ຈີນ​ໃຊ້​ມາດ​ຕະການ​ຮັບ​ປະ​ກັນ​ໃຫ້​ການ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​ກັບ​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ​ມີ​ຄວາມ​ສຳ​ຄັນ​ທໍ່​ກັນ

(GMT+08:00) 2008-12-25 18:29:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 25 ທັນວາ​ນີ້, ທ່ານ​ຮວາ​ຈ້ຽນມິນ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປະຈຸ​ບັນ, ​ໃນ​ຂະນະ​ທີ່​ຈີນ​ຜ່ອນຄາຍ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ນັ້ນ, ກໍ່​ພວມ​ໃຊ້​ມາດ​ຕະການຫຼາຍຊະນິດ​ເພື່ອ​ປົກ​ປ້ອງ​ສິດ​​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​.

ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຫາກໍ່ສິ້ນ​ສຸດ​ການ​ກວດກາ​ສະພາບ​ການ​ປະຕິບັດ"ກົດໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​​ການ​ອອກ​ແຮງ​ງານ". ວັນ​ດຽວ​ກັນ, ​ໃນ​ເວລາ​ລາຍ​ງານ​ຢູ່​ປັກ​ກິ່ງ, ທ່ານ​ຮວາ​ຈ້ຽນມິນ​ກ່າວ​ວ່າ, ​ແຕ່​ເດືອນ​ຕຸລາ​ເປັນຕົ້ນມາ, ວິ​ສາ​ຫະກິດ​ມີ​ຄວາມ​ຫຍຸ້ງ​ຍາດ​ເພີ່ມ​ຂຶ້ນ​ໃນ​ດ້ານ​ການ​ທຸລະ​ກິດ, ຄະ​ດີ​ກ່ຽວ​ກັບ​ການຕັດ​ຈຳນວນ​ກຳມະກອນ, ຕິດ​ໜີ້ເງິນ​ເດືອນ, ​ແລະ​ການ​ວິວາດ​ກັນ​ດ້ານ​ການ​ອອກ​ແຮງ​ງານ​ລ້ວນ​ແຕ່​ເພີ່ມ​ຂຶ້ນ. ​ເພື່ອ​ຮັບ​ມື​ກັບ​ບັນຫາ​ເຫຼົ່ານີ້, ລັດຖະບານ​ຈີນ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ​ຈະຫຼຸດອັດຕາ​ຈ່າຍ​ຄ່າ​ປະກັນ​ສຸຂະພາບ​​ແລະ​ການ​ປະກັນ​ອຸປະຕິ​ເຫດ​ແຮງ​ງານ​.
ອົງການ​ປົກຄອງ​ທ້ອງ​ຖີ່​ນ​ໃນຫຼາຍ​​ເຂດ​ແຂວງ​ຂອງ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ທີ່​ຮ້ອງ​ຂໍຫຼົ້ມຈົມ​ໃຫ້​ແກ້​ໄຂ​ບັນຫາ​ເງິນ​ເດືອນ​ຂອງ​ກຳມະກອນ​ກ່ອນ, ຈັດ​ວາງ​ເງິນສຸກ​ເສີນ​ໃຫ້​ກຳມະກອນ​ທີ່​ບໍ່​ໄດ້​ຮັບ​ເງິນ​ເດືອນ, ​ແລະ​ເພີ່ມ​ທະວີ​ການ​ອົບຮົມ​​ວິຊາ​ຊີບ​ໃຫ້​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​​ໃນ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>