ຈີນ​ສ້າງ​ສູນ​ການ​ຄ້າ​ລິ​ຂະ​ສິດ​ລະດັບ​ຊາດ​ແຫ່ງ​ທຳ​ອິດ​ເພື່ອຄົ້ນຄວ້າ​ຮູບ​ແບບ​ໃໝ່​​ແຫ່ງ​ການ​ຄ້າ​ລິ​ຂະ​ສິດ

(GMT+08:00) 2009-03-02 16:21:34 cri
-----------------------------------------------------------------------------------------------------------------


ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສູນ​ການ​ຄ້າ​ລິ​ຂະ​ສິດ​ສາກົນ​ທີ່ສູນ​ປົກ​ປ້ອງ​ລິ​ຂະ​ສິດ​ຈີນ​ແລະ​ອົງການ​ປົກຄອງ​​​ເຂດ​ຕົ່ງ​ເສິງ​ນະຄອນຫຼວງ​ປັກ​ກິ່ງ​ຮ່ວມ​ກັນ​ສ້າງ​ຕັ້ງ​ນັ້ນ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ​ແລ້ວ,ນີ້​ແມ່ນ​ສູນ​ການ​ຄ້າ​ລິ​ຂະ​ສິດ​ລະດັບ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ແລະ​ກໍ່​ແມ່ນ​ສູນ​ຈົດ​ທະບຽນ​ ​ລິ​ຂະ​ສິດ​,​ເປັນຕະຫຼາດສູນການ​ຊື້​ຂາຍ​ລິ​ຂະ​ສິດ​ແລະ​ເວທີ​ໝູນ​ວຽນ​ທຶນ​ລິ​ຂະ​ສິດ​ທີ່​ໃຫຍ່​ກວ່າ​ໝູ່​ແລະ​ມີ​ຊື່​ສຽງຫຼາຍ​ກວ່າ​ໝູ່​ຂອງ​ຈີນ​ໃນ​ປັດຈຸບັນ.​ໃນ​ລາຍການ​ວັດ​ທະນະ​ທຳ​ຈີນ​ພາກ​ນີ້,ພວກ​ເຮົາ​ຈະ​ມາ​ເວົ້າ​ເຖິງ​ເລື່ອງ​ນີ້​ສູ່​ຟັງ.

ສູນ​ການ​ຄ້າ​ລິ​ຂະ​ສິດ​ສາກົນ​ທີ່​ສ້າງ​ໃໝ່​ແຫ່ງ​ນີ້​ຕັ້ງ​ຢູ່​ໃຈກາງ​ສວນ​ຢົງ​ເຮີ​ຂອງ​ເຂດ​ສວນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈົ່ງ​ກ່ວນຊຸນ​ທີ່​ມີ​ຊື່​ສຽງ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ.​ໃນ​ພິທີ​ສະຫຼອງ​ການ​ສ້າງ​ຕັ້ງ​ສູນ​ການ​ຄ້າ​ລິ​ຂະ​ສິດ​,ທ່ານ​ຢຽນສ້ຽວ​ຫົງ ຮອງ​ຫົວ​ໜ້າ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ການ​ສ້າງ​ຕັ້ງ​ເວທີ​ການ​ຄ້າ​ລິ​ຂະ​ສິດ​ແບບ​ປົກກະ​ຕິ​ແມ່ນ​ມາດ​ຕະການ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ອຸດສາຫະກຳ​ທີ່​ກ່ຽວຂ້ອງ​ກັບ​ລິ​ຂະ​ສິດ.ທ່ານ​ກ່າວ​ວ່າ:

"​ເນື່ອງ​ຈາກ​ວ່າ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ​ຂອງ​ຈີນ​ຍັງ​ບໍ່​ສົມບູນ​ເທື່ອ,​ພ້ອມ​ກັນ​ນັ້ນ​,ວຽກ​ງານ​ດ້ານ​ລິ​ຂະ​ສິດ​ຍັງ​ມີ​ຫຼາຍ​ບັນຫາ​ເຊັ່ນ​ວ່າ​​ເລີ່​ມຕົ້ນ​ຊ້າ​ແດ່,ການ​ຄ້າ​ຜົນງານ​ລິ​ຂະ​ສິດ​ປະ​ເພດ​ຕ່າງໆ​ຍັງ​ພັດທະນາ​ບໍ່​ເຕັມ​ສ່ວນ​,ອັນ​ໄດ້​ຜູກ​ມັດ​ການ​ພັດ​ທະ​ນາ​ອຸດສາຫະກຳ​ລິ​ຂະ​ສິດ​ໃນ​ລະດັບ​ໃດ​ໜຶ່ງ.ການ​ສ້າງສູນ​ການ​ຄ້າ​ລິ​ຂະ​ສິດ​ສາກົນສຳ​ເລັດກໍ່​ແມ່ນ​ມາດ​ຕະການ​ລະອຽດ​ອັນ​ໜຶ່ງ​ທີ່​ຊຸກ​ຍູ້​ໃຫ້ການ​ຄ້າ​ລິ​ຂະ​ສິດ​ຫັນ​​ເຂົ້າ​ສູ່​ລະບຽບ,ຫວັງ​ຢາກ​ຖື​ສູນ​ການ​ຄ້າ​ລິ​ຂະ​ສິດ​ສາກົນ​ເປັນ​ເວທີ​ຊຸກ​ຍູ້​ການ​ຄົ້ນ​ຄິດປະດິດ​ສ້າງ,ປົກ​ປັກ​ຮັກສາ​,ຊື້​ຂາຍ​ແລະ​ນຳ​ໃຊ້​ຜົນງານ​ລິ​ຂະ​ສິດ​ປະ​ເພດ​ຕ່າງໆ.​"

ກໍ່​ຄື​ທ່ານ​ຢຽນສ້ຽວ​ຫົງ​ເວົ້າ​ຫັ້ນ​ລະ,ອຸດສາຫະກຳ​ລິ​ຂະ​ສິດ​ຂອງ​ຈີນ​ເລີ່​ມຕົ້ນ​ການ​ພັດ​ທະນາ​ອ່າວ​ຊ້າ​ແດ່.ປີ1990,ຈີນ​ຈິ່ງ​ມີ​ກົດໝາຍ​ສິດ​ປະ​ພັນ​ສະບັບ​ທຳ​ອິດ,​ປີ​1992,​ຈີນ​ໄດ້​ເຂົ້າ​​ເປັນ​ສະມາຊິກ​ສົນທິສັນຍາ​ເບີ​ນ​ແລະ​ສົນ​ທິ​ສັນ​ຍາ​ລິ​ຂະ​ສິດ​ໂລກ,​ຕະ​ຫຼາດ​ລິ​ຂະ​ສິດ​ຂອງ​ຈີນ​ເລີ່ມ​ເຊື່ອມ​ໂຍງ​ກັບ​ໂລກ.​ແຕ່​ວ່າ​ສຳລັບ​ນິຍາມ​ທີ່​ວ່າ"ລິ​ຂະ​ສິດ",​ປະ​ຊາ​ຊົນ​ຍັງ​ຮູ້ສຶກ​ບໍ່​ຄຸ້ນ​ເຄີຍ.ພາຍຫຼັງ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼື​WTO​ໃນ​ປີ​2001​ແລ້ວ,ລັດຖະບານ​ຈີນ​ຍິ່ງ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກວ່າ​ເກົ່າ​ຕໍ່​ວຽກ​ງານ​ການ​ປົກ​ປ້ອງ​ລິ​ຂະ​ສິດ,​ເລັ່ງພັດທະນາ​ອຸດສາຫະກຳ​ລິ​ຂະ​ສິດ.ລັດຖະບານ​ວາງ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ສ້າງສາ​ປະ​ເທດ​ແບບ​ປະດິດ​ສ້າງ,ການ​ປົກ​ປັກ​ຮັກສາ​ການ​ປະດິດ​ສ້າງ​ແລະ​ພັ​ດທະນາ​ອຸດ​ສາ​ຫະ​ກຳ​ລິ​ຂະ​ສິດ​ນັບ​ມື້​ນັບ​ກາຍ​ເປັນຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ປວງ​ຊົນ.​ອຸດ​ສາ​ຫະ​ກຳ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໂດຍ​ອີງ​ໃສ່​ຜົນງານ​ລິ​ຂະ​ສິດ​ໂດຍ​ກົງ​ແລະ​ໂດຍ​ທາງ​ອ້ອມຄື​ອຸດສາຫະກຳ​ວັດທະນະທຳ​ດັ້ງ​ເດີມ​​ເຊັ່ນ​ສື່​ສິ່ງ​ພິມ,ວິທະຍຸ​ໂທລະ​ພາບ​ແລະ​ຮູບ​ເງົາ,​ເຄື່ອງ​ຫັດຖະກຳ​ແລະ​ວິຈິດ​ຕະກຳ​ພ້ອມ​ດ້ວຍ​ອຸດ​ສາ​ຫະ​ກຳ​ທີ່​ຈະ​ເລີ​ນ​ໃໝ່​ຢ່າງ​ວ່ອງ​ໄວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ເຊັ່ນ​ຂະ​ແໜງ​ການ​ສາລະພັດ​ສື່,ຂະ​ແໜງ​ການອິນ​ເຕີ​ເນັດ,ຂະ​ແໜງ​ການ​ຊັອບ​ແວ,ຮູບ​ກາ​ຕູນ​ແລະ​ອື່ນໆ​ລ້ວນ​ແຕ່​ປະກົດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ພັດທະນາ​ອັນ​ໃຫຍ່​ຫຼວງ.

ອີງ​ຕາມ​ສະຖິຕິ​ຂອງ​ສູນ​ປົກ​ປ້ອງ​ລິ​ຂະ​ສິດ​ຈີນ, ປີ2008, ຈຳນວນ​ຂຶ້ນ​ທະບຽນ​ສິດ​ປະດິດ​ແຕ່ງ​ຊັອບ​ແວ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ2007 90%, ຄື4​ໝື່ນ7ພັນ​ກວ່າ​ສະບັບ, ຫຼາຍ​ກວ່າ​​ຈຳນວນ​ຂຶ້ນ​ທະບຽນ​ໃນ​ສອງ​ປີ​ກ່ອນ​ນີ້. ທ່ານ​ຕ້ວນກຸ້ຍ​ຈ້ຽນ ຫົວ​ໜ້າ​ສູນ​ປົກ​ປ້ອງ​ລິ​ຂະ​ສິດ​ຈີນ​ເຫັນ​ວ່າ, ພາຍ​ໃຕ້​ການ​ສົ່ງ​ເສີມ​ຂອງນະ​​ໂຍບາຍ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ຖະ​ບານ, ຂະ​ແໜງ​ການ​ລິ​ຂະ​ສິດ​ຂອງ​ຈີນ​ມີ​ທ່າ​ອຽງ​ພັດທະນາ​ຢ່າງ​ວ່ອງ​ໄວ, ນີ້​ກໍ່​ຮຽກຮ້ອງ​ໃຫ້​ກາ​ນບໍລິການ​ດ້ານ​ລິ​ຂະ​ສິດກໍ່​ຕ້ອງ​ກ້າວໜ້າ​ໄປ​ນຳ. ການ​ສ້າງ​ສູນ​ຄ້າຂາຍ​ລິ​ຂະ​ສິດ​ສາກົນ, ກໍ່​ແມ່ນ​ເພື່ອ​ສອດຄ່ອງ​ກັບ​ທ່າ​ອຽງ​ດັ່ງກ່າວ.

ອີງ​ຕາມ​ແຜນ​ການ, ສູນ​ຄ້າຂາຍ​ລິ​ຂະ​ສິດ​ສາກົນ​ຄວນ​ມີ​ບົດບາດ​ເປັນ​ເວທີ6ຢ່າງ, ​ຄື ​ເວທີ​ຂຶ້ນ​ທະບຽນລິ​ຂະ​ສິດ​ປະພັນ​ລະດັບ​ຊາດ​ແລະ​ຢືນຢັນ​ຂໍ້​ມູນ​ຂ່າວສານ, ​ເວທີການ​ບໍລິການ​ດ້ານ​ການ​ຄ້າຂາຍ​ລິ​ຂະ​ສິດ​ສາກົນ, ​ເວທີ​ແລກປ່ຽນ​ແລະ​ຮ່ວມ​ມື​ຂອງ​ຂະ​ແໜງ​ການ​ລິ​ຂະ​ສິດ​ທີ່​ມີ​ລັກສະນະ​ທົ່ວ​ປະ​ເທດ, ​​ເວທີ​ເຕົ້າ​ໂຮມ​ປັນຍາ​​ຂອງຜູ້​ຊ່ຽວຊານ​ຍອດ​ຢ້ຽມ​ດ້ານ​ລິ​ຂະ​ສິດ, ​ເວທີ​ປະມູນ​ລິ​ຂະ​ສິດ​ລະດັບ​ຊາດ​ແລະ​ນຳ​ໃຊ້​ທຶນ​ຮອນ, ​ເວທີ​ບໍລິກາ​ນາສາ​ທາ​ລະນະ​ດ້ານ​ການ​ປົກ​ປ້ອງ​ລິ​ຂະ​ສິດ​ຕາມ​ກົດໝາຍ.

ທ່ານ​ຢິ່ນຈື້ຊົ່ງ ຜູ້ອຳ​ນວຍການ​ໃຫຍ່​ສູນ​ຄ້າຂາຍ​ລິ​ຂະ​ສິດ​ສາກົນ​ແຈ້ງ​ໃຫ້​ຊາ​ບ ວ່າ, ສູນ​ດັ່ງກ່າວ​ຈະສະ​ໜອງສະ​ຖານ​ທີ່​ຄ້າຂາຍ​ໃຫ້​ແກ່​​ເຈົ້າ​ຂອງ​ລິ​ຂະ​ສິດ ຜູ້ນຳ​ໃຊ້​ແລະ​ອົງການ​ສື່​ກາງ, ສະ​ໜອງ​ການ​ບໍລິການ​ທີ່​ມີ​ປະສິດ​ທິພາບ ຍຸດຕິ​ທຳ ຊື່ສັດ​ແລະ​ເປັນ​ວິຊາ​ການ​ໃຫ້​ແກ່​ການ​ຄ້າ​ຂາຍ​ລິ​ຂະ​ສິດ, ນີ້​ແມ່ນ​ສິ່ງ​ທີ່​ຕ່າງ​ກັນ​ເດັ່ນ​ຊັດ​ກວ່າ​ໝູ່​ເມື່ອ​ທຽບ​ກັບ​ການ​ຄ້າຂາຍ​ລິ​ຂະ​ສິດ​ໃນ​ເມື່ອ​ກ່ອນ.

ທ່ານ​ແຈ້ງ​ໃຫ້ຊາບ​ວ່າ, ໃນຮູບ​ການ​ຄ້າຂາຍ​​ແບບ​ດັ້ງ​ເດີມ, ການ​ຄ້າຂາຍ​ບໍ່​ມີ​ການ​ຮັບ​ປະກັນ​ຂອງ​ການ​ບໍລິ​ການ​ວິຊາ​ການ​ຢ່າງ​ຍຸດຕິ​ທຳ​ແລະ​ຊື່ສັດ. ພວກ​ເຮົາ​ສ້າງ​ສູນ​ຄ້າຂາຍ, ກໍ່​ຫວັງ​ໃຫ້​ລະບົບ​ບໍລິ​ການ​ດ້ານ​ນີ້​ສ້າງ​ຕັ້ງ​ຂຶ້ນ​ແລະ​ພັດທະນາ​ເປັນ​ຢ່າງ​ດີ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​​ເຈົ້າ​ຂອງລິ​ຂະ​ສິດ​ແລະ​ຜູ້ນຳ​ໃຊ້​ອັນ​ກວ້າງ​ຂວາງ, ກໍ່ມີ​ແຕ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຄ້າຂາຍ​ທີ່​ດີ​ແລະ​ໄວ້​ໃຈ​ໄດ້​ເທົ່າ​ນັ້ນ, ຈຶ່ງຈະ​ສາມາດ​ຊຸກ​ຍູ້​ການ​ຈໍ​ລະ​ຈອນ​ຂອງລິ​ຂະ​ສິດຢ່າງ​ແທ້​ຈິງ, ທັງ​ແມ່ນ​ການ​ຈໍລະ​ຈອນ​ທີ່​ເປັນ​ລະບຽບ​ແລະ​ວ່ອງ​ໄວ, ​ໃນ​ຂະ​ບວນດັ່ງ​ກ່ວຈຶ່ງ​ຈະ​ເພີ່ມ​ມູນ​ຄ່າ​ຂອງ​ລິ​ຂະ​ສິດ.

ສູນ​ຊື້​ຂາຍລິຂະ​ສິດ​ສາກົນ​ຈະ​ສ້າງ​ຮູບ​ແບບ​ການ​ຊື້​ຂາຍ​ທີ່​ດີຈະ​ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ຂອງ​ອຸດສາຫະກຳ,​ເນັ້ນ​ໃສ່​ຜູ້​ໃຊ້ມາ​ຈັດ​ວາງ​ການ​ຊື້​ຂາຍ,ຍັງ​ຈະ​ສະໜອງ​ເວທີ​ການ​ຄ້າເອ​ເລັກ​ໂຕຼນິກການ​ຊື້​ຂາຍ​ລິຂະ​ສິດ​ຂອງ​ອິນ​ເຕີ​ເນັດ. ທ່ານ​ຕ້ຽນກຸ້ຍ​ຈ້ຽນ ຫົວໜ້າ​ສູນ​ປົກ​ປ້ອງ​ລິຂະ​ສິດ​ຈີນ​ກ່າວ​ວ່າ,


"ນີ້​ແມ່ນ​ຈຸດ​ເລິ່ມຕົ້ນ.ການ​ບໍລິການ​ຊື້​ຂາຍ​ລິຂະ​ສິດ​ແມ່ນພວມຄົ້ນ​ຄວ້າຢູ່,ຄົ້ນຄວ້າ​ປະສິດທິພາບ​ຂອງ​ການບໍລິການ ​ແລະ ຮູບ​ການ​ຊື້​ຂາຍ​ຂອງ​ມັນ,ປະດິດ​ສ້າງຮູບ​ການ​ການ​ບໍລິການ,​ເຮັດ​ແນວ​ໃດ​​ໃຊ້​ພາຫະນະ​ອິນ​​ເຕີ​​ເນັດ ​ແລະ ພາຫະນະ​ຂໍ້​ມູນ​ຂ່າວສານ​ ປັບປຸງ​ປະສິດທິພາບ​ຂອງ​ການ​ບໍລິການ​ນີ້​ໃຫ້​ດີ​ຂຶ້ນ,​​ຕະຫຼອດ365​ວັນ​ຢາກບັນລຸ​ເປົ້າ​ໝາຍ​ນີ້,ພວ​ກ​ເຮົາ​ຕ້ອງ​ສ້າງ​ເວທີ​ຊື້​ຂາຍທີ່ໃຊ້​ລະບົບ​ດີ​ຈິ​ຕອນ ​ແລະ ລະບົບ​ອິນ​ເຕີ​ເນັດ. ຕ້ອງ​ຄົ້ນຄວ້າ,ສິກຂະ​ສິດ​ແມ່ນກວ້າງຂວາງ​ທີ່​ສຸດ​ໃນເສດຖະກິດ​ແຫ່ງ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ, ການ​ຊື້​ຂາຍ​ລິຂະ​ສິດ​ຈະ​​ເປັນ​ແນວ​ໃດ,ສະດວກ​ທີ່​ສຸດ,ມີຕົ້ນ​ທຶນ​ຕ່ຳ​ທີ່​ສຸດ,ມີ​ປະສິດທິພາບ​ທີ່​ສຸດ,ຕ້ອງ​ຄົ້ນ​ຫາຢ່າງ​ບໍ່​ຢຸດ​ຢັ້ງ. ປັດຈຸບັນ, ຮູບ​ການ​ແບບ​ນີ້​ ​ໃນ​ສາກົນ​ຍັງ​ບໍ່​ມີ​ແບບຢ່າງ, ​ເອົາ​ສະພາບການ​ຂອງ​ຈີນ​ປະສານ​ກັນ,ພວ​ກ​ເຮົາຊຸກ​ຍູ້, ຈະ​ສ້າງ​​ເປັນ​ຮູບ​ການ​ແນວ​ໃດ​​ໃນ​ທີ່​ສຸດ,ນີ້​ກໍ່​ແມ່ນ​ຂະ​ບວນການ​​ຄົ້ນຫາ."

ປັດຈຸບັນ ມີວິ​ສາ​ຫະກິດ ​ແລະ ອົງການ​ຈັດ​ຕັ້ງຫຼາຍ​ແຫ່ງ ​ເຊັ່ນ,ອົງການ​ບໍລິການຈົດ​ທະບຽນ​ລິຂະ​ສິດ​ຂອງ​ສູນ​ປົກ​ປ້ອງ​ລິກຂະ​ສິດ, ບໍລິສັດ​ໃຫຍ່​ຈັດການ​ແທນ​ລິຂະ​ສິດ​ຈີນ,ສະຫະພັນ​ປະສານ​ງານ​ການ​ພັດທະນາ​ມູນ​ຄ່າ​ລິກຂະ​ສິດ​ອຸສາ​ຫະກຳ​ແບບ​ປະດິດ​ສ້າງ​ຈີນ​ເປັນ​ຕົ້ນ​ໄດ້​ເຂົ້າ​ປະຈຳ​ສູນ​ຊື້​ຂາຍ​ລິກຂະ​ສິດ​ສາກົນ. ສູນ​ດັ່ງກ່າວ​ພວມ​ແລກປ່ຽນ​ກັບ​ອົງການ​ລິຂະ​ສິດ​ການ​ປະພັນ​ຈີນ ​ແລະ ຕ່າງປະ​ເທດ ພ້ອມ​ທັງ​ນັກ​ທຸລະ​ກິດລິກຂະ​ສິດ,ຫາລື​ຮູບ​ການ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊື້​ຂາຍ​ລິຂະ​ສິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>