ກິດ​ຈະກຳ​ຂອງ​ໂຮງ​ທຳ​ພຸດທະ​ສາ​ສະ​ໜາ​ປັກ​ກິ່ງ

(GMT+08:00) 2009-04-21 18:04:51 cri
-----------------------------------------------------------------------------------------------------------------
ນັບ​ແຕ່​ພຸດທະສາສະ​ໜາ​ເຂົ້າ​ສູ່​ຈີນ​ໃນ​ລາຊະວົງ​ຮ້ານ​ເປັນ​ຕົ້ນ​ມາ, ພຸດທະສາ​ສະໜາ​ໄດ້​ເຜີຍ​ແຜ່​ຢູ່​ຈີນ​ເປັນ​ເວລາ2ພັນ​ກວ່າ​ປີ​ແລ້ວ. ຢູ່​ຈີນ, ນອກຈາກ​ຜູ້​​ເຂົ້າບວດ​ຢູ່​ໃນ​ວັດວາອາ​ຮາມ​ແລ້ວ, ກໍ່​ມີ​ພຸດທະສາສະ​ນິກະ​ຊົນ​ຢ່າງ​ຫຼວງ​ຫຼາຍ​ອີກ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​​ໄປ​ສຳຜັດ​ສະຖານ​ທຳ​ຂອງ​ປັກ​ກິ່ງ.

ຢູ່​ຖະ​ໜົນຊີ່​ອ່ານ​ເມີນ​ທີ່​ມີ​ປະຫວັດ​ເກົ່າ​ແກ່​ແລະ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປັກ​ກິ່ງ, ມີ​ເຮືອນ​ເກົ່າ​ແກ່​ຫຼັງ​ໜຶ່ງ​, ຢູ່​ເທິງປະຕູ​ມີ​ປ້າຍ​ແຜ່ນ​ໜຶ່ງ, ທີ່​ເປັນ​ລາຍ​ມື​ຂອງ​ທ່ານ​ສີ​ກົ່ງ ນັກຂ​ຽນງາມ​ທີ່​ມີ​ຊື່ສ​ຽງຂອງ​ຈີນ, ຄື​ໂຮງ​ທຳ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ປັກ​ກິ່ງ. ອັນ​ທີ່​ຕ່າງ​ກັນນັ້ນ​ວັດ​ເກົ່າ​ແກ່​ສ່ວນຫຼາຍ​ແມ່ນ​ຕັ້ງ​ຢູ່​ໃນ​ພູຜາ​ຫ່າງ​ໄກ​ສອກຫຼີກ, ສ່ວນ​ໂຮງ​ທຳ​ທີ່​ເປັນ​ບ່ອນ​ທຳ​ພິທີ​ກຳ​ທາງ​ສາ​ສະໜາ​ແຫ່ງ​ນີ້​ຕັ້ງ​ຢູ່​ເຂດ​ທີ່​ມີ​ຄົນ​ໄປມາຢ່າງ​ບໍ່​ຂາດ​ສາຍ​ແລະ​ມີຮ້ານ​ຄ້າ​ຈຳ​ນວນ​ຫຼວງ​ຫຼາຍ, ນີ້​ກໍ່ຄ້າຍ​ຄືກັບຈິດ​ໃຈ​ຂອງ​ຜູ້​ທີ່​ຖື​ສິນ​ໃນ​ເຮືອນ, ຄື​ສະ​ແຫວ​ງຫາຄວາມ​ສະ​ຫງົບ​ທາງ​ຈິດ​ໃຈໃນ​ໂລກ​ທີ່​ສັບສົນວຸ້ນວາຍ.

ໂຮງທຳ​ປັກ​ກິ່ງ​ມີ​ຊື່​​ເດີມ​ວ່າ ​ໂຮງທຳ​ຮວາ​ເປ, ​ສ້າງ​ຂຶ້ນ​ໃນ​ເດືອນ​ທັນວາ​ປີ1929, ​ແມ່ນ​ບຸກ​ຄົນທີ່​ມີ​ຊື່​ສຽງ​ໃນ​ສັງຄົມ​ຮ່ວມ​ກັບ​ພຸດທະ​ສາສະ​ນິກະ​ຊົນຂອງ​ປັກ​ກິ່ງ​ໃນ​ຄາວ​ນັ້ນ​ຮ່ວມ​ທຶນ​ສ້າງ​ຂຶ້ນ. ​ຫ້ອງ​ເວີຍ​​ໂມ​ຢູ່​​ໃນ​ຫ້ອງ​ໂຖງ​ໃຫຍ່ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ສະຫງ່າ​ງາມ​ທີ່​ສຸດ​ໃນ​ໂຮງ​ທຳ​ແຫ່ງ​ນີ້, ຕົ້ນຕໍ​ແມ່ນ​ໃຊ້​ຈັດພິ​ທີກຳ​ທາງ​ສາສະ​ໜາ​ຂະໜາດ​ໃຫຍ່. ຢູ່​ທາງ​ຟາກ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ຂອງ​ຫ້ອງ​ເວີຍ​ໂມ​ແລະ​ຢູ່​ຫຼັງ​ຫ້ອງ​ໂຖງ​ໃຫຍ່​ມີເຮືອນ​ຊັ້ນ​ດຽວ​ສີຂາວ, ຫ້ອງ​ການ​ຂອງ​ທ່ານ​ເຊ້ຍຝາ​ເຊິ້ງ ຜູ້​ຮັບ​ຜິດ​ຊອບ​ໂຮງທຳ​ກໍ່​ຢູ່​ໃນ​ເຮືອນ​ເຫຼົ່າ​ນີ້. ທ່ານ​ເວົ້າ​ວ່າ,

ຈຸດປະສົງຂອງ​ໂຮງທຳ​ພວກ​ເຮົາ​ແມ່ນ​ຫຍັງ? ກໍ່​ແມ່ນ​​ເຜີຍ​ແຜ່​ພຸດທະ​ສາສະ​ໜາ​ທີ່​ຖືກຕ້ອງ​ໃຫ້​ພຸດ​ທະສາສະ​ນິກະ​ຊົນ, ​ແຕ່​ບໍ່​ແມ່ນ​ພຸດທະ​ສາສະ​ໜາ​ແບບເຊື່ອ​ຖື​ງົມງວາຍ. ພຸດທະ​ສາ​ສະ​ໜາ​ແມ່ນ​ພະພຸດ​ທະ​ເຈົ້າ​ຊອກ​ເຫັນ​ກົດ​ເກນ​ຂອງ​ວັດຖຸ​ຕ່າງໆ​ໃນ​ຈັກກະວານ​, ສະຫຼຸບ​ເປັນ​ຫຼັກ​ທຳ​ແລ້ວ​ອະ​ທິບາຍ​ໃຫ້​ຄົນ​ທັງຫຼາຍ, ​ແລ້ວ​ກໍ່​ເກີດ​ເປັນ​ພະ​​ໄຕ​ປີດົກ. ພວກ​ເຮົາ​ອະທິບາຍ​ລັກ​ສະ​ນະ​ວິ​ທະ​ຍາສາດ​ໂລ​ຊິກ​ແລະ​ພາວະ​ວິ​ໄສ​ຂອງ​ຫຼັກທຳ​ພຸດທະ​ສາສະ​ໜາ​ໃນ​ດ້ານ​ສັດຈະທຳ.

ໃນ​ມື້​ທີ່​ນັກ​ຂ່າວ​ໄປ​ຮອດ​ໂຮງ​ທຳ, ພໍດີ​​​ພວມ​ຈັດ​ງານ​ພິທີກຳ​ປະຈຳ​ເດືອນ. ​ເວລາ​9​ໂມງ​, ​ໃນ​ຫ້ອງ​ເວີຍ​ໂມ, ພຸດທະ​ສາສະ​ນິກະ​ຊົນ​ຫຼາຍ​ຮ້ອຍ​ຄົນພວມ​ສູດ​ມົນ​ຢ່າງ​ເຄັ່ງຂຶມ​ພາຍ​ໃຕ້​ການ​ນຳ​ຂອງ​ຄູບາ. ລຸງອູ​ອຽນ​ບອກ​ວ່າ,

ແຕ່ລະ​ເດືອນ​ພວກ​ເຮົາ​ຈັດ​ພິທີກຳ4​ເທື່ອ, ມື້​ນີ້​ພວກ​ເຮົາ​ແມ່ນສູດ​ມົນ​ຄຳ​ພີ​ມີ​ທົວ, ມີ200ກວ່າ​ຄົນ​ມາ​ເຂົ້າ​ຮ່ວມ.

ນອກຈາກ​ງານ​ສົມ​ໂພດ​ປະຈຳ​ເດືອນ​ແລ້ວ, ​ເມື່ອ​ຮອດ​ບຸນ​ວິສາ​ຂະບູຊາ, ​ໂຮງທຳ​ຈະ​ຈັດ​ບຸນ​ຂະ​ໜາດ​ໃຫຍ່, ​ແລະ​ຈະ​ເຊີນ​ພະ​ເຖລະ​ນຸ​ເຖລະ​ມາ​ອະທິບາຍ​ທຳ​ໃຫ້​ພຸດທະ​ສາສະ​ນິກະຊົນ. ​ລຸງ​ຊວນ​ຊຽງທີ່​ມີ​ອາຍຸ64ປີ​​ໄດ້​ມາ​ເຂົ້າ​ຮ່ວມ​ພິທີກຳ​ແບບ​ນີ້ທຸກ​ເດືອນ, ຫຼັງ​ຈາກ​ອອກ​ກິນ​ເບ້ຍ​ບຳ​ນານ​ຈາກ​ໂຮງງານ​ແລ້ວ, ​ເພິ່ນ​ໄດ້​ໄປ​ວັດ​ກວາງ​ຮວ້າທີ່​ຢູ່​​ໃກ້​ກັບໜອງ​ໂຮ້ວ​ໄຫ​ຂອງ​ປັກ​ກິ່ງ, ​ເພື່ອສຳ​ຜັດ​ກັບ​ສິນ​ທຳຄຳ​ສັ່ງ​ສອນ​ຂອງ​ພະ​ສຳ​ມາ​ສຳ​ພຸດທະ​ເຈົ້າ​ຢູ່​ວັດ​ແຫ່ງ​ນີ້​ທີ່​ມີ​ປະ​ຫວັດ​ດົນ​ນານ. 7ປີຜ່ານ​ໄປ​ແລ້ວ, ​ເພິ່ນ​ເວົ້າ​ເຖິງ​ຊີວິດ​ປະຈຳ​ວັນ​ຂອງ​​ເພິ່ນ​ສູ່​ຟັງວ່າ,

ຕອນຂ້ອນ​ແ​ຈ້ງ4​ໂມງ​ເຄິ່ງສວາຍ​ໜ້າ​ລ້າງ​ຕາ​ແລ້ວ​ຂຶ້ນ​ຫ້ອງ​ຍາມ​ເຊົ້າ, ນອກຈາກ​ຊື້​ຜັກ​ມາແຕ່ງ​ກິນ​ເຮັດ​ວຽກ​ເຮືອນການ​ຊານ​ຢ່າງ​ເປັນ​ປົກກະຕິ​ແລ້ວ, ​ໃນ​ຍາມ​ທຳ​ມະ​ດາ​ກໍ່​ອ່ານ​ປຶ້ມ​ກ່ຽວ​ກັບ​ພຸດ​ທະສາ​ສະ​ໜາ, 3​ໂມງ​ເຄິ່ງຕອນ​ບ່າຍ​ຂຶ້ນ​ຫ້ອງ​ຍາມ​ແລງ, ຕອນ​ເຊົ້າ​ແລະ​ຕອນ​ແລງ​ຈະ​ສູ​ດມົນ. ຮອດ​ເວລາ20​ໂມງ, ຈະ​ນັ່ງທຳ​ສະ​ມາທິ, ຊີວິດ​ປະຈຳ​ວັນ​ກໍ່​ເປັນ​ແບບ​ນີ້​ແຫຼະ.

ປ້າ​ມ້ຽວຊິ່ວມີ​ອາຍຸ​ໜຸ່ມ​ກວ່າ, ​ແຕ່​ໄດ້​ຮຽນ​ພຸດທະ​ສາສະ​ໜາ​ເປັນ​ເວລາ14ປີ​ແລ້ວ. ​ເພິ່ນ​ເວົ້າ​ວ່າ, ​ເຖິງ​ວ່າ​ໄດ້​ໄຫວ້​ພະ​ຮ່ວມ​ກັບ​ແມ່​ເຖົ້າ​ແລະ​ແມ່​ມາ​ແຕ່​ນ້ອຍ​ກໍ່ຕາມ, ​ແຕ່​ກໍ່​ບໍ່​ຮູ້​ວ່າ​ເນື້ອ​ໃນ​ມັນ​ໝາຍ​ເຖິງ​ຫຍັງ. ຕໍ່​ມາ​​ເມື່ອເພິ່ນ​ໄດ້​ຮຽນ​ພຸດທະ​ສາສະ​ໜາ​ແລ້ວ, ຈຶ່ງ​ຮູ້ວ່າ, ຮຽນ​ພຸດ​ທະ​ສາ​ສະ​ໜາ​ບໍ່​ແມ່​ນ​ເພື່ອ​ໄດ້​ຮັບສິ່ງ​ໃດ​ສິ່ງ​ໜຶ່ງ, ​ແຕ່ແມ່ນ​ເພື່ອທຳ​ຈິດ​ໃຈ​ໃຫ້ສະ​ຫງົບ. ​ເພິ່ນ​ເວົ້າ​ວ່າ,

ການ​ຮຽນ​ພຸດທະ​ສາສະ​ໜາ​ກໍ່​ແມ່ນ​ຮຽນປະຕິບັດ​ຕົນ​ໃນຊີວິດ​ປະຈຳ​ວັນ, ​ເຊັ່ນ​ຢູ່​​ເຮືອນ, ຈະ​ເຮັດ​ແນວ​​ໃດ​ຈຶ່ງ​ຈະ​ເປັນແມ່ ​ເມຍ ​ແລະລູກ​ສາວ​ທີ່​ດີ, ດ້ານອື່ນໆ​ກໍ່​ແມ່ນ​ເຮັດ​ຕາມ​ການ​ສິດສອນ​ຂອງ​ພະ​ພຸດທະ​ເຈົ້າ, ກໍ່ຈະ​ເປັນ​ຄົນ​ດີ, ສະ​ນັ້ນ​ໃນ​ການ​ເດີນທາງ ການ​ນັ່ງ ການ​ນອນ ລ້ວນ​ແຕ່​ມີ​ຄວາມ​ກົມກຽວກັນ​.

ປະຈຸ​ບັນ, ສະມາຊິກ​ໂຮງ​ທຳ​ປັກ​ກິ່ງມີ​​ເຖິງພັນ​ກວ່າ​ຄົນ, ນອກຈາກ​ລຸງຊວນ​ຊຽງ​ແລະ​ປ້າ​ມ້ຽວຊິ່ວທີ່​ມີ​ອາຍຸ​ສູງ​ແລ້ວ, ກໍ່​ຍັງມີ​ຊາວ​ໜຸ່ມ​ທີ່​ມີ​ອາຍຸ​ຊາວ​ປີ 30ປີ. ​ເຂົາ​ເຈົ້າ​ບໍ່ພ​ຽງ​ແຕ່​ເຂົ້າ​ຮ່ວມບຸນ​ພິທີກຳ​ແລະ​ສູດ​ມົນ​ເທົ່າ​ນັ້ນ, ຍັງ​ໄດ້​ຊ່ອຍ​ເຮັດ​ວຽກຂອງ​ໂຮງ​ທຳ​ຕາມ​ຄວາມ​ສາມາດ, ​ເຊັ່ນ​ວ່າ, ອະນາ​ໄມ​ເດີ່ນ​, ​ແຕ່ງອາຫານ​​ເຈ​ແລະ​ວຽກ​ອື່ນໆ​ລ້ວນ​ແຕ່​ແມ່ນ​ສະມາຊິກ​​ເຮັດດວຍ​ຄວາມ​ສະໝັກ​ໃຈ.

ລຸງ​ອູ​ອຽນ​ບອກວ່າ, ຄ່າ​ໃຊ້​ຈ່າຍ​ຂອງ​ໂຮງທຳແມ່ນ​ໂຮງທຳຊອກ​ທຶນ​ເອົາ​ເອງ​ແລະພຸດທະ​ສາສະ​ນິກະ​ຊົນ​ບໍລິຈາກ​ໃຫ້, ​ເຖິງ​ວ່າ​ລຳບາກ​ສົມຄວນ​ກໍ່ຕາມ, ​ແຕ່ທາງ​ໂຮງ​ທຳ​ກໍ່​ຍັງ​ໄດ້​ເຮັດ​ວຽກ​​ສາທາ​ລະນະປະ​ໂຫຍ​ດຕາມ​ຄວາມ​ສາມາດ​ຕະຫຼອດ​ມາ. ນັບ​ແຕ່​ປີ2005ມາ​ນີ້, ​ໂຮງ​ທຳໄດ້​ຮ່ວມ​ມື​ກັບ​ໂຮງ​ໝໍ​ຟູ​ໄວ້​ປັກ​ກິ່ງ​ທີ່​ມີ​ຊື່ສ​ຽງດ້ານ​ປົວ​ພະຍາດຫົວ​ໃຈ, ຊ່ອຍ​ເຫຼືອ​​ເດັກ​ເກີດ​ໃໝ່​ທີ່​​ເປັນ​ພະ​ຍາດ​ຫົວ​ໃຈ​ແລະຖືກ​ປະ​ຖິ້ມ; ສຳລັບ​ສະມາຊິກ​ໂຮງທຳທີ່​ເປັນພະຍາດ​ຊຳ​ເຮື້ອ, ​ໂຮງ​ທຳ​ຍັງ​​ໃຫ້​ການດູ​ແລ​ກ່ອນ​ເສຍ​ຊີວິດອີກ; ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ແຮງ​ຢູ່​ແຂວງ​ເສ​ສວນ​ແລ້ວ, ສະ​ມາຊິກ​ຮ້ອຍ​ກວ່າ​ຄົນ​ຂອງ​ໂຮງທຳ​ກໍ່​ໄດ້​ບໍລິຈາກ​ເງິນໜຶ່ງ​ແສນ​ຢວນ​ໃຫ້​ເຂດ​ປະສົບ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>