ຈີນ​ຍິນ​ດີ​ຕ້ອນ​ຮັບ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຫຼາຍ​ກວ່າ​ເກົ່າ​ມາ​ຢາມ​​ແຜ່ນ​ດິນ​​ໃຫຍ່

(GMT+08:00) 2009-01-16 15:06:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້, ທ່ານ​ວາງ​ອີ້ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ກ່າວ​ວ່າ, ຍິນ​ດີ​ຕ້ອນຮັບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນຫຼາຍກວ່າ​ເກົ່າ​ມາ​ຢາມ​​ແຜ່ນດິນ​ໃຫຍ່, ​ເພື່ອ​ຊອກ​ຮູ້​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ແຜ່ນດິນ​​ໃຫຍ່.

ໃນ​ເວລາ​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ໜັງສືພິມ​ປະຊາຊົນ​ລາຍ​ວັນ ຊຶ່ງ​ເປັນ​ໜັງສືພິມ​ທາງ​ການ​ທີ່​ມີ​ອິດ​ທິພົນຫຼາຍກວ່າ​ໝູ່​ຂອງ​ຈີນ, ທ່ານ​ວາງ​ອີ້​ກ່າວ​ວ່າ, ປະຈຸ​ບັນ, ​ໃນ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ 23 ລ້ານ​ຄົນ​ນັ້ນ, ຜູ້​​ເຄີຍມາ​ແຜ່ນດິນ​​ໃຫຍ່ບໍ່​ຮອດ 1/3. ປະຈຸ​ບັນ, ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ໄປສະນີ ການ​ຄ້າ​ແລະ​ການ​ເດີນ​ເຮືອ​ເດີນ​ອາກາດ​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​ໄດ້​ບັນລຸ​ເປັນ​ຈິງ​ແລ້ວ. ຍິນ​ດີ​ຕ້ອນຮັບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນຫຼາຍກວ່າ​ເກົ່າ​ມາ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່, ​ແລະຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ແຜ່ນ​ດິນ​ໃຫຍ່ຫຼາຍກວ່າ​ເກົ່າ​ໄປ​ຢາມ​ໄຕ້​ຫວັນ, ​​ເພື່ອຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ເຖິງ​ສາຍເລືອດ​​ແລະ​ຊົນ​ເຜົ່າອັນ​ດຽວ​ກັນ​ຂອງ​ສອງ​ຝັ່ງ.

ທ່ານວາງ​ອີ້​ກ່າວ​ວ່າ, ການ​ພົວພັນ​ສອງ​ຝັ່ງ​ໃນ​ປີ 2008 ​ມີ​ການ​ປ່ຽນ​ແປງຫຼາຍ. ການ​ພົວພັນ​ສອງ​ຝັ່ງ​ພວມ​ກ້າວ​ເຂົ້າສູ່​ໄລຍະ​​ໃໝ່​ແຫ່ງການ​ແລກປ່ຽນ​, ມີການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຂຶ້ນ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>