ງານ​ແຂ່ງ​ຂັນ​ທາງ​ໂທ​ລະ​ພາບ​ຂອງ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ​ໄວ​ໜຸ່ມ​ເຮັດ​ໃຫ້​ຈີນ​ເກີດ​ກະ​ແສ​ນິ​ຍົມ​ງິ້ວ​ປັກ​ກິ່ງ

(GMT+08:00) 2009-01-22 09:49:33 cri
-----------------------------------------------------------------------------------------------------------------

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ງານ​ແຂ່ງຂັນທາງ​ໂທລະພາບ​ຂອງ​ນັກສະ​ແດງ​ງິ້ວປັກ​ກິ່ງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ຈີນ​ຄັ້ງທີ6​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງໄດ້​ອັດ​ລົງ.ການ​ແຂ່ງຂັນ​ຮອບສຸດ​ທ້າຍ​ທີ່​ໃຊ້​ເວລາ11​ວັນ​​ໄດ້​ດຶງ​ດູດ​ແຟນ​ງິ້ວປັກ​ກິ່ງ​ແລະ​ຜູ້​ຊົມ​ທົ່ວ​ໄປຂອງ​ຈີນຈົນ​ນັບ​ບໍ່​​ຖ້ວນ,​ອັນ​ໄດ້​ເຮັດ​​ໃຫ້​ຈີນ​ເກີດ​ກະ​ແສ​ນິຍົມ​ເບິ່ງ​ງິ້ວປັກ​ກິ່ງແລະມີ​ຄຳ​ເຫັນ​ຕໍ່ງິ້ວປັກ​ກິ່ງ.​



​ງານ​ແຂ່ງຂັນ​ນັກສະ​ແດງ​ງິ້ວປັກ​ກິ່ງ​ໄວ​ໜຸ່ມທົ່ວ​ປະ​ເທດ​ຈີນ​ເລີ່​ມ​ແຕ່​ເດືອນ​ເມສາ​2008,ມີ​ນັກ ສະ​ແດງ​ໄວ​ໜຸ່ມ500​ກວ່າ​ຄົນ​ນັບ​ແຕ່​ອາ​ຍຸ​16​ປີ​ຫາ35​ປີ ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ສະ​ໝັກ ເຂົ້າ​ຮ່ວມ.​ໃນ​ທີ່​ສຸດ,​ຜູ້​ເຂົ້າ​ແຂ່ງ​ຂັນ​80​ຄົນ​ໄດ້​ເຂົ້າ​ສູ່​ຮອບ​ສຸດ​ທ້າຍ,​ແລະ​ມີ​ຜູ້​ເຂົ້າ​​ແຂ່ງຂັນ24​ຄົນ​ຊີງ​ໄດ້​ລາງ​ວັນ​ຄຳ.​ທ່ານ​ອຽນ​ເຕິ​ເວີ່​ຍ ຜູ້​ກຳ​ກັບ​ງານ​ແຂ່ງ​ຂັນ​ຄັ້ງ​ນີ້​ບອກ​ໃຫ້​ຮູ້​ວ່າ,​ຈຸດ​ປະ​ສົງ​ທີ່​ຈັດ​ງານ​ແຂ່ງ​ຂັນ​ຂະ​ໜາດ​ໃຫຍ່​ຄັ້ງນີ້​ແມ່ນ​ເພື່ອ​ຄົ້ນ​ຫາ​ແລະ​ແນະ​ນຳ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ​ຜູ້​ໃໝ່,​ເລືອກ​ເຟັ້ນ​ຜູ້​ດີ​ເລີດ.

ງິ້ວປັກ​ກິ່ງ​ແມ່ນ​ງິ້ວຊະນິດໜຶ່ງ​ທີ່​ມີ​ແຫຼ່ງກຳ​ເນີ​ດຢູ່ປັກ​ກິ່ງ,​ມີ​ປະຫວັດສາດມາ​ໄດ້200​ກວ່າ​ປີ​ແລ້ວ,​ແມ່ນ​​ສິ່ງ​ປະ​ເສີດ​ຂອງ​ສິ​ລະ​ປະ​ງິ້ວ​ຂອງ​ຈີນ,​ໄດ້​ນາມ​ມະ​ຍົດວ່າ ​ເປັນ​ເອ​ກະ​ລັກ​ຂອງ​ຊາດ ຈີນ.​ສິ​ລະ​ປະ​ງິ້ວ​ປັກ​ກິ່ງ​​ໄດ້​ໂຮມ​ການ​ຮ້ອງ ອ່ານ ສະ​ແດງ​ ​ກັ່ງ​ຟູ້​ແລະ​ຟ້ອນ​ເຊື່ອມ​ເຂົ້າ​​ເປັນ​ໜຶ່ງ​ດຽວ,​ສະ​ນັ້ນ,​ນັກ​ສະ​ແດງ​ຈຶ່ງ​ຕ້ອງ​ຮຽນ​ມາ​ນ້ອຍ​ເພື່ອ​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ.​ກໍ່​ຄື​ເວົ້າ​ກັນ ວ່າ​"ການ​ສະ​ແດງ​ນາ​ທີ​ໜຶ່ງ​ຢູ່​​ເທິງ​ເວທີ,​ຕ້ອງ​​ເຝິກ​ຊ້ອມ​ສິບ​ປີ​ຢູ່​ລຸ່ມ​ເວທີ",​ນັກ​ສະ​ແດງ​ທີ່​ເຂົ້າ ຮ່ວມ​ການ​ແຂ່ງ​ຂັນ​ຄັ້ງ​ນີ້​ເຖິງ​ວ່າ​ອາຍຸ​ຍັງ​ໜຸ່ມ,​ແຕ່​ຜູ້​ໃດ​ກໍ່ປະສົບ​ການ​ເຝິກ​ຊ້ອມ​ງິ້ວ​ປັກ​ກິ່ງມາ 10​ກວ່າ​ປີ​ຫຼື​ຈົນ​ເຖິງ​20​ປີ​ແລ້ວ.



ມາ​ລີ້​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ຄັ້ງນີ້ ອາຍຸ26​ປີ.ຮຽນຫຼິ້ນ​ງິ້ວປັກ​ກິ່ງ​ມາແຕ່9​ປີ,​ແລະ​ຮຽນ​ຈົບ​ຈາກ​ສະ​ຖາ​ບັນ​ງິ້ວ​ຈີນ​ເມື່ອ21​ປີ,​ແລ້ວ​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ເພື່ອ​ສຳ​ຜັດ​ແລະ​ຊອກ​ຮູ້​ສິ​ລະ​ປະ ການ​ສະ​ແດງ​​ໂອ​ເປ​ລາ​ຂອງ​ຕາ​ເວັນ​ຕົກ.​ສອງ​ປີ​ກ່ອນ,​ມາ​ລີ້​ໄດ້​ກັບ​ຄືນ​ປັກ​ກິ່ງ.​​ຄວາມ​ຮູ້​ສຶກ​ຂອງ​ມາ​ລີ້​ແມ່ນ:ຄັນບໍ່​​ໄປ​ບ່ອນ​ອື່ນ​ກໍ່​ບໍ່​ຮູ້​ວ່າ ບ້ານ​​ຕົນ​ເອງ​ນີ້​ຂອງ​ດີ​ຫຼາຍ​ປານ​ໃດ.​ມາ​ລີ້​ເຫັນ​ວ່າ, ງິ້ວປັກ​ກິ່ງ​ຖ້າ​ຢາກ​ສືບ​ທອດ​ກັນ​ໄປ​ກໍ່​ຕ້ອງ​ປ່ຽນ​ແປງ​ໄປ​ຕາມ​ຍຸກ​ສະ​ໄໝ.ມາ​ລີ້​ກ່າວ​ວ່າ:"ຂ້ອຍ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ໄລຍະ​ໜຶ່ງ,​ຂ້ອຍ​ຮູ້​ສຶກ​ວ່າ ​ແຮ່ງ​ໄກຈາກ​ປະ​ເທດ​ຊາດ ແຮ່ງ​ຮູ້​ສຶກ​ວ່າ ​​ສິ​ລະ​ປະ​ດັ້ງ​ເດີມ​ຂອງ​ຈີນ​ຈົ່ງ​ແມ່ນ​ຍິ່ງ​ໃຫຍ່,​ແລະ​ຍອດ​ຫົວ​ກະ​ທິ​ທີ່​ອັດ​ສະ​ຈັນ.​ງິ້ວ​ປັກ​ກິ່ງ​ມີ​ຫຼາຍ​ເລື່ອງ​​ແມ່ນ​ງິ້ວ​ປັກ​ກິ່ງ​ຮູບ​ແບບ​ດັ້ງ​ເດີມ​ແທ້ໆ,​ງິ້ວ​ເຫຼົ່າ​ນີ້​ພວກ​ເຮົາ​ຕ້ອງ​ກຳ​ກັບ​ເລື່ອງ​ດັ້ງ​ເດີມ ເຫຼົ່າ​ນີ້​ໃຫ້​ດີໆ.​ຂ້ອຍ​ຮູ້​ສຶກ​ວ່າ,​ພວກ​ເຮົາ​ຍັງ​ຕ້ອງ​ແຕ່ງ​ເລື່ອງ​ໃໝ່​ຈຳ​ນວນ​ໜຶ່ງ,​ຕື່ມ​ປັດ​ໄຈ​ທີ່​ທັນ​ສະ​ໄໝ ວິ​ທີ​ແລະ​ຮູບ​ການ​ສະ​ແດງ​ລະ​ຄອນ​ທັນ​ສະ​ໄໝ​ຈຳ​ນວນ​ໜຶ່ງ​ໃສ່​ງິ້ວ​ປັກ​ກິ່ງ​ຢ່າງ​ເຕັມ​ທີ່."

​ໃນສັງຄົມ​ທັນ​ສະ​ໄໝ,ການ​ສື​ບທອດ​ແລະ​ພັດ​ທະ​ນາ​ສິ​ລະ​ປະ​ດັ້ງ​ເດີມ​ພວມ​ປະ​ເຊີນ​ກັບ​ການ​ກະ​ທົບ​ຈາກ​ວັດ​ທະ​ນະ​ທຳ​ຫຼາຍ​ເຄົ້າ.​ດ້ານ​ໜຶ່ງ,​ຊາວ​ໜຸ່ມ​ຜູ້​ຮຽນ​ງິ້ວ​ປັກ​ກິ່ງ​ຕ້ອງ​ຮູ້​ອົດ​ທົນ​ຄວາມ​ໂດດ​ດ່ຽວ​ທີ່​ບໍ່​ມີ​ຜູ້​ຊົມ​​ຫຼາຍ,​ນອກ​ນີ້,​ການ​ດຶງ​ດູດ​ຜູ້​ຊົມ​ໃຫ້​ຫຼາຍ​ກວ່າ​ເກົ່າ​ກໍ່​ແມ່ນ​ເລື່ອງ​ສຳ​ຄັນ​ເຊັ່ນ​ດຽວ​ກັນ.

ຊ່ອງ​ງິ້ວຂອງ CCTV ​ໄດ້​ຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ຮອບສຸດ​ທ້າຍ​ເທື່ອ​ນີ້, ​ແລະ​ເຮັດ​ໃຫ້​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ. ​ຜູ້​ຊົມ​ຫຼາຍ ຄົນ​ພາກັນ​ວິ​ຈານ​ການ​ສະ​ແດງ​ຂອງ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ ​ແລະ​ມີ​ຄຳ​ເຫັນ​ຕໍ່​ການ​ແຂ່ງ​ຂັນ ​ໂດຍ​ຜ່ານ​ເວັບ​ໄຊ,​ໂທ​ລະ​ສັບ ​ແລະ​ວິ​ທີ​ອື່ນໆ, ​ໃນ​ນັ້ນ ມີ​ຜູ້​ມັກ​ສິລະ​ປະ​ງິ້ວປັກ​ກິ່ງ​ຫຼາຍປີ, ​ແລ້ວ​ຍັງ​ມີ​ຊາວ​ໜຸ່ມ​ທີ່​ບໍ່​ເຄີຍ​ຊົມ​ງິ້ວ​ປັກ​ກີ່ງ ຈັກ​ເທື່ອ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ບອກ​ວ່າ​ມັກ​ງິ້ວ​ປັກ​ກິ່ງຫຼາຍ. ທ່ານ​ຢຽນ​ເຕີ​ເວີຍ ຜູ້​ກຳ ກັບ​ການ​ສະ​ແດງ​ກ່າວ​ວ່າ:​" ສັງ​ຄົມ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ແຂ່ງຂັນ​ຫຼາຍ​ກວ່າ​ປີ​ທີ່​ຜ່ານ​ມາ,​ຜ່ານ​ການ​ຖ່າຍ​ທອດ​ສົດ​ທາງ​ເວັບ​ໄຊ, ຜູ້​ຊົມ​ມີ​ໂອ​ກາດ​ຊົມ​ລາຍ​ການ ​ແລະ​ມັກ​ການ​ແຂ່ງ​ຂັນ​ດັ່ງກ່າວ​ຫຼາຍ.​ຜູ້​ຊົມ​ຕ່າງ​ປະ​ເທດ ​ແລະ​ນັກ​ສຶກ​ສາ​ຫຼາຍ​ຄົນ​ໄດ້​ຊົມ​ການ​ແຂ່ງ​ຂັນ​ໂດຍ​ຜ່ານ​ການ​ຖ່າຍ​ທ່ອດ​ສົດ​ທາງ​ເວັບ​ໄຊ​ນີ້,​ສະ​ນັ້ນ​ອັດ​ຕາ​ການ​ຊົມ​ລາຍ​ການ ກໍ່​ສູງ​ກວ່າ​ປີ​ທີ່​ຜ່ານ​ມາ.​ຜ່ານ​ການ​ແຂ່ງ​ຂັນ​ເທື່ອ​ນີ້,​ພວກ​ເຮົາ​ໄດ້​ຮູ້​ວ່າ ຄົນ​ທີ່​ສົນ​ໃຈ​ຕໍ່​ນັກ​ສະ​ແດງ​ຊາວ​ໜຸ່ມ ​ແລະ​ສິ​ລະ​ປະ​ງິ້ວປັກ​ກິ່ງ​ນັບມື້​ນັບ​ຫຼາຍ​ຂຶ້ນ,​ສະ​ນັ້ນ​ຈຶ່ງ​ສາ​ມາດ​ເວົ້າ​ໄດ້​ວ່າ ສິລະ​ປະ​ງິ້ວປັກ​ກິ່ງພວມ​ມີ​ຊີວິດ​ຊີ​ວາ​ຄືນ​ໃໝ່​ໃນ​ໝູ່​ປະຊາຊົນ​ທົ່ວ​ໄປ "

ການສະ​ແດງ​ທີ່​ດີ​ເດັ່ນຂອງ​ນັກ​ສະ​ແດງ​ໜຸ່ມ ກໍ່​ເຮັດ​ໃຫ້​ຜູ້​ຊົມ​ຕື່ນ​ຕາ​ຕື່ນ​ໃຈ.​ຜູ້​ຊົມ​ແຂວງ​ຊ່ານ​ຕຸ່ງ​ຜູ້​ໜຶ່ງ​ຂຽນ​ຂໍ້​ຄວາມ​ຢູ່​ເວັບ​ໄຊ​ວ່າ: ​"ອາ​ທິດ​ນີ້ ຂ້ອຍ​ໄດ້​ຊົມ​ການ​ແຂ່ງ​ຂັນ​ງິ້ວ​ປັກ​ກິ່ງ​ຊາວ​ໜຸ່ມ​ຈີນ​ຕະ​ຫຼອດ,​ຈິ່ງ​ຮູ້​ວ່າ​ມີ​ຊາວ​ໜຸ່ມ​ຫຼາຍ​ຄົນ​ເກັ່ງ​ຫຼາຍ, ​ເຂົາ​ເຈົ້າ​ຍອມ​ເປັນ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ ທີ່​ຖື​ວ່າ​ເປັນ​ອາຊີບ​ໄດ້​ເງິນ​ບໍ່​ຫຼາຍ, ​ແລະ​ກໍ່​ຍ້ອນ​ມີ​ເຂົາ​ເຈົ້າ,​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ ງິ້ວ​ປັກ​ກິ່ງ​ຈິ່ງ​ມີ​ຄວາມ​ຫວັງ​ຄືນ​ມາ"

ການ​ແຂ່ງຂັນ​ງິ້ວປັກ​ກິ່ງ​ຊາວ​ໜຸ່ມ​ເລີ່​ມຈັດ​ຂຶ້ນ​ໃນ​ປີ1987, ຈາກ​ນັ້ນມາ ​ກໍ່ຈັດ​ຂຶ້ນ​ໃນ​ທຸກໆ​4​ປີ,​ ​ແລະ​ກໍ່​ເກີດ​ມີ​ນັກສະ​ແດງ​ເກັ່ງ​ຈຳນວນ​ໜຶ່ງ​ໃນ​ການ​ແຂ່ງຂັນ​ທຸກ​ຄັ້ງ.​ປະ​ຈຸ​ບັນ,​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ແມ່ນ​ທ້າວ​ຢີ​ຂຸຍ​ຈື້,​ທ້າວ​ເຫມິ​ງກວາງ​ລູ້,​ນາງ​ຫຼີ​ເຊິ້ງ​ຊູ້ ​​ແລະ​ຜູ້​ອື່ນໆ,​ຜູ້​ຊົມ​ຮູ້ຈັກ​ເຂົາ​ເຈົ້າ​ຈາກ​ການ​ແຂ່ງ​ຂັນ,​ສະ​ນັ້ນ ວົງ​ການ​ງິ້ວປັກ​ກິ່ງ ​ແລະ​ວົງ​ການ​ອື່ນໆ​ໃນ​ສັງ​ຄົມ​ກໍ່​ໄດ້​ຝາກ​ຄວາມ​ຫວັງ​ຕໍ່​ຜູ້​ທີ່​ຊະນະ​ການ​ແຂ່ງຂັນ​ງິ້ວປັກ​ກິ່ງຊາວ​ໜຸ່ມ​ຄັ້ງນີ້​ເຊັ່ນ​ດຽວ​ກັນ.

ແມ່​ເຖົ້າຫຼິວ​ຊິ້ວຢົງ, ອາຍຸ​ເກືອບ80ປີ, ​ແມ່ນ​ສິລະ​ປິນທີ່​ມີ​ຊື່​ສຽງ​ທາງ​ການ​ສະ​ແດງ​ງິ້ວ​ປັກ​ກິ່ງ, ​ເພີ່ນ​ໄດ້​ເປັນ​ກຳມະ​ການ​ຂອງ​ການ​ແຂ່ງຂັນ​ງິ້ວ​ປັກ​ກິ່ງ​ຊາວ​ໜຸ່ມ​6​ເທື່ອ​ແລ້ວ, ​ເພີ່ນ​ເຫັນ​ວ່າ​ການ​ແຂ່ງຂັນ​ດັ່ງ​ກ່າວ ​ໄດ້​ສ້າງ​ໂອກາດ​ການ​ສະ​ແດງ​ອອກ ​ໃຫ້​ນັກສະ​ແດງ​ງິ້ວ​ປັກ​ກິ່ງ​ຊາວ​ໜຸ່ມ​ທັງຫຼາຍ, ​ແຕ່​ນັກສະ​ແດງ​ຊາວ​ໜຸ່ມ​ຍັງ​ຕ້ອງ​ພະ​ຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ສືບ​ທອດ​ແລະ​​ເສີມ​ຂະ​ຫຍາຍ​ສິລະ​ປະ​ງິ້ວ​ປັກ​ກິ່ງ​ຕື່ມ​ອີກ, ​ເພີ່ນ​ເວົ້າວ່າ:​"ຂ້າ​ພະ​ເຈົ້າ​ເປັນ​ກຳ​ມະ​ການ​ຂອງ​ການ​ແຂ່ງ​ຂັນ​ທຸກ​ຄັ້ງ,​ການ​ແຂ່ງ​ຂັນ​ງິ້ວ​ປັກ​ກິ່ງ​ຊາວ​ໜຸ່ມ​ໄດ້ບຳ​ລຸງ​ສ້າງ​ນັກ​ສະ​ແດງ​ຊາວ​ໜຸ່ມ​ຫຼາຍ​ຄົນ, ​ເຂົາ​ເຈົ້າ​ກາຍ​ເປັນ​ນັກ​ສະ​ແດງ​ສຳ​ຄັນ ຢູ່​ເທິງ​ເວ​ທີ​ງິ້ວ​ປັກ​ກິ່ງ. ​ແຕ່​ການ​ກາຍ​ເປັນ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ຍາກ​ຫຼາຍ,​ຊາວ​ໜຸ່ມ​ຕ້ອງ​ມີ​ຈິດ​ໃຈທີ່​ຖື​ຄວາມ​ຫຍຸ້ງ​ຍາກ​ເປັນ​ຄວາມ​ມ່ວນ​ຊື່ນ,​ຍຶດ​ໝັ້ນ​ແລະ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ, ​ເພື່ອ​ສົ່ງ​ເສີມ​ສິລະ​ປະ​ງິ້ວ​ປັກ​ກິ່ງ​ພວກ​ເຮົາ. "

ສື່​ມວນ​ຊົ​ນ​ເຫັນ​ວ່າ: ການ​ແຂ່ງຂັນ​ງິ້ວປັກ​ກິ່ງຊາວ​ໜຸ່ມໄດ້​ບຳລຸງ​ສ້າງ​ນັກ​ສະ​ແດງ​ງິ້ວ​ປັກ​ກິ່ງ​ລຸ້ນ​ໃໝ່,​ທັງ​ດຶງ​ດູດ​ຜູ້​ຊົມ​ໃໝ່, ທັງ​ສ້າງ​ຜົນ​ສະ​ທ້ອນ​ອັນ​ຍາວ​ໄກ​ຕໍ່​ການ​ສົ່ງ​ເສີມ​ສິ​ລະ​ປະ​ງິ້ວ​ປັກ​ກິ່ງ​ໃຫ້​ທົ່ວ​ເຖິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>