ປີ2009, ຈີນ​ຈະ​ເພີ່ມ​ງົບ​ປະ​ມານ​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​​ຂອງ​ປະ​ຊາ​ຊົນ

(GMT+08:00) 2009-01-06 11:18:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 5 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຊ້ຊູ​ເຢີ​ນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ປີ 2009, ຈີນ​ຈະ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ໃຊ້​ຈ່າຍ​ງົບປະມານ​ປົກກະຕິ​ຂອງ​ການ​ເງິນ​ສູນ​ກາງ, ​ແລະ​ເພີ່ມ​ງົບປະມານ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຊັ່ນ​ການ​ສຶກສາ ການ​ປະ​ກອບ​ອາຊີບ ​ເຮືອນ​ຢູ່, ການ​ຮັກສາສຸຂະພາບ, ​ແລະ​ການ​ປະກັນ​ສັງຄົມ​ເປັນຕົ້ນ, ​ແລະ​​ເນັ້ນ​ໄປ​​ໃສ່​ເຂດພາກ​ກາງ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ທ່ານ​ເຊ້ຊູ​ເຢິນ​ກ່າວໃນ​ກອງ​ປະຊຸມ​ວຽກ​ງານ​ການ​ເງິນ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​​ໃນ​ມື້​ດຽວ​ກັນ. ທ່ານ​ເຊ້ຊູ​ເຢິນກ່າວ​ວ່າ, ຄາດວ່າ, ລາຍ​ໄດ້​ການ​ເງິນ​ທົ່ວ​ປະ​ເທດ​ຈີນ​ໃນ​ປີ 2008 ຈະຫຼາຍກວ່າ 6 ພັນຕື້ຢວນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ 2007 19%.

ທ່ານ​ເຊ້ຊູ​ເຢິນກ່າວ​ວ່າ, ປີ 2009, ຈີນ​ຍັງ​ຈະ​ສືບ​ຕໍ່​ເພີ່​ມງົບ​ເຂົ້າ​ໃນ​ຊົນນະບົດ​ແລະ​ກະສິກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>