ໃນ​ສອງ​ປີ​ຕໍ່ໜ້າ​ຈີນ​ຈະ​ລົງທຶນ 280 ຕື້ຢວນ​ເພື່ອ​ສະໜັບສະໜູນ​ການ​ພັດທະນາ3G

(GMT+08:00) 2008-12-19 19:47:31 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 19 ທັນວາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫຼີອີ້​ຈົ່ງ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​ຈີນ​ກ່າວ​ວ່າ, ​ໃນ​ສອງ​ປີ​ຕໍ່ໜ້າ, ຈີນ​ຈະ​ລົງທຶນ​ປະມານ 280 ຕື້​ຢວນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ລະບົບ3G. ​ໃນ​ກອງ​ປະຊຸມ​ວຽກ​ງານ​ອຸດສາຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​ທົ່ວ​ປະ​ເທດ​ຈີນ​ທີ່​​ໄຂ​ຂຶ້ນ​ໃນ​ວັນ​ທີ 19 ທັນວາ​ນີ້, ທ່ານ​ຫຼີອີ້ຈົ່ງ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້​ຈີນ​ຈະອອກ​ໃບ​ອະນຸຍາດ​ທຸລະ​ກິດ3G, ສະ​ນັ້ນ, ຈີນ​ຈະ​ເລັ່ງລັດ​ການ​ກໍ່ສ້າງ​ເຄືອ​ຂ່າຍ, ຈັດ​ວາງ​ແລະ​ປະຕິບັດ​ນະ​ໂຍບາຍ​ຕິດຕາມ​ຄຸ້ມ​ຄອງ​ປະກອບ​ເປັນ​ຊຸດ​ການ​ປະຕິ​ຮູບ​ລະບົບ​ໂທລະ​ຄົມ.

ທ່ານ​ຫຼີອີ້​ຈົ່ງ​ຍັງ​ກ່າວ​ວ່າ, ຈະ​ສືບ​ຕໍ່​ເພີ່ມ​ກາ​ນສະໜັບ​ສະ​ໜູນ​ຕໍ່​ມາດ​ຕະຖານ3Gທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ຄື​ມາດຕະຖານTD-SCDMA.3G​ແມ່ນ​ໂຕ​ຂຽນ​​ຫຍໍ້​ຂອງ​ສັບ​ອັງກິດຄື3rdGeneration, ​ຄື​ເຕັກ​ນິກ​ການ​ສື່ສານເຄື່ອນ​ທີ່​ລຸ້ນທີ 3. ທຽບ​ກັບ​ໂທລະສັບ​ມື​ຖື​ລຸ້ນທຳ​ອິດ​ແລະ​ລຸ້ນທີ 2, ​ໂທລະສັບ​ລຸ້ນທີ 3 ​​ເວົ້າ​ທົ່ວ​ໄປ​ແລ້​ວ​ແມ່ນ​ລະບົບ​ສື່ສານ​ເຄື່ອນ​ທີ່​ລຸ້ນ​ໃໝ່​ທີ່​ເອົາ​ເຕັກນິກ​ການ​ສື່ສານ​ວິທະຍຸ​ປະສົມ​ກັບ​ການ​ສື່ສານ​ແບບ​ໃໝ່​ເຊັ່ນ​ອິນ​ເຕີ​ເນັດ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>