ປີ 2008 ​ເສດຖະກິດ​ຈີນ​ເຕີບ​ໂຕ 9%

(GMT+08:00) 2009-01-22 14:35:46 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 22 ມັງກອນ​ນີ້, ທ່ານ​ມາ​ຈ້ຽນຖາງ ຫົວໜ້າ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນກ່າວ​ວ່າ, ອີ​ງຕາມການ​ຄາດ​ຄະ​ເນ​ຫຼ້າ​ສຸດ​ຂອງ​ອົງການກອງ​ທຶນ​ສາກົນ​ຫຼືIMF, ປີ 2008 ​ເສ​ດຖະກິດ​ໂລກ​ສະ​ເລ່ຍ​ແລ້ວ​ເຕີບ​ໂຕ 3,7%. ​ເສດຖະກິດ​ຈີນ​ໄດ້​ເຕີບ​ໂຕ 9% ​ໃນ​ສະພາບ​ການ​ທີ່​ມີຄວາມ​ຫຍຸ້ງຍາກ, ​ໃນ​ປະຈຸ​ບັນ​ໄດ້ປະກອບ​ສ່ວນຫຼາຍ​ກວ່າ 20% ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ.

ທ່ານ​ມາ​ຈ້ຽນຖາງ​ກ່າວ​ວ່າ, ປີ 2008 ​ຈີນ​ໄດ້​ບັນລຸການ​ຜະລິດ​ທັນ​ຍາ​ຫານ​ເພີ່ມຂຶ້ນ 5 ປີ​ລຽນຕິດ. ລາຍ​ໄດ້​ຂອງ​ປະຊາຊົນ​ຕົວ​ເມືອງ​ເພີ່ມ​ຂຶ້ນ 8,4% ​ແລະ​ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ເພີ່ມ​ຂຶ້ນ 8%. ຮອດ​ທ້າຍ​ປີ 2008, ຄັງ​ສຳຮອງ​ເງິນ​ຕາ​ຕ່າງປະ​ເທດ​ຂອງ​ຈີນ​ມີ 1950 ຕື້​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2007 27,3%.

ທ່ານ​ມາ​ຈ້ຽນຖາງ​ກ່າວ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ, ການ​ເພີ່ມ​ຂຶ້ນ​ຂອງອຸດສາຫະກຳຈີນ​ຊ້າ​ລົງ, ຜົນກຳ​ໄລຂອງ​ວິ​ສາ​ຫະກິດ​ກໍ​ຫຼຸດລົງ. ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ນະ​ໂຍບາຍ​ດັດສົມ​ມະຫາ​ພາກ​ຂອງ​ລັດຖະບານ​ຈີນ​​ເລີ່​ມປະຕິບັດ​ເທື່ອ​ລະ​ກ້າວ, ​ເສດຖະກິດ​ຈີນ​ຈະ​ກ້າວ​ອອກ​ຈາກຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​​ໄດ້ຢ່າງ​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>