ການ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​ຂອງ​ນັກ​ຂ່າວ​ໄຕ້​ຫວັນ​ສອງ​ຄົນ

(GMT+08:00) 2009-03-02 16:33:02 cri
-----------------------------------------------------------------------------------------------------------------

22ປີ​ກ່ອນ,ນາງ​ສູ​ລູ້ ​ແລະ​ທ່ານ​ລີ​ຢົງ​ເຕີ ນັກ​ຂ່າວ​ຂອງ​ໜັງສື​ພິມ​ຈື້ລີ້​ວານ​ປ້າວ​ຂອງ​ໄຕ້​ຫວັນ​​ໄປ​ເອົາ​ຂ່າວ​ຢູ່​ແຜ່ນດິນ​​ໃຫຍ່​ຈີນ​ເປັນ​ເທື່ອ​ທຳ​ອິດ.ນັ້ນ​ເປັນ​ການ​ຢ້ຽມຢາມ​​ເທື່ອ​ໜຶ່ງ​ທີ່​ໄດ້​ດຶງ​ດູດ​ສາຍຕາ​ຂອງ​ສື່​ມວນ​ຊົນ​ ​ທົ່ວ​ໂລກ,ອັນ​ໄດ້​ທັບ​ມ້າງ​ສະພາບ​ຂາດ​ການ​ຕິດ​​ຕໍ່​ກັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເປັນ​ເວລາ​ຕັ້ງ38​ປີ,ການ​ທ່ຽວ​ແຜ່ນດິນ​ໃຫຍ່​ຂອງ​ສອງ​ຄົນ​ນີ້​ຖືກ​ວົງ​ການ​ຂ່າວ​ສອງ​ຝັ່ງ​ເອີ້ນ​ເປັນ​"ການທ່ອງທ່ຽວ​ມ້າງ​ນ້ຳກ້ອນ" ພວກ​ເຮົາ​ຈະ​ເລົ່າ​ປະສົບ​ການ​ຂອງ​ນັກ​ຂ່າວ​​ໄຕ້ຫວັນ​ສອງ​ຄົນ​ນີ້​ທີ່​ຜ່ານ​ຜ່າ​ຄວາ​ມຫຍຸ້ງຍາກ​​ໄປ​ເອົາ​ຂ່າວ​ຢູ່​​ແຜ່ນດິນ​ໃຫຍ່​ເປັນ​ເທື່ອ​ທຳ​ອິດ.

ເດືອນ​ກໍລະກົດ​ປີ1987,​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ປະກາດ​ຍົກ​ເລີກ​ລະບຽບຫ້າມ​ຕິ​ດຕໍ່ກັບ​ແຜ່ນດິນ​ໃຫຍ່​ທີ່​ປະຕິບັດ​ໄດ້38​ປີ​ແລ້ວ,ອະນຸຍາດ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ໄປ​ແຜ່ນດິນ​ໃຫຍ່​ຢາມ​ຄອບຄົວ​ຫຼື​ໄປ​ທ່ອງ​ທ່ຽວ.ທ່ານ​ອູ​ເຟິງຊ່ານ ຫົວໜ້າ​ສຳນັກ​ໜັງ​ສື​ພິມ​ຈື້ລີ້​ວານ​ປ້າວ​ຂອງ​ໄຕ້​ຫວັນ​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ມີ​ກາ​ນປ່ຽນ​ແປງ​ໃຫ້​ດີ​ຂຶ້ນ,ສະ​ນັ້ນ,​ເພິ່ນ​ເລີຍ​ຕັດສິນ​ໃຈຢ່າງ​ກ້າຫານ​ຄື​ສົ່ງ​ນັກ​ຂ່າວ​ໄປ​ເອົາ​ຂ່າ​ວຢູ່​​ແຜ່ນດິນ​ໃຫຍ່.ນາງ​ສູ​ລູ້​ແລະ​ທ່ານ​ລີ​ຢົງ​ເຕີ ນັກ​ຂ່າວ​ຂອງ​ໜັງສືພິມ​ຈື້ລີ້​ວານ​ປ້າວ​ໂຊກ​ດີ​​ໄດ້​ກາຍ​ເປັນ​ນັກ​ຂ່າວ​ໄຕ້​ຫວັນ​ຊຸດ​ທຳ​ອິດ​ທີ່​ໄປ​ແຜ່ນດິນ​ໃຫຍ່.

ປີ​ນັ້ນ,ນາງ​ສູ​ລູ້​ອາຍຸ31​ປີ,​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປູ່ຍ່າ​ຕາ​ຍາຍ​ຢູ່​ຊຽງ​ໄຮ້,ນາງ​ຮຽນ​ຈົບ​ຈາກ​ຄະນະ​ພາສາ​ອັງກິດ​ຂອງ​ມະຫາວິທະຍາ​ໄລ​ຕ້ານ​ຈ່ຽງ​ໄຕ້​ຫວັນ,ຕອນ​ນັ້ນ​ນາງ​ເປັນ​ນັກ​ຄົ້ນຄວ້າ​ຂອງ​ຫ້ອງການ​ຄົ້ນຄວ້າ​ການ​ເມືອງ​ຂອງ​ສຳນັກ​ໜັງສືພິມ​ຈື້ລີ້​ວານ​ປ້າວ.ສ່ວນທ່ານ​ລີ​ຢົງ​ເຕີປີ​ນັ້ນ​ອາຍຸ34​ປີ,​ເກີດຢູ່​ນະຄອນ​ກ່າວ​ສົງ​ຂອງ​ໄຕ້​ຫວັນ,​​ເປັນ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ຄະນະ​ການ​ເມືອງ​ຂອງ​ມະຫາວິທະຍາ​ໄລ​ການ​ເມືອງ​ໄຕ້​ຫວັນ,ຕອນ​ນັ້ນ,ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຫ້ອງການ​ຄົ້ນ​ຄວ້າ​ເສດຖະກິດການ​ເມືອງ​ຂອງສຳນັກ​ໜັງສືພິມ.
 ​ວັນ​ທີ11​ກັນຍາ​ປີ1987,ທ່ານ​ລີ​ຢົງ​ເຕີ​ກັບ​ນາງ​ສູ​ລູ້​ອອກ​ເດີນທາງ​ຈາກ​ນະຄອນ​ໄຕ​ເປ,​ເຂົາ​ເຈົ້າ​ເລືອກ​ເອົາ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ​ເປັນ​ບ່ອນຜ່ານ​ໄປ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ,ຫວັງ​ຢາກ​ໄດ້​ການ​ຊ່ວຍ​ເຫຼື​ອຢ່າງ​ແຂງ​ແຮງ​ຈາກ​ສະຖານທູດ​ຈີນ​ປະຈຳ​ຍີ່​ປຸ່ນ.ນາງ​ສູລູ້​ບອກ​ວ່າ:

"ຕາມ​ຂ້ອຍ​ຈື່​ໄດ້​ວ່າ,ພວກ​ເຮົາ​ແມ່ນ​ໄປ​ຮອດ​ໂຕ​ກຽວ​ໃນ​ຍາມ​ຄ້າຍ​ແລງ,​ເວ​ລາ​ພວກ​ເຮົາ​ເຄາະ​ປະ​ຕູ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໂຕ​ກຽວ​ນັ້ນ​ເປັນ​ຍາມ​ກາງ​ຄືນ​ແລ້ວ.​ພະ​ນັກ​ງານ​ຜູ່​ໜຶ່ງ​ຖາມ​ພວ​ເຮົາ​ວ່າ​ມີ​ຫຍັງ​ໃຫ້​ຊ່ວຍ​ບໍ່?​ພວກ​ເຮົາ​ບອກ​ລາວ​ວ່າ​ຈະ​ໄປ​ເອົາ​ຂ່າວ​ຢູ່​ແຜ່ນ​ດິນ​ໃຫຍ່​,​ໃບ​ໜ້າ​ຂອງ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ​ຕື່ນ​ຕົກ​ໃຈ​ຫຼາຍ.​ລາວ​ຄຶດ​ວ່າ​ນີ້​ເປັນ​ເຫດ​ການ​ໃຫຍ່,​ເລີຍ​ບໍ່​ຮູ້​ຈະ​ແກ້​ໄຂ​ແນວ​ໃດ,​ຈິ່ງ​ບອກ​ວ່າ​ຕ້ອງ​ລາຍ​ງານ​ຂັ້ນ​ເທິງ​ກ່ອນ,​ສະ​ນັ້ນ,​ພວກ​ເຮົາ​ທັງ​ສອງ​ກໍ່​ລໍ​ຖ້າ​ຢູ່​ໂຕ​ກຽວ​ເປັນ​ເວ​ລາ​2​ວັນ.ຕໍ່​ມາ,​ພະ​ນັກ​ງານ​ຜູ່​ນັ້ນ​ຟ້າວ​ມາ​ຫາ​ແລະ​ບອກ​ພວກ​ເຮົາ​ດ້ວຍ​ທ່າ​ທີ​ຢ່າງ​ໝັ້ນ​ໃຈ​ວ່າ​"ຍິນ​ດີ​ຕ້ອນ​ຮັບ​ພວກ​ທ່ານ​ໄປ​ແຜ່ນ​ດິນ​ໃຫຍ່."

ຕອນ​ຮຸ່ງ​ເຊົ້າ​ຂອງ​ວັນ​ທີ15ກັນ​ຍາປີ1987, ທ່ານຫຼີ​ຢົງເຕີ​ແລະນາງ​ຊີລູ້​ໄດ້ຂີ່ ຍົນ​ເດີນ​ທາງ​ຮອດ​ສະ​ໜາມ​ບິນ​ນະຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ເສີນ​ຈົວ​ເອີ ຜູ້​ວ່າການ​ສຳນັກ​ຂ່າ​ວສານ​ຊີ​ນຮວາ​ສາຂາ​ແຂວງ​ຟູ​ຈ້ຽນທັງ​ເປັນ​ຫົວໜ້າ​ພະ​ແນ​ກຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ສຳນັກ​ງານ​ໃຫຍ່​ຂ່າວ​ສານ​ຊີ​ນຮວາ​ໃນ​ເວລາ​ນັ້ນ​ໄດ້​ໄປ​ຕ້ອນຮັບ​ເຂົາ​ເຈົ້າ​ຢູ່​ສະໜາມ​ບິນ.​ນາງ​ຊີ​ລູ້​ເວົ້າ​ວ່າ,

ໃນ​ເວລາ​ລົງ​ຈາກ​ຍົນ, ຄວາມ​ເວົ້າ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ແກ່​ຂ້າ​ພະ​ເຈົ້າ, ​ເຂົາ​ເຈົ້າ​ເວົ້າ​ວ່າ, ຍິນ​ດີ​ຕ້ອນຮັບ, ພວກ​ຂ້າພະ​ເຈົ້າ​ຄອຍ​ຖ້າ​ເວ​ລາ​ນີ້ມາ​ໄດ້38ປີ​ແລ້ວ.

ໃນ​ຖານະ​ເປັນ​ຫົວ​ໜ່ວຍ​ຕ້ອນຮັບ​ການ​​ເອົາ​ຂ່າວ​ຂອງ​ນັກ​ຂ່າ​ວ​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ, ທ່ານ​ເສີນ​ຈົວ​ເອີ ຜູ້​ວ່າການ​ສຳນັກ​ຂ່າ​ວສານ​ຊີ​ນຮວາ​ສາຂາ​ແຂວງ​ຟູ​ຈ້ຽນກ່າວ​ວ່າ, ຜູ້​ຮ່ວມ​ຂະ​ແໜງ​ການ​ຖະ​ແຫຼ​ງຂ່າວ​ຂອງ​ແຜ່ນດິນ​​ໃຫຍ່​ຈະ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ດ້ານ​ການ​ເອົາ​ຂ່າວ​ຕາມ​ແຜນການ​ຂອງ​ນັກ​ຂ່າວ​ໄຕ້​ຫວັນ, ຄວາມ​ອົບ​ອຸ່ນ​ແລະ​​ໄມ​ຕີ​ຈິດ​ຂອງ​ຜູ້​ຮ່ວມ​ອາຊີບ​ດຽວ​ກັນຢູ່​ແຜ່ນດິນ​ໃຫຍ່​ໄດ້​ຮັບ​ການຢືນ​ຢັນ​ຈາກນັກ​ຂ່າວ​ໄຕ້​ຫວັນ. ນາງ​ຊີ​ລູ້​ເວົ້າ​ວ່າ,

ພວກ​ເພິ່ນ​ເຄົາລົບ​ພວກ​ຂ້າພະ​ເຈົ້າ​ຫຼາຍ, ຖາມ​ວ່າ​ພວກ​ຂ້າພະ​ເຈົ້າ​ຢາກ​ໄປ​ບ່ອນ​ໃດ. ປັກ​ກິ່ງ ຊຽງ​ໄຮ້ ກວາງ​ໂຈ່​ວ​ແລະ​ເສີ່​ນ​ເຈີ້ນ​ແມ່ນ​ບ່ອນ​ທີ່​ພວກ​ຂ້າພະ​ເຈົ້າ​ຕ້ອງ​ໄປ. ປັກ​ກິ່ງ​ແມ່ນ​ນະ​ຄອນ​ຫຼວງ, ຊຽງ​ໄຮ້​ແມ່ນ​ເມືອງ​ການ​ຄ້າ ​ເສີ່​ນ​ເຈີ້ນ​ແມ່ນ​ເຂດ​ໜຶ່ງ​ທີ່​​ເປີດ​ປະຕູ​ຫຼາຍ​ທີ່​ສຸດ.

ໃນ​ບັນຊີ​ລາຍ​ຊື່​ຂອງ​ນັກ​ຂ່າວ​ໄຕ້​ຫວັນທີ່​ຢາກ​ສຳພາດ, ​ມີ​ຊື່​ຂອງ​ຄົນ​ໄຕ້​ຫວັນ​ມາ​ຢູ່​ແຜ່ນ​ດິນ​ໃຫຍ່, ​ແລະ​ຍັງ​ມີ​ຄົນ​ແຜ່ນດິນ​ໃຫຍ່​ທີ່​ເຂົາ​ເຈົ້າ​ສົນ​ໃຈ​ອີກ. ຝ່າຍ​ແຜ່ນດິນ​ໃຫຍ່​ປະຕິບັດ​ຕາມ​ຫຼັກ​ການ​ທີ່​ນັກ​ຂ່າວ​ໄຕ້​ຫວັນ​ຢາກ​ສຳພາດ​ຜູ້​ໃດ, ​ໄປ​ສຳພາດ​ຢູ່​ໃສ, ກໍ່​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຕາມ​ຄວາມ​ສາມາດ, ຝ່າຍ​ແຜ່ນດິນ​ໃຫຍ່​ຮັບຜິດ​ຊອບ​ແຕ່​ການ​ຕິດ​ຕໍ່​ພົວພັນ, ​ແຕ່​ບໍ່ຕິດຕາມ​ໄປນຳ, ​ໃຫ້​ນັກ​ຂ່າວ​ໄຕ້​ຫວັນ​ສຳພາດ​ຢ່າງ​ເສລີ.

ຫຼັງ​ຈາກ​ນັ້ນ4ມື້, ທ່ານ​ຫຼີຢົງ​ເຕີ​ແລະ​ນາງ​ຊີ​ລູ້​ໄດ້​ຈາກ​ປັ​ກກິ່ງ​ໄປ​ເມືອງ​ຮາງ​ໂຈ່​ວ. ຢູ່​ແຫ່ງ​ນັ້ນ​ເຂົາ​ເຈົ້າ​ໄດ້​ທ່ອງ​ທ່ຽວ​ໜອງ​ຊີ່​ຫູ​ທີ່​ສວຍ​ງາມ, ນາງ​ຊີ​ລູ້​ຍັງ​ພົບ​ປ້າ​ແລະ​ນ້ອງ​ຊາຍ, ​ເມື່ອ​ພົບ​ກັນ​ອີກ​ຫຼັງ​ຈາກກັນ​ເປັນ​ເວລາ​ດົນ​ນານ, ນາງ​ຊີ​ລູ້​ກັບ​ປ້າມີ​ນ້ຳຕາ​ແຫ່ງ​ຄວາມ​ຕື້ນ​ຕັນ​ໃຈ​ໄຫຼ​ນອງ​ໜ້າ.

ຖັກ​ຈາກ​ນັ້ນ, ​ເຂົາ​ເຈົ້າ​ໄດ້​ໄປ​ຮອດ​​ເມືອງ​ກວາງ​ໂຈ່​ວ, ​ເລາະ​ຮ້ານ​ຄ້າ ລົມ​ກັບ​ຊາວ​ເມືອງ, ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ​ແຄມ​ທາງ, ທ່ອງ​ທ່ຽວ​ແລະ​ເອົາ​ຂ່າວ​ຢູ່​​ໂຮງໝໍ​ລະ​ລຶກທ່ານ​ຊຸ່ນຢັດເຊັນ ມະ​ຫາວິ​ທະຍາ​ໄລ​ຈົ່ງ​ສ່າ​ນ ສະຖາ​ທີ່​ເກົ່າ​ຂອງ​ໂຮງ​ຮຽນ​ການ​ທະຫານ​ຮວງ​ຜູ ​ແລະ​ເຮືອນ​​ເກົ່າ​ຂອງ​ທ່ານ​ຊຸ່ນຢັດ​ເຊັນ. ຢູ່​ເຮືອນ​​ເກົ່າ​ຂອງ​ທ່ານ​ຊຸ່ນຢັດເຊັນ, ​ເຂົາ​ເຈົ້າ​ໄດ້​ເຫັນ​ນັກ​ຂ່າວ​ທ້ອງ​ຖິ່ນ​ຖ້າ​ຢູ່​ຫັ້ນ​ແລ້ວ. ທ່ານ​ເສີນ​ຈົວ​ເອີ​ເວົ້າ​ວ່າ,

ພໍ​ຮອດ​ບ້ານ​ຊຸ້ຍ​ເຮິ່ງ, ກໍ່​ເຫັນວ່າ​ມີ​ນັກ​ຂ່າວ​ຫຼາຍຄົນ​ຖ້າ​ຢູ່​ຫັ້ນ, ​ເພາະວ່າ​ໃນ​ຫຼາຍມື້ນັ້ນ, ສື່​ມວນ​ຊົນສາ​ກົນແລະ​ສື່ມວນ​ຊົນທ້ອງ​ຖິ່ນລ້ວນ​ແຕ່ ເອົາໃຈ​ໃສ່ນຳ​ເຂົາ​ເຈົ້າ. ທ່ານ​ຫຼີຢົງ​ເຕີ​ກໍ່​ປະຫຼາດ​ໃຈ​ວ່າ, ​ເປັນ​ຫຍັງ​ເຈົ້າ​ຮູ້​ວ່າ​ພວກ​ຂ້າພະ​ເຈົ້າຈະ​ມາ​ແຫ່ງ​ນີ້.

ຜູ້​ຮັບຜິດ​ຊອບ​​ຍິ້ມ ​ແລະ ​ເວົ້າ​ວ່າ,ຂ້ອຍ​ຄິດ​ວ່າພວກ​ເຈົ້າ​​ແນ່ນອນ​ຈະ​ມາ,​ເພາະວ່າ​ນີ້​ແມ່ນ​ເຮືອນ​ເດີມ​ຂອງ​ທ່ານ​ຊຸ່ນ."

ຫຼັງ​ຈາກ​ນັ້ນ,ນັກ​ຂ່າວ​ໄຕ້​ຫວັນ​ສອງ​ຄົນ​ກໍ່​ໄປ​ສຳພາດ​ຢູ່​ເມືອງ​​ເຊີ່ນ​ເຈີ້ນ ​ແລະ ​​ເຊ້ຍ​ເມີນ. ຢູ່​ເມືອງ​ເຊີ່ນ​ເຈີ້ນ​, ​ເຂົາ​ເຈົ້​າ​ໄດ້​ທ່ຽວ​ຊົມດ່ານ​ເຂົ້າກວດກາ​ອອກ​ເມືອງ​ ​ໃນ​ຕຶກ​ດ່ານ​ພາສີ ​ແລະ ຖະໜົນ​ຈີນ-​ອັງກິດ​ເປັນ​ຕົ້ນ. ຢູ່​ເມືອງ​ເຊ້ຍ​ເມີນ,​ເຂົາ​ເຈົ້າ​ໄດ້​ສຳພາດ​ສະ​ຖາ​ບັນ​ຄົ້ນຄວ້າ​ໄຕ້​ຫວັນ​ຂອງ​ມະຫາວິທະຍາ​ໄລ​ເຊ້ຍ​ເມີນ,ຍັງ​ໄດ້​ສຳພາດ"ບ້ານ​ແມ່​ໝ້າຍ"ຂອງ​ເມືອງ​ນ້ອຍ​ຕົ່ງ​ຊ່ານ ​ແຂວງ​ຟູ​ຈ້ຽນ. ​ແຕ່​ກ່ອນ,ຜູ້​ຊາຍ​ຢູ່​ບ້ານ​ນີ້​ສ່ວນ​ຫຼາຍ​ກໍ່​ໄດ້​ໄປ​ໄຕ້​ຫວັນ​ນຳ​​ທະ​ຫານ​ຂອງ​ພັກ​ກົກ​ມິນ​ຕັ້ງ.


ສິບ​ກວ່າ​ມື້​ຜ່ານ​ໄປ​ໄວຫຼາຍ,​ແຕ່​ການ​ສຳພາດ​ເທື່ອ​ນີ້​ໄດ້​ສ້າງ​ພາບ​ປະ​ທົບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ນັກ​ຂ່າວ​ໄຕ້​ຫວັນ​ສອງ​ຄົນ. ​ໃນ​ບັນທຶກ​ປະຈຳ​ວັນ,​ເຂົາ​ເຈົ້າ​ຂຽນ​ວ່າ,"ຫຼັງ​ຈາກ​ໄດ້​ເຫັນ​​ແຜ່ນດິນ​ໃຫຍ່​ຕົວ​ຈິງ​ແລ້ວ,​ເຮັດ​ໃຫ້​ພວ​ກ​ເຮົາ​ຮູ້ສຶກ​ວ່າ​ໃນ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ໄປ​ນັ້ນ,​ການໂຄສະ​ນາ​ຕ້ານ​ພັກ​ກອມ​ນູນິດ​ຈີນ​ທີ່​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​​ເຮັດນັ້ນ​ແມ່ນ​ຜິດພາດ​ແນວ​ໃດ. ​ເວົ້າ​ສຳລັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ທຳ​ມະ​ດາ, ​ແຜ່ນດິນ​ໃຫຍ່​ຍັງ​ຫຼ້າ​ຫຼັງ​ຢູ່,​ ແຕ່​ພວກ​ເຮົາ​ຈະ​ເບິ່ງ​ຂ້າມ​ຈຸດປະສົງ​ຂອງ​ການດຳ​ເນີນ​ການ​ປະຕິ​ຮູບ​ຂອງ​​ແຜ່ນດິນ​ໃຫຍ່​ບໍ່​ໄດ້."


ເຫດການ​ທີ່​ທ່ານຫຼີຢົງ​ເຕີ ​ແລະ ນາງ​ຊີ​ລູ້​ມາ​ເອົາ​ຂ່າວ​ຢູ່​ແຜ່ນດິນ​ໃຫຍ່ ກໍ່​ໄດ້​ສ້າງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຢູ່​ໄຕ້​ຫວັນ. ນາງ​ຊີ​ລູ້​​ເວົ້າ​ວ່າ,

"​ໃນ​ເວລາ​ພວກ​ເຮົາ​ຫາ​ກໍ່​​ເມືອ​ຮອດ​ສະໜາ​ມບິນ ​ກໍ່​ຖືກ​ຫຸ້ມ​ຈາກນັກ​ຂ່າວ​ຫຼາຍໆ​ຄົນ,​ໃນ​ຄາວ​ນັ້ນ,ຄຳ​ຕອບ​ຂອງ​ຂ້ອຍ​ແມ່ນ ​ເວົ້າ​ສຳລັບ​ການ​​ໄປ​ເອົາ​ຂ່າວ​ເທື່ອ​ນີ້​ເປັນ​ການທັບ​ມ້າງ​ນ້ຳ​ກ້ອນ,ກ່ຽວ​ກັບ​ເນື້ອ​ໃນທາດ​ແທ້​ການ​​ເອົາ​ຂ່າວ ​ເວົ້າ​ຢ່າງພາວະ​ວິ​ໄສ,ພວກ​ເຮົາ​ສາມາດ​ໄດ້​ຮັບ60​ຄະ​ແນນ. ​ໃນ​ຖານະ​ທີ່​ເປັນ​ນັກ​ຂ່າວ, ​ໃນ​ປະຫວັດສາດ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​,ພວກ​ເຮົາມີ​ບົດບາດ​ອັນ​ນີ້​ກໍ່​ຮູ້ສຶກ​ມີ​ກຽດ​ຫຼາຍ."

ປັດຈຸບັນ, 20ປີ​ໄດ້​ຜ່ານ​ໄປ​ແລ້ວ, ກາ​ນ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄດ້​ສະດວກ​ຫຼາຍ​ກວ່າ,ສ່ວນ ​ເພື່ອນ​ຮ່ວມ​ງານວົງ​ການ​ສື່​ມວນ​ຊົນ​ກໍ່​ສາມ​າດຫວນ​ຄືນ​ເລື່ອງ​ເກົ່າ,​ເລົ່າມິດຕະພາບ​ເກົ່າ ​ແລະ ພ້ອມ​ກັນ​ເບິ່ງ​​ໄປ​ໃນອະນາຄົດ​ອັນ​ດີງາມ​ກວ່າ​​ເກົ່າ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຍິ່ງ​ເປີດກວ້າງ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>