ລັດຖະບານ​ກາງ​ຈີນ​ຈະ​ສືບ​ຕໍ່​ອອກ​ແຮງ​ສຸດ​ຂີດ​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ວິ​ກິດ​ການ​ການ​ເງິນ​ສາ​ກົນ

(GMT+08:00) 2008-12-19 17:43:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 19 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ທ່ານ​ເຈິ່ງ​ອິນ​ສວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ທີ່​ມາລາ​ຍງານ​ວຽກ​ງານ​, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ລັດຖະບານກາງຈີນ​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ຄວາມ​ໝັ້ນທ່ຽງ​ດ້ານ​ການ​ເງິນ​ແລະ​ເສດຖະກິດ​ຮົງ​ກົງ, ຈະ​ອອກ​ແຮງ​ສຸດ​ຂີດ​ສະໜັບສະໜູນ​ຮົງ​ກົງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ປີ​ນີ້, ຮົງ​ກົງ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ແລະ​ການ​ທ້າ​ທາຍ​ນາໆ​ປະການ, ​ແຕ່​ເວົ້າລວມ​ແລ້ວ​ຍັງສາມາດຮັກສາ​ສະພາບການ​ພັດທະນາ​​ໄວ້​ໄດ້ດີ​ສົມຄວນ. ​ໂດຍສ​ະ​ເພາະ​ແມ່ນ​ຕໍ່​ໜ້າການ​ໂຈມ​ຕີ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ອົງການ​ປົກຄອງ​ຮົງ​ກົງ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​, ​ເຮັດ​ໃຫ້ການ​ທະນາຄານ​ໝັ້ນທ່ຽງ, ກະ​ຕຸ້ນ​ເສດຖະກິດ, ອູດ​ໜູນ​ວິ​ສາ​ຫະກິດ, ​ເພີ່ມ​ການ​ປະກອບ​ອາຊີບ, ​ເຮັດ​ໃຫ້​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ​ຜ່ອນຄາຍ​ລົງ, ​​ແລະ​ເຮັດ​ໃຫ້​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ, ​ໄດ້​ຮັບ​ຜົນ​ສັກສິດ​ຢ່າງ​ຕັ້ງໜ້າ. ​ພວກ​ເຮົາ​ເຊື່ອ​ວ່າ, ມີ​ປິ​ຕຸ​ພູມ​ເປັນບ່ອນ​ໜູນຫຼັງທີ່​ໜັກແໜ້ນ, ພາຍ​ໃຕ້​ການ​ນຳພາ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ, ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມຮົງ​ກົງ​ຮ່ວມ​​ໃຈ​ຮ່ວມ​ແຮງ​ກັນ, ກໍ່​ສາມາດ​ປ່ຽນ​ຄວາມ​ກົດ​ດັນ​ເປັນພະລັງ​ແຮງ, ປ່ຽນ​ວິ​ກິດ​ການ​ເປັນ​ໂອກາດ, ຮັກສາ​​ສະພາບເສດຖະກິດ​ຮົງ​ກົງ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​​ໝັ້ນທ່ຽງ, ​ສັງຄົມ​ພັດທະນາ​ຢ່າງກົມກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>