ຮ່ວມ​ກັນ​ປຶກ​ສາ​ຫາ​ຫຼື​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-04-02 15:27:54 cri
-----------------------------------------------------------------------------------------------------------------

ນັບ​ແຕ່​ກ້າວ​ເຂົ້າ​ສູ່ປີ2009​ເປັນ​ຕົ້ນ​ມາ, ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ທີ່​ຮ້າຍ​ແຮງ​ມາ​ເປັນ​ເວ​ລາ​ປີ​ປາຍ​ນັ້ນບໍ່​ມີ​ທ່າ​ອ່ຽງດີ​ຂຶ້ນ​ເລີຍ, ທັງ​ຍັງ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນອີກ. ກອງ​ທຶນ​ການ​ເງິນ​ສາກົນ​ຫຼືIMF, ທະນາ​ຄານ​ໂລກ​ແລະ​ອົງການ​ສາກົນ​ຕ່າງໆ​ໄດ້​ຫຼຸດ​ການ​ຄາດໝາຍ​ຕໍ່ການ​ເຕີບ​ໂຕ​ຂອງ​​ເສດ​ຖະກິດ​ໂລກລົງ​ຕື່ມ​ອີກ.​ ​ໃນ​ກ​ອງປະຊຸມ​ປະຈຳ​ປີ​ເວ​ທີ​ປຶກສາ​ຫາລື​ລະດັບ​ສູງ​ການ​ພັດທະ​ນາຈີນ2009​ທີ່​ຫາ​ກໍ່ສິ້ນ​ສຸດ​ລົງ​ນັ້ນ, ຈີນ​ຮັກສາ​ການ​ພັດ​ທະນາ​ເສດ​ຖະກິດ​ຢ່າງ​ໝັ້ນ​ທ່ຽງ​​ແລະ​ໄວ​ສົມ​ຄວນ​ຫຼືບໍ່, ຈະ​ເສີມ​ຂະຫຍາຍ​ບົດບາດ​​ແນວ​ໃດ​ໃນ​ການ​ເຄື່ອນ​ໄຫວ​ທີ່​ທົ່ວ​ໂລກ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ແລະ​ບັນຫາ​ຕ່າງໆ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ຄົນ​ພາຍ​ໃນ​​ແລະ​ຕ່າງ​ປະ​ເທດ​ປຶກສາ​ຫາ​ຫຼື​ຢ່າງ​ຈິງ​ຈັງ. ​ໃນ​ລາຍການ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​​ມື້ນີ້, ​ເຊີນ​ຟັງ​ຂ່າວ​ລະອຽດ.

ໃນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​​ເຜີຍ​​ແຜ່​ໃນ​ຫວ່າງ​ກອ່ນນີ້​ບໍ່​ດົນ, ທະ​ນາຄານ​ໂລກ​ໄດ້​ປ່ຽນ​ການ​ຄາດໝາຍ​ທີ່​ເສດຖະ​ກິດທົ່ວ​​ໂລກ​ຈະ​ເຕີບ​ໂຕ1%​ເປັນ​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະ​ເຕີບ​ໂຕ​ລົບ1,5%. IMFກໍ່ຄາດ​ວ່າ​ເສດຖະກິດ​ໂລກ​ປີ​ນີ້​ຈະ​ເຕີຍ​ໂຕ​ລົບ​ 0,5%ຫາລົບ1,5%. ​ແຕ່​ວ່າ, ລັດຖະບານ​ຈີນ​ຊ້ຳພັດສະ​ເໜີ​ວ່າຈະ​​ເຮັດ​ໃຫ້​ເສດຖະ ກິດ​ເຕີບ​​ໂຕ​ປະມານ8%, ​ຕ່າງປະ​ເທດສົນ​ໃຈ​ຫຼາຍ​. ​ໃນ​ກ​ອງປະຊຸມ​ປະ​ຈຳປີ​​ເວທີ​ປຶກສາ​ຫາລື​ລະດັບ​ສູງການ​ພັດ​ທະນາ​ຈີນ2009, ທ່ານຫຼີ້​ເຄີ້ສຽງ, ຮອງ​ນາ​ຍົກ​ລັດ ຖະມົນຕີ​ຈີນ​ກ່າວ​ວ່າ, ຈີນ​ມີ​ຄວາມ​ສາ​ມາດ​ບັນລຸ​ຄາດໝາຍ​ທີ່​ຮັກສາ​ໃຫ້​ເສ​ດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​​ແລະ​​ໄວ​ສົມຄວນ.

ພື້ນ​ຖານ​ແຫ່ງ​ການ​ພັດ​ທະນາ​ເສດຖະກິດ​ຂອງ​ຈີນ​ແລະ​ທ່າ​ອຽງ​ທີ່​ພັດທະນາ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ​ແມ່ນ​ບໍ່​ໄດ້​ປ່ຽນ​ແປງ. ຈີນ​ພວມ​ຢູ່​ໃນ​ໄລຍະ​ທີ່​ການ​ຫັນ​​ເປັນ​ອຸດສາ​ຫະກຳ​ແລະ​ຫັນ​ເປັນ​ຕົວ​ເມືອງ​ພັດທະນາ​ຢ່າງ​ວ່ອງ​ໄວ, ຕະຫຼາດ​ພາຍ​ໃນ​ປະ​ເທດ​ມີ​ໂອກາດ​ພັດທະນາ​ທີ່​ດີ, ​ແລະ​ມີ​ຊ່ອງທາງ​ພັດທະ​ນາ​ເສດຖະກິດ​ຢ່າງ​ກວ້າງ​ຂວາງ. ພື້ນຖານ​ເຕັກນິກ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ, ຊັບ​ພະ​ຍາກອນ​ແຮງ​ງານ​ມີ​ຢ່າງ​ຫຼວງ​ຫຼາຍ, ​ແລະ​ມີ​ທຶນຮອນ​ພຽງພໍ. ​ເມື່ອ​ປະ​ເຊີນ​ກັບ​ການ​ທ້າ​ທາຍ, ລັດຖະບານ​ຈີນ​ໄດ້​ປັບປຸງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຢ່າງ​ທັນ​ການ, ​ແລະ​ໃຊ້​ມາດຕະການ​ຕ່າ​ງໆ, ​ພວມ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ປະສິດທິ​ຜົນ.

ນັບ​ແຕ່​ຫົກ​ເດືອນ​ທ້າຍ​ປີກ​າຍນີ້​ເປັນ​ຕົ້ນມາ, ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ, ​ເຊັ່ນ ​ເພີ່ມ​ການ​ລົງທຶນ​ຂອງ​ລັດ​ແລະກະ​ຕຸ້ນກຳ​ລັງຊື້ຂອງ​ປະຊາ​ຊົນ​ຢ່າງ​ຂະ​ໜາດ​ໃຫຍ່; ປະຕິບັດ​ແຜນການ​ປັບປຸງ​ແລະ​ຟື້ນ​ຟູ​ຜະລິດຕະກຳ, ປັບປຸງ​​ໂຄງ​ປະກອບ​ຜະລິດຕະກຳ​ແລະ​ປະ​ຖິ້ມ​ກຳລັງ​ການ​ຜະລິດ​ທີ່​ຫຼ້າ​ຫຼັງ; ​ເພີ່ມ​ທະວີ​ກຳລັງ​​ແຮງ​ທາງວິ​ທະຍາ​ສາດ​ເຕັກນິກ​ແລະ​ຊຸກ​ຍູ້​ວິທະຍາສາດ​ເຕັກນິກ​ຫັນ​ເປັນ​ຜະລິດ​ຕະກຳ; ຊຸກ​ຍູ້​ການ​ປະກອບ​ອາຊີບ​ແລະ​ປັບປຸງ​ລະ​ບຽບ​ການ​ປະກັນ​ສັງຄົມ​ເປັນ​ຕົ້ນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເກີ​ລິນ ປະທານ​ກຸ່ມ​ບໍລິສັດ​ຮຸ້ຍ​ເຟີ່ງ​ເຫັນ​ວ່າ,

ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ເສດຖະກິດ​ໂລກ. ຈີນ​ແມ່ນ​ກຸ່ມ​ເສດ​ຖະກິດ​ໃຫຍ່​ທີ3​ໃນ​ໂລກ, ກໍ່​ອາດ​ຈະ​ແມ່ນ​ກຸ່ມ​ເສດຖະກິດ​ກຸ່ມ​ດຽວ​ທີ່​​ເສດຖະກິດ​ອາດ​ຈະ​​ເຕີບ​ໂຕ​8%​ໃນ​ປີ2009. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ, ​​ໃນ​ເວລາ​ທີ່​ທົ່ວ​​ໂລກສູນ​ເສຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ໄວ້​ໃຈ​, ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ລັດຖະບານ​ຈີນ​ຍັງມີ​ປະສິດ​ທິ​ຜົນ​ຢ່າງ​ຕັ້ງໜ້າ.

ທ່ານ​​​ແຈ​ມສ໌ ອ​າ​ເດນ​ສ໌ ຮອງ​ປະທານທະນາຄານ​ໂລກ​ຜູ້​ຮັບຜິດ​ຊອບ​ວຽກງານພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊິ​ຟິກ​ເຫັນ​ວ່າ, ​ໃນ​ຂະ​ບວນການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ, ມາດຕະການ​ທີ່​ເດັດຂາດ​ ​ແລະ ​ແຂງ​ແຮງ​ແມ່ນ​ສຳຄັນ​ທີ່​ສຸດ,ຈີນ​​ໄດ້​ເຮັດ​ແນວ​ນີ້​ແລ້ວ.

"​ມາ​ຮອດ​ປັດຈຸ​ບັນ, ມາດ​ຕະການ​ຮັບ​ມື​ດ້ານ​ການ​ເງິນ​ຂອງ​ຈີນ​ ​ທັງ​ໄວ​ທັງ​ມີ​ແຮງ,ພ້ອມ​ກັນ​ນັ້ນ​ວິທີ​ກໍ່​ເໝາະ​ສົມ. ລັດຖະບານ​ຈີນ​ໄດ້​ກຳນົດ ​ແລະ ປະກາດ​ໃຊ້​ແຜນການ​ກະ​ຕຸ້ນ​ເສດຖະກິດ​ຂະໜາດ​ໃຫຍ່​ຢ່າງ​ວ່ອງ​ໄວ. ຍ້ອນ​ວ່າ​ໄດ້​ປະຕິບັດ​ນະ​ໂຍບາຍສຸຂຸມ​ຮອບ​ຄອບ​ໃນ​ອະ​ດີດ,​ ໃນ​ເວລາ​ປະສົບ​ວິ​ກິດ​ການ​ການ​ເງິນ,ຈີນ​ຈິ່ງ​ມີ​ຊ່ອງ​ທາງການ​ເງິນ​ ​ເພື່ອ​ປະຕິບັດ​ແຜ​ນການ​ກະ​ຕຸ້ນ​ເສດຖະກິດ​ຂະໜາດ​ໃຫຍ່. ນອກ​ນີ້,​ໃນ​ແຜນການ​ກະ​ຕຸ້ນ​​ເສດຖະກິດ​ຂອງ​ລັດຖະບານ​ ມີ​ງົບ​ປະມານ​ຫຼາຍ​ຢ່າງ​ແມ່ນ​ໃຊ້​ເພື່ອກະ​ຕຸ້ນ​ການບໍລິ​ໂພ​ກ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ສູງ​ຂຶ້ນ, ​ເຊິ່ງລວມທັງ​ປັບປຸງລະບົບຂົນ​ສົ່ງສາທາລະນະ​​ໃຫ້​ສົມບູນ​ຂຶ້ນ, ບຳບັດ​ນ້ຳ​​ເປື້ອນ, ​ແລະ ​ໂຄງການຮັກສາສິ່ງ​ແວດລ້ອມ​ອື່ນໆ, ທິດ​ທາງ​ນີ້​ແມ່ນ​ຖືກຕ້ອງ​ສົມຄວນ."

ເວົ້າສຳລັບ​ຈີນທີ່ມີຈຸດ​ພິ​ເສດ​ເສ​ດຖະກິດ​ແບບ​ເປີດ​ປະຕູອັນ​ເດັ່ນ​ຊັດ​ນັ້ນ,ຂະ​ແໜງ​ການ​ສົ່ງ​ອອກ​ໄດ້​ຮັບ​ຜົກ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ຫຼາຍ​ທີ່​ສຸດ. ພາຍ​ໃຕ້​ສະພາບ​ທີ່​ຄວາມ​ຕ້ອງການ​ຂອງ​ພາບນອກ​ຫຼຸດ​ລົງ​ຫຼາຍ,ວິ​ສາ​ຫະກິດ​ສົ່ງ​ອອກ​ທັງຫຼາຍ​ໄດ້​ພົບ​ຄວາມ​ຫຍຸ້ງຍາກ​,​ເກີດ​ສະພາບ​ທີ່​ຫຼຸດ​ເງິນ​ເດືອນ ​ແລະ ພະນັກງານ​ໃຫ້​ໜ້ອຍ​ລົງ,ຈົນ​ກະ​ທັ້ງອັດ​ໂຮງງານ. ພ້ອມກັນ​ນັ້ນ, ບາງ​ປະ​ເທດ​ໄດ້​ປະກດ​ໃຊ້​ມາດ​ຕະການປົກ​ປ້ອງການ​ຄ້າ,ຈຳກັດ​ຈົນ​ຮອດ​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ຜະລິດ​ຕະພັນ​ຂອງ​ຈີນ,ນີ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຈີນ​ປະ​ເຊີນຄວາມ​ກົດ​ດັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ມູນ​ຄ່າ​ສົ່ງ​ອອກ​ຂອງຈີນ​ໄດ້ຫຼຸດ​ລົງ​4​ເດືອນ​ລຽນຕິດ​ແລ້ວ,ສະພາບ​ການໜັກໜ່ວງທີ່​ສຸດ.

ໃນ​ກອງ​ປະຊຸມ​ປະຈຳ​ປີ2009​ຂອງ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຈີນ, ທ່ານ​ເສິນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ເພື່ອຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ, ຈີນ​ຈະ​ຕັ້ງໜ້າ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​, ຊຸກ​ຍູ້​​ໂຄງ​ປະກອບການ​ບໍລິ​​ໂພ​ກ​ໃນ​ຊົນນະບົດ​​ໃຫ້​ສູງ​ຂຶ້ນ, ພ້ອມ​ກັນ​ນັ້ນ, ກໍ່ພະຍາຍາມ​ຊຸກ​ຍູ້​ໃຫ້ການ​ຄ້າ​ກັບ​ຕ່າງປະ​ເທດ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ. ທ່ານ​ກ່າວ​ວ່າ, ຈີນ​ຈະ​ອີງ​ຕາມ​​ທຳນຽມ​ຂອງ​ສາກົນ, ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ດ້ານ​ນະ​ໂຍບາຍ​ຕໍ່​ການ​ຄ້າຂາ​ເຂົ້າຂາ​ອອກ, ຊຸກ​ຍູ້​ການ​ຄ້າ​ປຸງ​ແຕ່ງ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ພະຍາຍາມ​ເປີດ​ກວ້າງ​ການ​ນຳ​ເຂົ້າ​ສິນຄ້າ, ​ເນັ້ນ​​ໃສ່ການ​ນຳ​ເຂົ້າ​ເຕັກນິກ​ອຸປະກອນ​ທີ່​ທັນ​ສະ​ໄໝ, ​ເພີ່ມ​ທະວີ​ການ​ນຳ​ເຂົ້າ​ເຄື່ອງ​ອາ​ໄຫຼ່​ທີ່​ເປັນ​ຂໍ​ກະ​ແຈ, ຊັບພະຍາກອນ​ສຳຄັນ​ແລະ​ວັດຖຸ​ດິບ​ທີ່​ສຳຄັນ. ນອກ​ນີ້, ຍັງ​ຈະ​ສືບ​ຕໍ່​​ໃຊ້​ທຶນ​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ​ແລະ​ສົ່ງ​ເສີມ​ໃຫ້​ນັກທຸລະກິດ​ຈີນ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ.

ທ່ານ Joseph Stiglitzຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນສາຂາ​ເສດຖະສາດ, ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ໂກລົມ​ບີ​ຂອງ​ອາ​ເມ​ລິ​ກາ​ເຫັນ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ຖອດ​ຖອນ​ບົດຮຽນ​ຂອງ​ຈີນ.
​ໃນ​ຂະ​ບວນການທີ່​​ໃຫ້​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຟູ​ຄືນ, ຈີນ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ, ​ເພາະວ່າ​ຈີນ​ສາມາດ​ເຮັດ​ໃຫ້​ເສດຖະກິດ​ຂອງ​ຕົນ​ຮັກສາ​ການ​ເຕີບ​ໂຕ. ອີກ​ອັນ​ໜຶ່ງ, ຈີນ​ກໍ່ສາມາດ​ປະກອບສ່ວນ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຟູ​ຄືນ. ຈີນ​ສາມາດ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ອື່ນໆ, ນີ້​ແມ່ນ​ສົມ​ກັບ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ຈີນ​ເອງ.

ບຸກຄົນ​ສຳຄັນ​ຂອງຈີນ​ແລະ​ຕ່າງປະ​ເທດ​ທີ່​ຮ່ວມ​ປະຊຸມຕ່າງ​ກໍ່​ເຫັນ​​ວ່າ, ຖ້າວ່າ​ມາດ​ຕະການ​ທຸກ​ອັນທີ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ຂອງ​ຈີນ​ໄດ້​ຜັນ​ຂະຫຍາຍ​​ເປັນ​ຢ່າງ​ດີ, ຄາດ​ວ່າ​ຈະກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເດີນ​ອອກ​ຈາກ​ເງົາ​ມືດ​ແຫ່ງ​ວິ​ກິດ​ການ​ການ​​ເງິນ​.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ​ທີ່​ຟັງ​ມາ​ນັ້ນ​ແມ່ນ​ບົດ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປຶກສາ​ຫາລືເພື່ອ​ຮັບ​ມືກັບ​ວິ​ກິດ​ການ​ການ​ເງິນ. ລາຍການ​​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ຂອງ​ພວກ​ເຮົາ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ເທົ່າ​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>