ຜູ້​ທຳ​ອິດ​ທີ່​ຈຳ​ໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ—ຫວງ​ຢີ່ຈົ່ງ

(GMT+08:00) 2009-04-29 15:50:22 cri
-----------------------------------------------------------------------------------------------------------------
ນັບ​​ແຕ່​​​ຄະນະ​ປະຈຳ​ສະພາ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນເຜີຍ​ແຜ່ສານ​ໄປ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນມາ​ນີ້​ເປັນ​ເວລາ30​ປິ​ແລ້ວ, ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບມີ​ການ​ປ່ຽນ​ແປ​ງ​ປານ​ໜ້າ​ມື​ເປັນຫຼັງ​ມື. ໝາກ​ໄມ້​ໄຕ້​ຫວັນ​ໄດ້​ເຂົ້າສູ່​ຕະຫຼາດ​ແຜ່ນດິນ​ໃຫຍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ກໍ່​ແມ່ນ​ຕົວຢ່າງ​ທີ່​ດີ​ອັນ​ໜຶ່ງ. ​ໃນ​ຖານະ​ເປັນ​ຜູ້​ທຳ​ອິດ​ທີ່​ຈຳໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່, ນັກ​ທຸລະ​ກິ​ດ​ໄຕ້​ຫວັນທີ່​ຊື່ວ່າ​ທ່ານຫວງ​ຢີ່ຈົ່ງ​ແມ່ນ​ສັກຂີ​ພິຍານ​ຂອງ​ການ​ປັບ​ປຸງ​ແລະການຂະ​​ຫຍາ​ຍຕົວ​ຂອງການ​ພົວພັນ​ລະ ຫວ່າງສອງ​ຝັ່ງ.​ ໃນ​ລາຍການ​​ແຈ້ງ​ຂ່າວ​ເສດ​ຖະກິດ​ຈີນ​ມື້​ນີ້, ​ພວກ​​ເຮົາ​ຈະ​ສະ​ເໜີ​ເລື່ອງ​ຂອງ​ຫວງ​ຢີ່ຈົ່ງ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ແຜ່ນດິນ​ໃຫຍ່, ມາຮູ້ຜົນ​ປະ​ໂຫຍ​ດຈາກ ການ​ຮ່ວມ​ມືໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໄຕ້​ຫວັນ.

ໃນ​ສູນ​ຈຳ​ໜ່າຍ​ໝາກ​​ໄມ້​ໄຕ້​ຫວັນ​ຢູ່​ເຊ້ຍ​ເມີນ ຕົວ​ເມືອງ​ແຄມ​ທະ​ເລທີ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ, ທ່ານຫວງ​ຢີ່ຈົ່ງ​ມີ​ຮ້ານ​ຂາຍ​ໝາກ​ໄມ້​ທີ່​ມີ​ເນື້ອທີ່500​ກວ່າ​​ແມັດ​ຕາ. ​ໃນ3​ປີກວ່າ​ທີ່ຈຳ​ໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່ມາ​ນີ້​, ຈາກ ການຂາຍ​ໝາກ​ໄມ້​ຢູ່ຮ້ານ​ແຄມ​ທາງ​ມາ​ຈົນຮອດ​​ການສ້າງ​ສາຂາ​ຂາຍໝາກ​ໄມ້18 ແຫ່ງ​ຢູ່ທົ່ວ​ປະ​ເທດ​ໃນ​ປະຈຸ​ບັນ, ​ຈາກ​ການລອງ​​ເອົາໝາກ​ໄມ້12​ໂຕນ​ເຂົ້າ​ຈົນ​ຂຶ້ນ​ເປັນ1000​ກວ່າ​ໂຕນ​ໃນ​ປີ​ກາຍ​ນີ້, ຫວງ​ຢີ່ຈົ່ງ​ເວົ້າວ່າ, ນີ້​ລ້ວນ​ແຕ່​ແມ່ນ​ຜົ​ນປະ​ໂຫຍ​ດຈາກ​ນະ​ໂຍບາຍ​ທີ່​ໃຫ້​ສິດ​ພິ​ເສດ​ຕໍ່ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫ່ຍ​ທີ່ວ່ອງ​ໄວ​ທັນ​ການ​, ​ຮອບດ້ານ​ແລະບັງ​ເກີດ​ຜົນ.

ເດືອນ​ເມສາ​ປີ2005, ຝ່າຍ​ແຜ່ນດິນ​​ໃຫຍ່​​ໄດ້ປະກາດ​ຍົກ​ເວັ້ນ​ພາສີ​ຕໍ່​ໝາກ​ໄມ້​ໄຕ້​ຫວັນ 10​ກວ່າ​ປະ​ເພດ. ຫວງ​ຢີ່ຈົ່ງ​ຮູ້ວ່າ, ​ນີ້​ແມ່ນໂອກາດ​ດີ​ສຳລັບ​ເນີນ​ທຸລະ​ກິດ​​, ສະ​ນັ້ນທ່ານ​ໄດ້​ຕົ​ກລົງ​ລອງ​ມາ​ເຮັດ​ທຸລະ​ກິດຢູ່​ແຜ່ນດິນ​ໃຫຍ່.ທ່ານ​ເວົ້າວ່າ:

"ຫຼັງ​ຈາກປະ​ຕິບັດນະ​​ໂຍບາຍ​ເປີດ​ປະຕູ​​ແລ້ວ, ພວກ​ເຮົາກໍ່​ຢາກ​ລອງ​ຈຳໜ່າຍ​ໝາກ​ໄມ້ຢູ່​ຕະ ຫຼາດ​ແຜ່ນດິນ​ໃຫຍ່​​. ຍ້ອນວ່າ​ພວກ​ເຮົາ​​ໄດ້ດຳ​ເນີນ​ທຸລະ​ກິດ​ນີ້​ມາ​ຕັ້ງ​​ແຕ່​ໃດ​ແລ້ວ, ສະ​ນັ້ນ​ງ່າຍ​ຫຼາຍສຳ​ລັບ​ພວກ​ເຮົາຫຸ້ມ​ຫໍ່​ສຳ​ເລັດ​ແລ້​ວກໍ່​ນຳ​ເຂົ້າ​​ໂລດ. ​ແຕ່​ວ່າ​ໃນ​​ເວລາ​ນັ້ນບໍ່​ມີ​ຕູ້​ເຢັນ​ຢູ່​ຕະຫຼາດ​, ພວກ​ເຮົາ​​ເອົາ​ໝາກ​ໄມ້​​ໄວ້​​ໃນ​ເຕັ້ນ, ​​ແລ້ວກໍ່​ນັ່ງ ລໍຖ້າ​ລູກ​ຄ້າ​ມາ​ຊື້. ​ແຕ່​ວ່າ​ລູກ​ຄ້າບໍ່ຫຼາຍ​ປານ​ໃດ, ສະ​ນັ້ນມີ​ໝາກ​ໄມ້ຈຳ​ນວນ​ໜຶ່ງ​ກໍ່​​​ເນົ່າຖິ້ມ​ລ້າໆ."

ທຸ​ກ​ເລື່ອ​ງ​ເລີ່​ມຕົ້ນ​ໃໝ່​ໆ​ກໍ່​ຕ້ອງ​ພົບ​ຄວາມ​ຫຍຸ້ງຍາກ​ເປັນ​ທຳ​ມະ​ດາ, ​ໃນ​ໄລຍະ​ເລີ່​ມ ຕົ້ນ, ທ່ານຫວງ​ຢີ່ຈົ່ງ​ບໍ່​ໄດ້​ກຳ​ໄລ​ເລີຍ, ​ທ່ານ​ໄດ້​ຂາຍໝາກ​ໄມ້​ພຽງ​ແຕ່​ໜຶ່ງ​ສ່ວນ​ສາມ​ເທົ່າ​ນັ້ນ, ຍັງ​ເຫຼືອ​ສອງ​ສ່ວນ​ສາມ​​ແມ່ນ​ເນົາ​ຖິ້ມ​ໝົ​ດ,​ເສຍ​ຫາຍ​ຫຼາຍ. ​ໃນ​ເວລາ​ນີ້, ຜູ້​ຮ່ວມ​ງານ​ຂອງ​ທ່ານຫວງ​ຢີ່ຈົ່ງ​ເລີ່​ມ​ຢາກ​ທໍ້ຖອຍ​ໃຈ​ແລະ​ບໍ່​ຢາກ​ດຳ​ເນີນ​ຕໍ່​ໄປ, ​ແລະ​ເຕືອນ​​ໃຫ້​ທ່ານ​ຫວງ​ຢີ່ຈົ່ງ​ເຊົາ​ດຳ​ເນີນ​ທຸລະ​ກິດ​ດ້ານ​ນີ້. ​ແຕ່​ຜ່ານ​ການ​ພິຈາ​ລະນາ​ຢ່າງ​ໃຈ​ເຢັນ​​ແລະ​ຮອບ​ຄອບແລ້ວ, ທ່ານ​ຕັດສິນ​ໃຈເຮັດ​ທຸກ​ລະ​ກິດ​ນີ້​ຕໍ່​ໄປ. ທ່ານ ຫວງ​ຢີ່ຈົ່ງ​​ເວົ້​າ​ວ່າ:
"​ໃນ​ເວລາ​ນັ້ນ, ພວກ​ເຮົາ​ເຫັນ​ວ່າ​ຄວາມເສຍ​ຫາຍ​​ແມ່ນ​ພວກ​ເຮົາ​ສ້າງ​ເອງ, ອັນ​ທີ​ໜຶ່ງ ຍ້ອນ​ວ່າ​ພວກ​ເຮົາ​ບໍ່​ມີ​ລູກ​ຄ້າ, ກ່ອນຈະ​ນຳ​ໝາກ​ໄມ້​​ເຂົ້າມາ​ຈຳໜ່າຍ, ພວກ​ເຮົາ​ບໍ່​ໄດ້​ແຈ້ງ​ໃຫ້​ລູກ​ຄ້າ​ຊາບກ່ອນ, ​​ເມື່ອ​ໝາກ​ໄມ້ເຂົ້າມາ​ຮອດ​ແລ້ວ, ລູກ​ຄ້າ​ຈຳນວນ​ໜຶ່ງ​ທີ່ຢູ່​ປັກ​ກິ່ງ, ຊ່ຽງ​ໄຮ້​ກໍ່ຍັງ​ບໍ່ທັນ​ຮູ້ຊ້ຳ. ອັນ​ທີ​ສອງ​ແມ່ນ​ເງື່ອນ​ໄຂ​ຮັກສາ​ຄວາມ​ສຸດ​ຂອງ​ໝາກ​ໄມ້ບໍ່ດີ, ຂ້ອຍ​ຄິດ​ວ່າ​, ຖ້າວ່າ​​ແກ້​ໄຂ​ບັນຫາ​​ເຫຼົ່າ​ນີ້​ໄດ້​, ພວກ​ເຮົາກໍ່​ຍັງ​ມີ​ໂອກາດ​ຢູ່. ສະ​ນັ້ນ​ພວກ​ເຮົາ​ຍຶດໝັ້ນສືບຕໍ່​​ເອົາ​ໝາກ​ໄມ້​ເຂົ້າ​ມາ​ເພື່ອ​ດຶງ​ດູດ​ລູກ​ຄ້າ. ຂໍ​ແຕ່​​ເຈົ້າ​ຍຶດໝັ້ນ, ຈະ​ຕ້ອງມີ​ຄົ​ນມາ​ຊື້​ນຳ​ເຈົ້າ​ຢ່າງ​ແນ່​ນອນ."

ຍ້ອນ​ຄວາມ​ພະຍາຍາມ​ຂອງ​ທ່ານຫວງ​ຢີ່ຈົ່ງ, ຜູ້​ຈຳ​ໜ່າຍ​ໝາກ​ໄມ້​ແລະ​ຜູ້​ບໍລິ​ໂພ​ກຢູ່​ແຫ່ງ​ຕ່າງໆ​​​ທົ່ວ​ປະ​ເທດ​ກໍ່ເລີ່​ມນິຍົມ​ຊົມ​ຊອບ​ຍີ່​ຫໍ້​ຂອງ​ລາວ, ການ​ຄ້າຂາຍ​ໝາກ​ໄມ້​ຂອງທ່ານ​ຫວງ​ຢີ່ຈົ່ງ​ກໍ່​ເລີ່​ມໝັ້ນ​ຄົງໃນ​ຕະຫຼາດ​ແຜ່ນດິນ​ໃຫຍ່. ທ່ານຫວງ​ຢີ່ຈົ່ງ​​ເວົ້າ​ວ່າ, ທ່ານມີ​ຄວາມ​ໝັ້ນ​ໃຈ​ຍ້ອນ​ວ່າທ່ານ​ເຊື່ອ​ໝັ້ນຕໍ່​ຄຸນ​ນະພາ​ບຂອງ​ໝາກ​ໄມ້​ໄຕ້​ຫວັນ​ແລະ​ອານາຄົດ​ຂອງ​ຕະ​ຫຼາດ​ແຜ່ນດິນ​ໃຫຍ່, ສິ່ງ​ສຳຄັນ​ໄປ​ກວ່າ​ນັ້ນ​ແມ່ນ, ມີ​ຄວາມ​ໝັ້ນ​ໃຈ​ຕໍ່ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ສອງ​ຝັ່ງ.ລາວ​ເວົ້າ​ວ່າ: "ພາຍຫຼັງ​ທ່ານ​ເສິນ​ຢຸນຫຼິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນສຳ​ຫຼວດ​ເຊ້ຍ​​ເມີນ​ແລ້ວ​, ກໍ່​ປະກາດ​ສ້າງ​ສູນ​ຈຳໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​ເຊ້ຍ​ເມີນ​ຢ່າງ​ເປັນ​ທາງ​ການ, ​ແລະ​​ຫຼຸດຄ່າ​ເຊົ່າ​ໃຫ້​ນັກ​ທຸລະ​ກິດ​ໄຕ້​ຫວັນເປັນ​ເວລາ1​ປີ, ຫຼັງ​ຈາກ​ນັ້ນ, ອົງການ​ປົກ​ຄອງ​ທ້ອງ​ຖິ່ນ​ຍັງມີນະ​ໂຍບາຍ​ທີ່​ໃຫ້​ສິດ​ພິ​ເສດ​ຈຳນວນ​ໜຶ່ງ, ສົມ​ມຸດ​ວ່າ​ການ​ຄ້າ​ຂາຍ​ຢູ່ຕະຫຼາດ​​ທີ່​ສ້າງໃໝ່​ໃນ​ປະຈຸ​ບັນ, ພະ​​ແນ​ກພັດ​ທະນາ​ການ​ຄ້​າ​ໄດ້​ສ້​າງ​ນະ​ໂຍບາຍ​ທີ່ບໍ່​ເກັບ​ຄ່າ​ເຊົ່າ​ເຄິ່ງປີ​ອີກ, ​​ສ້າງນະ​ໂຍບາຍທີ່​ໃຫ້​ສິດ​ພິ​ເສດ1​5ຂໍ້​ໃຫ້​ແກ່​ຊາວ​ກະ​ສິກ​ອນຢູ່​​ເວທີ​ປຶກສາ​ຫາລື​ການ​ຄ້າ​ເສດ​ຖະກິດ​ສອງ​ຝັ່ງ​ແລະ​ອື່ນໆ. ​​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​, ລັດຖະ​ບານຈີນ​ເອົາ​ໃຈ​ໃສ່​ຊາວ​ກະ​ສິກອນ​ໄຕ້​ຫວັນທີ່​ສຸດ, ພວກ​ເຮົາ​ຈິ່ງ​ເຮັດ​ທຸລະ​ກິດ​ນີ້​ຢ່າງ​ໝັ້ນ​ຄົງໄດ້."

ທ່ານຫວງ​ຢີ່ຈົ່ງ​​ເວົ້າ​ວ່າ, ​ແຕ່​ກ່ອນ, ຍ້ອນ​ສາຍ​​ເຫດ​ການ​ເມືອງ​ຈຳນວນ​ໜຶ່ງ, ການ​ນຳ​ເຂົ້າໝາກ​ໄມ້​ໄຕ້​ຫວັນມີ​ແຕ່​ຜ່ານ​ຮົງ​ກົງ​ຈິ່ງ​ເຂົ້າມາສູ່​ຕະຫຼາດ​ແຜ່ນດິນ​ໃຫຍ່​ໄດ້​​, ຕົ້ນ​ທຶນ​ຂົນ​ສົ່ງ​​ແພງ​ແລະ​ເສຍ​ເວ​ລາ​ຂົນ​ສົ່ງຫຼາຍ​ສົ​ມຄວນ, ​ເຮັດ​ໃຫ້ລາ​ຄາ​ຂອງ​ໝາກ​ໄມ້​ໄຕ້​ຫວັນ​​ແພງ​ຫຼາຍ, ປະ​ລິມານ​ຈຳໜ່າຍ​ກໍ່​ໄດ້​​ຮັບ​ຜົນ​ກະທົບ. ​ແຕ່​ຄຽງ​ຄູ່​ກັບ​ການ​ພົວພັນ​ສອງ​ຝັ່ງ​​​​ໄດ້​ປັບ​ປຸງໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ​ເດືອນ​ທັນວາ​ປີ2008, ການ​ໄປມາ​ຫາສູ່​ກັນ​ໂດຍ​ກົງ​ທັງ3​ດ້ານ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ໄດ້​ປະກົດ​ຜົນ​ເປັນ​ຈິງ, ພວກ​ເຮົາ​ສາມາດ​ຂົນ​ສົ່ງ​ໝາກ​ໄມ້ຈາກໄຕ້​ຫວັນ​ມາ​ຮອດ​ແຜ່ນດິນ​ໃຫຍ່​ໂດຍ​ກົງ, ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ໄດ້​ຫຼຸດ​ລົງ​ຕື່ມ​ອີກ, ​​ລາຄາ​ໝາກ​ໄມ້​ໄຕ້​ຫວັນກໍ່​ໄດ້​ຫຼຸດ​ລົງພ້ອມ​ກັນ. ທ່ານ​ເວົ້າ​ວ່າ:

"​ປະຈຸ​ບັນ, ພາຍຫຼັງ​​ເປີ​ດການ​ໄປມາຫາສູ່​ກັນ​ໂດຍ​ກົງ, ​ແຕ່​ທ່າ​ກຳ​ປັ່ນ​ໄຕ້​ຫວັນ​ມາ​ຮອດ​ດ່ານ​ເຊ້ຍ​ເມີນ​, ​ໃຊ້​ເວລາ​ປະມານ​10ກວ່າ​ຊົ່ວ​ໂມງ​ເທົ່າ​ນັ້ນ. ສະ​ນັ້ນ, ລາຄາ​ໝາກ​ໄມ້​ຂອງ​ພວກ​ເຮົາ​​​ໄດ້ຫຼຸດ​ລົງ​50%​ເມື່ອ​ທຽບ​ໃສ່ລາຄາ​ຂອງ​ປີ​ກາຍ​ນີ້."

ຍ້ອນ​ໄດ້​ຮັບ​ຜົນປະ​ໂຫຍ​ດຈາກ​ການ​​ແລກ​ປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ປະຈຸ​ບັນ, ທ່ານຫວງ​ຢີ່ຈົ່ງ​ຄ້າຂາຍ​ໝາກ​ໄມ້​​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່​ນັບ​ມື້​ນັບ​ດີ​ຂຶ້ນຄືກັນ, ທ່ານ​ມີ​ຮ້ານ​ຂາຍ​ໝາກ​ໄມ້​ສາຂາ18​ແຫ່ງ​ໃນ​ແຜ່ນດິນ​ໃຫຍ່, ​ທ່ານ ເວົ້າ​ວ່າ:

"ພວກ​ເຮົາ​ຈະ​ສ້າງ​ຮ້ານ​ຂາຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​300​ເມືອງ​ໃນ​ທົ່ວ​ປະ​ເທດ, ມີ​ຈຳ ນວນ​ໜຶ່ງ​ແມ່ນ​ພວກ​ເຮົ​າສ້າງ​ເອົາ​ເອງ, ສ່ວນອີກ​ຈຳນວນ​ໜຶ່ງ, ​ຫວັງ​ວ່າຈະ​ມີ​ໝູ່​​ເພື່ອນ​​ຮ່ວມ​ກັນ​ດຳ​ເນີນ, ຂ້ອຍ​ເຊື່ອ​ວ່າອານາຄົດ​ການ​ຄ້າ​ດ້ານນີ້​ດີ​ຫຼາຍ, ​ປີ​ນີ້​ຄາດ ວ່າ​ຈະຂາຍ​ໝາກ​ໄມ້​ໃຫ້​ໄດ້1500​ໂຕນ​​, ຄິດ​ວ່າ​ຈະ​ບໍ່​ມີ​ບັນຫາ, ພວກ​ເຮົາ​ຈະ​ພະຍາ ຍາມ​ຂາຍ​ອອກ​ໃຫ້​ໄດ້1500​ຫາ2000​ໂຕນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>