ຈີນ​ສະ​ສົມ​ເງິນ​ທຶນ ​ແລະ ວັດສະດຸຕ້ານ​ໄພ​ແຫ້ງ​ແລ້ງ​ຢ່າງ​ພຽງພໍ

(GMT+08:00) 2009-02-07 16:57:31 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ7 ກຸມພາ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ຫ້​ອງການກອງບັນຊາ​ການ​ສູງ​ສຸດຕ້ານ​ໄພ​ນ້ຳ​ຖ້ວມ ​ແລະ ​ໄພ​​​ແຫ້ງ​ແລ້ງ​ແຫ່ງ​ຊາດ​ຈີນ​ວ່າ, ຈີນ​ສະ​ສົມເງິນ​ທຶນ ​ແລະ ວັດ​ສະດຸ​ຕ້າ​ນ​ໄພ​ແຫ້ງ​ແລ້ງ​ຢ່າງ​ພຽງພໍ.

ນັບ​ມາ​ຮອດ​ວັນ​ທີ6 ກຸມພາ​ນີ້, ລັດຖະບານ​ສູນ​ກາງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ໄດ້​​ໃຊ້​ງົບ​ຫຼາຍ​ກວ່າ3​ຕື້​ຢວນ​ເພື່ອ​ຕ້ານ​ໄພ​ແຫ້ງ​ແລ້ງ. ​ໃນ​ນັ້ນ,ການ​ເງິນ​ສູນ​ກາງ​ໄດ້​ເບີກ​ຄ່າ​ອຸດ​ໜູນຕ້ານ​ໄພ​ແຫ້ງ​ແລ້ງ​​ໃຫຍ່​ພິ​ລຶກ ​ແລະ ​ເງິນ​ຜະລິດ ​ແລະ ກູ້​ໄພ​ກະສິກຳ400​ລ້ານ​ຢວນ, ​ ໄຟຟ້າ​ທີ່​ໃຊ້​ໃນ​ການ​ຕ້ານ​ໄພ​ແຫ້ງ​ແລ້ງ​ມີຫຼາຍ​ກວ່າ1ຕື້​ກິ​ໂລ​ວັດ​ໂມງ ​, ນ້ຳມັນ​ເຊື້ອ​ໄຟ1​ແສນ1​ໝື່ນ​ໂຕນ.

ໃນ​ຂະນະ​ທີ່ຈັດ​ສັນ​ເງິນ​ທຶນ ​ແລະ ວັດ​ສະດຸ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫ້​ອງການກອງບັນຊາ​ການ​ສູງ​ສຸດຕ້ານ​ໄພ​ນ້ຳ​ຖ້ວມ ​ແລະ ​​​​ໄພແຫ້ງ​ແລ້ງ​ແຫ່ງ​ຊາດ​ຈີນ​ໄດ້ຜ່ານ​ຊຸມ​ຊົນລະປະທານສຽວ​ລ້າງ​ຕີ​ຂອງ​ແມ່​ນ້ຳ​ເຫຼືອງ​​ເປັນ​ຕົ້ນ​ສະໜອງ​ນ້ຳລະບາຍ​ດ້ານ​ກະສິກຳ ​ໃຫ້​ແກ່​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ, ປັດຈຸບັ​ນ, ໄດ້​ສະ​ສົມ​​ນ້ຳ3​ຕື້​ກວ່າ​ແມັດ​ກ້ອນ,ສາມາດຕອບ​ສະໜອງຄວາມ​ຕ້ອງການ​ຕ້ານ​ໄພ​ແຫ້ງ​ແລ້ງ​ໃນ​ຂັ້ນ​ພື້ນຖານ.

ນອກ​ນີ້,ຂ່າວ​ແຈ້ງວ່າ, ວັນ​ທີ7 ກຸມພາ​ນີ້,  ຄະນະ​ກຳມະການ​​ການພັດທະນາ​ແລະການປະຕິ​ຮູບ​ແຫ່ງ​ລັດ​ຈີນ​​ໄດ້​ຈັດ​ວາງ​ໃຫ້​ພາກສ່ວນ​ພັດທະນາ ​ແລະ ການ​ປະຕິ​ຮູບ​ຂັ້ນ​ຕ່າງໆ ພ້ອມ​ທັງ​ກຸ່ມ​ບໍລິສັດ​ນ້ຳມັ​ນ​ເຊື້ອ​ໄຟ ​ແລະ ອາຍ​ແກັສ໌ທຳ​ມະ​ຊາດ​ຈີນ ​ແລະ ກຸ່ມ​ບໍລິສັດນ້ຳມັນ​ເຊື້ອ​ໄຟ​ແລະ​ເຄມີຈີນ​​ເຮັດ​ວຽກ​ຕ້ານ​ໄພ​ແຫ້ງ​ແລ້ງ​ ​ແລະ ຮັບປະກັນ​ການ​ເກັບ​ກ່ຽວ​ຢ່າງ​ອຸດົມ​ສົມບູນ​ໃຫ້​ດີ.

ນັບ​ມາ​ຮອດ​ວັນ​ທີ6 ກຸມພາ​ນີ້, ​ເນື້ອ​ທີ່ທັນ​ຍາ​ຫານ​ຂອງ​ທົ່ວ​ປະ​ເທດ​ຈີນ​ທີ່​ປະສົບ​ໄພ​ແຫ້ງ​ແລ້ງ​ມີຫຼາຍ​ກວ່າ10ລ້ານເຮັກຕາ, ມີ​4ລ້ານ3​ແສນ7​ໝື່ນ​ຄົນ ​ແລະ ສັດ​ໃຫຍ່2​ລ້ານ1​ແສນ​ໂຕ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ນ້ຳ​ກິນ​ຍ້ອນໄພ​ແຫ້ງ​ແລ້ງ​ກິນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>