ຍອດ​ມູນ​ຄ່າ​ການ​ຂາຍ​ຍ່ອຍ​ເຄື່ອງ​ບໍລິ​ໂພກ​ຂອງ​ຈີນ​ຫຼາຍ​ກວ່າ 1 ໝື່ນ ຕື້​ຢວນ

(GMT+08:00) 2008-12-22 18:20:12 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 22 ທັນວາ​ນີ້, ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ນັບ​ມາ​ຮອດ​ກາງ​ເດືອນ​ທັນວານີ້, ຍອດ​ມູນ​ຄ່າ​ການ​ຂາຍຍ່ອຍ​ເຄື່ອງ​ບໍລິ​ໂພ​ກຂອງ​ຈີນຫຼາຍກວ່າ 1 ໝື່ນ ຕື້​ຢວນ​ເປັນ​ເທື່ອ​ທຳ​ອິດ.

ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໝາກຜົນ​ຂອງນະ​ໂຍບາຍ​ຈີນ​ທີ່​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ແລະ​ຊຸກ​ຍູ້​​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະ​ໄວ​ສົມຄວນ. ກະຊວງ​ການ​ຄ້າ​ຈີນ​ເຫັນ​ວ່າ, ປະຈຸ​ບັນ, ​ເຖິງ​ວ່າ​ວິ​ກິດ​ການ​ການ​ເງິນ​ສາກົນ​ໄດ້​ສ້າງ​ຜົນ​ສະທ້ອນ​ບໍ່​ດີ​​​​​ໃຫ້​​ແກ່​ຕະຫຼາດຈີນ, ​ແຕ່​ຄຽງ​ຄູ່​ກັບ​ວັນ​ເຄີຼສມາດ​ແລະ​ວັນ​ປີ​ໃໝ່​ສາກົນ​​ໃກ້​ເຂົ້າມາ, ການຈຳໜ່າຍ​ຂອງ​ຕະຫຼາດຍັງ​ຈະ​ຮັກສາ​ການ​ເຕີບ​ໂຕ, ກະ​ວ່າ, ຍອດ​ມູນ​ຄ່າ​ຂາຍຍ່ອຍ​ເຄື່ອງ​ບໍລິ​ໂພ​ກ​ໃນ​ສັງຄົມ​ໝົດ​ປີ​ນີ້ຈະຫຼາຍກວ່າ​ປີ​ກາຍປະມານ 21%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>