ເຂົ້າໜຽວ 5 ສີ​ກັບ​ຄວາມສຸກ​ຂອງ​ຄອບຄົວ​ຊາວ​ເຜົ່າ​ຈ້ວງ

(GMT+08:00) 2009-04-28 19:52:46 cri
-----------------------------------------------------------------------------------------------------------------
ເຜົ່າ​ຈ້ວງ​ຂອງ​ຈີນ​ກໍ​ຄ້າຍຄື​ກັນ​ກັບ​ຄົນ​ລາວ,ມັກ​ກິນ​ເຂົ້າ​ໜຽວ.ທີ່​ຕ່າງ​ກັນໜ້ອຍ​ໜຶ່ງ​ກໍແມ່ນ,ຊາວ​ເຜົ່າ​ຈ້ວງມັກ​ກິນ​ເຂົ້າໜຽວ 5 ສີ. ​ໄດ້ຊື່​ນີ້ຍ້ອນ​ເຂົ້າໜຽວ​ມີ 5 ສີ​ຄື ສີດຳ, ສີ​ແດງ, ສີ​ເຫຼືອງ, ສີ​ກ່ຳແລະ​ສີຂາວ.​ ​ເມື່ອ​ຮອດ​ບຸນ​ຊິ່ງມິງຫຼື​ບຸນຂຶ້ນສາມຄ່ຳ​ເດືອນສາມ​ຕາມຈັນທະ​ຄະຕິ​ຈີນ,ຊາວ​​ເຜົ່າ​ຈ້ວງຄອບຄົວ​ໃດ​ກໍ່ພາກັນໜຶ້ງ​ເຂົ້າໜຽວ 5 ສີ.​ ​

ໃນ​ວັນ​ບຸນຂຶ້ນສາມຄ່ຳ​ເດືອນ​ສາມ​ຕາມ​ຈັນທະຄະຕິ​ຈີນແຕ່ລະ​ປີ,ຟ້າຍັງ​ບໍ່​ທັນແຈ້ງ,​ແມ່​ຍິງ​ຂອງ​ທຸກໆ​ຄອບ​ຄົວ​ກໍ່ຕື່ນ​ນອນ,​ແລ້ວເອົາ​ເຂົ້າ​ໜຽວ 5 ສີ​​ທີ່​ໝ່າ​ແລ້ວນັ້ນໃສ່ຫວດ​ໜຶ້ງ,ບໍ່​ດົນປານ​ໃດ,ບ້ານເຜົ່າ​ຈ້ວງກໍ່​ຈະ​ປົກ​ຄຸມ​​ໄປ​ດ້ວຍ​ກິ່ນ​ຫອມຂອງ​ເຂົ້າໜຽວ.​ເມື່ອ​ເວົ້າ​ເຖິງ​ເຂົ້າໜຽວ 5 ສີ,ທ່ານ​ເກີ​ຊຽງ ນັກວິຊາການ​ທີ່​ຄົ້ນຄວ້າ​ຮີດຄອງ​ປະ​ເພນີ​ຂອງ​ເຜົ່າ​ຕ່າງໆ​ຢູ່​ທ້ອງ​ຖິ່ນກໍ່​ໄດ້​ເລົ່າ​ນິທານທີ່​ໜ້າ​ຟັງຕໍ່​ພວກ​​ເຮົາ:

"​ໃນ​ສະ​ໄໝ​ບູຮານ,ມີ​ຊາວ​ໜຸ່ມ​​ເຜົ່າ​ຈ້ວງ​ຄົນ​ໜຶ່ງ​ຊື່ວ່າ​ເທີ​ນົງ,ພໍ່ເສຍ​ແຕ່​ລາວ​ຍັງ​ນ້ອຍ,​ແມ່​ກໍ່​ເປັນ​ອຳມະພາດ ນອນ​ຢູ່​ແຕ່​​ເທິງ​ຕຽງ,ແມ່​ລູກ​ຕ່າງ​ເພິ່ງ​ພາ​ອາ​ໄສ​ກັນເອງຕາມ​ລຳພັງ.ທ້າວ​ເທີ​ນົງ​ກະຕັນຍູ​ທີ່​ສຸດຕໍ່​ແມ່​ຜູ້ບັງ​ເກີດ​ເກົ້າ,ຢ້ານ​ແມ່ຢູ່ເຮືອນ​ຜູ້ດຽວ​ຈະຮູ້​ສຶກ​​ເຫງົາ,ກໍ​​ເຈ່ຍ​ແມ່​ຂຶ້ນ​ພູຕັດ​ຟືນ,ດຳນາຢູ່​ທົ່ງ.​ແຕ່ລະ​ເທື່ອ,ລາວ​ກໍ​ເອົາ​ເຂົ້າໜຽວຫໍ່​ໃຫຍ່ໆ​ທີ່​ແມ່​ມັກ​ກິນ​ທີ່​ສຸດນັ້ນ​ວາງໄວ້​ຢູ່​ຂ້າງ​ແມ່​ເພື່ອ​ໃຫ້​​ແມ່​ກິນ​ໃນ​ເວລາ​ຫີ​ວ.

ແຕ່​ບໍ່​ນຶກ​ບໍ່​ຝັນ​ວ່າ,ການ​ກະທຳ​ຂອງທ້າວ​ເທີ​ນົງກັບ​ແມ່​ໄດ້​ຖືກ​ລີງ​​ໂຕ​ໜຶ່ງ​ເທິງ​ພູ​ຈອບ​ເບິ່ງ​ຢູ່.ລີງ​ໂຕນີ້​ກໍ​ສວຍ​ໂອກາດທີ່​ທ້າວ​ເທີ​ນົງ​ໄປ​ຕັດ​ຟືນ,ຄ່ອຍ​ຈອບເຂົ້າ​ໄປ​ຫາແມ່ຂອງ​ລາວ​,​ແລ້ວ​ລັກ​ເອົາ​ເຂົ້າໜຽວ​​ແລ່ນ​ໜີ​ໄປ.​ແມ່​​​​ເຄື່ອນ​ໄຫວບໍ່​​ໄດ້,​ໄດ້ແຕ່​ເບິ່ງລີງລັກເອົາ​ເຂົ້າໜຽວ​ໄປ​ລ້າໆ.ເປັນ​ແນວ​ນີ້​​ໄດ້ຫຼາຍ​ມື້,ທ້າວ​ເທີ​ນົງ​​ເຫັນແມ່​ຫີ​ວ​ເຂົ້າ​​ແຕ່​ບໍ່ມີ​ຫຍັງ​ກິນ,ຄຶດ​ໃຈ​ຮ້າຍ​ແລ້ວເລີຍດືງ​ເອົາໃບ​​ເຟິ່ງ​ເຢ້ຢູ່​ຂ້າງ​ໂຕມາ​ຍີຍ່ອງ,​ແຕ່​ຄຶດບໍ່​ອອກ​ວ່າ​ຈະ​ເຮັດ​ແນວ​ໃດ.

ໃນ​​ເວລານັ້ນ,ທ້າວ​ເທີ​ນົງ​ສັງ​ເກດເຫັນວ່າ,​ມືຂອງ​ຕົນຍ້ອນ​ຍ່ອງ​ໃບ​ເຟິ່ງ​ເຢ້,ຖືກ​ຍ້ອມ​ເປື້ອນເປັນ​ສີດຳໆ.ລາວ​ເປັນ​ຄົນຫົວ​ໄວ​,​ເລີຍ​ຄຶດ​ຊວາດ​ໃນ​ທັນທີ,​ແລ່ນ​ໄປ​ຕັດ​ເອົາ​​ໃບ​ເຟິ່ງ​ເຢ້​ເມືອ​ເຮືອນ,​​ແລ້ວ​ເອົາໃສ່​ຄົກຈົນ​ມຸ່ນ​,​ແລ້ວ​​ແຊ່ນ້ຳໜຶ່ງ​ມື້ໜຶ່ງ​ຄືນ,​ໄດ້​ນ້ຳ​ສີດຳ,​ແລ້ວ​​ເອົາ​ເຂົ້າໜຽວ​ລົງ​ແຊ່​ໃນນ້ຳ​ດັ່ງກ່າວ​ຄືນໜຶ່ງ.ຕື່ນ​ເຊົ້າ​ມື້ລຸນ​ມາ​ກໍ​​ເອົາ​ເຂົ້າໜຽວ​ສີດຳໃສ່​ຫວດໜຶ້ງ,ກໍ່​ມີ​ກິ່ນ​ຫອມ​ເຕັມ​​ເຮືອນໃນ​ທັນທີ.

ຕໍ່​ມາ,ເມື່ອ​ລີງ​ໄດ້​ເຫັນ​ເຂົ້າໜຽວ​ສີດຳນັ້ນ,ຄຶດ​ວ່າ​ແມ່ນ​ຢາ​​ເບື່ອ,​ເລີຍບໍ່​ກ້າ​​ແຕະຕ້ອງ​ອີກ,​​ແລ້ວ​ໜີ​ອາດ​ຫຼາດ.ສ່ວນ​ທ້າວ​ເທີ​ນົງ​ເມື່ອ​ໄດ້​ກິນ​ເຂົ້າໜຽວ​ສີດຳ​ແລ້ວ,ຄໍ​ກໍບໍ່​ແຫ້ງ,ຍັງ​ຮູ້ສຶກ​ມີ​​ເຮື່ອແຮງຫຼາຍ,ຕັດ​ຟືນກໍ​ໄດ້​ຫຼາຍ​ກວ່າ​ເກົ່າ.ຕັ້ງ​ແຕ່​ນັ້ນ​ມາ,​ເມື່ອ​ທ້າວ​ເທີ​ນົງ​ເຈ່ຍແມ່​ໄປ​ຕັດ​ຟືນ​ຢູ່​​ເທິງ​ພູ,ກໍ​ເອົາ​ເຂົ້າໜຽວ​ສີດຳ​ໄປ​ນຳທຸກ​ເທື່ອ.

ຫຼັງ​ຈາກ​ນັ້ນ,ຊາວ​ເຜົ່າ​ຈ້ວງ​ກໍຮຽນ​ນຳ​ທ້າວ​ເທີ​ນົງ,ທຸກໆ​ຄອບຄົວ​ນອກ​ຈາກໜຶ້ງ​ເຂົ້າໜຽວ​ສີດຳ​ແລ້ວ,ພາຍຫຼັງ​ມາ,ຍັງຮຽນ​ຮູ້​ວິທີ​ໜຶ້ງ​ເຂົ້າໜຽວ​ສີ​​ເຫຼືອງ,ສີ​ແດງ,​ເຂົ້າ​ກ່ຳ​ແລະ​ເຂົ້າໜຽວ​ສີຂາວ,​ໃນ​ທີ່​ສຸດ,ກໍ​ໄດ້​ກາຍ​ເປັນ​ເຂົ້າໜຽວ 5 ສີ​ຈົນ​ມາ​ຮອດ​ປະຈຸ​ບັນນີ້."

ທ່ານ​ຊູ່​ນທ່າວ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ອານ​ຮຸຍ​ເມື່ອ​ໄດ້​ກິນ​ເຂົ້າ 5 ສີແລ້ວ,ກໍຍ້ອງຢ່າງ​ບໍ່​​ເຫືອດ​ສົບ​​ເຫືອດ​ປາກວ່າ:

"​ເຂົ້າໜຽວ​ທີ່ໜຶ້ງ​ສຸກ​ມີຫຼາຍ​ສີ​ປົນ​ກັນ,ງາມ​ອີ່ຫຼີ.​ແລະ​ມີ​ກິ່ນ​ຫອມໆ,ກິນ​ກໍແຊບ​ທັງມີ​ລົດ​ຫວານໜ້ອຍ​ໜຶ່ງ."

ໃນ​ສະພາບ​ທີ່​ອາກາດ​ບໍ່​ຮ້ອນປານ​ໃດ,​ເຂົ້າໜຽວ 5 ສີ​​ເອົາໄວ້ຫຼາຍ​ມື້ກໍ​ບໍ່​​ເປັນ​ຫຍັງ,ສີ​ບໍ່​ປ່ຽນ,ກິ່ນ​ຫອມກໍ​ຄື​ເກົ່າ.ຊາວ​ເຜົ່າ​ຈ້ວງຍັງໄດ້​ປະດິດ​ສ້າງ​ວິທີ​ກິນ​ເຂົ້າໜຽວ​ຫຼາຍ​ຢ່າງ​ຫຼາຍ​ແນວ.ທ່ານ​ຊີ​ນຮົງ ນັກ​ຊິ​ມອາຫານ​ເຜົ່າ​ຈ້ວງ​ກ່າວ​ວ່າ:

"ບາງ​ຄົນ​ໜຶ້ງ​ເຂົ້າໜຽວ​ສຸກ​ແລ້ວ,​ຍັງເອົາ​ໝາກ​ຖົ່ວດິນ,ໝາກງາ​ຂົ້ວ​ຈົນ​ສຸກຈົນ​ຫອມ,​​ແລ້ວ​​ໃສ່​ຄົກ,ຕຳ​ຈົນ​ມຸ່ນ,​ແລ້ວ​ເອົາ​ໂຮຍ​ໃສ່ເຂົ້າໜຽວ 5 ສີ.ຍັງ​ມີ​ບາງ​ຄົນ​ເອົາ​ເຂົ້າໜຽວ 5 ສີ​ຫ່າ​ຍໃສ່ບັ້ງ​ໄມ້​ໄຜ່​ສົດໆ,​ແລ້ວ​​ເອົາ​ບັ້ງ​ໄມ້​​ໄຜ່​ເຜົາໃສ່ກອງໄຟ​,ຄ່ອຍໆ​​ເຜົາ​ຈົນສຽງ​ແຕກ​​ເປາະ​​ແປະ,​ເມື່ອ​ສຸກ​ແລ້ວ​ກໍ​ກາຍ​ເປັນ​ເຂົ້າ​ຫຼາມ​ທີ່​ແຊບ​ທີ່​ສຸດ."

ການ​ໜຶ້ງ​ເຂົ້າໜຽວ 5 ສີ​ຕ້ອງ​ເອົາ​ໃຈ​​ໃສ່​ວິທີ​ເຮັດ.ກ່ອນ​ອື່ນ,ຕ້ອງ​ເຮັດ​ນ້ຳ​ຍ້ອມ:​​​ຄືເອົາໃບ​ເຟິ່ງ​ເຢ້,​ແລ້ວເປືອກກິ່ງກ້ານ​ອ່ອນໆຂອງ​ມັນ,​ໃສ່​ຄົກ​ຕຳ​ຈົນ​ແຫຼກ,ປະ​ໃຫ້​ລົມພັດ​ຈົນ​​ແຫ້ງ​ໜ້ອຍ​ໜຶ່ງ​ແລ້ວລົງແຊ່​ນ້ຳມື້ໜຶ່ງ​ຄືນ​ໜຶ່ງ,​ແລ້ວ​ຕອງ​​ເອົາ​ແຕ່​ນ້ຳ​ສີດຳ. ສີ​​ເຫຼືອງ​​ແມ່ນ​ໄດ້​ມາ​ຈາກຂີ້​ໝິ້ນ.ສ່ວນ​ນ້ຳ​ສີ​ແດງແມ່ນ​ເອົາ​ຫຍ້າ​ສີ​ແດງມາ​ຕົ້ມ​ເອົາ​ແລະສີ​ກ່ຳ​ນັ້ນ​ກໍ​ແມ່ນ​ເຂົ້າ​ກ່ຳ​ນັ້ນ​ເອງ.

ເມື່ອ​ມີ​ສີ​ນ້ຳ​ຍ້ອມແລ້ວ,ກໍເອົາ​ເຂົ້າໜຽວໝ່າ​ໃສ່​ນ້ຳ​ສີຕ່າງໆຄືນ​ໜຶ່ງ​,​​ແລ້ວ​ເອົາໃສ່​ຫວດ​ໜຶ້ງ​ປະມານ 1 ​ຊົ່ວ​ໂມງ,ກໍ່​ຈະ​ໄດ້​ເຂົ້າໜຽວ 5 ສີຄື​ທີ່​ເວົ້າ​ມາ.​​ເຂົ້າໜຽວ 5 ສີ​ທີ່​ໜຶ້ງ​ດ້ວຍ​ວິທີນີ້​ຈະມີ​ 5 ສີ​ສົດ​ໃສ,ມີ​ທາດ​ບຳລຸງ​ຮ່າງກາຍ​ແລະ​ອ່ອນນຸ້ມ,ແລະ​ມີ​ກິ່ນ​ຫອມ​ຂອງ​ພືດທຳ​ມະ​ຊາດ,​​ເມື່ອ​ກິນ​ແລ້ວ​ກໍ່​ບໍ່ລືມຈັກ​ເທື່ອ.ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ຍັງ​ບອກ​ພວກ​ເຮົາ​ວ່າ,​ເຂົ້າໜຽວ 5 ສີ​ຍັງ​ເປັນຢາ​ບຳລຸງ​ຮ່າງກາຍ​ໄດ້.ທ່ານ​ຊີ​ນຮົງ ນັກ​ຊິ​ມອາຫານ​ເຜົ່າ​ຈ້ວງ​ກ່າວ​ວ່າ:

"ຫຍ້າ​ສີ​ແດງມີ​ບົດບາດບຳລຸງ​ເລື​ອດ,ຂີ້​ໝິ້ນ​ກໍ​ເປັນ​ຢາ,​ເຂົ້າທີ່​​ແຊ່​ນ້ຳໃບ​​ເຟິ່ງ​ເຢ້,ກິນ​ແລ້ວ​ເຮັດ​ໃຫ້​ກະດູກ​ໝັ້ນ,ມີ​ຜົນ​ດີ​ຕໍ່​​ກະ​ເພາະລຳໄສ້​,​ແລະ​ຕື່ມ​ໄຂ​ມັນ​ກະດູກ."

ຊາວ​​ເຜົ່າ​ຈ້ວງ​ມັກ​ກິນ​ເຂົ້າໜຽວ 5 ສີ,​ແລະຖື​ວ່າເປັນ​ສັນຍາ​ລັກ​ແຫ່ງຄວາມສຸກ​ແລະ​ສິລິ​ມຸງຄຸນ.ນອກຈາກວັນ​ບຸນຂຶ້ນສາມຄ່ຳ​ເດືອນ​ສາມ​ຕາມ​ຈັນທະຄະຕິ​ຈີນ​ແລ້ວ,​ໃນບຸນໄຫວ້​ພະ​ເຈົ້າ​ຄີ​ໄຟ,ບຸນ​​ໄຫວ້ຍາດ​ພີ່ນ້ອງ​ຜູ້​ລ່ວງ​ລັບ​ໄປ​​ແລ້ວ,ກໍ​ຄື​ບຸນປີ​ໃໝ່,ກໍ​ມີ​ຄົນ​ໜຶ້ງ​ເຂົ້າໜຽວ 5 ສີ​ກິນ​​ເຊັ່ນ​ດຽວ​ກັນ.​ໃນພິທີອອກກຳ​ແລະຂຶ້ນ​ເຮືອນ​ໃໝ່​ເປັນ​ຕົ້ນ,ກໍ​ຕ້ອງ​ໜຶ້ງ​ເຂົ້າໜຽວ 5 ສີ​ໃຫ້​​ເພື່ອນ​ບ້ານ​ກິນ.ທ່ານ​ເກີ​ຊຽງ ນັກວິຊາການ​ທີ່​ຄົ້ນຄວ້າ​ຮີດຄອງ​ປະ​ເພນີ​ຂອງ​ເຜົ່າ​ຕ່າງໆ​ຢູ່​ທ້ອງ​ຖິ່ນກ່າວ​ວ່າ:

"ຊາວ​ເຜົ່າ​ຈ້ວງ​ມັກ​ໃບ​​ເຟິ່ງ​ເຢ້ຫຼາຍ​,ຍ້ອນ​ເຊື່ອວ່າ,​ມັນສາມາດ​ໄລ່​ຜີສາງ​ນາງ​ຮ້າຍ,ນຳ​ເອົາ​ຄວາມ​ເປັນສິລິ​ມຸງຄຸນ​ແລະ​ຄວາມ​ຜາ​ສຸກ​ມາ​ໃຫ້.ສະ​ນັ້ນ,​ໃນວັນ​ບຸນຂຶ້ນສາມຄ່ຳ​ເດືອນ​ສາມ​ຕາມ​ຈັນທະຄະຕິ​ຈີນ​,​ເມື່ອ​ໜຶ້ງ​ເຂົ້າໜຽວ 5 ສີ,ຢູ່​ໜ້າ​ປະຕູ​ຂອງ​ທຸກໆ​ຄອບຄົວ​ກໍ​ຈະ​​ເນັບໃບ​​ເຟິ່ງ​ເຢ້​ໃສ່​ງ່າໜຶ່ງ​ທີ່​​ໄດ້​ຜ່ານ​ການຄັດ​ເລືອກ​ມາ​ເປັນ​ຢ່າງ​ດີ.​​ເສດ​ນ້ຳ​ສີ​ທີ່​ໜຶ້ງ​ເຂົ້າໜຽວຕ້ອງ​ເອົາ​ໄປ​ໂຮຍ​ໃສ່ຕີນ​ຝາ​ເຮືອນ​ທາງ​ນອກ,​ເພື່ອ​ໄລ່​ຜີ​ແລະຮັກສາຄວາມ​ຜາ​ສຸກ."

ປະຈຸ​ບັນ,ພໍດີ​ແມ່ນ​ລະດູ​ທີ່​ເຂົ້າໜຽວ 5 ສີ​ສົ່ງ​ກິ່ນ​ຫອມ,ຖ້າ​ທ່ານ​ໄປ​ທ່ຽວບ້ານ​ຊາວ​​ເຜົ່າ​ຈ້ວງ​ເຂດ​ກວາງຊີຈີນ,ທ່ານ​ຈະ​ໄດ້​ຊິ​ມ​​​ເຂົ້າໜຽວ 5 ສີ​ທີ່​ຊາວ​ເຜົ່າ​ຈ້ວງໜຶ້ງດ້ວຍ​ຄວາມພຽນ​​ໃຈ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>