ວິ​ສາ​ຫະ​ກິດ​ຮົງ​ກົງ​,ມາ​ກາວ​​ແລະ​​ໄຕ້​ຫວັນ​ກາຍ​ເປັນ​ກຳ​ລັງ​ອັນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກວາງ​ຕຸ້ງ

(GMT+08:00) 2008-12-22 14:58:44 cri
-----------------------------------------------------------------------------------------------------------------
ສະບາຍດີ​ທ່ານ​​ຜູ້​ຟັງ,ຍິນ​ດີ​ຕ້ອນຮັບ​ເຂົ້າສູ່​ລາຍ​ການ​ບົດ​ແຈ້ງ​ຂ່າວ​​ເສ​ດຖະກິດ​ຈີນ.​ ແຂວງ​ກວາງຕຸ້ງ​ທີ່​ຕັ້ງ​ຢູ່​​ແຄມ​ທະ​ເລ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ​ແມ່ນ​ເຂດ​ໜຶ່ງ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ເປີ​ດປະຕູ​ສູ່​ພາຍ​ນອກ​ກ່ອນ​ໝູ່​ຂອງ​ຈີນ. 30ປີ​ມາ​ນີ້, ການ​ລົງທຶນ​ໂດຍ​ກົງ​ຈາກ​ນັກ​ທຸລະ​ກິດ​ຮົງ​ກົງ, ມາ​​ກາວ​​ແລະ​ໄຕ້​ຫວັນ​ໄດ້​ຊຸກ​ຍູ້​ໃຫ້​​ແຂວງ​ກວາງຕຸ້ງ​ ​ເຊິ່ງ​​ເຄີ​ຍເ​ປັນ​​ແຂວງ​​ຖື​ກະສິກຳ​​ເປັນ​ຕົ້ນຕໍ,​ ​ແລະເສດ​ຖະ​ກິດ​ ຫຼ້າ​ຫຼັງ​ນັ້ນກາຍ​ເປັນ​ແຂ​ວງ​​ໃຫຍ່​​​ອັນ​ດັບ​ທີ​ໜຶ່ງ​ທາງ​ເສດ​ຖະ​ກິດຂອງ​ຈີນ, ສ່ວນ​ວິ​ສາ​ຫະກິດ​ຮົງ​ກົງ, ມາ​ກາວແລະ​ໄຕ້​ຫວັນ​ກໍ​ໄດ້​ຮັບ​ການ​ພັດທະ​ນາ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ຂະ​ບວນການ​ນີ້.

ກ່ອນ​ນີ້30​ປີ,​ ໃນ​​ເວລາ​ຈີນ​ເລີ່​ມດຳ​ເນີນ​ການ​ປະ​ຕິ​ຮູ​ບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ, ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ນະ​ໂຍບາຍ​ພິ​ເສດ​ໃຫ້​ແຂວງ​ກວາງຕຸ້ງ, ອະ ນຸມັດ​ໃຫ້​​ແຂ​ວງ​ກວາງ​ຕຸ້ງ​ທົດ​ລອງ​ປະຕິ​ຮູບ​ແລະ​ເປີ​ດປະຕູ​ສູ່​ພາຍ​ນອກ, ດຶງ​ດູດ​ການ​ລົງ​ທຶນ​ຈາກ​​ຕ່າງປະ​ເທດ, ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້ມີ​ນັກ​ທຸ​ລະ​ກິດ​ຫຼາຍ​ມາ​ລົງທຶນ​ຢູ່​ກວາງ​ຕຸ້ງ. ວິ​ສາ​ຫະ​ກິດ​ຮົງ​ກົງ,ມ​າກາວ​ແລະ​ໄຕ້​ຫວັນ​ທີ່​​​ໃກ້​ກັບ​​ແຂ​ວງ​ກວາງ​ຕຸ້ງ​ທະ ຍອຍ​ກັນ​ມາ​ລົງທຶນ​ເພື່ອ​ສ້າງ​ໂຮງງານ​,​ແລະ​ຖື​​ບ່​ອນນີ້​ເປັນ​ບ່ອນ​ທຳ​ອິດ​ທີ່​ກ້າວ​​​ເຂົ້າ​ສູ່​ແຜ່ນ​ດິນ​ໃຫຍ່.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມ​າຮອດ​ທ້າ​ຍປີ2007, ​ແຂວງ​ກວາງ​ຕຸ້ງ​ໄດ້​ດຶງ​ດູດ​ການ​ລົງ​ທຶນ​​ໂດຍ​ກົງ​ຈາກ​ນັກ​ທຸລະ​ກິດ​ຕ່າງ​ປະ​ເທດ​ສູງ​ເຖິງ190​ຕື້​ກ່ວາ​ໂດ​ລາ, ​ໃນ​ນັ້ນ​ມີຫຼາຍ​ກວ່າ​80%​​ມາ​ຈາກ​ຮົງ​ກົງ, ມາ​ກາວ​ແລະ​ໄຕ້​ຫວັນ. ປະ​ຈຸ​ບັນ​ນີ້,​ ​ຢູ່​ກວາງ​ຕຸ້ງ, ໂຄງ​ການ​ລົງ​ທຶນ​ຂອງ​ວິ​ສາ​ຫະກິດ​ຮົງ​ກົງ, ມາ​ກາວ​ແລະ​ໄຕ້​ຫວັນ​​ມີຫຼາຍ​ກວ່າ1​​ແສນ2​ໝື່ນ​​ໂຄງ​ການ, ​ແລ​ະ​ໄດ້ຖືກ​ວາງ​ຕຸ້ງ​ເປັນ​ຖານ​ຜະລິດ​ປຸງ​ແຕ່ງ, ຮົງ​ກົງ​ແລະ​ມາກາວ​ເປັນ​ສູນ​ບໍ​ລິ​ຫານ​ການ​ຊື້​ຂາຍ​ເປັນ​ກ້າວໆ.

ກຸ່ມ​ບໍລິ​ສັດເຈິ້ນ​ທ້າຍກວາງ​ໂຈ​ວ​ແມ່ນ​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ທີ່​ຜະລິດ​ເຄື່ອງ​ຫຼິ້ນ​​ແລະ​ເຄື່ອງ​ໄຟຟ້າ​​ຂອງ​ນັກ​ທຸ​ລະ​ກິດ​ຮົງ​ກົງ, ​ເມື່ອ​ເປີດ​ໂຮງງານ​ຢູ່​ກວາງ​ໂຈ​ວ​ໃນ​ປີ1983, ​ເງິນ​ທຶນ​ໜ້ອຍ, ຂະໜາ​ດກໍ​ນ້ອຍ, ​ແຕ່​ຜ່ານ​ການ​ພັດທະ​ນາ​ເປັນ​ເວລາ20​ກວ່າປີ, ບໍລິ​ສັດ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ວິ​ສາ​ຫະກິດ​ໃຫຍ່​ທີ່​ມີ​ສື່ສຽງ​ໃນ​​ຂະ​ແໜງ​ການ​ດັ່ງກ່າວ. ນາງຈຽວ​ຢຽນ​ຊຽງ ຮອງ​ຫົວໜ້າ​ຂອງກຸ່ມ​ບໍລິ​ສັດ​​ເຈິ້ນ​ທ້າຍ​ຈຳ​ກັດຜູ້​ໄດ້​ເຮັດ​ວຽກ​ຢູ່​ນີ້​ເປັນ​ເວລາ20​ກວ່າ​ປີ​​ໄດ້​ເປັນ​ພິຍານ​​ໃຫ້​ແກ່​ຄວາມ​ເຕີບ​ໂຕ​ຂອງບໍ​ລິສັດ​ເຈິ້ນ​ທ້າຍ​ຈາກ​ນ້ອຍ​ຫາ​ໃຫຍ່​ຢູ່​ກວາງ​ຕຸ້ງ.​ ​ໃນ​ເວລາ​ທວນຄືນ​ສະພາບ​ການ​ດຳ​ເນີນທຸ​ລະ​ກິດ​ໃນ​ເບື້ອງ​ຕົ້ນ, ນາງ​ຈຽວ​ຢຽນຊຽງ​ກ່າວ​ວ່າ:"​ແຕ່​ກ່ອນ, ທີ່​ນີ້​ລ້ວນ​ແຕ່​ແມ່ນ​ທົ່ງ​ນາ, ອ້ອມ​ແອ້ມ​ບໍລິ​ເວັນ​​ນີ້​ກໍ​​ແມ່ນ​ທົ່ງ​ນາ. ສະຖານ​ທີ່​ແຫ່ງ​ນີ້​ທັງ​ສອກ​ຫຼີກ​ແລະ​ຫຼ້າ​ຫຼັງ, ບໍ່​ມີ​ໂຮງ​ຈັກ​ໂຮງງານ​ເລີຍ.​ເມື່ອຕັ້ງ​ໂຮງງານ​ໃນ​ເບື້ອງ​ຕົ້ນ, ພວກ​ເຮົາ​ມີ​ທຶນ​ພຽງ​ແຕ່2​​ແສນ​​ໂດ​ລາ​ຮົງ​ກົງ, ​ແລະ​ພະນັ​ກງາ​ນມີ​ແຕ່ 20​ກວ່າ​ຄົນ​ເທົ່ານັ້ນ. ມາ​ຮອດ​ປະຈຸ​ບັນ, ພວກ​ເຮົາ​ມີ​ພະນັກ​ງານ3​ໝື່ນ​ກວ່າ​ຄົນ, ​ມູນ​ຄ່າ​ຜະລິດ​ມີປະ​ມານ3​ຕື້​ຢວນ​ຕໍ່​ປີ."

ຜະລິດ​ຕະພັນ​ຂອງ​ກຸ່ມ​ບໍ​ລິ​ສັດ​ເຈິ້ນ​ທ້າຍ​​ແມ່ນ​ຖື​​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ, ປະລັດ​ສະຕິ​ກ​ແລະ​ເຄື່ອງຫຼິ້ນ​ເດັກນ້ອຍ​ເປັນ​ຕົ້ນຕໍ, ທັງ​ໝົດ​ກໍ​ສົ່ງ​​ໄປຂາຍ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ. ​ເຖິງ​ວ່າ​ສະຫະພາບ​ເອີ​ລົບ​ແລະອາ​ເມ​ລິກາຕັ້ງ​ເງື່ອນ​ໄຂ​ດ້ານ​ມາ​ດ ຕະຖານຄຸນ​ນະພາ​ບ​ແລະ​ຄວາມ​ປອດ​ໄພຂອງ​ຜະລິດ​ຕະພັນສູງ​ຫຼາຍກໍ່ຕາມ​, ​ແຕ່​ຍ້ອນຜະ​ລິດ​ຕະພັນ​ຂອງກຸ່ມ​ເຈິ້ນ​ທ້າຍມີ​ຮູບນ​ອກ​​ງາມ​ແລະ​ຄຸນ​ນະພາ​ບດີ, ສະ​ນັ້ນ​ຈຶ່ງໄດ້​ຮັບ​ຄວາມ​ນິຍົມຈາກ​ນັກ​ທຸ​ລະ​ກິດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຕະຫຼອດ​ມາ. ກຸ່ມ​​ເຈິ້ນ​ທ້າຍ​​ແຈ້ງ​ໃຫ້​ຊາບ​ວ່າມີ​ລະບົບ​ກວດກາທີ່​ເຂັ້ມ​ງວດຂອງ​ຕົນ, ມາ​ດຕະຖານ​ວັດ​ແທກຍັງ​ສູງ​ກວ່າ​ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບອີກ, ເພື່ອ​ຮັບປະກັນ​ບໍ່​ໃຫ້​ຫົວ ນົມ​ຢາງຂອງ​ເຄື່ອງ​ຫຼິ້ນ​ເດັກນ້ອຍ​ຕົກລົງ, ​ເຂົາ​ເຈົ້າກໍ​​ຕ້ອງ​ທົດ​ລ​ອງ​ເຖິງ​1​ໝື່ນ​ເທື່ອ. ນາງ​ຈຽວ​ຢຽນຊຽງ ຮອງ​ຫົວໜ້າ​ຂອງກຸ່ມ​ບໍລິ​ສັດ​​​ເຈິ້ນ​ທ້າຍ​ຈຳກັດ​ກ່າວ​ວ່າ:"ພວກ​​ເຮົາ​ຄວບ​ຄຸມ​ຄຸນ​ນະພາ​ບຂອງ​ຜະ​ລິດ​ຕະພັນ​ຢ່າງ​ເຂັ້ມ​ງວດ​ຕະຫຼອດ​ມາ, ພວກ​ເຮົາ​ມີ​​ຫ້ອງ​ທົດ​ລອງ​ທີ່​ດີ ຄືຫ້ອງ​ທົດ​ລອງທີ່​ຄວບ​ຄຸ​ມຄຸນ​ນະ​ພາ​ບຂອງ​ຜະລິດ​ຕະພັນ, ພວກ​ເຮົາ​ກວດ​ສອບດ້ານ​ຟີ​ຊິກ​ແລະ​ເຄມີຢ່າງ​ເຂັ້ມ​ງວດ​ຫຼາຍ, ຕົ້ນຕໍ​​ແມ່ນ​ຄວບ​ຄຸມ​​ດ້ານ​ເຕັກນິກ​​ແລະ​ການຮັບ​ປະກັນ​ສຸຂະພາບ​ຂອງ​ເດັກນ້ອຍ."

ຄື​ກັນ​ກັບ​ກຸ່ມ​ເຈິ້ນ​ທ້າຍ, ຫຼາຍ​ວິ​ສາ​ຫະກິດ​ຮົງ​ກົງ, ມາກາວ​ແລະ​​ໄຕ້​ຫວັນ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ກວາງ​ຕຸ້ງທຳ​ອິດລ້ວນ​ແຕ່​ແມ່ນ​ນຳ​ໃຊ້​ທີ່ດິນ​ແລະ​ກຳລັງ​ແຮງ​ງານ​ທີ່​ມີ​ລາຄາ​ຖືກສົມ​ຄວນ​, ພັດ​ທະ​ນາວິ​ສາ​ຫະກິ​ດ​​ແຜ່ນ​ແພ, ເຄື່ອງ​ນຸ່ງ​ຫົ່ມ,​ ເຄື່ອງຫຼິ້ນ​​ແລະ​ອື່ນໆ, ຜະລິດ​ຕະພັນ​ສ່ວນ​ຫຼາຍສົ່ງ​ອອກ​ຂາຍ​ຢູ່​ຕ່າງປະ​ເທດ. ຄຽງຄູ່​ກັບ​ການ​ແຂ່ງຂັນ​ລະ ຫວ່າງ​ອຸດສາ​ຫະກຳ​ດັ້ງ​ເດີມ​ນັບ​ມື້​ນັບ​ດຸ​ເດືອ​ດຂຶ້ນ​ແລະ​ອົງການ​ປົກ​ຄ​ອງ​ທ້ອງ​ຖິ່ນ​ສະ ໜັບ​ສະ​ໜູນ​ການ​ປັບປຸງ​​ໂຄງ​ປະກອບ​ຂອງ​ອຸດສາ​ຫະ​ກຳ​ດ້ວຍ​ນະ​ໂຍບາຍ, ວິ​ສາ​ຫະກິດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນຈຳນວນ​ໜຶ່ງ​ເລີ່​ມປ່ຽນທິດ​ທາງ​ການ​ລົງ​ທຶນ, ​ຄືລົງ​ທຶນ​ອຸດສາ​ຫະກຳ​ທີ່​ຕ້ອງ​ໃຊ້ວິ​ທະ​ຍາສາດ​ເຕັກ​ນິກ​ຫຼາຍ​ກວ່າ​​ເກົ່າ, ​ເຮັດ​ໃຫ້​ອຸດ ສາຫະ​ກຳ​ວິ​ທະຍາ​ສາດ​ເຕັກນິກ​ສູງ​ໃໝ່​ຂອງ​ກວາງຕຸ້ງ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ.

ກຸ່ມ​​ເອ​ເລັກ​ໂຕຼນິກ​ໄຖ​ຕາທີ່​ຕັ້ງ​ຢູ່​ໄຕ້​ຫວັນ​​ແມ່ນ​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ທີ່​ຜະລິດ​​ເຄື່ອງ​​ເຕັກ​​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫຼືITແລະ​ຜະ​ລິດ​ຕະພັນ​​ກ່ຽວກັບ​ພະ​ລັງງານ​ໝູນ ວຽນ​ເປັນຫຼັກ, ​ໃນ​ນັ້ນ​, ປະລິມານ​ຜະລິດ​ຂອງ​ຜະລິດ​ຕະພັນ​ຈຳນວນ​ໜຶ່ງ​ຢູ່​​​ແຖວ​ໜ້າ​ຂອງ​ໂລກ. ກ່ອນນີ້10​ກວ່າ​ປີ​, ວິ​ສາ​ຫະກິດ​ແຫ່ງ​ນີ້​ມາ​ສ້າງ​ໂຮງງານ​ຢູ່​ເມືອງ​ຕຸ່ງກວນ​ຂອງ​ແຂວງ​ກວາງ​ຕຸ້ງ. ຜ່ານ​ການ​ທົດ​ລອງ​​ໄລ​ຍະ​ໜຶ່ງ​ແລ້ວ, ສະພາບ​ແວດ​ລ້ອມ​ໃນ​ການ​ລົງ​ທຶນ​​ແລະ​ອະນາຄົດ​ການ​ພັດທະ​ນາທີ່​ດີ​ເຮັດ​ໃຫ້​ບໍ​ລິ​ສັດປ່​ຽນວິ​ທີ​ທີ່​ເຊົ່າ​ຫ້ອງ​ຂອງ​ຜູ້​ອື່ນ​ໃນ​​ເບື້ອງ​ຕົ້ນ​ມາ​ຊື້​ສິດ​ນຳ​ໃຊ້​ທີ່​ດິນ, ​ແລ້ວ​ສ້າງ​ໂຮງງານ​ຂອງ​ຕົນ, ລົງ​ທຶນ​ແລະດຳ​ເນີນ​ທຸ​ລະ​ກິດ​ໃນ​ໄລຍະ​ຍາຍ​ນານ. ປະຈຸ​ບັນ, ບໍລິສັດ​​ອຸດສາ​ຫະກຳ​​ເອ​ເລັກ​ໂຕຼນິກ​ໄຖ​ຕາ​ຕຸ່ງກວນ​ຈຳກັດມີ​ພະ​ນັກງານ2​​ໝື່ນກວ່າ​ຄົນ, ມູນ​ຄ່າ​ຜະລິດ​ເພີ່​ມຂຶ້ນ​ເກືອບ40%ຕໍ່​ປີ.

ເລີ່​ມຈາກ​​ເມືອງ​ຕຸ່ງກວນ, ​ບໍ​ລິດ​ສັດ​ເອ​ເລັກ​ໂຕຼນິກ​ໄຖ​ຕາ​ໄດ້​ຕັ້ງບໍ​ລິດ​ສັດ​ສາ​ຂາຢູ່​​ແຂວງ​ຈ່ຽງຊູ, ອ່ານ​ຮຸ່ຍ​ແລະບ່ອນ​ອື່ນ​ໆ, ​ຄາດ​ວ່າ​ໃນ​ການ​ຈຳ​ໜ່າຍ​ທົ່ວ​ໂລກ​ທີ່​ມີ​ມູນ​ຄ່າ5​ຕື້800​ລ້ານ​ໂດ​ລາ​ໃນ​ປີ​ນີ້, ຜະ​ລິດ​ຕະພັນ70%​ແມ່ນ​ຜະລິດ​ຢູ່​ແຜ່ນດິນ​ໃຫຍ່. ທ່ານ​​ເຈິ່ງ​ຈີ້​ຈຽນ ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ເຫັນ​ວ່າ, ສ້າງ​ໂຮງງານ​ຢູ່​ແຜ່ນ​ດິນ​ໃຫຍ່​ເຮັດ​ໃຫ້​ບໍ​ລິດ​ສັດ​ເອ​ເລັກ​ໂຕຼນິກ​​ໄຖ​ຕາໄດ້​ຮັບກຳ​ລັງ​ພັດ​ທະນາ​ທີ່ຍືນ​ຍົງ​ແລະ​ໄດ້​ຮັບ ລາຍ​​ໄດ້​ຢ່າງ​ຫຼວງ​ຫຼາຍ.ທ່ານ​ກ່າວ​ວ່າ"ບໍ​ລິດ​ສັດ​ຂອງ​ພວກ​ເຮົາ​ມີ​​ເປົ້າ​ໝາຍ​ຂອງ​ຕົນ, ຄື​ແຕ່ລະ​ປີກໍ​ຕ້ອງ​ເຕີບ​​ໂຕ​ເພີ່ມ​ຂຶ້ນ. ນອກ​ນີ້, ອັດ​ຕາລາ​ຍ​ໄດ້​ທີ່​ໄດ້​ຮັບ​ນັ້ນ​ຫຼື​ສະພາບ​ຂອງການ​ດຳ​ເນີນທຸລະ​ກິດ​ທັງ​ໝົດ ລ້ວນ​ແຕ່​ດີ​ຫຼາຍ. ມູນ​ຄ່າ​ສົ່ງ​ອອກ​ປີ​ໜຶ່ງ​ມີ​ຮອດ2​ຕື້​ໂດ​ລາ."

ໃນ​ຫຼາຍ​ປີ​ມາ​ນີ້, ຂົງ​ເຂດ​ລົງທຶນ​ຂອງວິ​ສາ​ຫະກິດ​ໃຫຍ່​ຂອງຮົງ​ກົງ, ມາ​ກາວແລະ​ໄຕ້​ຫວັນນັບ​ມື້​​ໄດ້ນັບ​ກວ້າງ​ຂວາງ, ຂະ​​ແໜງ​ການ​ອະສັງ​ຫາ​ລິ​ມະ​ຊັບ, ຈໍລະ​ຈອນ​ສິນຄ້າ, ວາງ​ສະ​ແດງ​ສິນ​ຄ້າ​ແລະ​ຂະ​ແໜງ​ການ​ບໍລິການ ​ເຊັ່ນ​ການ​ທະ​ນາ​ຄານ, ກົດໝາຍ​ແລະ​ການ​ປິ່ນ​ປົວ​ພະ​ຍາດນັບ​ມື​ນັບ​ຮັບ​ຄວາມ​ນິຍົມ. ປີ2007, ຂະ​​ແໜງ​ການ​ບໍລິ​ການ​ກວາງຕຸ້ງ​ໄດ້​ດຶງ​ດູດ​ການ​ລົງ​ທຶນຈາກ​ແຫ່ງ​ຕ່າງໆໃນ​ຕົວ​ຈິງ​​ຫຼາຍ​ກວ່າ 1ສ່ວນ3.

ເຖິງ​ວ່ານັບ​ແຕ່​ຕົ້ນປີ​ນີ້ມາ, ​​​ໄດ້ຖືກ​ວິ​ກິດ​ການ​ການ​ເງິນສາ​ກົນ​ໂຈມ​ຕີ​​,ເຮັດ​​ໃຫ້​ວິ​ສາ​ຫະ​ກິດ​ຮົງ​ກົງ, ມາ​ກາວແລະ​​ໄຕ້​ຫວັນຢູ່​ແຂວງ​ກວາງຕຸ້ງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ ຍາກ​​ແລະ​ສິ່ງ​ທ້າ​ທາຍ​ຈຳ​ນວນ​ໜຶ່ງ​ກໍ່ຕາມ, ​​ແຕ່ລັດ​ຖະບານ​ຈີນ​ໄດ້​ອອກ​ມາດ​ຕະ ການ​ຕ່າງໆ​ຢ່າງ​ທັນ​ການ​ເພື່ອ​ກະຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ​​ແລະ​ຊຸກຍູ້​​ໃຫ້​ເສດ ຖະກິດ​ເຕີບ​​ໂຕ, ນີ້ຈະ​ສ້າງ​​ໂອກາດ​ພັດທະ​ນາໃໝ່​ໃຫ້​ວິ​ສາ​ຫະກິດ​ຮົງກົງ, ມາ​ກາວ ແລະ​ໄຕ້​ຫວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>