ລັດຖະບານ​ຈີນ​ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮ່າງ​ຂໍ້​ກຳ​ນົດ​ຕ້ານ​ໄພ​ແຫ້ງ​ແລ້ງ

(GMT+08:00) 2009-02-12 11:08:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ວັນ​ທີ 11 ກຸມພາ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ຂອງຄະນະ​ລັດຖະບານ, ພິຈາລະນາ​ແລະ​ຜ່ານ​ໃນດ້ານຫຼັກການ​ຕໍ່"ຮ່າງຂໍ້​ກຳນົດ​ຕ້ານ​ໄພ​ແຫ້ງ​ແລ້ງ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ".
​​
ໄພ​ແຫ້ງ​​ແລ້ງ​ແມ່ນ​ໄພ​ທຳ​ມະ​ຊາດ​ຕົ້ນຕໍ​ຢ່າງ​ໜຶ່ງ​ຂອງ​ຈີນ. ​ໃນຫຼາຍປີ​ມາ​ນີ້, ຍ້ອນ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ, ​ເສດຖະກິດ​ພັດທະນາ, ຄວາມ​ຕ້ອງການ​ນ້ຳຫຼາຍຂຶ້ນ, ​ເຮັດ​ໃຫ້​ບັນຫາ​ໄພ​​ແຫ້ງ​ແລ້ງ​ຂາດ​ນ້ຳ​ນັບ​ມື້​ນັບຫຼາຍ​ຂຶ້ນ. "ຮ່າງ​ຂໍ້​ກຳນົດ​ຕ້ານ​ໄພ​ແຫ້ງ​ແລ້ງ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ"​ໄດ້​ກຳນົດ​ໜ້າ​ທີ່​ຮັບຜິດ​ຊອບ​ຂອງ​ອົງການ​ປົກຄອງ​ທຸກຂັ້ນ, ພາກສ່ວນ​ແລະ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​​ໃນ​ດ້ານ​ປ້ອງ​ກັນ​ໄພ​ແຫ້ງ​ແລ້ງ, ​ເພີ່ມ​ທະວີ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ລະບົບຊົນ​ລະປະ​ທານ​, ຕ້ານ​​ໄພ​ແຫ້ງ​ແລ້ງ​ຫຼຸດ​ໄພ​ທຳ​ມະ​ຊາດ​ແລະ​ການ​ຟື້ນຟູຫຼັງ​​ເກີດໄພ​ເປັນຕົ້ນ, ​ໄດ້​ວາງ​ມາດ​ຕະການ​ຕ້ານ​​ໄພ​ແຫ້ງ​ແລ້ງ​ໃນ​ເວລາ​ທີ່​ມີໄພ​​ເກີດ​ຂຶ້ນ, ​ໄດ້​ເຮັດ​ໃຫ້ການ​ສັບ​ຊ້ອນ​ນ້ຳ​ເປັນລະບົບ, ​ແລະ​ໄດ້​ກຳນົດ​ໜ້າ​ທີ່​ຮັບຜິດຊອບ​ດ້ານ​ກົດໝາຍ​ທີ່​ສົມ​ຄູ່​ກັນ.

ຮ່າງ​ຂໍ້​ກຳນົດ​ນີ້​ເມື່ອ​ໄດ້​ຜ່ານ​ການ​ປັບປຸງ​ຕື່ມ​ແລ້ວ​ຈະ​ໃຫ້​ລັດຖະບານ​ປະກາດ​ໃຊ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>