ຖັກ​ເພື່ອ​​ບັນ​​ຈຸອະ​​ດີດ​ແລະ​ອະນາຄົດ​ຂອງ​​​ແອັສ​​ປາຍ​ດ້ວຍ​ເສັ້ນ​​ຫວາຍ

(GMT+08:00) 2009-06-25 15:44:10 cri
-----------------------------------------------------------------------------------------------------------------

ງານ​ວາງສະ​ແດງ​ໂລກ 2010 ທີ່ຄົນ​ທັງຫຼາຍ​ເອີ້ນວ່າ"ງານ​ໂອ​ລິມປິກ​ດ້ານ​ເສດຖະກິດ"ຈະ​ເລີ່​ມ​ໄຂຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ້​ຂອງ​ຈີນ​​​ແຕ່​ວັນ​ທີ 1 ພຶດສະພາ​ປີໜ້າ​ເປັນ​ຕົ້ນ​ໄປ.​​ເມື່ອ​ຮອດ​​ເວລາ​ນັ້ນ,ປະ​ເທດຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງຈະ​ມີ​​ຫໍ​ວາງສະ​ແດງຂອງ​ປະ​ເທດ​ຕົນຢູ່​ໃນ​ເຂດຈັດງານ​ເພື່ອ​ສະ​ແດງສະ​​ເໜ່ດ້ານ​ວັດທະນະທຳ​ຂອງ​ຕົວ​ເມືອງປະ​ເທດ​ຕົນ​ທີ່​ມີ​ເອກະລັກພິ​ເສດ​ຕໍ່​ນັກ​ທ່ອງ​ທ່ຽວ.​ໃນ​ຄໍ​ລຳ​ມື້​ນີ້,ພວກ​ເຮົາ​ຂໍ​ນຳພາ​ທ່ານ​ໄປ​ສຳຜັດ​ຫໍ​ວາງສະ​ແດງ​ຂອງ​​ແອັສປາຍ​ທີ່​ພວມ​ກໍ່ສ້າງ​ຢູ່,ນີ້​ແມ່ນ​ສິ່ງ​ກໍ່ສ້າງ​​ຮູບກະຕ່າທີ່​ບັນຈຸ​ອະດີດ​ແລະ​ອະນາຄົດ​ຂອງ​​ແອັສປາຍ​ທີ່ຖັກສານດ້ວຍ​ເສັ້ນຫວາຍ.


(ພິທີໄຂສັບປະດາໂຄສະນາຫໍແອັສປາຍ)

ໃນ​ເດືອນ​ມີນາ​ປີ​ນີ້,ຫໍ​ວາງສະ​ແດງ​ຂອງ​ແອັສປາຍ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​​ໄດ້​ລົງມື​ກໍ່ສ້າງ​ຢ່າງ​ເປັນ​ທາງ​ການ.ທ່ານ​ຈາ​ເວ​ຍ ​ໂຄນດ໌,ຫົວ​​ໜ້າ​​ຄະນະ​​ຮັບຜິດ​​ຊອບຫໍ​ວາງສະ​ແດງ​ແອັສປາຍ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,ປະທານ​ກົມງານ​ວາງສະ​ແດງ​ສາກົນ​ແຫ່ງ​ຊາດ​ແອັສປາຍ​ໄດ້​ບັນ​ລະ​ຍາຍຈຸດປະສົງຂອງ​ການເຂົ້າຮ່ວມງານ​ວາງສະ​ແດງ​ແລະ​ຫົວ​ຂໍ້​ການວາງສະ​ແດງ​ຂອງ​ຫໍ​​ແອັສປາຍຕໍ່​ນັກ​ຂ່າວ.ທ່ານ​ກ່າວ​ວ່າ:

"ຈຸດປະສົງ​ຂອງ​ງານ​ວາງສະ​ແດງ​ໂລກ​ໄດ້​ຫັນຈາກການສະ​ແດງ​ຜົນງານ​ຂອງ​ປະ​ເທດ​ທີ່​ເຂົ້າຮ່ວມ​ງານ​ເທົ່າ​ນັ້ນ​ມາ​ເປັນການປຶກສາ​ຫາລື​​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ມວນ​ມະນຸດ​ສົນ​ໃຈຮ່ວມກັນ.ບົນ​ພື້ນຖານຫົວ​ຂໍ້​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ຄື'ນະຄອນ​ທີ່​ດີກ​ວ່າ,ຊີວິດ​ທີ່​ດີກ​ວ່າ',ພວກ​ຂ້າພະ​ເຈົ້າ​ເອົາ'ຕົວ​​ເມືອງ​ທີ່​ສືບ​ທອດ​ກັນ​ມາຂອງ​ພວກ​ເຮົາ​ທຸກ​ເຊັ່ນ​ຄົນ'​ເປັນ​ຫົວ​ຂໍ້​ຫຼັກ,ນຳ​ໃຊ້​​ເສັ້ນ​​ຫວາຍ​ເຊິ່ງ​ເປັນ​ວັດຖຸ​ທຳ​ມະ​ຊາດ​ແລະ​​ອະນຸລັກ​ສິ່ງ​ແວດ​ລ້ອມ​​ມາສະ​​ແດງຄວາມເຊື່ອມ​ໂຍງ​ເຂົ້າກັນ​​ລະຫວ່າງພື້ນ​ເມືອງ​ກັບ​ສະ​ໄໝ​ໃໝ່.​ໃນ​ດ້ານ​ຫົວ​ຂໍ້​ການວາງສະ​ແດງ,ຫໍ​ແອັສປາຍ​ຈະ​ມີ 3 ພາກສ່ວນຄື:《ຈາກ​ທຳ​ມະ​ຊາດ​ຮອດ​ຕົວ​ເມືອງ》ທີ່​ແນະນຳ​ບັນພະ​ບູລຸດ​ແລະ​ຍຸກບູຮານຂອງ​​ແອັສປາຍ;《ຈາກ​ຕົວ​ເມືອງ​ທີ່​ພໍ່​ແມ່​ພວກ​ເຮົາ​ຢູ່​ຮອດ​ປະຈຸ​ບັນ》ທີ່ແນະນຳ​ອະດີດ​ແລະ​ປະຈຸ​ບັນ​ຂອງ​ຕົວ​ເມືອງ​ທີ່​ລຸ້ນພໍ່​​ແມ່ຂອງ​ພວກ​ເຮົາ​ດຳລົງ​ຊີວິດ​ຢູ່;​ແລະ《ຈາກ​ຕົວ​ເມືອງ​ຂອງ​ພວກ​ເຮົາ​​ໃນ​ປະຈຸ​ບັນ​ຮອດ​ຕົວ​​ເມືອງ​ຂອງ​ລູກ​ຫຼານ​ພວກ​ເຮົາ》ທີ່ແນະນຳ​ຊີວິດ​ການ​ເປັນຢູ່​ຂອງ​ພວກ​ເຮົາໃນ​ຕົວ​ເມືອງ​ຈາກ​ປະຈຸ​ບັນ​ຮອດ​ອະນາຄົດ."

ທ່ານຈາ​ເວ​ຍ ​ໂຄນດ໌ກ່າວ​ວ່າ,ຫໍ​ວາງສະ​ແດງ​ຂອງ​ປະ​ເທດ​ໜຶ່ງ​ແມ່ນ​ຮູບ​ຫຍໍ້ຂອງ​ປະ​ເທດ​ນັ້ນ,​ເພື່ອ​ເຮັດ​ໃຫ້​ຫໍ​ແອັສປາຍ​ສາມາດ​ແນະນຳ​ພາບ​ລວມຂອງປະ​ເທດ​ແລະຕົວ​ເມືອງ​ຂອງ​ແອັສປາຍ​ໃນຍຸກ​ປະຈຸ​ບັນຕໍ່ຜູ້​ຊົມ​ທົ່ວ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ຊົມຂອງ​ຈີນ​ໃຫ້​ໄດ້ດີກ​ວ່າ​ເກົ່າ,​ເຂົາ​ເຈົ້າ​ໄດ້​ຈັດການ​ປະມູນ​ຢ່າງ​ເປີດ​ເຜີຍ,​ໃນຈຳນວນ 18 ສຳນັກງານ​ສະຖາປະນິກ​ທີ່​ມີ​ຊື່​ສຽງໃນ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ການ​ປະມູນ,​​ໃນ​ທີ່​ສຸດ,​ສຳນັກງານ​ສະຖາປະນິກ​ທີ່​ນຳ​ໂດຍ​ນາງ​ເບ​ເນ​ເດ​ຕາ ຕັກ​ລີ​ອາ​ບູ​​​ເອ​ກໍ່​ຊະນະ​ການ​ປະມູນ.

ໃນ​ປີ 1980,ນາງ​ເບ​ເນ​ເດ​ຕາ ຕັກ​ລີ​ອາ​ບູ​ເອກໍ່​​ໄດ້ມາ​ຈີນ,​ແລະມັກວັດທະນະທຳ​ຈີນ​ທີ່ອຸດົມສົມບູນ​ທີ່​ສຸດ.ປີ 2003,​ໃນ​ນາມ​ເປັນ​ຜູ້ຍິງພຽງ​ຜູ້​ດຽວ​ໃນ​ຄະນະອອກ​ແບບ​ສະໜາມກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ນາງ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານປະ​ກວດ​ການ​ອອກ​ແບບ​ຂອງ​ສະໜາມກິລາ​ແຫ່ງ​ຊາດ​ຈີນ​ຄື"ຮັງ​ນົກ"​​ແລະສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນຫຼື"ກ້ອນ​ນ້ຳ​ສີ່ຫຼ່ຽມ".​ໃນ​ການ​ອອກ​ແບບ​ຫໍ​ແອັສປາຍ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,ນາງ​ກັບ​ຄະນະອອກ​ແບບ​ຂອງ​ນາງ​ນຳ​ໃຊ້​ວັດຖຸ​ຊີວະ​ພາບ​ແລະ​ເຕັກນິກ​ທີ່​ກ້າວໜ້າປະສົມ​ປະສານ​ກັນ​ເພື່ອອອກ​ແບບ​ໃຫ້​ຫໍ​ແອັສປາຍ​ເປັນ​ຮູບ​ກະຕ່າ​ທີ່​ມີ​ລັກສະນະ​ພິ​ເສດ​​ເຊິ່ງປະກອບ​ດ້ວຍ​ໂຄງຮ່າງ​ເຫຼັກກ້າ​ທີ່​ງົດງາມ​ທຸກ​ເສັ້ນ,ສ່ວນ​ຝາດ້ານ​ນອກ​ຂອງ"ກະຕ່າ"ກໍ່​ປົກ​ຫຸ້ມ​ໄປ​ດ້ວຍ​ຫວາຍ​ທີ່​ຖັກສານ​ດ້ວຍ​ມື.ສິ່ງ​ກໍ່ສ້າງທັງ​ໝົດລ້ວນ​ແຕ່​ໃຊ້​ວັດຖຸ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ໃຊ້​​ເທື່ອໃໝ່​ໄດ້,ພະລັງງານ​ແມ່ນ​ສະໜອງ​ໂດຍ​ແຜ່ນພະລັງງານ​ແສງຕາ​ເວັນ​ທີ່​ຕິດ​ຢູ່​ເທິງ​ຫຼັງຄາ​,​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຄະຕິ​ທີ່​ຄົນ​ທົ່ວ​ໄປນິຍົມ​ໃນ​ປະຈຸ​ບັນ​ຄື"ທຳ​ມະ​ຊາດ,ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ປະ​ຢັດ​ພະລັງງານ"ຢ່າງ​ເຕັມທີ່.

ນາງ​ເບ​ເນ​ເດ​ຕາ ຕັກ​ລີ​ອາ​ບູ​ເອບອກ​ນັກ​ຂ່າວ​ວ່າ:

"ການ​ອອກ​ແບບສິ່ງ​ກໍ່ສ້າງ​ແມ່ນ​ການ​ປະດິດ​ສ້າງ​ລວມໝູ່​ທີ່​ໃຊ້​ເວລາ​ດົນ​ນານ.​ໃນ​ການ​ອອກ​ແບບ,ພວກ​​ເຮົາ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຕອນທຳ​ອິດ​ພວກ​ເຮົາ​ຕົກລົງນຳ​ໃຊ້​ເສັ້ນ​ຫວາຍ​ເປັນອຸປະກອນ​ເພື່ອເຮັດ​ຝາ​ດ້ານນອກ.​ໃນ​ການ​ຮ່ວມ​ມື,​ແນວ​ຄຶດ​ໃໝ່​ຈະ​ເກີດຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.​ແນວ​ຄຶດຫຼ້າ​ສຸດ​ອັນ​ໜຶ່ງ​ກໍ່​ແມ່ນ​ໃຊ້​ຮູບ​ການ​ຂຽນ​ງາມ​ມາ​'ຂຽນ'ກາບກອນ​ຈີນບົດໜຶ່ງ​ໃສ່​ຝາ​ດ້ານນອກ.​ໄດ້​ມີ​ເພື່ອນ​ມິດ​ຈີນ​ຈຳນວນ​ໜຶ່ງມີ​ຄຳສະ​ເໜີ​ທີ່​ດີ,ພວກ​ເຮົາກໍ່ຍິນ​ດີ​ຕ້ອນຮັບ​ທ່ານ​ມາ​ປະກອບ​ຄວາມ​ຄິດ​ຄວາມ​​ເຫັນ​ເພື່ອ​​ເຮັດ​ໃຫ້ການ​ອອກ​ແບບດີກ​ວ່າ​ເກົ່າ."

ເມື່ອ​ຮອດ​ເວລາ​ຫໍ​ແອັສປາຍ​ສ້າງ​ສຳ​ເລັດ​ຢູ່​​ໃນເຂດຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໃນ​​ເດືອນ​ມີນາ​ປີໜ້າ,ຄົນ​ທັງ​ຫຼາຍ​ຈະໄດ້​​​ເຫັນ​ວ່າ,ຫໍ​ແອັສປາຍ​ຈະ​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ຖັກສານດ້ວຍ​ເສັ້ນ​ຫວາຍທີ່​ໃຫຍ່ທີ່​ສຸດ​ໃນ​ໂລກ,​ເບິ່ງຮູບ​ທາງ​ນອກຈະ​ຄື​ກັບ​ຟອງ​ນ້ຳກະທົບ​ກັນທີ່​ມີຊີວິດ​ຊີວາ,ກໍ​ຄື​ກັນ​ກັບ​ຕົວ​​ເມືອງທີ່ມີ​ການ​ປ່ຽນ​ແປງ​ຕະຫຼອດ​ເວລາ.ສ່ວນ​​ເສັ້ນ​ຫວາຍ​ທີ່​​ໃຊ້​ມາ​ປົກ​ຫຸ້ມ​ຝາ​ດ້ານ​ນອກ,​ໄດ້​ສະ​ແດງ​​ແນວ​ຄິດ​ທີ່​ຜູກ​ພັນ​ກັບທຳ​ມະ​ຊາດ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,ພ້ອມ​ກັນນັ້ນ,ຍັງ​ໄດ້​ເຮັດ​ໃຫ້​ວັດ​ທະນະທຳ​ຕາ​ເວັນ​ອອກ​ກັບ​ວັດທະ​ນະທຳ​ຕາ​ເວັນ​ຕົກ​ເຊື່ອມ​ໂຍງ​ເຂົ້າກັນ.​ເພາະວ່າ,ບໍ່​ວ່າ​ຢູ່​ແອັສປາຍ​ຫຼື​​ຢູ່​ຈີນ,ການ​ຖັກສານ​ຫວາຍ​ທີ່ເປັນສີ​​ໄມ້​ລາຍມື​ພື້ນ​ເມືອງທີ່​ເກົ່າ​ແກ່​ລ້ວນ​ແຕ່​​ໄດ້ມີ​ປະຫວັດອັນຍາວ​ນານມາ​ແລ້ວ.

ນາງ​ເບ​ເນ​ເດ​ຕາ ຕັກ​ລີ​ອາ​ບູ​ເອ​ເວົ້າດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ,​ໃຊ້​​ເສັ້ນ​ຫວາຍ​ມາ​ປົກ​ຫຸ້ມ​ຝາ​ດ້ານ​ນອກ,ສາມາດ​ຫຸ້ມ​ຫໍ່​ສິ່ງ​ກໍ່ສ້າງ​ທັງ​ໝົດ,ຍັງ​ສາມາດ​ຮັບປະ​ກັນ​ໃຫ້​ແສງ​ທຳ​ມະ​ຊາດ​ສ່ອງ​ເຂົ້າ​ໄປ​ດ້ານ​ໃນ​ໄດ້ໂດຍ​ກົງ.ຖ້າ​ເອົາ​ເສັ້ນ​ຫວາຍ​ທີ່​ນຳ​ໃຊ້​ນັ້ນ​ມາ​ປູ​​ໃສ່​ພື້ນ​ພຽງ,ກໍ່​ຈະ​ກວ້າງປະມານ 12.000 ​ຕາ​ແມັດ,​ແລະ​ລ້ວນ​ແຕ່​ຖັກ​ສານດ້ວຍ​ມື,ມັນ​ຄືວ່າ,ຫໍ​ແອັສປາຍ​ແມ່ນ​ຖັກ​ສານ​ດ້ວຍ​ມືທັງ​ໝົດ​ຈັ່ງຊັ້ນ​ລະ!

ທ່ານ​ຈາ​ເວ​ຍ ​ໂຄນ​ດ໌,ປະທານ​ກົມງານ​ວາງສະ​ແດງ​ສາກົນ​ແຫ່ງ​ຊາດ​ແອັສປາຍ​​ເຊື່ອ​ວ່າ,ພາຍຫຼັງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໄຂ​ຂຶ້ນ​ແລ້ວ,ຜູ້​ຊົມ​ທີ່​ມາ​ຈາກ​​​ທຸກ​ສາລະ​ທິດ​ຂອງ​ໂລ​ກຈະ​ໄດ້​ສຳຜັດ​ແລະ​ຮູ້ຈັກ​ແອັສປາຍ​ທີ່​​​ແທ້​ຈິງ​ຢູ່​ຫໍ​ແອັສ​ປາຍ.ທ່ານ​ກາ​ລົສ ບຼາສ​ໂກ,​ເອກ​ອັກຄະ​ລັດຖະທູດ​ແອັສປາຍ​ປະຈຳ​ຈີນ​ກ່າວ​ວ່າ,ທ່ານ​ຫວັງ​ຢ່າງ​ຍິ່ງ​ວ່າ,ຫໍ​ແອັສປາຍ​ທີ່​ອອກ​ແບບ​ດ້ວຍ​ຄວາມ​ພະຍາຍາມ​ສຸດ​ຂີດ​ຫຼັງ​ນີ້​ຈະ​ໄດ້ຮັບ​ໄຊຊະນະ​ໃນ​ການ​ຄັດ​ເລືອກ​ຂອງ​ຜູ້​ຊ່ຽວຊານທີ່​ເຂົ້າ​ຮ່ວມ​,​ແລະກາຍ​ເປັນ"ສັນຍາ​ລັກ​ມິດຕະພາບ​ຖາວອນ​ລະຫວ່າງ​ປະຊາຊົນ​ຈີນ​ແອັສປາຍ",ຕັ້ງ​ຢູ່​​ໃນເຂດ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ຈົນ​ເທົ້າ​ໃດໆ.

ກ່ຽວ​ກັບ​​ເລື່ອງ​ນີ້,ທ່ານ​ຈູ​ຢົງ​ເລີຍ,ຮອງ​ຫົວໜ້າ​ພະ​​ແນ​ກງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​​ໄດ້ຕາງໜ້າ​ປະ​ເທດ​ເຈົ້າພາບ,ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ນຳ​​ແອັສປາຍ​ທີ່​ສະໜັບສະໜູນ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້.ທ່ານ​ກ່າວ​ວ່າ:

"ຫໍ​ແອັສປາຍ​ໄດ້​ນຳ​ໃຊ້​ເສັ້ນ​ຫວາຍ​ເຊິ່ງ​ເປັນ​ອຸປະກອນ​ກໍ່ສ້າງ​ທີ່​ສາມາດ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດມັກ​ຄື​ກັນ.​ໃນ​ຂະນະ​ທີ່​ສະ​ແດງ​ຄວາມ​ປາຖະໜາ​ອັນ​ດີງາມ,​ໂຄສະນາ​ພາບ​ພົດ​ຂອງ​ຕົວ​ເມືອງ​ແອັສປາຍ​ໃນ​ຍຸກ​ປະຈຸ​ບັນ.ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​​ໃຫ້​ຫໍ​ແອັສປາຍ​ຈົ່ງກາຍ​ເປັນ​ສູນ​ວາງສະ​ແດງ​ວັດທະນະທຳ​ຖາວອນ​ໃນ​ຈິດ​ໃຈ​ຂອງ​ຜູ້​ຊົມ​ທຸກ​ຄົນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>