ປະຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ຈີນ​ຈະ​ໄດ້​ຮັບ​ການ​ປະ​ກັນ​ໝົດ​ທຸກ​ຄົນ​ໃນ​ປີ2009

(GMT+08:00) 2008-12-25 17:16:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 25 ທັນວາ​ນີ້, ທ່ານ​ລີ​ເສ​ຈູ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ, ປີ 2009 , ປະຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນນະບົດ​ຈີນ​ຜູ້​ທີ່​ຄວນ​ຮັບ​ການ​ປະກັນ​ຊີວິດ​ຕ່ຳ​ສຸດຈະໄດ້​ຮັບ​ການ​ປະກັນ​ໝົດ​ທຸກ​ຄົນ.

ທ່ານ​ລີ​ເສ​ຈູ​​​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ​ວ​ແຂວງ​ກວາງ​ຕຸ້ງວ່າ, ປະຈຸ​ບັນ, ການ​ປະກັນ​ຊີວິດ​ຕ່ຳ​ສຸດ​ໃນ​ຕົວ​ເມືອງ​ໄດ້​ບັນລຸ​ໃຫ້​ຜູ້​ທີ່​ຄວນ​ໄດ້​ຮັບ​ການປະກັນ​ໄດ້​ຮັບ​ການ​ປະກັນ​ໝົດ​ທຸກ​ຄົນ​ແລ້ວ, ​ແຕ່​ໃນ​ຊົນນະບົດ​ບາງ​ແຫ່ງຍັງ​ບໍ່​ທັນ​ບັນລຸ​ເປັນຄວາມ​ຈິງ​ເທື່ອ. ປີໜ້າ, ຊົນນະບົດ​ຕ້ອງ​ໃຫ້​ຜູ້​ທຸກ​ຍາກ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ນັ້ນ​ໄດ້​ເຂົ້າ​ໃນ​ການ​ປະກັນ​ຊີວິດຂັ້ນ​ຕ່ຳ​ສຸດ​.

ປະຈຸ​ບັນ, ຈຳນວນ​ຄົນ​ທີ່​ຈະ​ໄດ້​ຮັບການປະກັນ​ຊີວິດຂັ້ນ​ຕ່ຳ​ສຸດ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຈີນ​ລວມມີ 61 ລ້ານ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>