ຈີນ​ເລັ່ງລັດ​ຊຸກ​ຍູ້​ໃຫ້​ເຕັກນິກ​ລ້ຳ​ຍຸກ​ທັນ​ສະ​ໄໝຫັນເປັນ​ອຸດສາຫະກຳ

(GMT+08:00) 2009-02-18 15:43:35 cri
-----------------------------------------------------------------------------------------------------------------
ພາກສ່ວນ​ວິທະຍາສາດ​ເຕັກນິກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ວາງ​ນະ​ໂຍບາຍສະໜັບສະໜູນດ້ານ​​ເງິນ​ທຶນ​ແລະ​ກົນ​ໄກ​ຢ່າງ​ລຽນຕິດ​ເພື່ອ​ຊຸກ​ຍູ້​ໝາກ​ຜົນ​ດ້ານເຕັກນິກທີ່​ລ້ຳ​ຍຸກ​ທັນ​ສະ​ໄໝ​ຫັນ​ເປັນ​ອຸດສາຫະກຳ.ພາຍ​ໃຕ້​ສະພາບ​ການ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນ​ແຜ່ລາມ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,ອຸດສາຫະ​ກຳ​ເຕັກນິກ​ລ້ຳ​ຍຸກ​ທັນ​ສະ​ໄໝຂອງ​ຈີນ​ພັດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.​

ບໍລິສັດ​ອຸດສາຫະກຳ​ໜັກ​ໂຟຕົນ​ໂລ​ວົນ​ແຂວງ​ຊ່ານ​ຕຸ່ງ ທີ່​ຢູ່ພາກ​ຕາ​ເວັນ​ອອກຂອງ​ຈີນ​ແມ່ນ​ວິ​ສາ​ຫະກິດ​ເຕັກນິກ​ລ້ຳ​ຍຸກ​ທັນ​ສະ​ໄໝ​ທີ່​ສຳ​ຄັນ​ຂອງ​ລັດ​ທີ່​ຜະ​ລິດ​ອຸປະ​ກອນ​ອຸດ​ສາຫະກຳ​ຂະໜາດ​ໃຫຍ່​ເປັນຫຼັກ.ຫວ່າງ​ມໍ່ໆ​ນີ້,ບໍລິສັດ​ແຫ່ງ​ນີ້​ໄດ້​ສຳ​ເລັດ​ການຜະລິດ​ລົດ​ໄຖ​ນາ​ແຮງ​ມ້າ​ສູງ​ທີ່ຄົ້ນຄວ້າ​ຫຼ້າ​ສຸດ​ອີກ​ງວດ​ໜຶ່ງ.ທ່ານ​ວາງ​ຈິ່ນຟູ້ ຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດ​ນີ້​ບອກ​ວ່າ,ການ​ທີ່​ຄົ້ນຄວ້າ​ພັດທະນາ​ຜະລິດ​ຕະພັນ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ເຮັດ​ໃຫ້​ລະດັບຄົ້ນຄວ້າ​ພັດທະນາ​ລົດ​ໄຖ​ນາ​ແຮງ​ມ້າ​ສູງ​ຂອງ​ຈີນ​ກ້າວ​ເຂົ້າ​ສູ່​​ແຖ​ວໜ້າ​ຂອງ​ໂລກ.ທ່ານ​ກ່າວ​ວ່າ:

"​ເທື່ອ​ນີ້​ບໍລິສັດ​ພວກ​ເຮົາໄດ້ສຸມ​ຄວາມ​ຮູ້,ຄົ້ນຄວ້າປະ​ດິດສ້າງ​ໃໝ່,ສຳ​ເລັດ​ການ​ພັດທະນາ​ລົດ​ໄຖ​ນາ​ແຮງ​ມ້າ​ສູງ,ອັນ​ໄດ້​ພິສູດ​ຢ່າງ​ເຕັມ​ສ່ວນ​​ໃຫ້​ເຫັນຄວາມ​ສາມາດ​ເຕົ້າໂຮມ​ສະຕິ​ປັນຍາ​ແລະ​ປະດິດ​ສ້າງ​ໃໝ່​ຜະລິດ​ຕະພັນ​ຫຍີ່​ຫໍ້​ທີ່​ເປັນ​ຂອງ​ຕົນ​ເອງ​ຂອງ​ຈີນ."

ທ່ານ​ວາງ​ຈິ່ນຟູ​ບອກ​ນັກ​ຂ່າວ​ວ່າ,ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ,ປະລິມານ​ຈຳໜ່າຍ​ອຸປະກອນ​ອຸດສາຫະກຳ​ຂະໜາດ​ໃຫຍ່​ຫຼາຍ​ຊະນິດ​ຂອງ​ບໍລິສັດ​ດັ່ງກ່າວ​ໄດ້​ຫຼຸດ​ໜ້ອຍ​ລົງ,​ແຕ່​ວ່າ,ຜະລິດ​ຕະພັນ​ທີ່​ທັນ​ສະ​ໄໝ​ມີ​ມູນ​ຄ່າ​ເພີ່ມ​ສູງ​ນັ້ນ​ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຕະຫຼາດ,ລົດ​ໄຖ​ນາ​ແຮງ​ມ້າ​ສູງ​ທີ່​ບໍລິສັດ​ຜະລິດ​ແລ້ວ​ໃໝ່ໆ​ກໍ່​ໄດ້​ຮັບ​ໃບ​ຈອງ​ຊື້​ຢ່າງ​ຫຼວງ​ຫຼາຍ.

ຢູ່​ຈີນ​,ຄວາມສຳ​ເລັດຂອງບໍລິສັດ​ໂຟ​ຕົນ​ໂລ​ວົນພຽງ​ແຕ່​ແມ່ນ​ຕົວຢ່າງ​ໜຶ່ງເທົ່າ​ນັ້ນ.ທ່ານ​ວ້ານ​ກ່າງ ລັດຖະມົນຕີ​ວ່າ​ການ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​​ແຈ້ງ​ໃຫ້​ຊາບ​ວ່າ,​ໃນ​ວິ​ກິດ​ການ​ການ​ເງິນ​ສາກົນ​ເທື່ອ​ນີ້,ອຸດສາຫະກຳ​ແລະວິ​ສາ​ຫະກິດ​ເຕັກນິກ​ລ້ຳ​ຍຸກຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດຕ້ານ​ຄວາມ​ສ່ຽງ​ທີ່​ແຂງ​ແຮງ​ສົມຄວນ​,​ໄດ້​ບັນລຸ​ການ​ພັດທະນາທີ່​ວ່ອງ​ໄວ.ທ່ານ​ບອກ​ວ່າ:

"​ໃນ​ວິ​ກິດ​ການ​ເສດຖະກິດ​​ເທື່ອ​ນີ້,ຄວາມ​​ສາມາດ​ຕ້ານ​ຄວາມ​ສ່ຽງ​ຂອງວິ​ສາ​ຫະກິດ​ເຕັກນິກ​ທັນ​ສະ​ໄໝ​ແລະ​ເຂດ​ອຸດສາຫະກຳ​ເຕັກນິກ​ທັນ​ສະ​ໄໝ​ລະດັບ​ຊາດ​ຂອງ​ຈີນ​​ແມ່ນ​ພົ້ນ​ເດັ່ນ​ຫຼາຍ.3​ໄຕ​ມາດ​ທຳ​ອິດ​ປີ2008ຜ່ານມາ​ນີ້,​ລວມຍອດລາຍ​ໄດ້ຈາກ​ການ​ທຸລະ​ກິດ,ລວມຍອດມູນ​ຄ່າການ​ຜະລິດ​ອຸດສາຫະກຳ​ແລະ​ມູນ​ຄ່າ​ເພີ່ມ​ຂອງ​ອຸດສາຫະກຳ​ຂອງ​ເຂດ​ອຸດສາຫະກຳ​ເຕັກນິກ​ທັນ​ສະ​ໄໝ​ລະດັບ​ຊາດ54​ແຫ່ງລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ20%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2007.​ ອັດຕາ​​ເຕີບ​ໂຕ​ຂອງ​ເສດຖະກິດ​ສຳຄັນ​ຂອງ​ເຂດ​ອຸດສາຫະກຳ​ເຕັກນິກ​ທັນ​ສະ​ໄໝ​ລະດັບ​ຊາດ​ທີ່​ຢູ່​ພາກ​ກາງ,ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຈູ​ຈ່ຽງຂອງ​ຈີນໄດ້​ເຂົ້າ​​ໃກ້ຫຼື​ລື່ນ​ກາຍ30%."

ເມື່ອ20​ປີ​ກ່ອນ,ລັດຖະບານ​ຈີນ​ກໍ່​ໄດ້​ເລີ່​ມຕົ້ນ​ໂຄງການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສ​ະ​ເພາະ​ທີ່​ມີ​ຊື່ວ່າ​ແຜນການ​ທວນ​ໄຟ,​ມີ​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ຊຸກ​ຍູ້​ໝາກ​ຜົນ​ດ້ານ​ເຕັກ​ນິກ​ທັນ​ສະ​ໄໝ​ຂອງ​ຈີນ​ຫັນ​ເປັນ​ສິນຄ້າ​ແລ້ວ​ກາຍ​ເປັນ​ອຸດ​ສາ​ຫະ​ກຳ.​ຫຼາຍ​ປີ​ມາ​ນີ້,ອີງ​ຕາມ​ແຜນ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດັ່ງ​ກ່າວ,​ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ພັດ​ທະ​ນາ​ເຂດ​ພັດທະນາ​ອຸດສາຫະກຳ​ເຕັກນິກ​ລ້ຳ​ຍຸກ,ຄັດ​ເລືອກ​ວິ​ສາ​ຫະກິດ​ເຕັກ​ນິກ​ລ້ຳ​ຍຸກ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ທີ່​ດີ​ເດັ່ນ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ຂໍ້​ມູນ​ຂ່າວສານ,​ເງິນ​ທຶນ​ແລະ​ການ​ບໍລິການ,​ແລະ​ຕັ້ງໜ້າ​ນັກວິຊາການຄຸ້ມ​ຄອງ​ໃນ​ດ້ານວິທະຍາສາດ​ເຕັກນິກ​ຈຳນວນໜຶ່ງ.

ປັດຈຸບັນ,ຈີນ​ໄດ້​ສ້າງ​ເຂດ​ພັດທະນາ​ອຸດສາຫະກຳ​ເຕັກນິກທັນ​ສະ​ໄໝ​ລະດັບ​ຊາດ54​ແຫ່ງ​ແລ້ວ,ມີ​ວິ​ສາ​ຫະກິດ​ປະ​ເພດ​ຕ່າງໆ56000​ກວ່າ​ແຫ່ງ,ພະນັກງານ​ທີ່​ເຮັດ​ວຽກ​ໃນ​ເຂດ​ສວນ​ອຸດສາຫະກຳ​ເຫຼົ່າ​ນີ້​ຫຼາຍ​ກວ່າ1​ລ້ານ2​ແສນ​ຄົນ.ອຸດສາຫະກຳ​ເຕັກນິກທັນ​ສະ​ໄໝ​ລ້ຳ​ຍຸກ​ໄດ້​ກາຍ​ເປັນ​ກຳລັງ​ແຮງ​ສຳຄັນ​ທີ່​ຊັກ​ນຳ​ແລະ​ຄ້ຳ​ຊູ​ການ​ເຕີບ​ໂຕ​ຂອງ​ເສດຖະ​ກິດ​​ເຂດ​ແຄວ້ນ​ຕ່າງໆ.ທີ່​ຈິງ​ແລ້ວ,ການ​ສະໜັບ​ສະ​ໜູນ​ການ​ກໍ່ສ້າງ​ເຕັກນິກ​ທັນ​ສະ​ໄໝ​ໃຫ້​ຫັນ​ເປັນ​ອຸດສາຫະກຳ​ແລະ​ຄວາມ​ກ້າວໜ້າ​ຂອງ ​ເຕັກນິກ​ອຸດສາຫະກຳ​ໄດ້​ກາຍ​ເປັນ​ມາດ​ຕະກາ​ນສຳຄັນ​ອັນ​ໜຶ່ງລັດ​ຖະບານ​ຈີນ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ໃນ​ປັດຈຸບັນ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ.ການ​ເງິນ​ສູນ​ກາງ​ໄດ້​ໃຊ້​ງົບ​ປະມານ​ຫຼາຍ​ຕື້​ຢວນ​ເພື່ອ​ສະໜັບ​ສະ​ໜູນ​ວິ​ສາ​ຫະກິດ​ນຳ​ໃຊ້​ເຕັກນິກ​ທັນ​ສະ​ໄໝ​ມາ​ດັດ​ແປງ​ແລະ​ເຮັດ​ໃຫ້​ອຸດສາຫະກຳ​ດັ້ງ​ເດີມ​ຍົກ​ລະດັບ​ເຕັກນິກ​ຂຶ້ນ,​ເຮັດ​ໃຫ້​ຜະລິດ​ຕະພັນ​ມີ​ຄຸນ​ນະ​ພາ​ບດີ​ຂຶ້ນ.
ອີກ​ດ້ານ​ໜຶ່ງ,ອົງການ​ປົກຄອງ​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ່​ອີງ​ໃສ່​ແຜນການ"ທວນ​ໄຟ",​ເລັ່ງລັດ​ຊຸກ​ຍູ້​ການ​ພັດທະນາ​ອຸດສາຫະກຳ​ເຕັກນິກທັນ​ສະ​ໄໝ.ຂໍ​ຍົກ​ຕົວຢ່າງ​ຄື​​ແຂວງ​ກວາງ​ຕຸ້ງທີ່​ເປັນ​ແຂວງ​ສຳຄັນ​ດ້ານ​ການ​ຄ້າ​ກັບຕ່າງປະ​ເທດ​ຂອງ​ຈີນ,ພາຍ​ໃຕ້​ສະພາບ​ຂ້ຽວຂາດ​ແຫ່ງ​ວິ​ກິດ​ການ​ການ​ເງິນ​ສາກົນ,​ແຂວງ​ນີ້​ໄດ້​ຕັດສິນ​ຢ່າງ​ເດັດຂາດ,​ເນັ້ນ​ໃສ່​ການ​ພັດທະນາ​ອຸດສາຫະກຳ​ເຕັກນິກ​ລ້ຳ​ຍຸກ​ໃຫ້​​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ແລະ​ໄດ້​ວາງ​ມາດ​ຕະການ​ລະອຽດ​.ທ່ານ​ເສິນ​ຊິ່ນ ຮອງ​ຫົວໜ້າພະ​ແນ​ກວິທະຍາສາດ​ເຕັກນິກ​ແຂວງ​ກວາງ​ຕຸ້ງບອກ​ວ່າ:

"ວິກິດການ​ການ​ເງິນ​ຂອງ​ໂລກ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​​ຈຳນວນ​ໜຶ່ງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ,​ແຂວງ​ກວາງ​ຕຸ້ງ​​ແມ່ນ​ຜູ່​ໄດ້​ຮັບ​ຜົນ​ກະທົບ​ໜັກ​ກ່ອນໝູ່.ພວກ​ເຮົາ​ໄດ້​ວາງ​ແຜນ​ງານ​ທີ່​ເພີ່ມ​ທະວີ​ການ​ປະດິດ​ສ້າງ​ໂດຍ​ຕົນ​ເອງ.ດ້ານ​ໜຶ່ງ​ໄດ້​ປະຕິບັດ​10ໂຄງການ​ໃຫຍ່​ປະດິດ​ສ້າງ​ເຕັກນິກ​ວິທະຍາສາດ​ ​ອຸດສາຫະກຳ​ສຳຄັນ,​​ເສີມສ້າງ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ອຸດສາຫະກຳ​ເຕັກນິກ​ລ້ຳ​ຍຸກທັນ​ສະ​ໄໝ,ອີກ​ດ້ານ​ໜຶ່ງ,​ກໍ່​ນຳ​ເຂົ້າ​ນັກວິຊາການ​ແລະ​ເຕັກນິກ​ທັນ​ສະ​ໄໝ​ຈາກ​ທົ່ວ​ໂລກ."

ທ່ານ​ເສິນ​ຊິນ​ແຈ້ງ​ໃຫ້​ຊາບ​ວ່າ,​ແຂວງ​ກວາງ​ຕຸ້ງພວມ​ປະຕິບັດ10​ໂຄງການ​ໃຫຍ່​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ,​ເຊິ່ງລວມທັງ​ໂຄງການ​ຮຸ່ງ​ເຮືອງ​ແບບ​ປະຢັດ​ພະລັງງານ,​ໂຄງກາ​ນບຳລຸງ​ສ້າງ​ການ​ບໍລິການ​ດ້ານ​ວິທະຍາສາດ​ເຕັກນິກ,​ໂຄງການ​ປະດິດ​ສ້າງ​ຜະລິດ​ຕະພັນໃໝ່​ທີ່​ປະຢັດ​ພະລັງງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄຸນ​ນະພາ​ບ​ສູງ​ແລະ​ອື່ນໆ.​ແຂວງ​ກວາງ​ຕຸ້ງຫວັງ​ຢາກ​ຜ່ານ​ຈາກ​ມາດ​ຕະການ​ເຫຼົ່າ​ນີ້​,​ເຮັດ​ໃຫ້​ວິທະຍາສາດ​ເຕັກນິກ​ເສີມ​ຂະຫຍາຍ​ບົດບາດ​ຄ້ຳ​ຊູ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ແຂງ​ແຮງກວ່າ​ເກົ່າ.

ນອກ​ນີ້, ​ແຂວງ​ເສ​ສວນ​ທີ່​ຫາ​ກໍ່​ຜ່ານ​ຜ່າ​​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ກໍ່​ໄດ້​​ເລືອກ​ເອົາ​ເສັ້ນທາງ​ພັດທະນາ​ຄ້າຍຄື​ກັນ​ນີ້. ທ່ານ​ໂລ​ຈື້ພິງ ​ເຈົ້າ​ໜ້າ​ທີ່​ວິທະຍາສາດ​ເຕັກນິກ​ແຂວງ​ເສ​ສວນ​ກ່າວ​ວ່າ,​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ເສ​ສວນ​ໃນ​ເດືອນ​ພຶດ​ສະ​ພາ​ປີ2008​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ລ້ຳ​ຍຸກ​ສ່ວນ​ໜຶ່ງ​ຂອງ​ບາງ​ທ້ອງ​ຖິ່ນ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.​ໂດຍ​ແນ​ໃສ່​ສະພາບ​ການ​ນີ້,ຫວ່າງ​ມໍ່​ໆ​ນີ້,​ອົງ​ການ​ປົກ​ຄອງ​ແຂວງ​​ເສ​ສວນ​ໄດ້​ສຳ​ເລັດ​ການວາງ​ແຜນ​ຟື້ນ​ຟູ​ແລະ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທີ່​ມີ​ອຸດສາຫະກຳ​ເຕັກນິກ​ລ້ຳ​ຍຸກ,​ຫວັງ​ຢາກ​ສ້າງ​ສາ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກນິກ​ລ້ຳ​ຍຸກ​ທີ່​ມີ​ລະດັບ​ສູງ​ກວ່າ​ແຕ່​ກ່ອນ​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວ.

ຕາມ​ຂ່າວ​ຈາກ​ກະຊວງ​ວິທະຍາ​ສາ​ດ​ເຕັກ​ນິກ​ຈີນ,​ໃນ​ຕໍ່ໜ້າ,ຈີນ​ຈະ​ໃຊ້​ແຜນ​ການ​ທວນ​ໄຟ,ກໍ່​ສ້າງ​ເຂດ​ສວນ​ເຕັກ​ນິກ​ລ້ຳ​ຍຸກ​ທັນ​ສະ​ໄໝ​ແລະ​ເຂດ​ສວນ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ລ້ຳ​ຍຸກ​​ທັນ​ສະ​ໄໝທີ່​ມີ​ເອກະລັກ​ພິ​ເສດ​ຫຼາຍ​ແຫ່ງທີ່​ເປັນອັນດັບ​ໜຶ່ງ​ຂອງ​ໂລກ,​ສົ່ງ​ເສີມ​ວິ​ສາ​ຫະກິດ​ເຕັກນິກ​ລ້ຳ​ຍຸກ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ສູ່​ຕະຫຼາດ​ສາກົນ,ຕັ້ງ​ອົງການ​ຄົ້ນຄວ້າ​ພັດທະນາ​ແລ້ວ​ຍົກ​ສູງ​ບົດບາດ​ຂອງ​ອຸດສາຫະກຳ​ເຕັກນິກ​ລ້ຳ​ຍຸກ​ຂອງ​ຈີນ​ໃນ​ການ​ຄ້ຳ​ຊູ​ການ​ພັດທະນາ​ເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>