ໃນ​ການ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ພາຍ​ໃນ, ຈີນ​ຈະ​ເຂັ້ມ​ງວດ​ຕໍ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2008-12-24 17:41:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 24 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂຈ​ວ​ເຊິ່ງສຽນ ລັດຖະມົນຕີ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ, ​ໃນ​ການ​ກະ​ຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ, ​ຈະ​ເຂັ້ມງວດ​ຕໍ່​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ບໍ່​ໃຫ້ຫຼຸດມາດຕະຖານ​ທາງ​ດ້ານການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເພື່ອ​ໂຄງການ.

ທ່ານ​ໂຈ​ວ​ເຊິ່ງສຽງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ລາຍ​ງານ​ວຽກ​ງານ​ປ້ອງ​ກັນ​ມົນ​ລະ​ພິດທາງ​ນ້ຳ​ຕໍ່ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ໃນ​ວັນດຽວ​ກັນ.
​​
ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການເສດຖະກິດ​ໃນ​ປະຈຸ​ບັນ​ຢ່າງ​ບັງ​ເກີດ​ຜົນ, ລັດຖະບານ​​ຈີນ​ໄດ້​ຕົກລົງ​ໃຊ້​ງົບປະມານ 4 ພັນ​ຕື້​ຢວນ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ປະກັນສຸຂະພາບ, ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ, ອົງການ​ປົກຄອງ​ທ້ອງ​ຖີ່​ນຕ່າງໆ​ກໍ່​ຈະ​ໃຊ້​ມາດ​ຕະການ​ທີ່​ສົມ​ຄູ່​ກັນ.

ທ່ານ​ໂຈ​ວ​ເຊິ່ງສຽນ​ກ່າວ​ວ່າ, ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຕ້ອງ​ຍົກ​ເລີກ ໂຄງການທີ່​ບໍ່​ສອດຄ່ອງ​ກັບນະ​ໂຍບາຍ​ອຸດສາຫະກຳ​ແຫ່ງ​ຊາດ​ແລະ​ນະ​ໂຍບາຍ​ອະນຸລັກ​ສິ່ງ​​ແວດ​ລ້ອມ; ​ພິຈາລະນາຢ່າງ​ເຂັ້ມງວດ​ໃນ​ການ​ອະນຸມັດ​ໂຄງການ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ເຂດ​ອ່ອນ​ໄຫວຕໍ່​ສິ່ງ​ແວດ​ລ້ອມ​ເຊັ່ນ​ເຂດ​ສະຫງວນ​ແຫຼ່ງນ້ຳດື່ມ, ​ເຂດ​ສະຫງວນ​ທຳ​ມະ​ຊາດ, ​ແລະ​ເຂດ​ທຳ​ມະ​ຊາດ​ທີ່ສຳຄັນ; ຄວບ​ຄຸມ​ການ​ສ້າງ​ໂຄງການ​ທີ່​ສີ້​ນ​ເປືອງຊັບພະຍາກອນ​ຢ່າງ​ເຂັ້ມງວດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>