ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ເຂດ​ຊີນ​ຈ່ຽງ​ສູງ​ກວ່າ 20 ຕື້​ໂດ​ລາ​ເປັນ​ເທື່ອ​ທຳ​ອິດ

(GMT+08:00) 2008-12-17 19:03:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີນີ້, ຍອດ​ມູນ​ຄ່າ​ການ​ຄ້າ ຂາ​ເຂົ້າຂາ​ອອກເຂດ​ຊີ​ນຈ່ຽງ​ ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ຈີນໄດ້​ສູງ​ກວ່າ 20 ຕື້​ໂດ​ລາ​ເປັນ​ເທື່ອ​ທຳ​ອິດ, ຄວາມ​ໄວຂອງ​ການ​​ເຕີບ​ໂຕ​ເປັນ​ອັນ​ດັບ 1 ຂອງ​ຈີນ.

ສະຖິຕິຂອງ​ດ່ານ​ພາສີ​ອູ​ລູມູ້​ຊີ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີນີ້, ຍອດ​ມູນ​ຄ່າ​ການຄ້າຂາ​ເຂົ້າຂາ​ອອກ​ຂອງ​ເຂດ​ຊິນ​ຈ່ຽງຫຼາຍກວ່າ 20 ​ຕື້ 500 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ກາຍ 60% ຂຶ້ນ​ໄປ.

ຕາມ​ສະຖິຕິ, ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີນີ້, ການ​ຄ້າສົ່ງ​ອອກຂອງ​ເຂດ​ຊີ​ນຈ່ຽງສ່ວນຫຼາຍຍັງ​ແມ່ນ​ແຜ່ນ​ແພ​​ເຄື່ອງ​ນຸ່ງ​ຫົ່ມ, ​ເກີບ, ກົນ​ຈັກ​ແລະ​ເຄື່ອງ​ເອ​ເລັກ​ໂຕຼນິກ, ການ​ນຳ​ເຂົ້າສ່ວນຫຼາຍ​ແມ່ນວັດຖຸ​ດິບ​ເຊັ່ນ​ນ້ຳມັນ​ດິບ ​​​ແຮ່​ເຫຼັກ ໂລຫະ​ເກົ່າ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>