ເວລາ​ພັກຜ່ອນ​ຂອງ​ອະ​ໄວ​ຍະ​ວະ​ຕ່າງໆ​ຂອງ​ຄົນ

(GMT+08:00) 2009-02-23 18:48:20 cri
-----------------------------------------------------------------------------------------------------------------
ຄຳ​ສຸພາສິດ​ຈີນ​ມີ​ຢູ່​ວ່າ"ດວງ​ເດືອນ​ມີ​ມື້​ຂຶ້ນ​ແລະ​ມື້​ແຮມ"ສ່ວນ​ຮ່າງກາຍ​ຂອງ​ຄົນ​ເຮົາ​ກໍ່​ເຊັ່ນ​ດຽວ​ກັນ,ມັນ​ກໍ່​ເໝືອນ​ດັ່ງ​ດວງ​ດາວ​ນ້ອຍໆ,ມື້ໜຶ່ງ​ປ່ຽນ​ໄປ​ຕາມ24​ຊົ່ວ​ໂມງ,​ເດືອນ​ໜຶ່ງ​ປ່ຽນ​ໄປ​ຕາມ​ຕາ​ເວັນ​ແລະ​ດວງ​​ເດືອນ,ປີ​ໜຶ່ງ​ປ່ຽນ​ໄປ​ຕາມ​ລະດູ​ການ.​ການ​ແພດ​ຈີນ​ເອີ້ນ​ລະບົບ​ນີ້​ເປັນ​ແພດສາດ​ແຫ່ງ​ການ​ເວລາ,ທີ່​ໝາຍ​ເຖິງ ​ຮ່າງກາຍ​ຂອງ​ຄົນ​ເຮົາ​ປ່ຽນ​ໄປ​ຕາມ​ການ​ໝູນ​ເດີນ​ຂອງ​ຕາ​ເວັນ​ແລະ​ດວງ​ເດືອນ,ອະ​ໄວ​ຍະ​ວະ​ຕ່າງກໍ່​ມີ​ບົດບາດ​ຂອງ​​ໃຜ​ມັນ​ແລະ​ປະສານ​ສົມທົບ​ເຮັດ​ວຽກ​ນຳກັນ.ຖ້າ​ພວກ​ເຮົາ​​ເຮັດ​ຕາມ​ກົດ​ເກນ​ໂມງ​ຊີວະ​ພາບ​ຂອງ​ຮ່າງກາຍ,ກຳ​ໄດ້​ຍາມ​ທີ່​ອ່ອນ​​ແອທີ່​ສຸດ,​ແລ້ວ​ປັບປຸງ​ຈຸດບົກຜ່ອງ,ກໍ່​ຈະ​ສາມາດ​ປັບປຸງຮ່າງກາຍ​ເຮົາ​ໃຫ້​​ຢູ່​ໃນ​ສະພາບ​ທີ່​ດີ​ທີ່​ສຸດ.​

ໃນ​​ແຕ່​ລະ​ຊົ່ວ​ໂມງ​ຂອງ​ມື້ໜຶ່ງ,ລ້ວນ​ແຕ່​ມີ​ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ເປັນ​ປະທານ,ນັ້ນ​ກໍ່​ຄື​ເວລາ​ທີ່​ມັນ​ເຄື່ອນ​ໄຫວຫຼາຍ​ທີ່​ສຸດ.ຄຽງ​ຄູ່​ກັບ​ເວລາ​ຜ່ານ​ໄປ,ການ​ເຄື່ອນ​ໄຫວ​ຂອງ​ມັນ​ຈະ​ຄ່ອຍໆອ່ອນ​ລົງ​ຮອດ​ຈຸດ​ຕ່ຳ​ສຸດ,ຄື​​ເວລາ​ອ່ອນ​ແອ​,​ມັນ​ກໍ່​ໝູນ​ເດີນ​ໄປ​ຄື​ແນວ​ນີ້​ລະ.

ຕອນຂ້ອນ​ແຈ້ງ​ຄື​ແຕ່1​ໂມງ​ຮອດ3​ໂມງ​ແມ່ນ​ເວລາ​ທີ່​ຕັບ​ແຂງ​ແຮງ​ທີ່​ສຸດ.ສິ່ງທີ່​ເຮົາ​ຄວນ​ເຮັດ​ນັ້ນ​ກໍ່​ແມ່ນ​ນອນ,​ເພື່ອ​ສ້າງ​ສະພາບ​ເຮັດ​ວຽກ​ທີ່​ດີ​ໃຫ້​ແກ່​ຕັບ.​ເວລາ​ທີ່​ຕັບ​ອ່ອນ​ແອ​ທີ່​ສຸດ​ແມ່ນ13​ໂມງ​ຮອດ17​ໂມງ,ສະ​ນັ້ນ, ວຽກ​ໜັກ​ຄວນ​​ເຮັດໃນ​ຕອນ​ເຊົ້າ.ຕັບ​ຢ້ານ​ເມື່ອຍ,​ເຖິງ​ວ່າ​ໃນ​ມື້ໜຶ່ງ ​ເວລາ​ໃດ​ກໍ່​ຄວນ​ເອົາ​ໃຈ​ໃສ່​ນຳ​ການ​ພັກຜ່ອນ​ກໍ່ຕາມ,​ແຕ່​ເວລາ13​ໂມງ​ຮອດ17​ໂມງ​ແມ່ນ​ສຳຄັນ​ກວ່າ.ຖ້າວ່າ​ຈຳ​ເປັນ​ຕ້ອງ​ເຮັດ​ວຽກ​ແທ້ໆ,ຕັບ​ກໍ່​ຈະ​ສົ່ງ​ຜົນ​ກະທົບ​ໄປ​ເຖິງ​ຕາ,ສະ​ນັ້ນ,ທຸກໆ​ຊົ່ວ​ໂມງ​ຢ່າງ​ໜ້ອຍ​ຕ້ອງ​​ໃຫ້​ຕາ​ພັກຜ່ອນ5​ນາທີ.

ຜູ່​ທີ່​ມີ​ອາການ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ຄວນ​ບຳລຸງ​ຕັບ​ທີ່​ສຸດ​ຄືມັກ​ວິນວຽນ,ມັກ​​ໃຈ​ຮ້າຍ​ໄວ,ຫງຸດຫງິດກະວົນກະ​ວາຍ,​ ​ອາລົມບໍ່​ດີ,ມັກ​ໃຈນ້ອຍ,ມັກ​ຝັນ​ຫຼາຍໃນ​ເວລາ​ນອນ,ພ້ອມ​ທັງ​ອາດ​ຈະ​ມີ​ອາການ​ເຄືອງ​ກະດູກ​ຂ້າງ​,​ແມ່ຍິງ​ປະຈຳ​ເດືອນກໍ່​ມາ​ບໍ່​ປົກກະຕິ.

ເວລາ5​ໂມງ​ຮອດ7​ໂມງ​ແມ່ນ​ເວລາ​ທີ່​ໝາກ​ໄຂ່ຫຼັງ​ແຂງ​ແຮງ​ທີ່​ສຸດ,ສ່ວນ​ເວລາ​ທີ່​ອ່ອນ​ເພຍ​ທີ່​ສຸດ​ແມ່ນ23​ໂມງ​ຮອດ1​ໂມງ​,ບໍ່​ຄວນ​ນອນ​ເດິກ​ຫຼາຍ,ບຳລຸງ​ຮ່າງກາຍ,ຢ່າ​ສູ່​ກະ​ຕຸ້ນ​​ໝາກ​ໄຂ່ຫຼັງ​ໃນ​ເວລາ​ຜູ່​ຊາຍ​ອ່ອນ​ເພຍ​ທີ່​ສຸດ.

ຄົນ​ເຮົາ​ຄວນຕ້ອງການ​ບຳລຸງ​​ໝາກ​ໄຂ່ຫຼັງທີ່​ສຸດ​ໃນ​ເວລາ​ມີ​ອາການ​ດັ່ງ​ນີ້ຄື,ວິນ​ຫົວ,ຫູ​ອຶ່ງ,ມັກ​ຫຼົງ​ລືມ,ສະມັດ​ທະ​ພາບ​ທາງເພ​ດອ່ອນ​​ແອ,ມື​ຕີນ​ອ່ອນ​ເພຍ,​ແອວ​ແລະ​ຫົວ​ເຂົ່າອ່ອນ​ເພຍ,ມັກ​ເປັນຫວັດ,ບໍ່​ມີ​ຄວາມ​ສາມາດ​ຖືພາ​ໄດ້,​ເກີດ​ລູກ​ກ່ອນ​ເວລາ​ກຳນົດ.

7​ໂມງ​ຮອດ9​ໂມງ​ແມ່ນ​ເວລາ​ທີ່​ປອດ​ແຂງ​ແຮງ​ທີ່​ສຸດ.ຄັນ​ຢາກ​ອອກກຳລັງ​ກາຍ​ດີ​ທີ່​ສຸດ​​ໃຫ້​ຫັດກາຍ​ໃນ​ເວລາ​ນີ້,​​ໃນ​ເວລາ​ປອດ​ແຂງ​ແຮງ​ທີ່​ສຸດ​ຄວນອອກກຳລັງ​ກາຍ​ທີ່​ຮ່າງກາຍ​ມີ​ອົກ​ຊີ​ແຊນ​ພຽງພໍ​ຕົວຢ່າງ,​ແລ່ນ​ຊ້າສາມາດ​​ເສີມ​ສ້າງ​ຄວາມ​ແຂງ​ແຮງ​ຂອງປອດ.​ເວລາ​ທີ່​ປອດ​ອ່ອນ​ແອ​ທີ່​ສຸດ​ແມ່ນ​ລະຫວ່າງ21​ ຮອດ23​ໂມງ,​ໃນ​ເວລາ​ນີ້,ທຳ​ມະ​ດາ​ແລ້​ວປອດ​ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ອ່ອນ​ເພຍ,ຄົນ​ເຮົາ​ມັກ​ຈະ​ໄອແຮງ​ໃນ​ຍາມ​ກາງ​ຄືນ,​ສະ​ນັ້ນ​ຫຼັງ​ກິນ​ເຂົ້າ​ແລງ​ແລ້ວ​ຄວນ​ອົມ​ໝາກຈອງ​ປ່ຽງ​ໜຶ່ງ​ຈົນ​ຮອດ​ເວລາ​ຈະຖູ​ແຂ້ວກ່ອນນອນ​ແລ້ວຈິ່ງ​ຖົ່ມຖິ້ມ.

ຜູ່​ທີ່​ມີ​ອາການ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ຄວນ​ບຳລຸງ​ປອດ​ໃຫ້​ຫຼາຍ​ທີ່​ສຸດ​ຄື​ມີ​ອາການ​ຫັນ​ໃຈ​ອ່ອນ​ເພຍ,ສຽງ​ເວົ້າ​ຄ່ອຍ,ຫັນ​ໃຈ​ທັງ​ໄວ​ທັງ​ແຮງ, ແໜ້ນ​ອົກ​,​ໄອ​ແລະ​ຫາຍ​ໃຈ​ຫອບ.

ເວລາ9​ໂມງ​ຮອດ11​ໂມງ​ແມ່ນ​ເວລາ​ທີ່​ປ້າງ​ແຂງ​ແຮງ​ທີ່​ສຸດ,ຄົນ​ຜູ່​ທີ່​ປ້າງ​ອ່ອນ​ແອສາມາດ​ ​ກິນ​ເຂົ້າທ່ຽງ​ໃນ​ເວລາ11​ໂມງ,​ເພາະວ່າ​ເວລາ​ນີ້​ປ້າງ​ແຂງ​ແຮງ​ທີ່​ສຸດ,ຍ່ອຍ​ອາຫານ​ແລະ​ດູດ​ຊຶມ​ທາດ​ບຳລຸງ​ໄດ້​ດີ​ທີ່​ສຸດ.​ເວລາ19​ໂມງ​ຮອດ23​ໂມງ​ແມ່ນ​ເວລາ​ທີ່​ປ້າງ​ອ່ອນ​​ແອ​ທີ່​ສຸດ,ຂໍ​ແນະນຳ​ໃຫ້​ກິນ​ໝາກ​ໄມ້​ໜ່ວຍ​ໜຶ່ງ​ຫຼັງກິນ​ເຂົ້າ1​ຊົ່ວ​ໂມງ,ລົດ​ຫວານ​ສາມາດ​ເຮັດ​ໃຫ້​ປ້າງ​ເຂັ້ມ​ແຂງ.

ຜູ່​ທີ່​ມີ​ອາການ​ດັ່ງ​ຕໍ່​ໄປ​ນີ້​ຄວນ​ບຳລຸງ​ປ້າງ​ທີ່​ສຸດ​ຄື ທ້ອງ​ອືດ,ຖອກທ້ອງ,ອິດ​ເມື່ອຍ​ຂີ້ຄ້ານ,​​​​ນ້ຳ​ອະສຸຈິ​ຮົ່ວ​ໄຫຼ,ລົງ​ຂາວ​ຫຼາຍ,​ຫາຍ​ໃຈ​ຫອບ,ຂີ້ຄ້ານ​ ​ເວົ້າ,​ເອັນ​ແລະ​ກ້າມ​ຊີ້ນ​ຍານ.

ເວລາ11​ໂມງ​ຮອດ13​ໂມງ​ແມ່ນ​ເວລາ​ທີ່​ຫົວ​ໃຈ​ແຂງ​ແຮງ​ທີ່​ສຸດ,ຄັນ​ມີ​ວຽກ​ທີ່​ໃຊ້​ສະໝອງ​ຫຼາຍ,ກໍ່​ສາ​ມາ​ດສວຍ​ໃຊ້​ເວລາ​ຕອນ​ທ່ຽງ,​ເພາະ​ເວລາ​ນີ້​ຫົວ​ໃຈ​ເຂັ້ມ​ແຂງ​ທີ່​ສຸດ.ສ່ວນ​ເວລາ​ທີ່​ຫົວ​ໃຈ​ອ່ອນ​​ແອ​ທີ່​ສຸດ​ແມ່ນ21​ໂມງ​ຮອດ1​ໂມງ​ຂອງເຊົ້າມື້​ຕໍ່​​ໄປ.ສະ​ນັ້ນ,ຖ້າ​ຜູ່​ໃດຫົວ​ໃຈ​ອ່ອນ​ແອ​ມາ​ແຕ່​ເກີ​ດຄວນ​ນອນ​ໄວ,ບໍ່​ຄວນ​ນອນ​ເດິກ,ຂໍ​ແນະນຳໃຫ້​ກິນ​ນ້ຳ​ຫົວ​ກະລົດຫຼື​ນ້ຳ​ໝາກ​ເຫຼັ່ນ​ກ່ອນ​ນອນ,​ເພາະ​ອາຫານ​ສີ​ແດງ​ສາມາດ​ບຳລຸງ​ຫົວ​ໃຈ​ໄດ້​ດີ.

ຄົນທີ່​ມີ​ອາການ​ດັ່ງ​ຕໍ່​ໄປ​ນີ້​ຄວນ​ເອົາ​ໃຈ​ໃສ່​ການ​ບຳລຸງ​ຫົວ​ໃຈ​ທີ່​ສຸດ​ຄື:ມັກ​ຕົກ​ໃຈ​,ຫັນ​ໃຈ​ຫອບ,ນອນ​ບໍ່​ຫຼັບ,ຂີ້ລືມ,​​ໃຈ​ຫງຸດຫງິດ,ຈົນ​ກະ​ທົບ​ຫົວ​ໃຈ​ເຈັບ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>