ສະ​ຖາ​ບັນຂົງ​ຈື້ຊຸກຍູ້​ກະ​ແສ​ນິຍົມ​ການ​ຮຽນ​ພາສາ​ຈີນ​ໃນ​ໂລກ

(GMT+08:00) 2009-02-18 16:06:03 cri
-----------------------------------------------------------------------------------------------------------------

ຄຽງ​ຄູ່​ກັບ​ກະ​​ແສ​ນິຍົມການຮຽນ​ພາສາ​ຈີນ​ໄດ້​ນັບ​ມື້​ນັບ​​ເພີ່ມຂຶ້ນ,ປະຈຸ​ບັນ,ຈຳນວນ​ຄົນທີ່ຮຽນ​ພາສາ​ຈີນ​ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆຢູ່​ຕ່າງປະ​ເທດມີຫຼາຍ​ກວ່າ 40 ລ້ານ​ຄົນ.​​ສຳລັບ​ເພື່ອນ​ມິດ​ຕ່າງປະ​ເທດ​ທີ່​ນິຍົມ​ຮຽນ​ພາສາ​ຈີນ​ແລະຮູ້ຈັກ​ຈີນ,ນອກຈາກ​ໄປ​ຮຽນ​ຕໍ່​ຢູ່​ຈີນ​ແລ້ວ,ຍັງ​ມີຊ່ອງ​ທາງ​ທີ່​ຍິ່ງ​ສະ​ດວກ​ອັນ​ໜຶ່ງ ຄື​ ​ໄປ​ຮຽນ​ຢູ່​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະ​ຍາ​ໄລ​ຫຼື​ຄຸ້ມ​ຊຸມ​ຊົນ​ຂອງ​ທ້ອງ​ຖິ່ນ.

ສະ​ຖາ​ບັນ​ຂົງຈື້​ແມ່ນ​ເອົາ​ຊື່ຂອງ​ທ່ານ​ຂົງຈື້ ນັກ​ແນວ​ຄຶດ​ທີ່​ມີ​ຊື່ສຽງໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ມາຕັ້ງ​​ເປັນຊື່,​ແມ່ນ​ອົງການ​ທີ່​ເຜີຍ​ແຜ່​ພາສາ​ຈີນ​ແລະ​ວັດທະນະທຳ​ຈີນ​ຕໍ່​ທົ່ວ​ໂລກ​.ມັນຕ່າງ​ກັນ​ກັບ​ວິຊາ​ພາສາ​ຈີນ​ຂອງ​ມະຫາວິທະຍາ​ໄລ​ຕ່າງປະ​​ເທດ,​ເພາະ​ວ່າສະ​ຖາ​ບັນ​ຂົງຈື້​ໄຂ​ປະຕູ​ຕໍ່​ທົ່ວ​ສັງຄົມ,ຢູ່​ແຫ່ງ​ນີ້,ຄົນ​ທັງຫຼາຍບໍ່ພຽງ​ແຕ່​ສາມາດ​ໄດ້​ຮັບ​ການ​ອົບຮົມ​ພາສາ​ຈີນ​ໃນ​ລະດັບ​ທີ່​ຕ່າງ​ກັນ​ເທົ່າ​ນັ້ນ,ຍັງ​ສາມາດ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ທີ່​ຕິດ​​ແທດ​ຕົວ​ຈິງ​ແລະ​ຫຼາ​ຍຢ່າງ​ກ່ຽວ​ກັບ​ຈີນ​ອີກ​ດ້ວຍ.

ນາງ​ລີ​ວຢຽນຕົງ ທີ່​ປຶກສາ​ແຫ່ງ​ລັດ ປະທານ​ຄະນະ​ກຳມະການ​ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້ຂອງ​ຈີນບອກ​ວ່າ,ນັບ​ແຕ່​ສະ​ຖາ​ບັນ​ຂົງຈື້ທີ່ຢູ່​ຕ່າງປະ​ເທດ​ແຫ່ງ​ທຳ​ອິດ​ໄດ້​ສ້າງຕັ້ງ​ຂຶ້ນ​ຢູ່​ເຊ​ອູ​ນ ນະຄອນຫຼວງ​ສ.​​ເກົາຫຼີ​ໃນ​ປີ 2004 ມານີ້,ສະ​ຖາ​ບັນ​ຂົງຈື້​​ໄດ້​ເຜີຍ​ແຜ່​​ໄປຮອດ 5 ທະວີບທົ່ວໂລກ​ຢ່າງ​ວ່ອງ​ໄວ.ນາງ​ກ່າວ​ວ່າ:

"ປະຈຸ​ບັນ,ຈີນ​ໄດ້​ສ້າງຕັ້ງ​ສະ​ຖາ​ບັນ​ຂົງຈື້ 249 ​ແຫ່ງ​ຢູ່ 78 ປະ​ເທດ​ແລະ​ເຂດ​ແຄວ້ນ.ສະ​ຖາ​ບັນ​ຂົງຈື້​ເຫຼົ່ານີ້​ໃຊ້​ຮູບ​ການ​ສຶກສາ​ທີ່​ສອດ​ຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​ແລະ​ຄ່ອງ​ແຄ້ວ​ບໍ່​ຕາຍ​ຕົວ,​ໄຂ​ປະຕູ​ຕໍ່​ໂຮງຮຽນ​ປະ​ຖົມ ມັດທະຍົມ​ແລະ​ມະ​ຫາວິທະຍາ​ໄລ​ພ້ອມ​ດ້ວຍ​ຄຸ້ມ​ຊຸມ​ຊົນ​ແລະ​ວິ​ສາ​ຫະກິດ,​ໄດ້​ມີ​ນັກຮຽນ​ທີ່​ຈົດ​ທະບຽນ 1 ​ແສນ 3 ໝື່ນ​ຄົນ,ຍັງ​ໄດ້​ຈັດກິດ​ຈະ​ກຳ​ແລ​ກປ່ຽນ​ວັດທະນະທຳ​ທີ່​ມີຫຼາກ​ຫຼາຍ​ສີສັນ,ມີ 1 ລ້ານ 4 ​ແສນ​ກວ່າ​ຄົນ​ເຂົ້າ​ຮ່ວມ."

ສະ​ຖາ​ບັນ​ຂົງຈື້​ໃຊ້​ຮູບ​ແບບ​ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ມື​ກັນ,​ເຂດ​ແຄວ້ນ​ແລະ​ໂຮງຮຽນ​ຫຼື​ມະຫາວິທະຍາ​ໄລ​ທີ່​ມີ​ການ​ໄປມາຫາສູ່​ກັນ​ຢ່າງ​​ໃກ້ຊິດ​ກັບ​ຈີນ​ແລະ​ມີ​ຄວາມ​ຕ້ອງການ​ຮຽນ​ພາສາ​ຈີນສູງ,ສາມາດ​ຮ້ອງ​ຂໍ​ນຳ​ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້ຈີນ,ພາຍຫຼັງ​ໄດ້​ຮັບ​ການ​ອະນຸມັດ​​ແລ້ວ,ຈີນ​ຈະ​ຮັບຜິດຊອບ​ສົ່ງ​ອາຈານ​ສອນ​ພາສາ​ຈີນ ສະໜອງ​ປື້​ມຮຽນ​ພາສາ​ຈີນ​ແລະ​​ເອກະສານ​ຕ່າງໆ,​ແລະດຳ​ເນີນ​ການ​ຊີ້​ນຳ​ທາງ​ການ​ສອນ.ຮູບ​ການ​ຮ່ວມ​ມື​ແບບ​ນີ້​​ເຮັດ​ໃຫ້​ສະ​ຖາ​ບັນ​ຂົງຈື້ມີ​ສີສັນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ພ້ອມ​ກັນ,ຍັງ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ສອນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ.ຕາມ​ສະຖິຕິ,ພຽງ​ແຕ່​ປີ 2008 ​ເທົ່າ​ນັ້ນ,ຈີນ​ກັບ​ຕ່າງປະ​ເທດ​ກໍ່​ໄດ້​ໃຊ້​ງົບປະມານ 100 ລ້ານ​ກວ່າ​ໂດ​ລາ​ເຂົ້າ​ໃນ​ສະ​ຖາ​ບັນ​ຂົງຈື້ຂອງ​ປະ​ເທດ​ຕ່າງໆ.

ສະ​ຖາ​ບັນຂົງຈື້ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກມີ​ຈຸດ​ພິ​ເສດ​ທີ່​ຕ່າງ​ກັນ​ໃນ​ການຂະຫຍາຍຕົວ.ຕົວ​ຢ່າງ​ຄື,ສະ​ຖາ​ບັນ​ຂົງຈື້ຢູ່ຕັສ​ເກັນແຫ່ງ​ອຸສ​ເບ​ກີ​ສະຖານ​ຕົ້ນຕໍ​ແມ່ນ​ສອນ​ພາສາ​ຈີນ​ໃຫ້​ວົງ​ການ​ອຸດສາຫະກຳການ​ຄ້າ​ແລະ​ການທູດ,ສ່ວນ​ສະ​ຖາ​ບັນ​ຂົງຈື້ການ​ຄ້າ​ຢູ່​ລອນ​ດອນ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ວົງ​ການ​ການ​ເງິນ ​ເສດຖະກິດ​ແລະ​ການ​ຄ້າ,​ໄດ້​ດຶງ​ດູດ​ເຈົ້າ​ໜ້າ​ທີ່​ລະດັບສູງຂອງ​ວິ​ສາ​ຫະກິດ​ຂະໜາດ​​ໃຫຍ່​ຫຼາຍ​ແຫ່ງມາ​ຮຽນ​ພາສາ​ຈີນ.ພ້ອມ​ກັນນັ້ນ,ສະ​ຖາ​ບັນ​ຂົງຈື້​ຢູ່ແຫ່ງ​ຕ່າງໆຍັງ​ໄດ້ປັບ​ໃຫ້​ຖືກກັບ​ຈຸດ​ພິ​ເສດ​ຂອງ​ທ້ອງ​ຖິ່ນ,ຈັດວາງ​ຫຼັກ​ສູດ​​ແລະກິດຈະກຳຕ່າງໆ​ທີ່​ສະ​ແດງ​ສີສັນພິ​ເສດຂອງ​ວັດທະນະທຳ​ຈີນ.ຕົວຢ່າງ​ຄື,ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​​ເຊົາ​ແບັງ​ຢູ່​ລອນ​ດອນ​ອັງກິດ​ໄດ້​ເປີດ​ຫຼັກສູດ​ສອນ​ແພດສາດ​ພື້ນ​ເມືອງ​ຈີນ,ສະ​ຖາ​ບັນ​ຂົງຈື້​​ຢູ່ເບີ​ເກັນ​ແຫ່ງ​ນອກ​ແວຍັງສອນ​ກັງ​ຟູ້ຈີນ.

ນັບ​ມາ​ຮອດ​ປະຈຸ​ບັນ,ມີ​ມະຫາວິທະຍາ​ໄລ​ຂອງ​ຈີນ​ຮ້ອຍ​ກວ່າ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ໂຄງການ​ຮ່ວມ​ມື​ຈັດ​ຕັ້ງ​ສະ​ຖາ​ບັນ​ຂົງຈື້.ຕົວຢ່າງ​ຄື,ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງຂອງ​ຈີນ​ກໍ່​ໄດ້​ຮ່ວມມື​ກັບ​ຕ່າງປະ​ເທດສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງຈື້ 8 ​ແຫ່ງ.ທ່ານ​ເຊີນ​ຢູລູ້ ຮອງ​ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ດັ່ງກ່າວ​ກ່າວ​ວ່າ:

"ໜ້າ​ທີ່​ຕົ້ນຕໍ​ແມ່ນ​ສົ່ງອາຈານສອນ​ພາສາ​ຈີນ ອາຈານ​ສອນ​ວັດທະນະທຳ​ຈີນ​ແລະ​ການ​ລົງທຶນ​ຕໍ່​ຈີນອອກ​ໄປ​ຕ່າງປະ​ເທດ.​ພ້ອມ​ກັນ​ນັ້ນ,ພວກ​ຂ້າພະ​ເຈົ້າຍັງ​ເອົາ​ໃຈ​ໃສ່​ອົບຮົມ​ຄູ​ສອນ​ພາສາ​ຈີນ​ທ້ອງ​ຖິ່ນ​ຢູ່​ປະ​ເທດ​ຕ່າງໆ,​ແລະ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ພັດທະນາ​ປື້​ມ​ແບບຮຽນ​ໃໝ່.ຢູ່​ມະຫາວິທະຍາ​ໄລ​ດູ​ບຼີນ​ແຫ່ງ​ອຽກລັງ,ພວກຂ້າພະ​ເຈົ້າ​ໄດ້​ຈັດ​ງານ​ສະ​ແດງ​ງິ້ວຈີນ.​ໃຫ້​ເພື່ອນມິດ​ຕ່າງປະ​ເທດ​ຮູ້ຈັກ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ."

ສະ​ຖາ​ບັນ​ຂົງຈື້ທີ່​​ແຈກ​ຢາຍຢູ່​ແຫ່ງ​ຕ່າງໆ​ໄດ້​ເສີມ​ຂະຫຍາຍ​ບົດບາດ​​ໃຈກາງ​ໃນ​ການ​ແນະນຳ​ຈີນ​ຢູ່ເຂດຕ່າງໆ.ມະຫາວິ​ທະຍາ​ໄລ​​ແມນ​ເຊັສ​ເຕີ​ແຫ່ງ​ອັງກິດ​ກໍ່​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ"ສັບປະດາ​ຈີນ"ກ່ອນ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ທ່ານ​ອາ​ລິ​ສ​ແຕຣ ອູຟ ຮອງ​ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ດັ່ງກ່າວ​ກ່າວ​ວ່າ,ສະ​ຖາ​ບັນ​ຂົງຈື້ບໍ່​ພຽງ​​ແຕ່​ແມ່ນ​ອົງການ​ສອນ​ພາສາ​ຈີນ​ເທົ່າ​ນັ້ນ​,​​ແຕ່​ໄດ້​ກາຍ​ເປັນ"ປ່ອງຢ້ຽມ"ທີ່​ສຳຄັນ​ສຳລັບ​ຄົນທົ່ວ​ໄປ​ເພື່ອ​ຮູ້ຈັກ​ປະ​ເທດ​ຈີນ,ທ່ານ​ກ່າວ​ວ່າ:

"ສະ​ຖາ​ບັນ​ຂົງຈື້ທີ່​ຕັ້ງ​ຢູ່​ມະຫາວິທະຍາ​ໄລ​ພວກ​​ເຮົາ​ຊ່ວຍ​ຄົນ​ນອກ​ມະຫາວິທະຍາ​ໄລ​ຮູ້ຈັກ​ຈີນ,ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ກິດ​ຈະກຳ​ຕ່າງໆ,ອົບ​ຮົມ​ຄູ​ສອນ​ພາສາ​ຈີນ​ໃນ​ໂຮງຮຽນ​ມັດທະຍົມ,​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ພາສາ​ແລະ​ວັດທະນະທຳ​ແກ່​ນັກທຸລະ​ກິດ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ຈີນ.​ເວົ້າ​ລວມ​ແລ້ວ,ສະ​ຖາ​ບັນ​ຂົງຈື້​ໄດ້​ຍົກ​ສູງ​ລະດັບຄວາມ​ຮູ້ຈັກ​ແລະ​ເຂົ້າ​ໃຈ​ຈີນ​ຂອງ​ປະຊາ​ຊົນ​ໃນ​ສັງຄົມ,ບໍ່​ພຽງ​ແຕ່​​ໄດ້ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ພວກ​ເຮົາ​ເທົ່າ​ນັ້ນ,ຍິ່ງ​ເຮັດ​ໃຫ້ສາມັນ​ຊົນ​ຢູ່​​ແມນ​ເຊັສເຕີ​​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອັງກິດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ."

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ຈຳນວນ​ຄົນ​ທີ່​ນິຍົມ​ຮຽນ​ພາສາ​ຈີນ​ຢູ່​ປະ​ເທດ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຕົວຢ່າງ​ຄື​ອາ​ເມ​ລິ​ກາ,ນັກຮຽນ​ມັດທະຍົມ​ທີ່​ຮຽນ​ພາສາ​ຈີນ​ໄດ້​ເພີ່ມຈາກ 2 ໝື່ນ​ຄົນ​ເມື່ອ 3 ປີ​ກ່ອນ​ຂຶ້ນ​ຮອດ 1 ​ແສນ 3 ໝື່ນ​ຄົນ,ສ່ວນ​ຢູ່​ອັງກິດ​ແລະ​ຝະຣັ່ງ,ຕ່າງ​ກໍ່​ມີ​ໂຮງຮຽນ​ມັດທະຍົມ​ແລະ​ປະຖົມ 300 ກວ່າ​ແຫ່ງ​​ໄດ້​ຈັດຕັ້ງ​ສອນພາສາ​ຈີນ.​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ,ນັບ​ມາ​ຮອດ​ປະຈຸ​ບັນ,ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້ຂອງ​ຈີນ​ໄດ້​ສົ່ງ​ອາຈານ​ສອນ​ພາສາ​ຈີນ​ແລະ​ອາສາ​ສະໝັກ​ເກືອບ 4000 ຄົນອອກ​ໄປ 150 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນໂລກ,​ແລະ​ໄດ້​ອົບຮົມ​ຄູ​ສອນ​ພາສາ​ຈີນ 2 ໝື່ນ​ກວ່າ​ຄົນ​ໃຫ້ 40 ກວ່າ​ປະ​ເທດ​ແລະ​ເຂດ​​ແຄວ້ນ.

ທ່ານ​ມາ​ຈ້ຽນ​ເຟີ່ຍ ຮອງ​ຜູ້ອຳນວຍການ​ໃຫຍ່ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້ບອກ​ວ່າ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊາວ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ທີ່​ນິຍົມ​ຮຽນ​ພາສາ​ຈີນ,ສະ​ຖາ​ບັນ​ຂົງຈື້ພວມ​ພະຍາຍາມ​ພັດທະນາ​ປື້​ມຮຽນ​ພາສາ​ຈີນ​ດ້ວຍ​ພາສາທີ່​ໃຊ້ຫຼາຍ 40 ກວ່າ​ຊະນິດ.ທ່ານ​ກ່າວ​ວ່າ:

"ພວກ​ຂ້າພະ​ເຈົ້າ​ຈະ​ອີງ​ຕາມຮີດ​ຄອງ​ປະ​ເພນີ​ຂອງ​ປະ​ເທດ​ຕ່າງໆ ພາສາ​ຊະນິດ​ຕ່າງໆ​ແລະ​ວັດທະນະທຳ​ຕ່າງໆ,ພັດທະນາ​ປື້ມຮຽນ​ທີ່​ມີ​ສີສັນ​ພິ​ເສດ,ປື້ມຮຽນພາສາ​ຈີນ​ແລະ​ເອກະສານ​ເຄື່ອງມື​ທີ່​ກ່ຽວຂ້ອງ​ຈະຄ່ອຍ​​ເຜີຍ​ແຜ່​ເຂົ້າ​ໃນ​ພາສາ​ທຸກ​ຊະນິດ​ເປັນ​ກ້າວໆ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>