ຊາວນາ​ຕ່າງ​ປະ​ເທດ​ທີ່​ມັກ​ເຂົ້າ​ຈີນ

(GMT+08:00) 2009-06-25 19:38:07 cri
-----------------------------------------------------------------------------------------------------------------
ໃນ​ຕົ້ນ​ປີ​ນີ້, ມີ​ເລື່ອງ​ໃໝ່​ເກີດ​ຂຶ້ນ​ຢູ່​​ເມືອງ​ຊິ້ນ​ຢາງ​ແຂວງ​ເຫີ​ນານ​ທີ່​ພາກ​ກາງຂອງ​ຈີນ, ຄື​ຄົນ​ຍີ່ປຸ່ນ​ຜູ້​ໜຶ່ງ​ມາ​ເຊົ່າ​ດິນ​ປູກ​ເຂົ້າ​ຢູ່​ຊົນນະບົດ.

ໃນ​ບ້ານ​ໂຢວຈຶຕາ​ແສງ​ຊີ​ວັ່ນ​ເມືອງ​ຊິ່ນ​ທີ່​ໃກຈາກ​ຕົວ​ເມືອງ​ຊິ້ນ​ຢາງ150​ກິ​ໂລ​ແມັດ, ມີ​ຜູ້​ຊາຍ​ຜູ້​ໜຶ່ງ​ທີ່​ຈ່ອຍ​ແລະ​ດຳ​ພວມ​ຂັບ​ລົດ​ໄຖ​ນາ​ຢູ່​ທົ່ງ​ນາ​ທີ່​ຂຽວງາມ​ແຫ່ງ​ໜຶ່ງ, ລາວ​ໃສ່​ໝວກ​ກັນ​ແດດ, ນຸ່ງ​ເສື້ອ​ກັນ​ເປື້ອນ​ແລະ​ໃສ່​ເກີບ​ຢາງ. ລາວ​ກໍ່​ແມ່ນ​ຊາວນາ​ຍີ່ປຸ່ນ​ທີ່​ປູກ​ເຂົ້າ​ຢູ່​ຈີນ, ຊື່ວ່າ​ກູນາ​ຮິ​ໂກະ​ຕາ​ເຕມັດຊຸ.

ທ່ານ​ກູ​ນີຮິ​ໂກະ​ປີ​ນີ້​ອາຍຸ53​ປີ, ​ແມ່ນ​ເຈົ້າ​ຂອງ​ຟາ​ມຜູ້​ໜຶ່ງ​ໃນ​ເມືອງ​ເອອີ​ຈີ​ຂອງ​ຍີ່​ປຸ່ນ. ລາວ​ມາ​ເຊົ່າ​ດິນ​ປູກ​ເຂົ້າ​ຢູ່​ເມືອງ​ຊິ່ນ​ໃນ​ທ້າຍ​ປີ2008. ລາວ​ເວົ້າ​ວ່າ, ລາວ​ມາປູກ​ເຂົ້າ​ຢູ່​ຈີນ​ແມ່ນ​ຍ້ອນ​ນະ​ໂຍບາຍ​ຄ້ຳ​ຊູ​ກະສິກຳ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ. ລາວ​ເວົ້າ​ວ່າ:

"ຍີ່ປຸ່ນ​ລົງທຶນ​ຢູ່​ຈີນ​ລ້ວນ​ແຕ່​ແມ່ນ​ອຸດ​ສາ​ຫະກຳ​ເຊັ່ນ​ຜະລິດ​ຕະພັນ​ໄຟຟ້າ​ເປັນ​ຕົ້ນ, ການ​ລົງທຶນ​ດ້ານ​ກະສິກຳ​ບໍ່​ເຄີຍ​ມີ. ຂ້ອຍ​ສະ​ເກດ​ເຫັນ​ວ່າ​ໃນ​ປະຈຸ​ບັນ, ຈີນ​ເອົາ​ໃຈ່​ໃສ່​ວຽກ​ງານ​ກະສິກຳ​ຫຼາຍ, ​ແລະ​ມີ​ນະ​ໂຍບາຍ​ທີ່​ດິນ​ທີ່​ດີ. ຖ້າວ່າ​ສາມາດ​ເຊົ່າ​ດິນ​ຢູ່​ຈີນ​ໄດ້, ຄົນ​ຍີ່ປຸ່ນ​ທີ່​ມາ​ລົງທຶນ​ກະສິກຳ​ຈະ​ຫຼາຍ​ກວ່າ​ນີ້."

ຜູ້​ທີ​ແນະນຳ​ລາວ​ມາ​ລົງທຶນ​ຢູ່​ຈີນ​ແມ່ນ​ຊາວນາ​ຂອງ​ເມືອງ​ຊິ່ນ​ທີ່​ຊື່ວ່າ​ຢີສົ່ນ​ເສຍ. ປີ2005, ນາງ​ຢີສົ່ນ​ເສຍ​ໄດ້​​ໄປ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ​ໂດຍ​ຜ່ານ​ການ​ແນະນຳ​ຂອງ​ພະ​ແນ​ການ​ບໍລິການ​ຜູ້​ອອກ​ແຮງ​ງານ​ຂອງ​ເມືອງ​ຊິ່ນ, ​ແລະ​ໄດ້​ເຮັດ​ວຽກ​ຢູ່​ຟາ​ມຂອງ​ທ່ານ​ກູ​ນີຮິ​​ໂກະ​ເປັນ​ເວລາ3​ປີ. ນາງ​ຢີສົ່ນ​ເສຍ​ເຮັດ​ວຽກ​ດຸ​ໝັ່ນ​ຫຼາຍ, ​ເຮັດ​ໃຫ້​ຄອບຄົວ​ຂອງ​ທ່ານ​ກູ​ນີຮິ​ໂກະ​ມີ​ຄວາມ​ຮູ້ສຶກ​ໃໝ່ຕໍ່ປະ​ເທດ​ຈີນ. ​ໃນ​3ປີ​ນີ້, ນາງ​ຢີສົ່ນ​ເສຍ​ເວົ້າ​ກັບ​ລາວ​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ຊົນນະບົດ​ແລະ​ຊາວ​ກະສິກອນ​ຂອງ​ຈີນ​ເລື້ອຍໆ, ​ແລະ​ໄດ້​ແນະນຳ​ນະ​ໂຍບາຍ​ທີ່​ດິນ​ຫຼ້າ​ສຸດ​ແລະ​ຮູບ​ແບບ​ຄອບຄົວ​ຮັບ​ເໝົາ​ຂອງ​ຈີນ​ໃຫ້​ລາວ​ຮູ້, ​ເຊິ່ງ​ໄດ້​ເຮັດ​ໃຫ້​ລາວ​ສົນ​ໃຈ​ຫຼາຍ. ​ໃນ​ທ້າຍ​ປີ​ກາຍນີ້, ​ໃນ​ເວລາ​ທີ່​ນາງ​ກຽມ​ກັບ​ຄືນ​ຈີນ, ທ່ານ​ກູ​ນີຮິ​ໂກະ​ໄດ້​ຕັດ​ສິນ​ໃຈ​ໄປ​ເຊົ້າ​ດິນ​ປູກ​ເຂົ້າ​ຢູ່​ຈີນ. ນາງ​ກ່າວ​ວ່າ:

"ພວກ​ເຮົາ​ເວົ້າ​ນຳ​ລາວ​ວ່າ, ຢູ່​ຈີນ​ລ້ວນ​ແຕ່​ແມ່ນ​ໃຊ້​ແຮ​ງງານ​ຄົນ​ປູກ​ເຂົ້າ, ບໍ່​ໃຊ້​ກົນ​ຈັກ, ​ແຕ່​ຢູ່​ຍີ່ປຸ່ນ, ​ເຂົາ​ເຈົ້າ​ປູກ​ເຂົ້າ​ດ້ວຍ​ກົນ​ຈັກ​ໝົດ, ​ແລະ​ລາວ​ກໍ​ເວົ້າ​ວ່າ, ຄັນ​ຊັ້ນ​ຂ້ອຍ​ຊິ​​ໄປ​ລົງທຶນ​ຢູ່​ຈີນ. ​ແລ້ວ, ລາວ​ກໍ່​ມາ​ຈີນ​ນຳ​ພວກ​ເຮົາ​ເລີຍ."

ໃນ​ເດືອນ​ຕຸລາ​ປີ2008, ລັດຖະບານ​ຈີນ​ດັດ​ແກ້​ນະ​ໂຍບາຍ​ທີ່​ກ່ຽວ​ຂ້ອງ, ​ແລ້ວ​ອະນຸຍາດ​ໃຫ້​ຊາວ​ກະສິກອນ​ເຊົ່າ​ດິນ​ແລະ​ໂອນ​ທີ່​ດິນ​ໃຫ້​ຄົນ​ອື່ນ​ເຊົ້າ​ຕໍ່​ດ້ວຍ​ຫຼາຍ​ຮູບ​ແບບ. ສ່ວນ​ຢູ່​ເມືອງ​ຊິ່ນ, ການ​ເຊົ່າ​ດິນ​ໄດ້​ກາຍ​ເປັນ​ເລື່ອ​ງທຳ​ມະ​ດາ​ແລ້ວ. ຢູ່​ບ້ານ​ໂຢວ​ເວີຍ​ຈຶມີ​ທີ່​ດິນ40​ກວ່າ​ເຮັກຕາ, ​ໃນ​ຫຼາຍປີ​ມາ​ນີ້, ​ໄດ້​ເຊົ່າ​ທີ່​ດິນ​ເກືອບ50%​ໃຫ້​ຄົນ​ອື່ນ​ເພື່ອ​ລ້ຽງ​ໝູ​ຫຼື​ປູກ​ເຫັດ​ຫອມ. ​ແຕ່​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເຊົ່າ​ດິນ​ໃຫ້​ຄົນຍີ່ປຸ່ນ​ມາ​ປູກ​ເຂົ້າ, ຢູ່​ເມືອງ​ຊິ້ນ​ຢາງ​ຫຼື​ວ່າ​ແຂວງ​ເຫີ​ນານ​ກໍ່​ບໍ່​ເຄີຍ​ມີ​ມາ​ກ່ອນ,​ ​ແລະ​ໃນ​ປະ​ເທດ​ຈີນ​ກໍ່​​ເກືອບ​ວ່າ​ບໍ່​ມີ​ເລີຍ. ທ່ານ​ໂຢວຮາວ​ຈີ່ນ, ຫົ​ວໜ້າ​ຄະນະ​ກຳມະການ​ບ້ານ​ໂຢວຈຶກ່າວ​ວ່າ:

"​ໃນ​ເວລາ​ນັ້ນ, ປະຊາຊົນ​ຢູ່​ໃນ​ບ້ານ​ເຮົາ​​ເປັນ​ຫວ່ງຫຼາຍ, ຖ້າວ່າ​ລາຍ​ປະ​ດິນ​ໜີ​ໄປ​ແລ້ວ, ພວກ​ເຮົາ​ຈະ​​ໄປ​ຊອກ​ລາວ​ຢູ່​ໃສ!"

ຜ່ານ​ການ​ປະສານ​ງານ​ຂອງ​ພະ​ນັກ​ງານ​ຂອງ​ອົງການ​ປົກຄອງ​ຕາ​ແສງ​ແລະ​ບ້ານ, ປະຊາຊົນ​ຈິ່ງ​ໄວ​ໃຈ​ແລະ​ມີ140​ກວ່າ​ຄອບຄົວ​ເຊົ່າ​ດິນ​ເກືອບ20​ເຮັກຕາ​ໃຫ້​ທ່ານ​ກູ​ນີຮິ​ໂກະ, ຄ່າ​ເຊົ່າ​ແຕ່ລະ​ປີ​ແມ່ນ​ຕົກ​ເປັນ​ເຂົ້າ​ເປືອກ3,750ກິ​ໂລ​ຕໍ່​ເຮັກຕາ, ຫຼື​ຈ່າຍ​ເປັນ​ເງິນ​ທີ່​ທຽບ​ເທົ່າ​ກັບ​ມູນ​ຄ່າ​ຂອງ​ເຂົ້າ​ເປືອກ, ຕ້ອງ​ຈ່າຍ​ກ່ອນ​ເວລາ​ຈຳ​ກັດ1​ປີ, ​ໄລຍະ​ເຊົ່າ​ປມ່ນ10ປີ. ​ເຖິງ​ວ່າ​ຟາ​ມສີຂຽວ​ແມ່ນ​ຄົນ​ຍີ່​ປຸ່ນມາ​ລົງ​ທຶນ, ​ແຕ່​ກໍ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ປູກ​ເຂົ້າ1500​ຢວນຕໍ່​ເຮັກຕາ​ຈາກ​ລັດຖະບານ​ຈີນ​ຄື​ກັນ.

ທ່ານ​ກູ​ນີຮິ​ໂກະ​ດຳລົງຊີວິດ​ດ້ວຍ​ການ​ປູກ​ເຂົ້າ​ຢູ່​ຍີ່​ປຸ່ນ, ລາວ​ເປັນ​ເຈົ້າ​ຂອງ​ຟາ​ມ, ລາວ​ມີ​ດິປູກ​ຝັງ​ເກືອ​ບ150​ເຮັກຕາ​ຢູ່​ຍີ່​ປຸ່ນ, ລ້ວນ​ແຕ່​ແມ່ນ​ໃຊ້​ກົນ​ຈັກ​ປູກ​ເຂົ້າ. ລາວ​ມາ​ເຊົ່າ​ດິນ​ປູກ​ເຂົ້າ​ຢູ່​ຈີນ, ​ກໍ່​ແມ່ນ​ຢາກ​ນຳ​ເອົາ​ເຕັກ​ນິກການ​ປູກ​ເຂົ້າ​ດ້ວຍ​ກົນ​ຈັກ​ເຂົ້າມາ, ​ເພື່ອ​ໃຫ້​ຊາວ​ກະສິກອນ​ໄດ້​ຮູ້​ນຳ​ໃຊ້​ເຕັກນິກ​ທີ່​ທັນ​ສະ​ໄໝ. ປະ​ຈຸ​ບັນ, ນາງ​ຢີ​ສົ່ນ​ເສຍ​ທີ່​ເປັນ​ຫົາໜ້າ​ຟາ​ມ​ເວົ້າ​ວ່າ, ​ເຂົາ​ເຈົ້າ​ໄດ້​ບັນລຸ​ບາດ​ກ້າວ​ໃຫຍ່​ໃນ​ດ້ານ​ເຕັກນິກ​ປູກ​ເຂົ້າດ້ວຍ​ກົນ​ຈັກ. ນາງ​ກ່າວ​ວ່າ:

"ປະຈຸ​ບັນ, ພວກ​ເຮົາ​ໄດ້​ລົງທຶນ2​ລ້ານ​ກວ່າ​ຢວນ​ແລ້ວ, ມີ​ລົດ​​ໄຖ​ນາ​ໃໝ່2​ຄັນ, ລົດ​ດຳນາ, ລົດ​​ໄຖ​ນາ​ຍີ່​ຫໍ້​ຕຸ່ງຟັ່ງ​ຫົງ, ກົນ​ຈັກ​ທີ່​ເອົາ​ມາ​ຈາກ​ຍີ່ປຸ່ນ​ຍັງ​ມີ12​ໜ່ວຍ."
​ເຄິ່ງປີ​ໄດ້​ຜ່ານ​ໄປ​​ແລ້ວ, ຟາ​ມສີຂຽວ​ທີ່​ປະຊາຊົນ​ທ້ອງ​ຖິ່ນ​ສົນ​ໃຈ​ນຳ​ຫຼາຍ​ນັບ​ມື້​ນັບ​ຂະ​ຫຍາ​ຍ​ເປັນ​ຂະໜາດ​ໃຫຍ່. ​ໄຮ​ນາ​ນ້ອຍໆ​ໃນ​ແຕ່​ກ່ອນ​ກໍ່​ໄດ້​ໄຖ​ເປັນ​ທົ່ງ​ນາ​ໃຫຍ່​​ແລ້ວ, ຍັງ​ມີ​ຫ້ອງ​ປັບ​ອຸນຫະ​ພູມ20​ກວ່າ​ແຫ່ງ​ທີ່​ປູກ​ຜັກ​ຢ່າງ​ຂຽວງາມ.

ເຖິງ​ວ່າ​ໄດ້​ຮັບ​ຜົນ​ໃນ​ເປື້ອງ​ຕົ້ນ, ​ແຕ່​ການ​ເກັບ​ຕົ້ນ​ທຶນ​ໃນ​ໄລຍະ​ສັ້ນ​ກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ. ທ່ານ​ກູ​ນີຮິ​ໂກະ​ກ່າວ​ວ່າ, ລາວ​ຍັງ​ຢາກ​ເຊົ່າ​ດິນ​ອີກ60​ເຮັກຕາ​ເພື່ອ​ເປີດ​ກວ້າງ​ຂະໜາດ​ການ​ເຮັດ​ທຸລະ​ກິດ. ຖ້າວ່າ​ມີ​ຄວາມ​ເປັນ​ໄປ​ໄດ້, ລາວ​ຍັງ​ຢາກ​ນຳ​ເອົາ​ແນວ​ພັນ​ຂອງ​ຍີ່ປຸ່ນ​ເຂົ້າ​ມາ. ນອກ​ນີ້, ຍັງ​ຢາກ​ສ້າງ​ສູນ​ອົບ​ຮົມ​ແຫ່ງ​ໜຶ່ງ​ຢູ່​ນີ້, ​ເພື່ອ​ສອນ​ເຕັກ​ນິກປູກ​ເຂົ້າ​ທີ່​ກ້າວໜ້າ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ. ລາວ​ເວົ້າ​ວ່າ:

"ຂ້ອຍ​ຢາກ​ສ້າງ​ບໍ​ລິ​ສັດ​ໃຫ້​ໃຫຍ່​ຂຶ້ນ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ສູນ​ອົບຮົມ​ໃຫ້​ແກ່​ນັກ​ສຶກສາ, ສອນ​ພາສາ​ຍີ່​ປຸ່ນ​ໃຫ້​ເຂົາ​ເຈົ້າ, ​ເມື່ອ​ໄປ​ຍີ່ປຸ່ນ​ກໍ່ສາມາດ​ຊ​ອກວຽກ​ຫາ​ງານ​ທຳ​ໄດ້​ງ່າຍ. ສ່ວນ​ນັກ​ສຶກສາ​ທີ່​ກັບ​ມາ​ຈາກ​ຍີ່ປຸ່ນ, ກໍ່ສາມາດ​ເຮັດ​ວຽກ​ຢູ່​​ແຫ່ງ​ນີ້​ໄດ້. ຫວັງ​ວ່າ​ລັດຖະບານ​ຈີນ​ຈະ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ຫຼາຍ​ກວ່າ​ນີ້​ເພື່ອ​ພວກ​ເຮົາ​ຈະ​ສາມາດ​ບັນລຸຄວາມ​ຫວັງ​ທີ່​ເປັນຄວາມ​ຈິງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>