ການ​ວາງ​ສະ​ແດງ​ທວນ​ຄືນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຄົບ​ຮອບ 30 ປີ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2008-12-18 20:05:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ​ເພຶ່ອລະນຶກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຄົບຮອບ 30 ປີ, ການວາງສະ​ແດງ​ທົບ​ທວນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກຄົບຮອບ 30 ປີ​ຂອງ​ຈີນ​​ ​ເຊິ່ງກະຊວງ​ການ​ຄ້າ​ຈີນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ​ຮ່ວມ​ກັນ​​ເປັນ​ເຈົ້າພາບຈັດ​ຂຶ້ນ​ນັ້ນ​ໄດ້​​ເປີດ​ສາກ​​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 18 ທັນວາ​ນີ້.

ເມື່ອ​ຜ່ານ​ການ​ພັດທະນາ​ມາ 30 ປີ​ແລ້ວ, ຈີນ​ໄດ້​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຄົບ​ວົງ​ຈອນ ຫຼາຍລະດັບ ​ແລະ​ຫຼາຍຂົງ​ເຂດ​. ​ນັບ​ແຕ່​ປີ 1978 ຫາ​ປີ 2007, ຍອດ​ມູນ​ຄ່າ​ການ​ຄ້າກັບ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຈາກ 20 ຕື້ 600 ລ້ານ​ໂດ​ລາ​ເພີ່ມ​ຂຶ້ນ​ຮອດ 2170 ຕື້​ໂດ​ລາ, ການ​ລຽນ​ລຳດັບ​ໃນ​ໂລກ​​ໄດ້ຈາກທີ 32 ຂຶ້ນ​ເປັນ​ທີ 3. ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ກວມ​ອັດຕາທົ່ວ​ໂລກຈາກ 0.78% ຂຶ້ນ​​ຮອດ​ປະມານ 8%; ນັບ​ລວມ​ແລ້ວ, ​ໄດ້​ຕັ້ງວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ 6 ​ແສນ 3 ໝື່ນ 5 ພັນ​ແຫ່ງ, ດຶງ​ດູດ​ນັກທຸລະກິດ​ຕ່າງປະ​ເທດ​ລົງ​ທຶນ​ໂດຍ​ກົງຫຼາຍກວ່າ 770 ຕື້​ໂດ​ລາ, ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ໄດ້ຫຼາຍກວ່າ​ໝູ່​ໃນ​ໂລກ. ນອກ​ນັ້ນ, ​ແຕ່​ປີ 1978 ຮອດ​ທ້າຍ​ປີ 2007, ຈຳນວນ​ຄົນ​ຈີນໄປ​ຮຽນ​ຢູ່​ຕ່າງປະ​ເທດ​​ໄດ້​ເພີ່ມ​ຂຶ້ນ 168 ​ເທົ່າ, ​ແຈ​ກຢາຍຢ່ຕາມູ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ 5 ມະຫາທະວີບ​​ຂອງ​ໂລກ. ພ້ອມ​ກັນນັ້ນ, ຈີນ​ກໍ່ຮັບ​ເອົາ​ນັກ​ຮຽນ​ຕ່າງປະ​ເທດ​ມາ​ຮຽນ​ຢູ່​ຈີນ 1 ລ້ານ 2 ​ແສນ 3 ໝື່ນ​ເທື່ອ​ຄົນ, ​​ເປັນ​ປະ​ເທດທີ່​ຮັບ​ເອົາ​ຄົນ​ຕ່າງປະ​ເທດ​ເຂົ້າມາ​ທ່ອງທ່ຽວຫຼາຍທີ 4 ​ໃນ​ໂລກ​ແລະ​ເປັນ​ປະ​ເທດ​ທີ່ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຕ່າງປະ​ເທດຫຼາຍກວ່າ​ໝູ່​ໃນ​ອາຊີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>