ແຂວງ​ຈີ​ລິນ​ຂອງ​ຈີນກ້າວ​ໄປ​ສູ່​ເສັ້ນ​ທາງ​ໃໝ່ຂອງ​ການ​ສ້າງ​ຖານ​ອຸດ​ສາ​ຫະ​ກຳ​ເກົ່າ​ ​ຈີນ​ໃຫ້​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ຄືນໃໝ່

(GMT+08:00) 2009-06-15 20:57:42 cri
-----------------------------------------------------------------------------------------------------------------
6ປີກ່ອນ, ຈີນ​ໄດ້ເລີ່​ມປະຕິ​ບັດຍຸດ​ທະ​ສາດ​​ແຫ່ງການ​ສ້າງຖານ​ອຸດສາຫະ ກຳ​ເກົ່າ​ຂອງເຂດ​​ຕາ​ເວັນ​ອອກສຽງ​ເໜຶອ​ຈີນ​ໃຫ້ຟື້ນ​ຟູ​ຄວາມ​ຈະ​ເລີ​ນຄືນ​ໃໝ່​. ​ໃນ6​ປີຜ່ານ ມາ, ​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ຖານ​ອຸດສາ​ຫະກຳ​ເກົ່າ​​ຂອງເຂດ​ຕາ​ເວັນອອກ ສຽງ​ເໜືອ, ​ແຂວງ​ຈີ​ລິນ​​ໄດ້​ກ້າວ​ໄປ​ສູ່​ເສັ້ນທາງ​ໃໝ່​ຂອງ​ການ​ສ້າ​ງຖານ​ອຸດສາ​ຫະ ກຳ​ເກົ່າ​​​ໂດຍ​ຜ່ານ​ການ​ດັດ​​ແປງ​ເຕັກ​ນິກ, ​ເພີ່​ມການ​ລົງທຶນ​ໃນ​ການ​ຄົ້ນຄວ້າ​ວິທະ ຍາສາດ​ແລະຍົກ​ລະດັບ​ຂອງ​ຜະລິດ​ຕະກໍາ.

ຖານ​ອຸດສາ​ຫະກຳ​ເກົ່າ​ຂອງ​ຈີນ​ທີ່​ຖືສາມ​​ແຂວງ​ຄື​ແຂວງ​ເຫີ່ຍລົງ​ຈ່ຽງ, ​ແຂວງ​ຈີ​ລິນ​, ​ແຂວງ​ລຽວນິງ​ເປັນ​ຫຼັກ​ແມ່ນ​ບ່ອນ​ເກີດ​ຂອງ​ອຸດ​ສາ​ຫະກຳ​ຂອງປະ​ເທດຈີນ​ໃໝ່, ​ໄດ້​ປະ ກອບສ່ວນອັນ​ສຳ​ຄັນ​​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຈີນ, ​ໂດຍ​ສະ​ເພາະ​​ແມ່ນ​ອຸດສາ​ຫະກຳ. ​ແຕ່​ວ່າ, ​ໃນ​ຫຼາຍປີ​ມານີ້, ຍ້ອນ​ສາ​ເຫດ​ຕ່າງໆ, ການ​ພັດ​ທະນາ​ຂອງເຂດ​ຕາ​ເວັນ​ອອກສຽງ​ເໜືອຊ້າ​ລົງ, ຄວາມ​ຫຼຸດ​ໂຕນ​ກັນ​ກັບ​ເຂດ​ຕາ​ເວັນ​ອອກກໍ່​ກວ້າງ​ອອກ. ​ເພື່ອ​ຊ່ວຍ​ເຫຼື​ອ​ໃຫ້​ເຂດ​ນີ້​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ, ປີ2003, ລັດ ຖະບານ​ຈີນ​ໄດ້​ປະ​ກາດຍຸດ​ທະ​ສາດ​​ແຫ່ງການ​ສ້າງ​ຖານ​ອຸດສາ​ຫະ​ກຳ​ເກົ່າ​ຄື​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ໃຫ້​ຈະ​ເລີ​ນຄື​ນ​ໃໝ່, ​ເພື່ອ​ສະໜັບ​ສະໜູນ​​ເຂດ​ນີ້​​ເລັ່ງລັດ​​ປັບປຸງດັດ​ແປງ, ກ້າວ​ໄປ​ສູ່​ເສັ້ນທາງ​ພັດທະ​ນາ​ໃໝ່.

ໃນ3​ແຂວງ​ຂອງ​ເຂດຕາ​ເວັນ​ອອກສຽງ​ເໜືອ​, ​ແຂວງ​ຈີ​ລິນ​ມີຊື່ສ​ຽງຈາກ​ການ ຕະ​ກຳການ​ຜະລິດ​ລົດຍົນ​ແລະ​ອຸປະ​ກອນ. ​ແຕ່​ວ່ານັບ​​ແຕ່​ຊຸມປີ1990​ເປັນ​ຕົ້ນ​ມາ, ອຸປະ​ກອນ​ແລະ​ເຕັກ​ນິກຫຼ້າ​ຫຼັງ​ພ້ອມດ້ວຍ​ບັນຫາ​ອື່ນໆ​​ໄດ້ສ້າງ​ຄວາມ​ຫຍຸ້ງ ຍາກ​ໃຫ້​ລັດວິ​ສາ​ຫະກິດ​​ຂະໜາດ​ໃຫຍ່​​ທີ່​ເຄີຍ​ມີ​ປະ​ຫວັດຄວາມ​ຈະ​ເລີ​ນສູງ. ພາຍຫຼັງ​ປະຕິ​ບັດ​ຍຸດ​ທະ​ສາດ​​ສ້າງ​ຖານ​ອຸດສາ​ຫະກຳ​ເກົ່າ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​​ໃຫ້​ຈະ​ເລີ​ນ​ໃໝ່, ລັດ​ວິ​ສາ​ຫະກິດ​ເຫຼົ່ານີ້ກໍ່​​ມີ​ຊີວິດ​ຊີວາ​ຄືນ​ໃໝ່. ບໍລິສັດ ຫຸ້ນ​ສ່ວນ​ລົດ​ລາງ​ສາງ​ສຸ່ນຈຳ​ກັດ​ກໍ່​ແມ່ນໜຶ່ງ​ໃນ​ລັດ​ວິ​ສາ​ຫະກິດ​ເຫຼົ່າ​ນີ້.

ທ່ານ​ຈ່າງ​ຕຸ່ງລີ້, ຫົວໜ້າ​ໂຮງງານ​ຜະລິດ​​ໂຄງ​ຮ່າງ​ລົດລາງ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົດ​ລາງ​ສາງ​ສຸ່ນຈຳກັດ​ກ່າວ​ວ່າ​:
"ພວກ​ຂ້າພະ​ເຈົ້າມີສູນ​ຄົ້ນຄວ້າ​​ພິ​ເສດ, ປະຈຸ​ບັນ, ຄວາມ​ສາມາດ​ການຜະ​ລິດ​ເຄື່ອງປະ​ກອບ​ເຊິ່ງ​ລວມ​ທັງ​ການ​ຜະ​ລິດລົດ​ລາງລ້ວນ​​ແຕ່​ແມ່ນ​ອັນ​ດັບ​ໜຶ່ງຂອງ​ໂລກ. ອັດຕາ​ການຜະ​ລິດອຸປະ​ກອນ​ພາຍ​ໃນ​ປະ​ເທດ​ຈີນ​ແມ່ນ76%, ສ່ວນ​ຫຼາຍ​ແມ່ນ​ຜະລິດ​ດ້ວຍ​ຕົນ​ເອງ."

ໃນ​ຖານະ​ເປັນ​ໜຶ່ງ​ໃນ​ວິ​ສາ​ຫະກິດ​ທີ່​ຜະລິດ​ລົດລາງ​ຕົ້ນຕໍ​ຂອງ​ຈີນ, ລົດລາງ​​ທີ່​ບໍ​ລິ​ສັດ​ນີ້ຜະ​ລິດໄດ້ມີ​ສ່ວນ​ແບ່ງປັນ​ໃນ​ຕະຫຼາດ​ຫຼາຍກວ່າ 50%. ຫຼາຍປີ​ມາ​ນີ້, ​ໃນ​ດ້ານລະ​ບົບລົດ​ລາງ​​ຕົວ​ເມືອງ​ທີ່ຈີນ​ເລັ່ງລັດ​ພັດ​ທະ​ນານັ້ນ, ບໍລິສັດ​ແຫ່ງ​ນີ້​ໄດ້ຮັບ​ໝາກ​ຜົນທີ່​ດີຫຼາຍ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ລົດ​ລາງ​ທີ່​ໃຊ້​ໃນລະບົບ​ລົດ​ລາງ​ຕົວ​ເມືອງ​ຈີນນັ້ນມີ80%​ແມ່ນ​ບໍລິສັດ​ແຫ່ງ​ນີ້​ຜະລິດ.

ໃນ​ຂະນະ​ທີ່​​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ພັດທະນາ​ດ້ວຍ​ຕົນ​ເອງ, ບໍລິສັດ​ນີ້ຍັງ​ນຳ​ເອົາ​ເຕັກນິກ​ແລະ​ເຄື່ອປະກອບ​​ທີ່​ທັນ​ສະ​ໄໝຈາກ​ພາຍ​​ໃນ​ແລະ​ຕ່າງປະ​ເທດ​ເຂົ້າມາ ເລື້ອຍໆ. ໂດຍຜ່ານ​ການ​ປັບປຸງ​ຢ່າງ​ມີ​ປະສິດທິ​ຜົນ, ລະດັບ​ປະກອບ​ຕິດ​ຕັ້ງຂອງ ຫຼາຍ​ຂັ້ນ​ຕອນທີ່​ສຳຄັນ​ໄດ້​ນຳ​ໜ້າ​ໃນລະດັບ​ສາກົນ. ທ່ານ​ຈ່າງ​ຕຸ່ງລີ້​​​ແຈ້​ງ​ໃຫ້​ຊາບວ່າ, ​ລົດ​​​ໄຟ​ແລະ​ຜະລິດ​ຕະ​ພັນລົດ​ລາງຕົວ​ເມືອງ​ທີ່ເຂົາ​ເຈົ້າຜະ​ລິດ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນອື່ນໆ​​ເຊັ່ນປາ​ກີ​ສະຖານ​ເປັນ​ຕົ້ນ.

ແຂວງ​ຈີ​ລິນ​ແມ່ນ​ບ່ອນ​ເກີດ​ຂອງ​ຜະລິດ​ຕະກຳ​ລົດ​ຍົນຂອງ​ປະ​ເທດ​ຈີນ​ໃໝ່. ລົດ​ຍົນ​ຄັນ​ທຳ​ອິດຂອງປະ​ເທດ​ຈີນ​ໃໝ່ກໍ່​ແມ່ນ​ກຸ່ມບໍ​ລິດ​ສັດ​ຜະລິດ​ລົດຍົນ​ທີ​ໜຶ່ງ​ສາງ​ສຸ່ນ​ເປັນ​ຜູ້ຜະ​ລິດ. ພາຍ​ໃຕ້ມາດ​ຕະການບູລິ​ມະ​ສິດ​ຕ່າງໆ​ເພື່ອສ້າງ​ຖານ​ອຸດສາ​ຫະກຳ​ເກົ່າ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ໃຫ້​ຟື້ນ​ຟູ​ຄວາ​ມຈະ​ເລີ​ນຄືນ​ໃໝ່, ຊຸມ​ປີ​ມໍ່ໆ​ມາ​ນີ້, ກຸ່ມບໍ​ລິສັດ​ຜະລິດ​ລົດຍົນ​ທີ​ໜຶ່ງ​ສາງ​ສຸ່ນ​​​ໄດ້​ຍົກ​ລະດັບຄວາມ​ສາມາດ​ດ້ານ​ການ​ຄົນ​ຄວ້າ​ດ້ວຍຕົນ​ເອງແລະ​ການ​ແຂ່ງຂັນ, ​ໄດ້​ນຳ​ໜ້າ​ໃນ​ການ​ແຂ່ງຂັນ​ໃນ​ຕະຫຼາດທີ່​​ເຂັ້ມ​ແຂງ.

ທ່ານ​ປາຍ​ຢູ, ຜູ້​ຮັບ​ຜິດຊອບ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​​ລົດ​ສ່ວນຕົວ​ຈຳກັດ​ຂອງ​ກຸ່ມ​ບໍລິສັດ​ຜະລິດ​ລົດຍົນ​ທີ​ໜຶ່ງ​ກ່າວ​ວ່າ:

"ວິທີ​ການ​ຜະລິດ​ຂອງພວກ​ຂ້າ​ພະ​ເຈົ້າ​ກ້າວໜ້າ​​ສົມຄວນ, ພວກ​ເຮົາ​ຍົກ​ລະດັບ ຄວາມ​ສາມາດ​ຂອງ​​ເຄື່ອງ​ປະກອບ​ຢ່າງ​ສຸດ​ຂີດ, ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ການ​ຜະລິດ​ແລະຍົກ​ສູງ​ກຳລັງ​​ແຂ່ງຂັນໃນ​ຕະຫຼາດ​ຂອງ​ຜະລິດ​ຕະພັນ​."

ປະຈຸ​ບັນ, ກຸ່ມບໍ​ລິສັດ​ຜະ​ລິດ​ແຫ່ງນີ້ໄດ້​ສ້າງ​ສະພາບ​ການ​ພັດທະນາ​ແບບ​ທີ່​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເໜືອ, ​ແຕ່ສັ່ງ​ໄປ​ທົ່ວ​ປະ​ເທດ​ແລະເປີດ​ປະຕູຕໍ່​ຕ່າງປະ​ເທດ, ເຊິ່ງເຮັດ​ໃຫ້​ຈຳນວນ​ຜະລິດ​ແລະຈຳ​ໜ່າຍ​ລົດຍົນ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ໃນ​ຂະ​ແໜງ​ການ​ລົດ ຍົນຂອງ​ຈີນ​​ຫຼາຍ​ປີລຽນຕິດ.
ທ່ານ​ປາຍ​ຢູ​ແຈ້ງ​ໃຫ້​ຊາບວ່າ, ປະຈຸ​ບັນ, ກຸ່ມບໍ​ລິສັດ​ຜະ​ລິດ​ລົດຍົນ​ທີ​ໜຶ່ງ​ສາງ​ສຸ່ນ ພວມ​ເລັ່ງ​ລັດຄົ້ນ​ຄວ້າ​ຜະລິດ​ລົດ​ເກັ່ງ​ທີ່​ໃຊ້​ພະ​ລັງງານ​​ໃໝ່ຄື​ພະ​ລັງງານ​ປະສົມ. ທ່ານ​ກ່າວ​ວ່າ:

"​ພວກ​​ເຮົາ​​​ໄດ້​ຄົ້ນຄວ້າ​ການນຳ​ໃຊ້​ເຕັກນິກ​ພະ​ລັງ​ງານ​ໃໝ່​ເຂົ້າ​ໃຊ້​ໃນ​ລົດຍົນ, ໂດຍສະ​ເພາະ​ແມ່ນ​ພະ​ລັງ​ງານປະ​ສົມທີ່​ທັງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ປະ​ຢັດ​ພະ​ລັງງານ, ພວກ​ເຮົາຈະ​ໃຊ້​ໃນ​ຜະລິດ​ຕະພັນ​ຂອງ​ປີໜ້າ​ແລະ​ປີຕໍ່​ໄປ."

ແຂວງຈີ​ລິນ​ບໍ່​ພຽງ​ແຕ່​ແມ່ນ​ຖານ​ອຸດ​ສາ​ຫະກຳ​ເກົ່າ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ແມ່ນ​ແຂວງ​​ໃຫຍ່​ດ້ານກະສິກຳ​. ນັບ​ແຕ່​​ປະຕິ​ບັດ​ຍຸດ​ທະ​ສາດສ້າງ​ຖານອຸດ​ສາ​ຫະກຳ​ເກົ່າ​ເຂດ​ຕາ​ເວັນ​ອອກ​ສຽງ​ເໜືອ​ໃຫ້ຟື້ນ​ຟູ​ຈະ​ເລີ​ນຄືນ​ໃໝ່​ເປັນ​ຕົ້ນ​ມາ, ​ແຂວງຈີ​ລິນ​​ໄດ້ຕັ້ງ​ໜ້າຄົ້ນ ຄວ້າຊ​ອກຫາ​ຮູບ​​ແບບ​ພັດທະນາ​ທີ່​ໃຫ້​ອຸດສາ​ຫະກຳ​ນຳພາ​ກະ​ສິ​ກຳ, ​ເພື່ອ​ບັນລຸ​​​ເປົ້າ​ໝາຍ​ທີ່ໃຫ້​ກະສິກໍາ​ຫັນ​ເປັນ​ຜະລິ​ດຕະກຳ​ແລະ​ເພີ່ມ​ລາຍ​ໄດ້​​ໃຫ້ຊາວ​ກະ​ສິກອນ. ບໍລິ​ສັດ​ຫຸ້ນ​ສ່ວນ​ຊີ້ນງົວ​ແລະຊີ້ນ​ແກະ​ຫ້າວ​​ເຢ້ຍສາງ​ສຸ່ນຈຳກັດ​ແມ່ນ​ໜຶ່ງ​ໃນ​ວິ​ສາ​ຫະກິດ​ກະສິກຳ​ທີ່​ພັດທະນາ​ດ້ວຍ​ຮູບ​ແບບ​ໃໝ່​ນີ້. ພາຍ​ຫຼັງປະຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ຖານ​ອຸດສາ​ຫະກຳ​ເກົ່າ​ເຂດ​ຕາ​ເວັນອອກ​ສຽງ​ເໜືອ​ໃຫ້​​ຟື້ນ​ຟູ​ຈະ​ເລີ​ນ ຄືນ​ໃໝ່, ​​ໂດຍ​ໄດ້​ຮັບການ​ສະໜັບ​ສະໜູນ​ຈາກພັນທະ​ບັດ​ລັດຖະບານ​ຈີນ, ວິ​ສາ​ຫະກິດ​ແຫ່ງ​ນີ້​​ໄດ້ເປີດ​ກວ້າງ​ຂະໜາດ​, ກາຍ​ເປັນ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ຂະ​ແໜງການ​ປຸງ​ແຕ່ງ​ຊິ້ນ​ງົວ​​ແລະ​ຊິ້ນ​ແກະ. 1​ແສນ​ຄອບຄົວ​ກະສິກອນ​ຂອງ​ແຂວງ​ຈີ​ລິນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງວິ​ສາ​ຫະກິດ​ແຫ່ງ​ນີ້. ທ່ານ​ຖຽນສິງ, ຮອງ​ຜູ້​ອຳນວຍ​ການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ຫ້າວ​​ເຢ້ຍກ່າວ​ວ່າ:

"ຍ້ອນ​ຂະ​ແໜງ​ການ​ຊິ້ນ​ງົວ​ແມ່ນ​ຕິ​ດພັນ​ກັບ​ຊາວ​ກະສິກອນ​ອັນ​​ໄພ​ສານ, ປະຈຸ​ບັນ, ພວກ​ເຮົາ​ໄດ້​ນຳພາ1​ແສນ​ກວ່າ​ຄອບຄົວ, ຊາວ​ກະ​ສິກອນ5​ແສນ​ກວ່າຄົນ​ດຳ​ເນີນ​ທຸລະ​ກິດ​ລ້ຽງ​ງົວ, ​ໄດ້​ເຮັດ​ໃຫ້ລາຍ​ຮັບສະ​ເລ່ຍຕໍ່​ປີ​ຂອງຊາວ​ກະສິກອນ​​​ເພີ່ມ​ຂຶ້ນ ຫຼາຍ​ກວ່າ500ລ້ານ​​ຢວນ. ນອກ​ນີ້, ບໍລິ​ສັດ​ຫ້າວ​ເຢ້ຍກໍ່​ໄດ້​ຊຸກຍູ້​ໃຫ້​ຂະ​ແໜງ​ການ​ຫຸ້ມ​ຫໍ່, ຂະ​ແໜງ​ການ​ຂົນ​ສົ່ງ, ຂະ​ແໜງ​ການກ​ກໍ່ສ້າງ, ຂະ​ແໜງ​ການ​ທ່ອງທ່ຽວ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ພັດ​ທະນາ​ພ້ອມ​ກັນ."

ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ, ຊຸມ​ປີ​ມໍ່ໆ​ມາ​ນີ້, ຄວາມ​ໄວ​ຂອງ​ການ​​ເຕີ​ບ​ໂຕ​ຂອງລວມ ຍອດ​ຜະລິ​ດຕະພັນ​ທ້ອງ​ຖິ່ນ, ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່ທົ່ວ​ສັງຄົມ​ແລະ​ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ຜະລິດ​ຕະພັນອຸປະ​ໂພ​ກ​ບໍລິ​ໂພ​ກ​ໃນສັງຄົມ​ຂອງ​ຂອງ​ແຂວງ​ຈີ​ລິນ​ລ້ວນ​​ແຕ່​​ຢູ່​ໃນ​ແຖວ​ໜ້າ​ທົ່ວ​ປະ​ເທດ, ​ໄດ້​ກາຍ​ເປັນ​ໜຶ່ງ​ໃນເຂດ​ທີ່​ພັດທະນາ​ເສດ​ຖະກິດ​ໄວ​ທີ່​ສຸ​ດຂອງ​ຈີນ. ​ໃນ​ໄຕ​ມາດ​ທີ1​ຂອງ​ປີ2009ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​​ເງິນ​ສາກົນ, GDPຂອງ​ແຂວງນີ້​ຍັງເຕີບ​ໂຕຫຼາຍ​ກວ່າໄລ​ຍະດຽວ​ກັນ​ຂອງປີ​ກາຍ9%. ແຂວງ ຈີລິນ​ພວມພະ​ຍາຍາມ​ສ້າງຂະ​ແໜງການ​ຜະລິດ​ເຄື່ອງ​ປະກອບ​ຂົນສົ່ງ​ຄົມ​ມະ​ນາ ຄົມຂົນ​ສົ່ງ​ທີ່ມີ​ຄວາມ​ສາມາດ​ແຂ່ງຂັນ​ໃນສາ​ກົນ, ຖານ​ຜະລິດ​ລົດຍົນ​ທີ່ສຳ​ຄັນ​ແລະ ຂະ​ແໜງ​ການ​ລ້ຽງ​ສັດທີ່ຈະ​ເລີນ​ໃໝ່​ຢ່າງຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>