວາມ​ເຫັນ​ຊີ້​ນຳ​ສະບັບ​ໜຶ່ງ​ກ່ຽວ​ກັບ​​ເພີ່ມ​ທະວີ​ການ​ສ້າງ​ລະບົບ​ແຜນ​ການ​ຮັບ​ມື​ສຸກ​ເສີນ​ກ່ຽວ​ກັບການ​ກູ້​ໄພ​ທຳ​ມະ​ຊາດ, ຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ປັບ​ປຸງວຽກ​ງານ​ວາງ​ແຜນການ​ຊ່ວຍ​ເຫຼືອສຸກ​ເສີນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.

ເອກະສານ​ສະບັບ​ນີ້​ຮຽກຮ້ອງ​ວ່າ, ​ແຜນຊ່ວຍ​ເຫຼືອສຸກ​ເສີນ​ຂອງ​ແຫ່ງ​ຕ່າງໆ​ຕ້ອງ​ກວມ​ທັງ​​ໄພ​ທຳ​ມະ​ຊາດ​ທຸກ​ຮູບທຸກ​ແບບ, ​​ແລະຍົກສູງ​ຄວາມສາມາດປະຕິບັດ​ໄດ້​ຂອງ​ແຜນການ​. ຈັດ​ວາງ​ຕົວ​ເລກ​ຄາດ​ໝາຍ​ເລີ່​ມປະຕິບັດງານ​ຕາມຫຼັກວິທະຍາສາດ, ກຳນົດ​​ວຽກ​ງານ​ກອບ​ກູ້​ດ່ວນ​ຕ່າງໆ​ຢ່າງ​ລະອຽດ.

ຈີນ​ແມ່ນປະ​ເທດ​ໜຶ່ງ​ທີ່​ເກີດ​ໄພ​ທຳ​ມະ​ຊາດຫຼາຍ​ໃນ​ໂລກ, ​ໂດຍ​ສະ​ເພາະ​ໃນ​ປີ 2008, ຈີນ​ໄດ້​ເກີດ​ໄພ​ທຳ​ມະ​ຊາດ​ອັນ​ຮ້າຍ​ແຮງຢ່າງ​ຕໍ່​ເນື່ອງ​ເຊັ່ນ​ພາຍຸ​ຫິມະ, ​ແຜ່ນດິນ​​ໄຫ​ວ​ແລະ​​ໄພ​ນ້ຳ​ຖ້ວມ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>