ລັດທິ​ປົກ​ປ້ອງ​ການ​ຄ້າ​ສາກົນ​ສ້າງ​ຜົນ​ກະທົບ​ຕໍ່​ຈີນ ຝ່າຍ​ຕ່າງໆ​ໃຊ້​ມາດ​ຕະການ​ຮັບ​ມື​ຢ່າງ​ຕັ້ງ​ໜ້າ

(GMT+08:00) 2009-03-16 16:14:49 cri
-----------------------------------------------------------------------------------------------------------------
ຫວ່າງ​ມໍ່ໆ​ນີ້​, ກົມ​ໃຫຍ່​ດ່ານ​ພາສີ​ຈີນ​ໄດ້​​ເຜີຍ​ແຜ່ຕົວ​ເລກ​ຫຼ້າ​ສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ກຸມພາ​ປີ​ນີ້ ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຈີນ​ໄດ້​ຫຼຸດ​ລົງ24,9%​​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ນີ້​ແມ່ນ​ນັບ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ມາ​ນີ້, ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຫຼຸດ​ລົງ4​ເດືອນ​ລຽນຕິດ. ສຳລັບ​ຈີນ​ທີ່​ຖື​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​​ເປັນ​ແມ່​​ແຮງ​ສຳຄັນຢ່າງ​ໜຶ່ງ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕຂອງ ເສດຖະກິດ​, ການ​ອາ​ໄສ​ການ​ຄ້າ​ກັບ​ຕ່າງປະ​ເທດ​ສູງ​ກວ່າ60%​ແລ້ວ, ສະພາບ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຊຸດ​ໂຊມ​ລົງ​ຢ່າງ​ໜັກໜ່ວງ​ໄດ້​ກະທົບ​ຕໍ່​ຄົນ​ທົ່ວ​ໄປ.

ສາ​ສະ​ດາ​ຈານຊົ້ງ​ລິນ​ເຟີ່ຍ ຫົວໜ້າ​ສະພາ​ບັນດິດ​ວິທະ​ຍາສາດ​ສັງຄົມ​ແຂວງ​ຈ່ຽງຊູ່​ເຫັນ​ວ່າ, ມີ​ສອງ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ສະພາບ​ແນວ​ນີ້. ທ່ານ​ກ່າວ​ວ່າ,ອັນທີໜຶ່ງແມ່ນ ຄວາມ​ຕ້ອງການ​ຂອງ​ຕ່າງ​ປະ​ເທດ​ຫຼຸດ​ໜ້ອຍ​ລົງ, ​ໃບ​ສັ່ງ​ສິນຄ້າ​ກໍ່​ໜ້ອຍ​ລົງ, ​ແລະອັນ​ທີສອງ​ແມ່ນ ລັດທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ຕ່າງປະ​ເທດ​ຟື້ນ​ຊີບ​ຄືນ​ໃໝ່.

ຜູ້​ຊ່ຽວຊານ​ເຫັນ​ວ່າ, ພາຍ​ໃຕ້​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ເສດຖະກິດ​ຂອງຫຼາຍ​ປ​ະ​ເທ​ດພັດທະນາ​ຊ້າ​ລົງ, ສະພາບ​ປະ​ກອບ​ອາຊີ​ບຂ້ຽວຂາດ ຜະລິດ​ຕະກຳ​ຊຸດ​ໂຊມ​ລົງ, ຫຼາຍ​ປະ​ເທດ​ໄດ້​ສ້າງ​ກຳ​ແພງ​ການ​ຄ້າ. ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ​ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້​ສ້າງ​ຜົນ​ກະທົບ​ຕົວ​ຈິງ​ຕໍ່​ວິ​ສາ​ຫະກິດ​ສົ່ງອອກ​ຂອງ​ຈີນ.

ກ່ຽວ​ກັບ​ເລື່ອງນີ້, ທ່ານ​ຈ່າງ​ກົວ​ລຽງ ປະທານ​ກຸ່ມ​ບໍລິສັດ​ຢິ່ງຢິວ​ເມືອງ​ລຽນ​ຢູນກາງ​ແຂວງ​ຈ່ຽງຊູ່​ມີ​ຄວາມ​​ເປັນ​ຫ່ວງ​ອັນ​ເລິກ​ເຊິ່ງ. ​ໃນ​ຖານະ​ເປັນ​ຜູ້​ຮັບຜິດຊອບ​ວິສາ​ຫະກິດ​ຜະລິດ​​ເຄື່ອງ​ຈັກ​ຜະລິດ​ແຜ່ນ​ແພ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ທ່ານ​ຮູ້ສຶກ​ວ່າ​ໃນ​ເຄິ່ງປີ​ມາ​ນີ້, ການສົ່ງ​ອອກ​ນັບ​ມື້​ນັບ​ຫຍຸ້ງ, ບໍ່​ແມ່ນ​ຍ້ອນ​ວ່າ​ຜະລິດ​ຕະພັນ​ຂອງ​ຕົນ​ບໍ່ມີ​ກຳລັງ​ແຂ່ງຂັນ, ​ແຕ່​ແມ່ນ​ການ​ກະທຳ​ຂອງ​ປະ​ເທດ​ທີ່​ນຳ​ເຂົ້າ​ສິນຄ້າ​ເຮັດ​ໃຫ້ສັບ​ສົນ. ທ່ານ​ເວົ້າ​ວ່າ,ຕົວຢ່າງ​ວ່າ ສິນ​ຄ້າ​ໄປ​ຮອດ​ທ່າ​ກ່ຳ​ປັ່ນ​ແລ້ວ, ​ເຂົາ​ເຈົ້າ​ບໍ່​ໄປຮັບ​ເອົາ. ດ່ານ​ພາສີຈຶ່ງຍຶດ​ເອົາ​ສິນຄ້າ.

ທ່ານ​ຈ່າງ​ກົວ​ລຽງບອກ​ວ່າ, ​ເຖິງ​ວ່າ​ວິ​ສາ​ຫະກິດ​ຂອງ​ຕົນ​ໃຊ້​ຫຼາຍ​ວິທີ​ຈຶ່ງ​ໄດ້​ສຳ​ເລັດ​ການ​ຄ້າຂາຍ​ຫຼື​ເອົາ​ສິນ​ຄ້າ​ຄືນ, ​ແລະຜົນ​ເສຍ​ຫາຍ​ບໍ່ຫຼາຍ​ກໍ່ຕາມ, ​ແຕ່​ຜູ້​ອື່ນ​ທີ່ຮ່ວມ​ຂະ​ແໜງ​ການ​ດຽວ​ກັນກໍ່​ບໍ່​ໂຊກ​ດີ​​ແນວນີ້​ແລ້ວ. ຍ້ອນ​ວ່າ​ບໍລິສັດ​ນຳ​ເຂົ້າ​ສິນຄ້າ​ບໍ່​ໄປ​ຮັບ​ເອົາ​ສິນຄ້າ​ຢູ່​ທ່າ​ກ່ຳ​ປັ່ນ​ເປັນ​ເວລາ​ຍາວ, ດ່ານ​ພາສີ​ກໍ່​ບໍ່​ໃຫ້​ວິ​ສາ​ຫະກິດ​ຈີນ​​ເຄື່ອນຍ້າຍ​ສິນຄ້າ​ໄປ​ບ່ອນ​ອື່ນ, ຫຼາຍ​ວິ​ສາ​ຫະກິດ​ຈີ​ນຈຶ່ງ​ຈຳ​ເປັນ​ປະ​ຖິ້ມ​ສິນຄ້າ​ຢູ່​ທ່າ​ກ່ຳ​ປັ່ນ​ຍ້ອນ​ບໍ່​ສາມາດ​ຈ່າຍ​ຄ່າ​ຄ້າງ​ສາງ​ສູງ​​ຢູ່​ທ່າ​ກ່ຳ​ປັ່ນ, ປ່ອຍ​ໃຫ້​ດ່ານ​ພາສີ​ປະມູນ​ຂາຍ​ດ້ວຍ​ລາຄາ​ຕ່ຳ​ທີ່​ສຸດ.​ທີ່​ຈິງ​ແລ້ວ, ຄຽງ​ຄູ່​ກັບ​ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​​ເຂັ້ມ​ແຂງ​ຂຶ້ນ​​ເລື້ອຍໆ, ສ່ວນ​ແບ່ງ​ຕະຫຼາດ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຄວາມ​ຫຍຸ້ງຍາກ​ຂອງ​ຈີນ​ໃນ​ດ້ານ​ສົ່ງ​ອອກ​ສິນຄ້າ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ຖືກ​ສຳຫຼວດຕ້ານ​ການ​ຂາຍ​ເລ​ຫຼາຍ​ທີ່​ສຸດມາ​ໄດ້11ປີ​​ແລ້ວ.

ນອກຈາກ​ການ​ສຳ​ຫຼວດຕ້ານ​ການ​ຂາຍ​ເລ ຕ້ານຄ່າ​ອຸດ​ໜູນ​ແລ້ວ, ປະ​ເທດນັບ​ມື້​ນັບ​ຫຼາຍ​ຍົກ​ສູງ​ມາດ​ຕະຖານ​ເຕັກນິກ​ເພື່ອ​ຈຳກັດ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ. ວິ​ສາ​ຫະກິດ​ຈີນ​ທີ່​ມີ​ຖານ​ທີ່​ໝັ້ນຄົງ​ໃນ​ຕະຫຼາດ​​ແຂ່ງຂັນ​ອັນ​ຮຸນ​ແຮງ, ກໍ່​ຍົກ​ສູງ​ຄຸນ​ນະພາ​ບຜະລິ​ດຕະພັນ​ຂອງ​ຕົນ​ເລື້ອຍໆ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ນັບ​ມື້​ນັບ​ຮັດ​ແຄບ​ຂອງ​ປະ​ເທດ​ທີ່​ນຳ​ເຂົ້າ​ສິນຄ້າ, ​ແລະ​ຮັກສາ​ສ່ວນ​​ແບ່ງຕະຫຼາດ. ​ໃນ​ນັ້ນ​ກຸ່ມ​ບໍລິສັດ​ອາຫານ​ລົງ​ຕ້າ​ແຂວງ​ສ່າ​ນຕົ່ງ​ທີ່​​ແມ່ນ​ວິ​ສາ​ຫະກິດ​ປຸງ​ແຕ່ງອາຫານ​ຂະໜາດ​ໃຫຍ່​ກໍ່​ແມ່ນ​ວິ​ສາ​ຫະກິດ​ໜຶ່ງ. ທ່ານ​ກົ່ງ​ເຊ​ປິ່ນ ປະທານ​ກຸ່ມ​ບໍລິສັດ​ອາຫານ​ລົງ​ຕ້າ​ບອກ​ນັກ​ຂ່າວ​ວ່າ, ຜະລິດ​ຕະພັນ​ຂອງ​ຕົນ​ສ່ວນ​ຫຼາຍ​ແມ່ນ​ສົ່ງ​ໄປ​​ຍີ່​ປຸ່ນ, ດັ່ງ​ທີ່​ຮູ້​ແລ້ວ​ວ່າ, ຍີ່ປຸ່ນ​ມີ​ມາດຕະຖານ​ກວດກາ​ເຂັ້ມ​ງວດ​ທີ່​ສຸດ​ຕໍ່​ອາຫານ​ນຳ​ເຂົ້າ. ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກຮ້ອງ​ຂອງ​ຍີ່ປຸ່ນ, ບໍລິສັດ​ລົງ​ຕ້າ​ໄດ້​ລົງມື​ຍົກ​ສູງ​ລະດັບ​ກວດກາ​ຂອງ​ຕົນ​ກ່ອນ​ຍີ່ປຸ່ນ​ຈັດ​ວາງ​ມາດຕະຖານ​ກວດກາ​ອາຫານ​ທີ່​ເຂັ້ມ​ງວດ​ກວ່າ​ເກົ່າ, ​ແລ້ວ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ຕົນ. ທ່ານ​ກົ່ງ​ເຊ​ປິ່ນ​​ເວົ້າ​ວ່າ,ປີ2005ພວກ​ເຮົາ​ໄດ້​ສົ່ງພະ​ນັກງານ​3ຄົນ​ໄປ​ຮຽນ​ຢູ່​ຍີ່ປຸ່ນ, ຍ້ອນ​ຢາກຮູ້​ວ່າ​ເຂົາ​ເຈົ້າ​ມີ​ຄວມຮຽກຮ້ອງ​ຫຍັງ​ແດ່, ພວກ​ເຮົາ​ໄດ້​ໃຊ້20ລ້ານ​ຢວນ​ເພື່ອນຳ​​ເຂົ້າ​ເຄື່ອງ​ຈັກ​ຕາມ​ມາດ​ຕະຖານ​ກວດ​ກາ​ຂອງ​ຍີ່ປຸ່ນ​ຢ່າງ​ເຕັມ​ສ່ວນ, ຍີ່ປຸ່ນ​ຈະ​ກວດ​ກາ​ເກືອບ​700ຢ່າງ, ມີ​ມາດຕະ​ຖານເຂັ້ມ​ງວດ​ທີ່​ສຸດ, ​ນັບແຕ່​ບໍລິສັດ​ເຮົາ​ມີ​ເຄື່ອງ​ຈັກ​ນີ້​ແລ້ວ​ກໍ່​ໄດ້​ມາດຕະຖານ​​ເຊັ່ນ​ກັນ.​ທ່ານ​ກົ່ງ​ເຊ​ປິ່ນ​ເວົ້າ​ວ່າ, ຍ້ອນ​ວ່າ​ຜະລິດ​​ໄດ້ຕາມ​ມາດ​ຕະຖານ​ຂອງ​ຍີ່ປຸ່ນ​ຢ່າງ​ເຕັມ​ສ່ວນ, ສະ​ນັ້ນ​ວິ​ສາ​ຫະກິດ​ຂອງ​ທ່ານ​ສົ່ງ​ອອກ​ສິນຄ້າຕໍ່ຍີ່ປຸ່ນ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ແລະ​ໄດ້​ສ້າງ​ຍີ່​ຫໍ້​ຊື່​ດັງ​ຂອງ​ຕົນ​ຢູ່​ຕະ​ຫຼາດ​ຍີ່ປຸ່ນ, ທ່ານ​ເຫັນ​ວ່າ ພາຍ​ໃຕ້​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ, ຈະ​ມີ​ຄົນ​ຍີ່​ປຸ່ນນັບ​ມື້​ນັບ​ຫຼາຍ​​ມາ​ຊື້​ອາຫານ​ທີ່​ຄຸນ​ນະພາ​ບດີ​ລາຄາ​ຖືກ, ວິ​ສາ​ຫະກິດ​ຂອງ​ຕົນ​ກໍ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ນັ້ນ. ທ່ານ​​ເບິ່ງ​ໃນ​ແງ່​ດີ ​ແລະ ຄາດ​ວ່າ,ການ​ສົ່ງ​ອອກ​ສິນຄ້າ​​ໄປ​ຍີ່​ປຸ່ນ​ໃນ​ປີ​ນີ້​ຈະ​ເພິ່ມ​ຫຼາຍຂຶ້ນ​.

ກໍ​ຄື​ບໍລິສັດ​ລົງ​ຕ້າ, ວິ​ສາ​ຫະກິດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຮູ້ສຶກ​ວ່າ,ວິ​ທີ​ທີ່​ບັງ​ເກີດ​ຜົນ​ທີ່​ສຸດ​ເພື່ອ​ຮັບ​ມື​ກັບ​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ​ທັງຫຼາຍ​ນັ້ນ ກໍ່​ແມ່ນ​ຍົກ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ,​ເຊື່ອມ​​ໂຍງ​ກັບ​ມາດ​ຕະຖານ​ສາກົນ​​ໃຫ້​ດີ​ໄວ​ກວ່າ. ນອກ​ນີ້, ​ເພື່ອຫຼີກ​ເວັ້ນກຳ​ແກງ​ການ​ຄ້າ ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ໄດ້​ສ້າງ​ຕັ້ງ​ບໍລິ​ສັດສາ​ຂາ​ຢູ່​ປະ​ເທດ​ທີ່​ສິນຄ້າສົ່ງ​ໄປ​ຂາຍນັ້ນ​ໂດຍ​ກົງ, ​ເພື່ອ​ສາມາດ​ຜະລິດ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ​ໂດຍ​ກົງ​ເລີຍ. ພ້ອມ​ກັນ​ນັ້ນ,ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ກໍ່​ໄດ້​ເຫັນ​ໂອ​ກາດ​ການ​​ເຮັດທຸລະ​ກິດ​ໃຫຍ່​ທີ່​ຈີນ​ໃຊ້​ງົບ​ປະມານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງການ​ພານ​ໃນ​ປະ​ເທດ,​ເລິ່ມຍ້າຍ​ການ​ພັດ​ທະ​ນາ​ທຸລະ​ກິດຈາກ​ຕ່າງປະ​ເທດ​​ເຂົ້າ​ສູ່​ປະ​ເທດ​ຕົນ​ເອງ.

ໃນ​ຂະນະ​ທີ່​ວິ​ສາ​ຫະກິດ​ເອງ​ໃຊ້​ມາດ​ຕະການ​ຫຼາຍ​ໆ​ຢ່າງ​ເພື່ອ​ຮັບ​ມື​ກັບ​ລັດທິ​ປົກ​ປ້ອງ​ການ​ຄ້າ, ລັດຖະບານ​ຈີນ​ກໍ່​ໄດ້​ຕັ້ງໜ້າ​ປະຕິບັດ​ວຽກງານ,​ເພື່ອ​ຫຼຸດ​ຜົນ​ເສຍ​ຫາຍຕໍ່​ຈີນ​ໃຫ້​ໜ້ອຍ​ລົງ. ລັດຖະບານ​ຈີນ​ໄດ້​ກ່າວ​ຫຼາຍ​ເທື່ອ​ວ່າ, ຈີນ​ຄັດ​ຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ,​ບໍ່​ປະ​ຕິບັດ​ລັດທິ​ປົກ​ປ້ອງ​ການ​ຄ້າ,​ແລະຈະ​ຢັ້ງຢືນ​ໂດຍ​ການ​ກະທຳ​ຕົວ​ຈິງ. ​ໃນ​ເດືອນ​ກຸມພາ​ປີ​ນີ້, ທ່ານ​ເສີນ​ເຕີ​ມີ​ງ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໄດ້​ນຳພາ​ຄະນະ​ຈັດ​ຊື້​ໃຫຍ່​ຄະນະ​ໜຶ່ງ​ທີ່​ປະກອບ​ດ້ວຍ​ນັກທຸລະ​ກິດ200​ກວ່າ​ຄົນ​​ໄປຢາມ4​ປະ​ເທດ​​ເອີ​ລົບ ຄື,​ເຢັຍລະ​ມັນ, ສວິສ,​ແອັດ​ສປາຍ ​ແລະ ອັງກິດ,ດຳ​ເນີນ​ກິດຈະກຳ​ຕ່າງໆ ​ເຊັ່ນ,ການຄົ້ນຄວ້າ​ຫາລື​ການ​ຄ້າການ​ລົງທຶນ ​ແລະ ການຈັດ​ຊື້​​ເປັນ​ຕົ້ນ. ຕາມ​ໄດ້​ຊາບ, ຍອດ​ມູນ​ຄ່າ​ໃບ​ສັ່ງ​ຈອງ​ທີ່​ຄະນະ​ຈັດ​ຊື້​ດັ່ງກ່າວ​ໄດ້​ເຊັນ​ກັນ​ນັ້ນ​ຫຼາຍ​ກວ່າ10​ຕື້​ໂດ​ລາ.

ຜູ້​ຊ່ຽວຊານ​ເຫັນ​ວ່າ, ​ເບິ່ງ​ຈາກ​ບົດຮຽນ​ປະຫວັດສາດ,ຫຼັງ​ຈາກ​ເສດຖະກິດ​ຊຸດ​ໂຊມ​ລົງ​ເປັນ1-2​ປີ ຈະ​ແມ່ນ​ໄລຍະ​ເກີດ​ລັດທິ​ປົກ​ປ້ອງ​ການ​ຄ້າ​ຫຼາຍ​ທີ່​ສຸດ, ສະ​ນັ້ນ,ຄາດ​ວ່າ ປັດຈຸບັນ​ຍັງ​ແມ່ນ​ໄລ​ຍະກຳ​ເນີ​ດລັດທິ​ປົກ​ປ້ອງການ​ຄ້າ​ສາກົນ​ຢູ່, ​ໃນ1-2​ປີຕໍ່ໜ້າ​ກໍ່ຈະ​ສືບ​ຕໍ່​ຂະຫຍາຍ​ຕົວ. ຈີນ​ຈະ​ຮັບ​ມື​ກັບ​ເລື່ອງ​ນີ້ຢ່າງ​ໃຈ​ເຢັນ, ສືບ​ຕໍ່​ຜ່ານ​ຈາກ​ມາດ​ຕະການ​ອັນ​ຕັ້ງໜ້າ​ຕ່າງໆ ​ເຊັ່ນ,ເປີດ​ກວ້າງ​ການ​ສົ່ງ​ອອກ,​ຈັດ​ຊື້​ຢູ່​ຕ່າງປະ​ເທດ​ຢ່າງຂະໜາດ​ໃຫຍ່ ​ແລະ ​ໃຫ້​ວິ​ສາ​ຫະກິດ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ​ໂດຍ​ກົງ​ເປັນ​ຕົ້ນ ​ເພື່ອ​ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>