ມູນ​ຄ່າ​ຄ້າຂາຍ​ໃນ​ງານ​ຕະຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຫຼຸດ​ລົງ2​0% ລັດຖະບານ​ແລະ​ວິ​ສາ​ຫະ​ກິດ​ຈີນ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ​ທີ່​ໜັກ​ໜ່ວງ

(GMT+08:00) 2009-04-29 16:05:53 cri
-----------------------------------------------------------------------------------------------------------------
ວັນ​ທີ19​ເມສາ​ນີ້, ​ໄລຍະ​ທີ​ໜຶ່ງ​ຂອງ​ງານ​ຕະຫຼາດ​ນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ຄັ້ງ​ທີ105​​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ​ໃນ​ງານ​​ຄັ້ງ​ນີ້, ນັກທຸ​ລະກິດ​ຕ່າງປະ​ເທດ​ທີ່​ມາ​​ເຈລະຈາ​ຊື້​ສິນຄ້າ​ໄດ້​ຫຼຸດ​ລົງ5,4%; ມູນ​ຄ່າ​ຄ້າຂາຍ​ສິນຄ້າ​ສົ່ງ​ອອກ​ມີ13ຕື້30ລ້ານ​ໂດ​ລາ, ໜ້ອຍ​ກວ່າ​ໄລຍະ​ທີ​ໜຶ່ງ​ຂອງ​ງານ​ຕະຫຼາດ​ນັດ​ຄັ້ງ​ທີ່ແລ້ວ​20,8%. ​ເຖິງ​ວ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ມີ​ສະ​ພາບ​ໜັກ​ໜ່ວງ​ກໍ່ຕາມ, ​ແຕ່​ວິ​ສາ​ຫະກິ​ດທີ່​ມາ​ເຂົ້າ​ຮ່ວມ​ງານ​ແຈ້ງ​ໃຫ້​ຊາບ​ວ່າ, ​ເມື່ອ​ທຽບ​ກັບ​ຈັງຫວະ​ຫຼຸດ​ລົງ​ຂອງ​ສິນຄ້າ​ສົ່ງ​ອອກ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​ນັ້ນ, ງານ​ຕະຫຼາດ​ນັດ​ຍັງ​ໄດ້​ຮັບ​ຜົນ​ທີ່​ດີ​ເກີນ​ຄາດ.

ງານ​ຕະຫຼາດ​ນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ເລີ່​ມຈັດ​ຂຶ້ນ​​ມາແຕ່ປີ1957, ຈັດຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວ​ໃນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ໃບ​ໄມ້ຫຼົ່ນ​ທຸກ​ປີ, ​ແມ່ນ​ງານ​ມະ​ໂຫລານ​ການ​ຄ້າ​ລະ​ດັບ​ສາກົນ​ທີ່​ມີ​ປະຫວັດ​ສາດ​ຍາວ​ກວ່າ​ໝູ່​ແລະ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ​ແລະ​ໄດ້​ຊື່ວ່າເປັນ"​ເຂັມ​ທິດ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ".

ແຕ່​ຫົກ​ເດືອນ​ທ້າຍ​ປີ​ກາຍ​ນີ້, ວິ​ກິດ​ການ​ການ​ເງິນ​ສາກົນ​ໄດ້​ສ້າງ​ຜົນ​ກະທົບ​ຕໍ່​ເສດ​ຖະກິດ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ຄ້າ​ຂາ​ເຂົ້າຂາ​ອອກ. ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້​ໄດ້​ໃຊ້​ຫຼາຍ​ມາດ​ຕະການ. ໜຶ່ງ​ໃນ​ນັ້ນ​ກໍ່​ແມ່ນ​ຂຸດ​ຄົ້ນ​ກຳລັງ​ແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ຢ່າງ​ຕັ້ງ​ໜ້າ, ​​ເພີ່ມ​ຈຳນວນ​ການ​ຮັບ​ເອົາ​ນັກທຸ​ລະກິດ​ເຂົ້າ​ຮ່ວມ​ງານ. ງານ​ຕະຫຼາດ​ນັດ​ຄັ້ງ​ນີ້​ໄດ້​​ເຊື້ອ​ເຊີນບໍ​ລິສັດ​ຕ່າງ​ປະ​ເທດ8​ແສນ​ກວ່າ​​ແຫ່ງ, ນອກ​ຈາກ​ນັກທຸ​ລະກິດ​ຂອງ​ເອີ​ລົບ, ທະວີບອາ​ເມ​ລິ​ກາ, ຍີ່ປຸ່ນ​ທີ່​ເປັນ​ຕະຫຼາດ​ເປົ້າ​ໝາຍ​ທີ່​ສຳຄັນ​ມາ​ເຂົ້າ​ຮ່ວມ​​ແລ້ວ, ຍັງ​ໄດ້​ເພີ່ມ​ການ​ເຊີນນັກ​ທຸລະ​ກິດ​ຂອງ​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່, ​ເຊັ່ນ ຕາ​ເວັນ​ອອກ​ກາງ, ​ເອີ​ລົບ​ກາງ, ອາ​ຟຼິກາ, ອິນ​​ເດຍ​ແລະ​ອາ​ເມ​ລິ​ກາ​ໃຕ້​ເປັນ​ຕົ້ນ.

ໃນ​ສາຍຕາ​ຂອງ​ນັກ​ທຸ​ລະ​ກິດ​ຈຳ​ນວນ​ຫຼວງ​ຫຼາຍ, ການ​ໃຫ້​ຄວາມ​ສຳຄັນ​ແກ່​ຕະຫຼາດ​ຂອງ​ກຸ່ມ​ເສດຖະກິດ​ທີ່​ຈະ​ເລີ​ນ​​ໃໝ່​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ໃນສະພາບ​ວິ​ກິດ​ການ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ປ່າວ​ເຈິ້ງ​ຊີ​ນ, ຜູ້ອຳ​ນວຍ​ການ​ພະ​ແນ​ກສົ່ງ​ອອກ​ຂອງ​ບໍລິສັດ​ໂມ​ໂຕ​ຊຽນຈ່ຽງ​ແຂວງ​ເຈີ້​ຈ່ຽງຫຸ້ນ​ສ່ວນ​ຈຳກັດ​ທີ່​ເປັນ​ຍີ່​ຫໍ້​ຊື່​ດັງ​​ໃນ​ສິນຄ້າ​ສົ່ງ​ອອກ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້​ມີ​ຜົນ​ກະທົບ​ບໍ່ຫຼາຍ​ປານ​ໃດ​ຕໍ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ. ທ່ານ​ເວົ້າ​ວ່າ, ສິ່ງ​ທີ່​ເຂົາ​ເຈົ້າ​ພິຈາລະນາ​ດຽວ​ນີ້​ຄື, ກຳ​ເອົາ​ຄວາມ​ຕ້ອງການ​ຂັ້ນ​ພື້ນ​ຖານ​ຂອງ​ຕະຫຼາດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ, ຊອກ​ຫາ​ໃບ​ສັ່ງ​ສິນຄ້າ​ຂອງ​ຕະຫຼາດ​ຕາ​ເວັນ​ອອກ​ກາງ​ແລະ​ອາ​ຟຼິກາ, ຈຳ​ແນ​ກຕະຫຼາດ​ແລະ​ລູກ​ຄ້າ​ຢ່າງ​ລະອຽດ, ພະຍາຍາມ​ໃຫ້​ໄດ້​ຮັບ​ຜົນ​ທີ່​ດີ​ທີ່​ສຸດ. ທ່ານ​ເວົ້າ​ວ່າ,

ນັບແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ມີນາປີ​ນີ້, ​ໄດ້​ຫຼຸດ​ລົງ​ປະມານ​30ຫາ​40%​ເມື່ອ​ທຽບ​ກັບ​ປີ​ກາຍ​ນີ້​, ​ແຕ່​ເລີ່​ມຈາກ​ເດືອນ​ເມສາ​ເປັນ​ຕົ້ນ​ມາ, ຕາມ​ຄວາມ​ຮັບ​ຮູ້​ຂອງ​ພວກ​ເຮົາ​ຕໍ່​ລູກ​ຄ້າ, ສະ​ພາບ​ລວມຄ່ອຍໆ​ດີ​ຂຶ້ນ. ສະ​ນັ້ນ​ເວົ້າ​ສຳລັບ​ພວກ​ເຮົາ​ແລ້ວ, ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ, ກໍ່​ແມ່ນ​ເຮັດ​ວຽກ​ຂອງ​ພວກ​ເຮົາ​ໃຫ້ດີ, ທຳ​ຄວາມ​ພະຍາ​ຍາມຫຼາຍ​ທີ່​ສຸດ​ເພື່ອ​ຮັກສາ​ລູກ​ຄ້າ​ເກົ່າ, ​ໃຊ້​ທຸກ​ວິທີ​ເພື່ອ​ຊອກ​ຫາ​ລູກ​ຄ້າ​ໃໝ່, ​​ແລະ ພັດທະນາ​ຕະຫຼາດ​ໃຫມ່.

ຕົວ​ເລກ​ຂອງ​ການ​ຄ້າຂາຍ​ໃນ​ໄລຍະ​ທີ​ໜຶ່ງ​ຂອງ​ງານ​ຕະຫຼາດ​ນັດ​ຄັ້ງ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ຕໍ່​ສະຫະພາບ​ເອີ​ລົບ, ຍີ່ປຸ່ນ, ອົສຕຼາລີ​ແລະ​ອາ​ເມ​ລິ​ກາ​ທີ່​ເປັນ​ຕະຫຼາດ​ເກົ່າ​ໄດ້​ຫຼຸດ​ລົງ​​ໃນ​ລະດັບ​ໃດ​ໜຶ່ງ; ສ່ວນ​ໃນ​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່, ມູນ​ຄ່າ​ສົ່ງ​ອອກ​ຕໍ່​ອາກ​ຊັງ​ຕິນ​ໄດ້​ເພີ່ມ​ຂຶ້ນ16,6%, ຕໍ່​ອິນ​ເດຍ​ເພີ່ມ​ຂຶ້ນ9,7%, ​ແລະ​ຕໍ່​ອາຊ​ຽນ​ໄດ້​ເພີ່ມ​ຂຶ້ນ4,5%.

ນັກທຸ​ລະກິດ​ທີ່​ຮ່ວມ​ງານ​ກ່າວ​ວ່າ, ​ເມື່ອ​ທຽບ​ກັບ​ປີ​ກາຍນີ້,​ ເຖິງ​ວ່າ​ຈຳນວນ​ຄົນ​ທີ່​ມາ​ທ່ຽວ​ຢູ່​​ຫ້ອງ​ວາງສະ​ແດງ​ໄດ້​ຫຼຸດລົງ​ໜ້ອຍ​ໜຶ່ງ​ແລ້ວ​ກໍ່ຕາມ, ​ແຕ່ນັກທຸ ລະກິດ​ຕ່າງ​ປະ​ເທດທີ່​ມາ​ຮ່ວມ​ງານ​ເຫຼົ່າ​ນີ້​ມີ​ຄວາມ​ຈິງ​ໃຈ​ຫຼາຍ​ທີ່​ສຸດ.

ທ່ານ​ຢວນລີ້​ຈາກ​ເມືອງ​ເວີ່ນ​​ໂຈ່​ວ, ​ແມ່ນ​ຜູ້​ຈັດ​ຊື້​ທັງ​ເປັນ​ຜູ້​ວາງສະ​ແດງ, ທ່ານ​ເຫັນ​ວ່າ, ປະຈຸ​ບັນ, ​ເຖິງ​ວ່າ​ສະພາບ​ມີ​ຄວາມຫຍຸ້ງຍາກ, ​ແຕ່​ບໍ່​ວ່າ​ກຳລັງ​ຈັດ​ຊື້​ສິນຄ້າ​ຂອງ​ຕ່າງປະ​ເທດ​ຫຼຸດ​ລົງ​ເທົ່າ​ໃດ​ກໍ່ຕາມ, ​ແຕ່ກໍ່​ຍັງ​ມີ​ຄວາມ​ຕ້ອງການ​ຢູ່.

ເຖິງ​ວ່າ​ຖືກວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກກະ​ທົບກະ​ເທືອ​ນ, ງານ​ຕະຫຼາດ​ນັດ​ສິນຄ້າ ຂາ​ເຂົ້າຂາ​ອອກ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ແຮງ​ຫຼາຍ. ນອກຈາກ​ບໍລິ​ສັດ​ເຕັກນິກ​ສູງ​ແລ້ວ, ຜະລິດ​ຕະພັນ​ທີ່​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​​ກໍ່ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກທຸ​ລະກິດ​ຕ່າງ ປະ​ເທດ​ຄື​ກັນ. ​ໃນ​ງານ​ຕະຫຼາດ​ນັດສິນ​ຄ້າ​ຂາ​ເຂົ້າຂາ​ອອກ​ເທື່ອ​ນີ້, ອຸບປະ​ກອນທາ​ຝາ​ເຮືອນ​ແບບ​ເບົາ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທຸລະກີດ​ຕ່າງ​ປະ​ເທດ, ນັກທຸ​ລະກິດ​ຂອງ​ອາຣັບ, ອາຣັບບີ​ຊາ​ອຸ​ດິດ, ອາ​ເມ​ລິ​ກາ, ກາ​ນາ​ດາ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຊັນ​ໃບ​ສັ່ງ​ຊື້ສິນ​ຄ້າ.

ບໍ​ລິສັດ​ພັດທະ​ນາ​ເຕັກ​ນິກ​ຈຽວ​ຊີ້​ຟັ່ງ​ປັກ​ກິ່ງຈຳ​ກັດທີ່​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດນັດ​ຄັ້ງ​ນີ້​ແມ່ນ​ວິ​ສາ​ຫະກິດ​ເຕັກ​ນິກ​ສູງທີ່​ຄົ້ນຄວ້າ, ຜະລິດ​ແລະ​ຈຳໜ່າຍ​​ຜະລິດ​ຕະພັນ​ເຕັກ ນິກ​ສີຂຽວທີ່​ໃຊ້ໃນ​ເຮືອນສະ​ເພາະ. ຫຼາຍ​ປີ​ມາ​ນີ້​, ບໍລິສັດ​ແຫ່ງ​ນີ້​ຮ່ວມ​ກັບອົງການ ຄົ້ນຄວ້າ​ເຕັກນິກ​ໄດ້​ຜະລິດ​ເຄື່ອງ​ຊຳລະ​ຂີ້​ເຫຍື້ອ​ຈາກ​ອາຫານ, ຜະລິດ​ຕະພັນ​ທີ່​ຊຳ ລະ​ນ້ຳ​ເປື້ອນ​ແລະ​​ເຄື່ອງ​ໃຊ້​ໄຟຟ້າ​​ແບບ​ໃໝ່​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ແລະ​ສົ່ງ​ໄປ ຂາຍຢູ່20​ກວ່າ​ປະ​ເທດ​ແລະ​ພາກ​ພື້ນ​ຂອງ​ເອີ​ລົບ​, ​ອາ​ເມ​ລິ​ກາ, ພາກ​ຕາ​ເວນ​ອອກ​ກາງ.

ທ່ານ​ຊົ້ງ​ເຜິ​ງ ຜູ້ອຳ​ນວຍ​ການ​ພະ​ແນ​ກສາ​ກົນຂອງ​ບໍລິສັດ​ເຕັກນິກ​ຈຽວ​ຊີ້​ຟັ່ງ​ກ່າວ​ວ່າ, ​ໃນ​ຄະນະ​ທີ່​​ຮັກສາ​ຕະຫຼາດ​ເກົ່າ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ, ບໍ​ລິ​ສັດ​ຂອງ​ເຂົາ​ເຈົ້າ ຍັງ​ພັດທະ​ນາ​ຕະຫຼາດ​ໃໝ່​ຂອງ​ອາ​ຟຼິກາ​ແລະ​ອາຊີ​ອາຄະ​ເນ​ເລື້ອຍໆ,​ ແຕ່ບໍ​ລິສັດ ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນບໍ່​ຫຼາຍ​ປານ​ໃດ. ທ່ານ​ກ່າວ​ວ່າ, ບໍລິສັດ​ຍັງ​ຈະ​ບຸກ​ເປີດ​ຊ່ອງ​ທາງ​ຈຳໜ່າຍ​ພາຍ​ໃນ​ປະ​​ເທດ.

"ພວກ​ເຮົາ​ໄດ້​ເພີ່ມ​ກຳລັງ​ໃນ​ກາ​ນບຸກ​ເປີດ​ການຈຳ​ໜ່າຍ​ພາຍ​ໃນ, ຈາກ​ຈຳນວນ​ພະ ນັກ​ງານ​ຈຳໜ່າຍ​ຫາຈຸດ​ຈຳໜ່າຍ​ທາງ​​ແວບ​ໄຊ​ກໍ່ມີ​ການ​ເພີ່ມ​ຂຶ້ນ, ພວກ​ເຮົາ​ເຊື່ອ​ວ່າ​ນີ້​ຈະ​ໄດ້​ຮັບ​ຜົນ​ຫຼາຍກວ່າ​ເກົ່າ, ສາມາດ​ຮັບປະກັນ​ໃຫ້​ວິ​ສາ​ຫະກິດ​ຂອງ​ພວກ​ເຮົາ​ພັດ​ທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ."

ນັກທຸ​ລະກິດ​ທັງຫຼາຍ​ເວົ້າ​ວ່າ, ​ໃນ​ຖານະ​ເປັນ​ງານ​ຕະຫຼາດ​ນັດລະ​ດັບ​ສາກົນ​ທີ່​ມີ​ສື່​ສຽງ, ງານ​ຕະຫຼາດ​ນັດ​ສິນຄ້າ​ຂາ​ເຂົ້າ​ແລະ​ຂາ​ອອກ​ໄດ້​ໂຮມ​ສູນ​ວິ​ສາ​ຫະກິດ​ແລະ​ຜະລິດ​ຕະພັນ​ທີ່​ດີ​ທີ່​ສຸດຂອງ​ຈີນ, ​ແມ່ນ​ບ່ອນ​ທຳ​ອິດ​ທີ່​ເຂົາ​ເຈົ້າ​​ເລືອກ​​ເພື່ອຈັດ​ຊື້ຜະ ລິດ​ຕະພັນ​ຈີນ, ມີຄວາມ​ດຶງ​ດູດ​ຕໍ່​ເຂົາ​ເຈົ້າຫຼາຍ. ທ່ານ​ມູ້​ຊິນ​ໄຫ້ ​ໂຄສົກ​ຂອງ​ງານ​ຕະ​ຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ກ່າວ​ວ່າ, ​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ຄ້າ​ເສດ​ຖະກິດ​ສາກົນ​ທີ່​ສັບສົນ, ລັດ​ຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ຢ່າງ​ທັນ​ການ, ງານ​ຕະ​ຫຼາດນັດ​ຄັ້ງ​ນີ້​ກໍ່ຈະ​ສືບຕໍ່​ພະ​ຍາຍາມ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ ສາ​ໃຫ້ການ​ສົ່ງ​ອອກ​ຂອງ​ຈີນມີ​ຄວາມ​ໝັ້ນ​ຄົງ.

"ພວກ​ເຮົາ​ຈະ​ກຽມ​ຮັບ​ມື​ຕື່ມ​ອີກ, ​ເພີ່ມ​ຄວາມ​ໝັ້ນ​​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ທີ່​ຈັດ​ງານ​ຕະຫຼາດ​ນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຄັ້ງ​ທີ105​ໃຫ້​ດີ, ພະຍາ​ຍາມ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ໃຫ້ການ​ສົ່ງ​ອອກ​ຂອງ​ຈີນມີ​ຄວາມ​ໝັ້ນ​ຄົງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>